ຢືນຢັນສີສັນວັດທະນະທຳຫວຽດນາມໃນພື້ນຖານອະລິຍະທຳຂອງມະນຸດ

(vovworld) - ສີ​ສັນ​ວັດ​ທະ​ນະ​ທຳ ຫວຽດ​ນາມ ​ທີ່ສະ​ແດງ​ອອກ​ໃນ​ບັນ​ດາ​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ ໄດ້​ຮັບ​ການ​ຮັບ​ຮອງ​ຈາກ​ອົງ​ການ​ວັດ​ທະ​ນະ​ທຳ - ວິ​ທະ​ຍາ​ສາດ - ການ​ສຶກ​ສາ ຂອງ ສະ​ຫະ​ປະ​ຊາ​ຊາດ (UNESCO) ວ່າ ແມ່ນ​ມໍ​ລະ​ດົກ​ໂລກ. ພ້ອມກັນຂະ​ບວນ​ວິ​ວັດ​ແຫ່ງ​ການເຊື່ອມ​ໂຍງ​ເຂົ້າ​ກັບ​ເສດ​ຖະ​ກິດ, ບັນ​ດາ​ຄຸນ​ຄ່າ​ວັດ​ທະ​ນະ​ທຳ​ຂອງ ຫວຽດ​ນາມ ກໍ່​ແຜ່​ຂະ​ຫຍາຍ​ອອກ​ສູ່ໂລກ.

ຢືນຢັນສີສັນວັດທະນະທຳຫວຽດນາມໃນພື້ນຖານອະລິຍະທຳຂອງມະນຸດ - ảnh 1
ພິທີເຂົ້າຊົມພະແມ່ (ພາບ: ອິນເຕີແນັດ)

       ວັນ​ທີ 1/12/2016, ຢູ່​ວາ​ລະ​ປະ​ຊຸມ​ຂອງ​ຄະ​ນະ​ກຳ​ມະ​ການ​ລະ​ຫວ່າງ​ລັດ​ຖະ​ບານ ກ່ຽວ​ກັບ​ການ​ຮັກ​ສາ​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ບໍ່​ມີ​ຮູບ​ຮ່າງ​ຄັ້ງ​ທີ 11 ຂອງ UNESCO ເຊິ່ງ​ດຳ​ເນີນ​ຢູ່​ນະ​ຄອນ Addis Ababa, ປະ​ເທດ ສາ​ທາ​ລະ​ນະ​ລັດ ປະ​ຊາ​ທິ​ປະ​ໄຕ ສະ​ຫະ​ພັນ Ethiopia, ມໍ​ລະ​ດົກເຊື່ອ​ຖື​ບູ​ຊາ​ພະ​ແມ່ຕາມ​ຝູ ຂອງ ຫວຽດ​ນາມ ໄດ້​ຮັບ​ການ​ຮັບ​ຮອງວ່າ​ເປັນ​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ບໍ່​ມີ​ຮູບ​ຮ່າງ​​ທີ່​ເປັນ​ຕົວ​ແທນຂອງມວນ​ມະ​ນຸດ…ໂດຍ​ໄດ້ຮັບ​ຖື​ວ່າ​ແມ່ນ “ຫໍ​ພິ​ພິ​ທະ​ພັນ” ກ່ຽວ​ກັບ​ປະ​ຫວັດ​ສາດ, ມໍ​ລະ​ດົກ, ແລະ ສີ​ສັນ​ວັດ​ທະ​ນະ​ທຳ​ຂອງ​ຊາວ ຫວຽດ​ນາມ, ການ​ເຊື່ອ​ຖື​ບູ​ຊາ​ພະ​ແມ່​ຕາມ​ຝູ​ ຊ້ອນ​ແຝງບັນ​ດາ​ຄຸນ​ຄ່າ​ຄຸນ​ສົມ​ບັດ ແລະ ວັດ​ທະ​ນະ​ທຳ​ມະ​ນຸດ​ຢ່າງ​ເລິກ​ເຊິ່ງ. ນັ້ນ​ແມ່ນສິນ​ທຳທີ່​ວ່າ “ກິນ​ເຂົ້າ​ຄິດ​ຮອດ​ຄຸນ​ນາ, ກິນ​ປາ​ຄິດ​ຮອດ​ຄຸນ​ນ້ຳ” ໃນ​ນັ້ນ​ແມ່ - ພະ​ແມ່​ແມ່ນ​ໃຈ​ກາງ. ຜູ້​ກຳ​ກັບ​ການ​ສະ​ແດງ ຫງວຽນ​ມິງ​ຕ໋ວນ, ຜູ້​ແຕ່​ງຮູບ​ເງົາ​ບັນ​ທຶກ​ໂທ​ລະ​ພາບ “ຫວຽດ​ນາມ ແລະ ວັດ​ທະ​ນະ​ທຳ​ບູ​ຊາ​ພະ​ແມ່” ນັບຮ້ອຍພາກໄດ້​ໄຈ້​ແຍກວ່າ:

