ບຸນເຕັດປີລະກາ ເວົ້າເລື່ອງໄກ່

ໃນ​ວັດ​ທະ​ນະ​ທຳ​ພື້ນ​ເມືອງ​ຫວຽດ​ນາມ, ຮູບ​ພາບ​ໂຕ​ໄກ່​ໄດ້​ຕິດ​ພັນ​ກັບ​    ຫຼາຍເລື່ອງ​ລາວ​​ທີ່​ສືບຂານ​ກັນ​ມາ​ໃນ​ປະ​ຫວັດ​ສາດ, ຈາກ​ສັດ​ລ້ຽງ​ປະ​ເພດ​ໜຶ່​ງທີ່​ມີ​ຄວາມ​ໃກ້​ຊິດນັ້ນ, ໂຕ​ໄກ່​ໄດ້​ຕິດ​ພັນ​ກັບ​ປະ​ເພ​ນີ​ ໄກ່​ເອີ້ນດວງ​ຕາ​ເວັນ ຂອງ​ຄອບ​ຄົວ​ຊາວ​ກະ​ສິ​ກອນ ​ຄ່ອຍໆ​ກາຍ​ເປັນ​ເຄື່ອງ​ຂອງ​​ບູ​ຊາທີ່ບໍ່​ອາດ​ຂາດ​ໄດ້​ໃນ​ປະ​ເພ​ນີ​ການເຫຼື້ອມ​ໃສ​ສັດ​ທາ​ ຂອງ​ຊາວ​ຫວຽດ​ນາມ​ໃນ​ໂອ​ກາດ​ບຸນ​ເຕັດ​ໄດ້​ວຽນ​ມາ​ແຕ່​ລະ​ຄັ້ງ. ຕາມ​ຄວາມ​ສຳ​ນຶກ​ຂອງ​ຊາວ​ຫວຽດ​ນາມ​ແລ​້ວ, ປີລະ​ກາ 2017( ປີ​ໄກ່) ໄດ້​ຮັບ​ຖື​ວ່າ​ແມ່ນ​ປີ​ທີ່​​ໃຫ້​ຄໍາໝັ້ນ​ສັນ​ຍາຕໍ່ຫຼາຍ​ສິ່ງຫຼາຍ​ຢ່າງ​ທີ່​ໃໝ່​ອ່ຽມ, ຄວາມ​ຈະ​ເລີນ​ຮັ່ງ​ມີ​ໃນ​ປີ​ໃໝ່.

 

ບຸນເຕັດປີລະກາ ເວົ້າເລື່ອງໄກ່ - ảnh 1

     ໃນ​ບັນ​ດາ​ການ​ຄົ້ນ​ຄວ້າ​ບູ​ຮານ​ຄະ​ດີ, ໂຕ​ໄກ່​ແມ່ນ​ຮ່ອງ​ຮອຍ​​ຂອງ​ອະ​ລິ​ຍະ​ທຳ ແລະ ວັດ​ທະ​ນະ​ທຳ​ກະ​ສິ​ກຳ​ຢູ່​ຫວຽດ​ນາມ. ​ຢູ່​ຕາມ​ເຄື່ອງ​ຂອງວັດ​ຖຸ​ບູ​ຮານ ເຊັ່ນ​ ຄ້ອງ​ບ້າງ​ດົງ​ເຊີນ, ຮູບ​ພາບ​ໂຕ​ໄກ່ ຫຼື ໂຕ​ນົກເຊິ່ງ​ແມ່ນ​ປະ​ເພດ​ສັດ​ທີ່​ສະ​ແດງ​ໃຫ້​ເຫັນຫຼາຍ​ພໍ​ສົມ​ຄວນ. ໃນ​ປະ​ເພ​ນີ​ບູ​ຊາ​ພະ​ແມ່, ບູ​ຊາ​ພະ​ອໍ​ລະ​ຫັນ ແລະ ບູ​ຊາ​ເທວະ​ດາ​ຟ້າ​ແຖນ​ຕ່າງໆ, ສັນ​ຍາ​ລັກ​ຮູບ​ໂຕ​ໄກ່  ຍາມ​ໃດ​ກໍ່​ໄດ້​ປະ​ກົດ​ເຫັນ​ຢູ່​ຕາມ​ບັນ​ດາ​ສາ​ລາ, ຫໍ​ບູ​ຊາ, ວັດ​ວາ​ອາ​ຮາມ. ກ່ອນນີ້​ນັບ​ຮ້ອຍ​ປີ, ຮູບ​ພາບ​ໂຕ​ໄກ່​ກໍ່​ໄດ້​ປະ​ກົດ​ອອກ​ຢ່າງ​ມີ​ຊີ​ວິດ​ຊີ​ວາໃນ​ພາບ​​ພື້ນ​ເມືອງ​ດົງ​ໂຮ່ ຫຼື ໃນ​ເຄື່ອງຫຼີ້ນພື້​ນ​ເມືອງ​ປະ​ເພດ​ຕ່າງໆ​ຄື: ໝາກ​ຫວີດ​ຮູບ​ໄກ່ ເຊິ່ງ​ເຮັດ​ດ້ວຍ​ດິນ​ດາກ​ຂອງ​ຊົນ​ເຜົ່າ​ນຸ່ງ.

