ຊາວຕ່າງປະເທດຕ້ອນຮັບບຸນເຕັດຫວຽດນາມ

ບຸນ​ປີ​ໃໝ່​ປະ​ຈຳ​ຊາດຫຼື​ບຸນ​ເຕັດແມ່ນ​ຊ​່ວງ​ເວ​ລາ​ທີ່​ຊາວ​ຫວຽດ​ນາມ​ທຸກໆ​ຄົນ​ມັກ​ເຕົ້າ​ໂຮມ​ກັນ​ກັບ​ຄອບ​ຄົວ. ແຕ່​ລະ​ປີ​ເມື່ອ​ລະ​ດູ​ບານ​ໃໝ່, ບຸນ​ເຕັດວຽນ​ມາ, ບໍ່​ພຽງ​ແຕ່​ຊາວ​ຫວຽດ​ນາມ​ມີ​ຄວາມ​ເບີກ​ບານ​ມ່ວນ​ຊື່ນ​ຕ້ອນ​ຮັບ​ເທົ່າ​ນັ້ນ, ຫາກ​ຍັງ​ມີ​ຊາວ​ຕ່າງ​ປະ​ເທດ​ຢູ່​ຫວຽດ​ນາມ​ກໍຄ່ອຍ​ຖ້າ​ຕ້ອນ​ຮັບ​ອີກ​ດ້ວຍ.

 

ຊາວຕ່າງປະເທດຕ້ອນຮັບບຸນເຕັດຫວຽດນາມ - ảnh 1
ເພື່ອນ Lou Vargas,ຊາວ​ຝະ​ລັ່ງ ແລະ ເພ​ື່ອນ Hitomi  Okamara ຖື​ສັນ​ຊາດ​ຍີ​ປຸ່ນຕ້ອນ​ຮັບ​ບຸນ​ເຕັດ​ຢູ່​ຫວຽດ​ນາມ

               ໂດຍ​ມີ​ຄວາມ​ຮັກ​ແພງ​ປະ​ເທດ​ຫວຽດ​ນາມ​ຜ່ານ​ປຶ້ມ​ອ່ານ, ໜັງ​ສື​ພິມ, ຟິມຮູບເງົາຢູ່​ຝະ​ລັ່ງ​, Lou Vargas ໄດ້​ເລືອກ​ເອົາ​ພະ​ແນກ​ຫວຽດ​ນາມ​ວິ​ທະ​ຍາ, ມະ​ຫາ​ວິ​ທະ​ຍາ​ໄລ​ຮ​່າ​ໂນ້ຍ​ເພື່ອ​ຊອກ​ຮູ້​ກ່ຽວ​ກັບ​ວັດ​ທະ​ນະ​ທຳ ແລະ ຊາວຫວຽດ​ນາມ. ໂດຍ​ໄດ້​ຮັບ​ປະ​ທານ​ບັນ​ດາ​ເຍື່ອງ​ອາ​ຫານ​ຫວຽດ​ນາມ, ໄດ້​ຮັບ​ຟັງ​ໝູ່​ເພື່ອນ​ເລົ່າ​ເຖິງ ບຸນ​ເຕັດ​ຫວຽດ​ນ​າມ, ດັ່ງ​ນັ້ນ, Lou Vargas ຕົກ​ລົງ​ຕ້ອນ​ຮັບບຸນ​ເຕັດ​ຢູ່​ຫວຽດ​ນາມ​ເພື່ອ​ມີ​ໂອ​ກາດ​ຊອກ​ຮູ້​ກ່ຽວ​ກັບ​ວັດ​ທະ​ນະ​ທຳຫວຽດ​ນາມ. Lou Vargas ໃຫ້​ຮູ້​ວ່າ : 

         “ ຂ້າ​ພະ​ເຈົ້າຫວັງ​ຊອກ​ຮູ້​ກ່ຽວ​ກັບ​ຮີດ​ຄອງ​ປະ​ເພ​ນີ​ຂອງ​ຊາວຫວຽດ​ນາມ​ໃນ​ຍາມບຸນ​ເຕັດ. ຂ້າ​ພະ​ເຈົ້າກໍ​ຢາກຮູ້​ຈັກ​ວ່າ ໃນ​ຄອບ​ຄົວ​ຊາວ​ຫວຽດ​ນາມ ແມ່ນ​ຈັດ​ບຸນ​ເຕັດ​ຄື​ແນວ​ໃດ”

   ກໍ​ເຊັ່ນ​ກັບ Lou Vargas, ເພ​ື່ອນ Hitomi  Okamara ຖື​ສັນ​ຊາດ​ຍີ​ປຸ່ນ ໃຫ້​ຮູ້​ວ່າ ລາວ​ກໍ​ຢາກ​ເຂົ້າ​ໃຈ​ຕື່ມ​ກ່ຽວ​ກັບ​ວັດ​ທະ​ນະ​ທ​ຳ ແລະ ປະ​ເພ​ນີ​ຕ້ອນ​ຮັບບຸນ​ເຕັດຂອງ​ຊາວ​ຫວຽດ​ນາມ. Hitomi  Okamara ເວົ້າວ່າ: 

