ກອນຕຸມ:ໄຂງານບຸນລະດູບານໃໝ່ປີລະກາ2017

(vovworld) - ຕອນ​ເຊົ້າ​ວັນ​ທີ 31/1 (ກົງ​ກັບ​ວັນ​ທີ 4 ເດືອນ​ຈຽງ), ຢູ່​ຫໍ​ພິ​ພິ​ທະ​ພັນແຂວງ ກອນ​ຕຸມ, ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ແຂວງ ກອນ​ຕຸມ ໄດ້​ໄຂ​ງານ​ບຸນ​ລະ​ດູ​ບານ​ໃໝ່​ປີ​ລະ​ກາ 2017. ໃນ​ຂອບ​ເຂດ​ງານ​ບຸນນີ້, ມີ​ການ​ເຄື່ອນ​ໄຫວ​ວັດ​ທະ​ນະ​ທຳ​ທີ່​ເປັນ​ມູນ​ເຊື້ອ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ໄດ້​ຮັບ​ການ​ຈັດ​ຕັ້ງ, ດຶງ​ດູດ​ຊາວ ກອນ​ຕຸມ ແລະ ແຂກ​ທ່ອງ​ທ່ຽວ​ນັບ​ພັນ​ຄົນ​ເຂົ້າ​ຮ່ວມ. ທ່ານ​ນາງ ຟ້າມ​ທິ​ຈ​ູງ, ຜູ້​ອຳ​ນວຍ​ກາ​ນ​ພະ​ແນກວັດ​ທະ​ນະ​ທຳ, ກິ​ລາ ແລະ ທ່ອງ​ທ່ຽວ​ແຂວງ ກອນ​ຕຸມ, ໃຫ້​ຮູ້​ວ່າ:

        “​ຫວັງ​ວ່າ, ງານ​ບຸນ​ລະ​ດູ​ບານ​ໃໝ່​ປີ​ລະ​ກາ 2017 ຈະ​ແນະ​ນຳ​ບັນ​ດາ​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ຂອງຫຼາຍ​ຊົນ​ເຜົ່າ​ເຖິງ​ມະ​ຫາ​ຊົນ. ກ່ອນ​ອື່ນ​ໝົດ​ແມ່ນ​ບັນ​ດາ​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ທີ່​ລ້ຳ​ຄ່າ​ຂອງ​​ບັນ​ດາເຜົ່າ​ສ່ວນ​ໜ້ອຍ ໄຕ​ງ​ວຽນ. ແລະ ພິ​ເສດ, ດ້ວຍ​ຄວາມ​ຫວັງ​ສ້າງ​ບັນ​ຍາ​ກາດ​ພົວ​ພັນ​ແລກ​ປ່ຽນ​ວັດ​ທະ​ນະ​ທຳ​ກ້​ວາງ​ຂວາງ​ລະ​ຫວ່າງ​ບັນ​ດາ​ເຂດ​ພາກ, ພະ​ແນກວັດ​ທະ​ນະ​ທຳ ກໍ່​ໄດ້​ແນະ​ນຳ​ບັນ​ດາ​ຈຸດ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ຂອງວັດ​ທະ​ນະ​ທຳ​ພາກ​ເໜືອ​ໃນງານ​ບຸນ​ຄັ້ງ​ນີ້, ​ເພື່ອ​ແນ​ໃສ່​ເຊີດ​ຊູ​ບັນ​ດາ​​ຄຸນ​ຄ່າ​ວັດ​ທະ​ນະ​ທຳ ແລະ ສ້າງ​ບັນ​ຍາ​ກາດ​ເພື່ອ​ໃຫ້​ທຸກໆ​ຄົນ​ຊອກ​ຮູ້​ວັດ​ທະ​ນະ​ທຳ​ຂອງ​​ຊາດ ຫວຽດ​ນາມ ຕື່ມ​ອີກ.”


ຂ່າວ/ບົດ​ອື່ນ