        ໃນ​ເມື່ອ​ກ່ອນ, ຕາມ​ປົກ​ກະ​ຕິ​ແລ້ວ​ຊາວ​ຫວຽດ​ນາມ ມັກ​ໃຊ້​ໄກ່​ຜູ້​ເພື່ອ​ບູ​ຊາ​ໃນ​ຈຸ​ດ​ເວ​ລາ​ສົ່ງ​ທ​້າຍ​ປີ​ເກົ່າ​ຕ້ອນ​ຮັບ​ປີ​ໃໝ່ ດ້ວຍ​ຄວາມ​ປາ​ຖະ​ໜາ “ ເອີ້ນດວງ​ຕາ​ເວັນ ”. ຄົນ​ບູ​ຮານ​ຖື​ວ່າ: ການ​ສົ່ງ​ທ້າຍ​ປີ​ເກົ່າ​ຕ້ອນ​ຮັບ​ປີ​ໃໝ່ ແມ່ນ​ຈຸດ​ເວ​ລາ​ຄ່ຳ​ຄືນ​ດິນ​ຟ້າ​ມືດ​ມົນ​ທີ່​ສຸດ, ເພາ​ະ​ວ່ານັ້ນ​ແມ່ນ​ເວ​ລາ​ທີ່ດວງ​ຕາ​ເວັນ​ລີ້​ຕົວ​​ເລິກ​ທີ່​ສຸດ. ສາຍ​ເຫດ​ທີ່​ໄກ່​ຜູ້​ໄດ້​ຮັບ​ການ​ຄັດ​ເລືອກ​​ເປັນ​ເຄື່ອງ​ບູ​ຊາ​ທີ່​ສັກ​ສິດ​ໃນ​ຄ່ຳຄືນ​ສົ່ງ​ທ້າຍ​ປີ​ເກົ່າ​ຕ້ອນ​ຮັບ​ປີ​ໃໝ່, ເພາະ​ວ່າ​ຕາມ​ຄວາມ​ເຊື່ອ​ຖື​ຂອງ​ຊາວ​ຫວຽດ​ນາມ​ແລ້ວ ໄກ່​ຜູ້​ແມ່ນ​ຂົວ​ເຊື່ອມ​​ຈອດ​ລະ​ຫວ່າງ​ໂລກ​ມະ​ນຸດ ແລະ ໂລກ​ເທວະ​ດາ​ຟ້າ​ແຖນ. ໄກ່​ຜູ້​ແມ່ນ​ສັນ​ຍາ​ລັກ​ທາງ​ດ້ານ​ວັດ​ທະ​ນະ​ທຳ ທີ່​ສະ​ໜິດ​ຕິ​ດ​ພັນ​ກັບ​ການເຫຼື້ອ​ມ​ໃສ​ເຄົາ​ລົບ​ນັບ​ຖື​ດວງ​ຕາ​ເວັນ​ຂອງ​ຄອບ​ຄົວ​ຊາວ​ກະ​ສິ​ກອນ ແລ້ວ​ຄ່ອຍ​ກາຍ​ເປັນ​ປະ​ເພ​ນີ​ຂອງ​ຊາວ​ຫວຽດ​ນາມ​ເມື່ອ​ບຸນ​ເຕັດ​ໄດ້​ວຽນ​ມາ​ໃນ​ແຕ່​ລະ​ຄັ້ງ. ໃນ​ປະ​ຈຸ​ບັນ, ປະ​ເພ​ນີນີ້​ຍັງ​ໄດ້​ຮັກ​ສາ​ໄວ້​ຢູ່​ຄື​ເກົ່າ. ຕາມ​ປົກ​ກະ​ຕິ​ແລ້ວ ປະ​ຊາ​ຊົນ​ຈະ​ເລືອກ​ເອົາ​ບັນ​ດາ​ໄກ່​ຜູ້​​ໂຕໃຫຍ່, ແຂງ​ແຮງ ແລະ ຫ້າວ​ດີ ເພື່ອ​ບູ​ຊາ​ໃນ​​ຈຸດ​ເວ​ລາ​ສົ່ງ​ທ້າຍ​ປີ​ເກົ່າ​ຕ້ອນ​ຮັບ​ປີ​ໃໝ່. ​ພໍ່​ຕູ້ ຫງວຽນ​ຊວນ​ເວດ, ຢູ່​ບ້ານ ດົງ​ຕາວ, ເມືອງ ຄວ໋າຍ​ເຈົາ ແຂວງ​ຮືງ​ອຽນ ໃຫ້​ຮູ້​ວ່າ: 