   “ ຂ້າ​ພະ​ເຈົ້າ​ຢາກ​ຊອກ​ຮູ້​ກ່ຽວ​ກັບບຸນ​ເຕັດຂອງ​ຊາວ​ຫວຽດ​ນາມແມ່ນ​ຄື​ແນວ​ໃດ. ອາ​ຫານ​ຂອງ​ຫວຽດ​ນາມ​ກໍ​ມີຫຼາຍ​ເຍື່ອງ​ເຊັ່ນ: ເຂົ້​າ​ຕົ້ມ, ແກງ​ໜໍ່​ໄມ້, ຢໍ​ໝູ… ຊາວ​ຫວຽດ​ນາມ​ເຄີຍ​ອອກ​ເດີນ​ທາງ​ໃນ​ມື້​ຕົ້ນ​ລະ​ດູ​ບານ​ໃໝ່​ເພື່ອ​ຊອກ​ຫາ​ຄວາມ​ໂຊກ​ດີ​ມາ​ໃຫ້​ຄອບ​ຄົວ ແລະ ຕົນ​ເອງ ”

     ສຳ​ລັບເພື່ອນ Shehan Ruwanma Perera ຖື​ສັນ​ຊາດ ສີ​ລັງ​ກາ​ແລ້ວ, ການຕ້ອນ​ຮັບບຸນ​ເຕັດຢູ່​ຫວຽດ​ນາມບໍ່​ພຽງ​ແຕ່​ຊ່ວຍບັນ​ດາ​ເພື່ອນໄດ້ ຊອກ​ຮູ້​ກ່ຽວ​ກັບ​ວັດ​ທະ​ນະ​ທຳຫວຽດ​ນາມ​ເທົ່າ​ນັ້ນ, ຫາກ​ຍັງ​ແມ່ນ​ໂອ​ກາດ​ເພື່ອ​ແນະ​ນຳ​ກ່ຽວ​ກັບ​ວັດ​ທະ​ນ​ະ​ທຳ​ອາ​ຫານ​ການ​ກິນ​ຂອງ​ສີ​ລັງ​ກາໃຫ້​ໝູ່​ເພື່ອນ​ຂອງ​ຕົນ​ອີກ​ດ້ວຍ.

   “ ຂ້າ​ພະ​ເຈົ້າ​ໄດ້​ເຄີຍ​ປຸງແຕ່ງ​ບາງເຍື່ອງ​ອາ​ຫານຂອງ​ສີ​ລັງ​ກາ​ໃຫ້​ເພື່ອນ​ຫວຽດ​ນາມ​ກິນ​ແລ້ວ, ແຕ່​ອາ​ຫານ​ຂອງ​ປະ​ເທດ​ຂ້າ​ພະ​ເຈົ້າ​ແມ່ນ​ເຜັດ​ທີ່​ສຸດ ແລະ ເຄັມ​ອີກ ”

      ​ ກໍ​ໄດ້ຕ້ອນ​ຮັບບຸນ​ເຕັດຢູ່​ຫວຽດ​ນາມເຊັ່ນ​ດຽວ​ກັນ, ແຕ່​ຊາວ​ຕ່າງ​ປະ​ເທດຫຼາຍ​ຄົ​ນ​ພັດ​ເລືອກ​ເອົາ​ການ​ໄປ​ທ່ອງ​ທ່ຽວ ແລະ ຕ້ອນ​ຮັບບຸນ​ເຕັດກັບ​ຊາວຫວຽດ​ນາມເພື່ອ​ຄົ້ນ​ຫາ​ຄວາມ​ອົບ​ອຸ່ນ​ຢູ່​ຕາມ​ຄອບ​ຄົວ​ຊາວ​ຫວຽດ​ນາມ. ອ້າ​ຍ Soren Drott ຖື​ສັນ​ຊາດ​ອົດ​ສະ​ຕາ​ລີ ໃຫ້​ຮູ້​ວ່າ : 

    “ ຂ້າ​ພ​ະ​ເຈົ້າສົນ​ໃຈຫຼາຍ​ກ່ຽວ​ກັບຮີດ​ຄອງ​ປະ​ເພ​ນີ​ຂອງ​ຊາວຫວຽດ​ນາມ​ໃນ​ວັນບຸນ​ເຕັດ. ຂ້າ​ພະ​ເຈົ້າ​ມັກ​ອາ​ຫານ​ຫວຽດ​ນາມ, ເຂົ້າ​ຕົ້ມ​ແຊບຫຼາຍ ”