        “ຄວາມ​ໝາຍ​ພົ້ນ​ເດັ່ນ​ຂອງ​ການ​ເຊື່ອ​ຖື​ບູ​ຊາ​ພະ​ແມ່ ແມ່ນ​ຍົກ​ສູງນ້ຳ​ໃຈ​ສາ​ມັກ​ຄີ​ຊົນ​ຊາດ, ​ເຊິ່ງ​ສະ​ແດງ​ອອກ​ຢ່າງ​ຈະ​ແຈ້ງ​ໃນ​ການເຂົ້າ​ຊົງ, ນອກ​ນັ້ນ​ກໍ່ເຊີດ​ຊູ​ວັດ​ທະ​ນະ​ທຳ​ຂອງ​ບັນ​ດາ​ເຜົ່າ​ຄື: ຊາວ​ເຜົ່າ​ຢ້າວ, ມົ້ງ, ນຸ່ງ…. ການ​ເຊື່ອ​ຖື​ບູ​ຊາ​ພະ​ແມ່​ຍັງສະ​ແດງ​ໃຫ້​ເຫັນ​ລັດ​ທິ​ວິ​ລະ​ຊົນ​ແຫ່ງ​ຊາດ, ເພາະ​ວ່າ​​ມີຫຼາຍຕົວ​ລະ​ຄອນໃນ​ການ​ເຂົ້າ​ຊົງແມ່ນ​ບັນ​ດາ​ວິ​ລະ​ຊົນ​ຂອງ​ຊາດ”.

ຢືນຢັນສີສັນວັດທະນະທຳຫວຽດນາມໃນພື້ນຖານອະລິຍະທຳຂອງມະນຸດ - ảnh 2
ພິທີເຂົ້າຊົມພະແມ່ (ພາບ: ອິນເຕີແນັດ)