        “ສະ​ເພາະ​ໄກ່​ຢູ່ ດົງ​ຕາວ​ແມ່ນ​ຖື​ວ່າ​ມັນ​ມີ​ຈິດ​ວິນ​ຍານ ຍ້ອນ​ບັນ​ດາ​ພໍ່​ຕູ້, ແມ່​ຕູ້​ໃນ​ເມື່ອ​ກ່ອນ​ໄດ້​​ເລົ່າສືບ​ທອດ​ມາ, ມັນ​ມີ​ສຽງ​ຂັນ​ເອີ້ນດວງ​ຕາ​ເວັນ, ໄດ້​ນຳ​ເອົາ​ແສງ​ແດດ​ກັບ​ຄືນ​ມາ​ໃຫ້​ມະ​ນຸດ​ທີ່​ຢູ່​​ໜ່ວຍ​ພິ​ພົບ. ນັບ​ແຕ່ນັ້ນ​ມາ​ເຂົາ​ເຈົ້າ​ຈຶ່ງ​ເຄົາ​ລົບ​ບູ​ຊາ ເພື່ອ​ເອົາ​ມາ​ບູ​ຊາ​ໃນ​ຄືນ​ສົ່ງ​ທ້າຍ​ປີ​ເກົ່າ​ຕ້ອນ​ຮັບ​ປີ​ໃໝ່, ໃນ​ຄ່ຳ​ຄືນ​ວັນ​ທີ່ 30 ເດືອນ​ດັບ​ມືດ​ມົນ ​ພວກ​ເຮົາບູ​ຊາ​ໄກ່​ເພື່ອ​ໃຫ້​ມີ​ແສງ​ແດດ​ກັບ​ຄືນ​ມາ. ໄກ່​ຢູ່​ດົງ​ຕາວ ແມ່ນ​ປະ​ເພດ​ໄກ່​ທີ່​ມີ​ຄ່າ ໃນ​ເມື່ອ​ກ່ອນ​ພຽງ​ແຕ່​ໃຊ້​ເປັນ​ເຄື່ອງ​ຖະ​ຫວາຍ​ຕໍ່ເຈົ້າ​ຊີ​ວິດ​ ​, ສະ​ນັ້ນ​ໄກ່​ທີ່ໄດ້​ໃຊ້ບູ​ຊາ​ບັນ​ພະ​ບູ​ລຸດ, ເທວະ​ດາ​ຟ້າ​ແຖນ​ ຈຶ່ງ​ເຮັດ​ໃຫ້​ຍິ່ງມີ​ຄຸນ​ຄ່າ