    ສຳ​ລັບທ່ານ Bobby, ນັກ​ທ່ອງ​ທ່ຽວ​ຊາວ​ຝະ​ລັ່ງ ໄດ້​ມາ​ຫວຽດ​ນາມຫຼາຍ​ຄັ້ງ​ແລ້ວ, ທ່ານ​ໃຫ້​ຮູ້​ວ່າ ທ່ານ​ມີ​ຄວາມ​ປະ​ທັບ​ໃຈ​ທີ່​ສຸດ​ເມື່ອ​ໄປ​ຢາມ​ນະ​ຄອນ​ໂຮ່​ຈິ​ມິນ ເພາະ​ໃນ​ຍາມ​ບຸນ​ເຕັດ, ຢູ່​ທຸກ​ແຫ່ງ​ຫົນ ກໍ​ລ້ວນ​ແຕ່​ມີ​ດອກ​ໄມ້​ສົດ. ມີ​ທັງ​ຖະ​ໜົນ​ດອກ​ໄມ້, ງານ​ບຸນດອກ​ໄມ້ ເປັນ​ໜ້າ​ຈັບ​ໃຈອີຫຼີ. ທ່ານ Bobby ເວົ້າ​ວ່າ : 

    “ ຂ້າ​ພະ​ເຈົ້າ​ມັກ​ມາ​ທ່ຽວ​ຢູ່​ນະ​ຄອນ​ໂຮ່​ຈິ​ມິນ, ພິ​ເສດ​ແມ່ນ​ໃນ​ຍາມ​ບຸນ​ເຕັດ. ທຸກໆ​ຄົນ​ກໍ​ລ້ວນ​ແຕ່ເຕົ້າໂຮມ​ກັບ​ຄອບ​ຄົວ​ຂອງ​ຕົນ​ຢ່າງ​ອົບ​ອຸ່ນ​ທີ່​ສຸດ. ສິ່ງນີ້​ແມ່ນ​ພິ​ເສດ​ທີ່​ສຸດ​ສຳ​ລັບ​ຊາວ​ຫວຽດ​ນາມ. ຂ້າ​ພະ​ເຈົ້າ​ຊົມ​ຊອບ​ບັນ​ຍາ​ກາດ​ຍາມ​ບຸນ​ເຕັດ​ຫວຽດ​ນາມ, ຢູ່​ຕາມ​ທ້ອງ​ຖະ​ໜົນ​ມີ​ດອກ​ໄມ້​ນາໆ​ຊະ​ນິດ, ທຸກໆ​ຄົນ​​ຕ່າງ​ກໍ​ເວົ້ານົວ​ຫົວ​ມ່ວນ ໃບ​ໜ້າຍິ້ມ​ແຍ້ມ​ແຈ່ມ​ໃສ ”

     ສ່ວນ Colin ນັກ​ທ່ອງ​ທ່ຽວ​ຊາວອາ​ເມ​ລິ​ກາ​ໃຫ້​ຮູ້​ວ່າ : 

    “ ນີ້​ແມ່ນ​ຊ່ວງ​ເວ​ລາ​ທີ່​ຈັບ​ໃຈ ແລະ ມ່ວນ​ຊື່ນ​ທີ່​ສຸດ. ຂ້າ​ພະ​ເຈົ້າ​ຮູ້​ສຶກ​ໄດ້​ເຖິງ​ຄວາມ​ແຕກ​ຕ່າງ​ກັນ​ທາງ​ດ້ານ​ວັດ​ທະ​ນະ​ທຳ​ລະ​ຫວ່າງ​ຊາວ​ຫວຽດ​ນາມ ແລະ ອາ​ເມ​ລິ​ກາ. ນະ​ຄອນ​ໂຮ່​ຈິ​ມິນ​ແມ່ນ​ແຫ່ງ​ເປັນ​ໜ້າ​ຖະ​ຫນຸ​ຖະ​ໜອມ, ປະ​ຊາ​ຊົນ​ມີ​ຈິດ​ໃຈ​ຮັກ​ແພງ​ແຂກ. ຂ້າ​ພະ​ເຈົ້າ​ມີ​ຄວາມ​ຫວັງ​ໃຫ້​ນະ​ຄອນນີ້​ມີ​ການ​ປ່ຽນ​ແປງ ແລະ ພັດ​ທະ​ນາຫຼາຍ​ຂຶ້ນ ”

     ປີ​ໃໝ່​ໄດ້​ວຽນ​ມາ​ດ້ວຍ​ຄວາມ​ປະ​ທັບ​ໃຈ ແລະ ເບີກ​ບານມ່ວນ​ຊື່ນຫຼາຍ​ຢ່າງ​ຊຶ່ງບໍ່​ພຽງ​ແຕ່​ສຳ​ລັບ​ຊາວ​ຫວຽດ​ນາມ​ເທົ່າ​ນັ້ນ, ຫາກ​ຍັງ​ສຳ​ລັບ​ຊາວ​ຕ່າງ​ປະ​ເທດ​ຢູ່​ຫວຽດ​ນາມ​ອີກ​ດ້ວຍ. ການຕ້ອນ​ຮັບບຸນ​ເຕັດຢູ່​ຫວຽດ​ນາມໄດ້​ເປັນ​ການ​ຜູ​ກຮັດມະ​ນຸດ​ດ້ວຍ​ກັນ​ເຖິງ​ແມ່ນ​ວ່າ ເຂົາ​ເຈົ້າ​ຈະ​ຢູ່​ແຫ່ງ​ຫົນ​ໃດ​ກໍ​ຕາມ.

ຕອບກັບ

ຂ່າວ/ບົດ​ອື່ນ