ຊາວປະເລີ່ມເດີນທະເລໄປຍັງເຂດຫາປາເຈື່ອງຊາ

ຊາວປະເລີ່ມເດີນທະເລໄປຍັງເຂດຫາປາເຈື່ອງຊາ - ảnh 1
ພາບ​ປະ​ກອບ

(vovworld) – ຕອນ​ບ່າຍ​ວັນ​ທີ 31/1 (ກົງ​ກັບ​ວັນ​ທ​ີ 4 ຂອງ​ບຸນ​ເຕັດ), ຕາມ​​ຄວາມ​ສຳ​ນຶກ​ຂອງ​ຊາວ​ປະ​ມົງ​ແມ່ນ​ວັນ​ດີ, ກ່ຳ​ປັ່ນ​ຫາ​ປາ​ນັບຮ້ອຍ​ລຳ​ຢູ່​ບັນ​ດາ​ແຂວງ​​ຕອນ​ໃຕ້​ພາກ​ກາງ​ຄື: ຟູ໋​ອຽນ, ແຄ໋ງ​ຮ່​ວາ ໄດ​້​ເດີນ​ທະ​ເລ​ໄປ​ຫາ​ປາ​ຢູ່ ເຈື່ອງ​ຊາ.

        ຢູ່ທ່າ​ກ່ຳ​ປັ່ນ ຮ່ອນ​ເຣີ, ນະ​ຄອນ ຍາ​ຈາງ, ແຂວງ ແຄ໋ງ​ຮ່​ວາ, ກໍ່​ໄດ້​ເລີ່ມ​ເຄື່ອນ​ໄຫວ​ຫາ​ປາ​ໃນ​ຕອນ​ຄຳ​ວັນ​ທີ 31/1, ນອກ​ຈາກ​ບັນ​ດາກ​່ຳ​ປັ່ນ​ຂອງ​ຊາວ​ປະ​ມົງ​ນະ​ຄອນ ຍາ​ຈາງ, ຍັງ​ມີ​ບັນ​ດາ​ກ່ຳ​ປັ່ນ​ຫາ​ປາ​ຂອງ​ບັນ​ດາ​ແຂວງ​ຄື: ບີ່ງ​ດິ້ງ, ຟູ໋​ອຽນ ກັບ​ເມືອ​ຕ້ອນ​ຮັບ​ບຸນ​ປີ​ໃໝ່​ຢູ່​ທີ່ນີ້. ທ່ານ ຫງວຽນ​ຈ​ູງ​ຫ໋ຽວ, ຫົວ​ໜ້າ​ຄະ​ນະ​ຄຸ້ມ​ຄອງ ທ່າ​ກ່ຳ​ປັ່ນ ຮ່ອນ​ເຣີ, ນະ​ຄອນ​ຍາ​ຈາງ, ແຂວງ ແຄ໋ງ​ຮ່​ວາ ໃຫ້​ຮູ້​ວ່າ:

        “ພວກ​ຂ້າ​ພະ​ເຈົ້າ​ໄດ້​​​ປະ​ຈຳ​ການເພື່ອ​ຮັບ​ໃຊ້​ພໍ່​ແມ່​ປະ​ຊາ​ຊົນ​ທຸກວັນ ແລະ ຄືນ, ສ້າງ​ເງື່ອນ​ໄຂ​ໃຫ້​ພໍ່​ແມ່​ປະ​ຊາ​ຊົນ​ໄດ້​​ຂົນ​ຖ່າຍ​ສິນ​ຄ້າ​ຢ່າງວ່ອງ​ໄວ. ພວກ​ຂ້າ​ພະ​ເຈົ້າ​ມີ​ໂຮງ​ງານ​​ຜະ​ລິ​ດ​ນ້ຳ​ກ້ອນ, ຮ້ານ​ຂາຍນ້ຳ​ກັບ​ເຊື້ອ​ໄຟ ຮັບ​ໃຊ້​ພໍ່​ແມ່​ປະ​ຊາ​ຊົນ, ຮັບ​ໃຊ້​ການ​ອອ​ກ​​ເດີນທະ​ເລ​ຫາ​ປາ​ໃນ​ຕົ້ນ​ປີ​ໃໝ່​ຂອ​ງ​ພໍ່​ແມ່​ປະ​ຊາ​ຊົນ.”


ຂ່າວ/ບົດ​ອື່ນ