        ໃນ​ການ​ເລົ່າ​ຂານ​ສືບ​ທອດ​ກັນ​ມາ​ວ່າ ເຊີນ​ຕິງ - ທຸຍ​ຕິງ ມີ​ມາ​ແຕ່​ສະ​ໄໝ​ສ້າງສາ​ປະ​ເທດຊາດ, ໄກ່ 9 ເດືອ​ ໄດ້​ຮັບ​ການ​ເຕື້ອງ​ເຖິງວ່າ​ແມ່ນ​ໜຶ່ງ​ໃນ​ສາມ​ພິ​ທີ​​ເອົາເຄື່ອງ​ສິນ​ສອດ​ຂອງ​ເຈົ້າ​ຊີ​ວິດ​ຮຸ່ງ ເພື່ອ​ຍົກ​ບຸດ​ສາວ​ຂອງ​ຕົນ​ໃຫ້​ເປັນ​ເຈົ້າ​ຍິງ​ຂອງ​​ຜູ້​ໃດ​ຜູ້​ໜຶ່ງ ເຊິ່ງ​ລວມ​ມີ: ຊ້າງເກົ້າ​ງາ, ໄກ່​ເກົ້າ​ເດືອ, ມ້າ​ເກົ້າ​ຫອນ​. ໄກ່​ເກົ້າ​ເດືອ​ເບິ່ງ​ຄື​ວ່າ​ຍັງ​ຄົງ​ຕົວ ​ແລະ ສືບ​ຂານ​ກັນ​ມາ​ປາກ​ຕໍ່​ປາກ​ໃນ​ປະ​ຫວັດ​ສາດ​ທີ່​ມີ​ມາ​ແຕ່​ດົນ​ນານ, ແຕ່​ສິ່ງ​ທີ່​ບັງ​ເອີນ​ທີ່​ສຸດ ​ແມ່ນໃນ​ຊຸມ​ປີມໍ່ໆ​ມານີ້ ມີ​ປະ​ຊາ​ຊົນຫຼາຍ​ຄົນ​ໄດ້​ຊອກ​ຊື້​ໄກ່​ເກົ້າ​ເດືອ​ ມາ​ທຳ​ພິ​ທີ​ບູ​ຊາ​ໃນ​ຄືນ​ສົ່ງ​ທ້າຍ​ປີ​ເກົ່າ​ຕ້ອນ​ຮັບ​ປີ​ໃໝ່. ຈາກ​ພັນ​ໄກ່​ທີ່​ມີ​ຢູ່​ຕາມ​ທຳ​ມະ​ຊາດ ພັດ​ມີມາ​ຢູ່​ໃນ​ປ່າ​ໄມ້​ໃຫຍ່​ຕຶບ​ໜາ ຊວນ​ເຊີນ ແຂວງ​ຟູ໋​ເຖາະ ບ້ານ​ເກີດ​ເມືອງ​ນອນ​ຂອງເຊີນ​ຕິງ - ທຸຍ​ຕິງ, ມີ​ວິ​ສາ​ຫະ​ກິດ​ແຫ່ງ​ໜຶ່ງ​ໄດ້​ຂະ​ຫຍາຍ​ພັນ​ໄກ່​ທີ່​ມີ​ມູນ​ຄ່ານີ້​ສຳ​ເລັດ. ປີນີ້, ໄກ່​ເກົ້າ​ເດືອ​ແມ່ນ​ຜະ​ລິດ​ຕະ​ພັນ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ທີ່​ສຸດ​ໃນ​ປີ​ໄກ່ 2017 ນີ້. ເຖິງວ່າ​ລາ​ຄາ​​ຂາຍ​ໄກ່​ເກົ້າ​ເດືອ​ໃນ​ທ້ອງ​ຕະຫຼາດມີ​ລາ​ຄາ​ສູງ​ພໍ​ສົມ​ຄວນ, ໂຕ​ໜຶ່ງ​ກວ່າ 3 ລ້ານ​ດົ່ງກໍ່​ຕາມ ແຕ່​ປະ​ຊາ​ຊົນຫຼາຍ​ຄົນ​ກໍ່​ຍັງ​ຊອກ​ຊື້ຢ​ູ່. ທ່ານ ຫງວຽນ​ຍື​ຊໍ ເຈົ້າ​ຂອງ​ຮາກ​ຖານ​ຂະ​ຫຍາຍພັນ​ໄກ່​ເກົ້າ​ເດືອ ນີ້​ມີ​ຄວາມ​ພາກ​ພູມ​ໃຈ​ໂດຍໃຫ້​ຮູ້​ວ່າ:

        “ລ້ຽງ​ໄດ້​ໄກ່​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ຄື​ແບບນີ້ ແມ່ນ​ເພື່ອ​ໃຫ້​ມື້​ໄຫວ້​ເຈົ້າ​ຊີ​ວິດ​ຮຸ່ງ, ວັນ​ບຸນ​ເຕັດ ແລະ ພິ​ເສດ​ແມ່ນ​ບັນ​ດາ​ອ້າຍ​ບ່າວ​ຢາກ​ໄປ​ຂໍ​ເມຍ. ເມື່ອ​ນຳ​​ເອົາໄກ່​ເກົ້າ​ເດືອ​ມາ​ເປີດ​ຕົວ​ໃຫ້​ພໍ່​​ແມ່​ທາງເມຍ​ຄື​ສະ​ໄໝ​ກ່ອນ​ແບບນີ້ ແມ່ນ​ມີ​ຄວາມ​ຮັກ​ແພງ​ທີ່​ສຸດ

        ໂຕ​ໄກ່ ​ກໍ່​ສະ​ໜິດ​ຕິດ​ພັນ​ກັບ​ຊີ​ວິດ​ວັດ​ທະ​ນະ​ທຳ​ທາງດ້ານ​ຈິດ​ໃຈ​ຂອງຫຼາຍ​ຊົນ​ເຜົ່າ ​ໃນ​ວົງ​ຄະ​ນາ​ຍາດ​ບັນ​ດາ​ເຜົ່າ​ຫວຽດ​ນາມ. ຊາວ​ເຜົ່າ​ໄຕ ແລະ​ ຊາວ​ເຜົ່າ​ນຸ່ງ​ມີ​ຄວາມ​ສຳ​ນຶກ​ໃນ​ຄືນ​ສົ່ງ​ທ້າຍ​ປີ​ເກົ່າ​ຕ້ອນ​ຮັບ​ປີ​ໃໝ່​ວ່າ: ຖ້າ​ຫາກ​ໄກ່​ຢູ່​ເຮືອນ​ຂອງ​ຕົນ​ຮ້ອງ ຫຼື ຂັນ ກ່ອນ​ອື່ນ​ໝົດ​ຄອບ​ຄົວ​ຈະ​ປະ​ສົບ​ແຕ່​ຄວາມ​ໂຊກ​ດີ, ມີ​ຄວາມ​ຜາ​ສຸກ​ໃນ​ປີໃໝ່ ແລະ ​ຂອງ​ຂວັນບຸນ​ເຕັດ​ຂອງ​​ບັນ​ດາລູກ​ເຂີຍ ເມື່ອ​ມາ​ຢ້ຽມ​ຢາມ​ເຮືອນ​ພໍ່​ແມ່​ເມຍ​ທີ່​ມີ​ຄວາມ​ໝາຍ​ທີ່​ສຸດ ແມ່ນ​ໄກ່​ຕອນ. ບັນ​ດາ​ຜູ້​ບ່າວ​ເມື່ອ​ໄປ​ຂໍ​ເມຍ ສິ່ງ​ສຳ​ຄັນ​ທີ່​ສຸດ​ແມ່ນ​ຕ້ອງ​ມີ​ໄກ່​ຄູ່​ໜຶ່ງ. ສຳລັບ​ຊາວ​ເຜົ່າ​ມົ້ງ, ໄກ່​ຜູ້​ແມ່ນ​ສັດ​ລ້ຽງ​ສາ​ມາດ​ເຊື່ອມ​ຕໍ່​ກັບ​ໂລກ​ເທວະ​ດາ ແລະ ຊາວ​ເກີ​ຕູ ພັດ​ຖື​ວ່າ ໂຕ​ໄກ່​ແມ່ນ​ສັນ​ຍາ​ລັກ​ໃຫ້​ແກ່​ການ​ດຳ​ລົງ​ຊີ​ວິດ, ມີ​ຄວາມ​ສະ​ໜິດ​ຕິດ​ພັນ​ກັບ​ແສງ​ສະ​ຫວ່າງ, ກັບ​ດວງ​ຕາ​ເວັນ…ເພາະ​ສະ​ນັ້ນ, ໄກ່​ຕອນ​ຈຶ່ງ​ແມ່ນ​ເຄື່ອງ​ຂອງ​ບູ​ຊາເຊິ່ງບໍ່​ອາດ​ຂາດ​ໄດ້​ໃນ​ພິ​ທີ​​ຕ່າງໆ ​ຄື: ກໍ່​ຕັ້ງ​ບ້ານ, ພິ​ທີ​ຂຶ້ນ​ເຮືອນ​ໃໝ່, ບູ​ຊາ​ເຂົ້າ​ໄຮ່​ເຂົ້າ​ນາ, ເຂົ້າ​ໃໝ່…

        ສຳ​ລັບ​ຫຼາຍ​ຄອບ​ຄົວຊາວ​ຫວຽດ​ນາມ ເມື່ອ​ຊື້​ໄດ້​​ໂຕໄກ່​ທີ່​ຖືກ​ໃຈ ເພື່ອ​ຖະ​ຫວາຍ​ບູ​ຊາ​ໃນ​ຄືນ​ສົ່ງ​ທ້າຍ​ປີ​ເກົ່າ​ຕ້ອນ​ຮັບ​ປີ​ໃໝ່​, ຫຼື ຊື້​ບັນ​ດາ​ຮູບ​ແຕ້ມ, ພາບ​ແຕ້ມ, ບັດ​ໄປ​ສະ​ນີ, ​ໃບເງິນ, ຂອງ​ຂວັນ​ບຸນ​ເຕັດ​ທີ່​ເປັນ​ຮູບ​ໂຕ​ໄກ່…..ແມ່ນ​ປະ​ເພ​ນີ​ອັນ​ດີ​ງາມ​ໃນ​​ໂອ​ກາດບຸນ​ເຕັດ​ໄດ້​ວຽນ​ມາ​ໃນ​ແຕ່​ລະ​ຄັ້ງ. ບັນ​ດາ​ຮູບ​ພາບ, ຂອງ​ຂວັນ​ເຫຼົ່າ​ນີ້ ໄດ້​ສະ​ແດງ​ໃຫ້​ເຫັນ​ຄວາມ​ມຸ່ງ​ມາດ​ປາດ​ຖະ​ໜາ​ດຶງ​ດູດ​ຄວາມ​ມັ່ງ​ຄັ່ງ​ຮັ່ງ​ມີ ແລະ ຮັກ​ສາ​ໄດ້​ຖາ​ນະ​ຕຳ​ແໜ່ງ​ ​ໃນ​ໜ້າ​ທີ່​ການ​ງານ​ໄວ້ ຢ່າງ​ສະ​ຫງ່າ​ລາ​ສີ, ການ​ດຳ​ລົງ​ຊີ​ວິດ​​ກໍ່​ປະ​ສົບ​ແຕ່​ຄວາມ​ໂຊກ​ດີ.

ຕອບກັບ

ຂ່າວ/ບົດ​ອື່ນ