        ນັບ​ແຕ່​ເມື່ອ​ມໍ​ລະ​ດົກ​ກຸ້ງ​ເກົ່າ​ເຫວ໋ ໄດ້​ຮັບການ​ຮັບ​ຮອງວ່າ​ເປັນ​ມໍ​ລະ​ດົກ​ໂລກ​ເມື່ອ​ປີ 1993 ມາ​ຮອດ​ປະ​ຈຸ​ບັນ, ໄດ້​ມີ 22 ມໍ​ລະ​ດົກ​ຂອງ ຫວຽດ​ນາມ ໄດ້​ຮັບ​ການ​ຮັບ​ຮອງ​ຈາກ UNESCO ວ່າ​ເປັນ​ມໍ​ລະ​ດົກ​ໂລກ​ເຊັ່ນ: ທັດ​ສະ​ນີ​ຍະ​ພາບ​ອ່າວ ຫ້າ​ລອງ, ປູ​ຊະ​ນີ​ຍະ​ສະ​ຖານ ມີ້​ເຊີນ, ເມືອງ​ເກົ່າ ໂຫ້ຍ​ອານ, ຟອງ​ຍາ​ແກ​ບ່າງ, ພະ​ລາ​ຊະ​ວັງ ທັງ​ລອງ, ກຳ​ແພງ​ສະ​ໄໝ​ລາ​ຊະ​ວົງ ໂຮ່, ທັດ​ສະ​ນີ​ຍະ​ພາບ ຈ່າງ​ອານ, ວັດ​ທະ​ນະ​ທຳ​ຄ້ອງ ໄຕ​ງວຽນ, ການ​ເຊື່ອ​ຖື​ບູ​ຊາ​ເຈົ້າ​ຊີ​ວິດ ຮຸ່ງ, ງານ​ບຸນ ຢ໋ອງ​ຢູ່​ວິ​ຫານ ຊອກ ແລະ ຝູ່​ດົງ, ການ​ເຊື່ອ​ຖື​ບູ​ຊາ​ພະ​ແມ່… ບັນ​ດາ​ມໍ​ລະ​ດົກ​ຂອງ ຫວຽດ​ນາມ ໄດ້​ຮັບ​ການ​ຮັບ​ຮອງ​ລວມ​ມີ 3 ປະ​ເພດ: ມໍ​ລະ​ດົກ​ທຳ​ມະ​ຊາດ​ໂລກ, ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ໂລກ, ມໍ​ລະ​ດົກ​ສັງ​ລວມ​ວັດ​ທະ​ນະ​ທຳ ແລະ ທຳ​ມະ​ຊາດ​ໂລກ. ບັນ​ດາ​ມໍ​ລະ​ດົກ​ໄດ້​ຮັບ​ການ​ສ້າງ​ຂຶ້ນ​ຈາກ​ທຳ​ມະ​ຊາດ, ປະ​ເທດ​ຊາດ, ຊາວ ຫວຽດ​ນາມ, ເມື່ອ​ໄດ້​ຮັບ​ການ​ຮັບ​ຮອງ​ຈາກ UNESCO, ມັນ​ໄດ້​ກາຍ​ເປັນ​ເຄື່ອງ​ໝາຍ​ວັດ​ທະ​ນະ​ທຳ​ຂອງ ຫວຽດ​ນາມ​ໃນ​ຂອບ​ເຂດ​ທົ່ວ​ໂລກ. ທ່ານ ຟ້າມ​ແຊງ​ເຈົາ, ທູດ​ພິ​ເສດ​ຂອງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ກ່ຽວ​ກັບ​ບັນ​ຫາ UNESCO, ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ກຳ​ມະ​ການ​ແຫ່ງ​ຊາດ UNESCO ຂອງ ຫວຽດ​ນາມ, ໃຫ້​ຮູ້​ວ່າ:

        “ບາງ​ເທື່ອ​ເຮົາ​ບໍ່​ເຂົ້າ​ໃຈ​ບັນ​ດາ​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ຂອງ​ຕົນ​ໄດ້​ໝົດ, ​ຈົນ​ຮອດ​ເວ​ລາ​​ໄດ້​ຮັບ​ນາມ​ມະ​ຍົດ​ຈາກ UNESCO, ​ພວກ​ເຮົາ​ຈຶ່ງ​ເຂົ້າ​ໃຈ​ໄດ້ວ່າ​​ປະ​ເທດຕົນ​ມີຫຼາຍ​ສິ່ງຫຼາຍ​ຢ່າງ​ທີ່​ລ້ຳ​ຄ່າ. ຍິ່ງ​ເຊື່ອມ​ໂຍງ​ເທົ່າ​ໃດ​ພວກ​ເຮົາ​ຍິ່ງ​ມີ​ເງື່ອນ​ໄຂ​ເພື່ອ​ເຂົ້າ​ໃຈ​ວ່າ, ພວກ​ເຮົາມີ​​​ສີ​ສັນ​ວັດ​ທະ​ນະ​ທຳອຸ​ດົມ​ສົມ​ບຸນ​ທີ່​ສຸດ. ​ປະ​ເທດເຮົາ​ທີ່​ມີ​ພື້ນ​ຖານ​ເສດ​ຖະ​ກິດ​ພັດ​ທະ​ນາ, ​ມີ​ຄວາມນິ​ຍົມ​ວັດ​ທະ​ນະ​ທຳ, ການ​ສຶກ​ສາ ແລະ ມີ​ສີ​ສັນ​ວັດ​ທະ​ນະ​ທຳ​ທີ່​ອຸ​ດົມ​ສົມ​ບຸນ. ສິ່ງ​ດັ່ງ​ກ່າວ​ເຮັດ​ໃຫ້​ພວກ​ເຮົາ​ມີ​ຄວາມ​ເອກ​ອ້າງ​ທະ​ນົງ​ໃຈ ແລະ ຟົດ​ຟື້ນກວ່າ”.

ຢືນຢັນສີສັນວັດທະນະທຳຫວຽດນາມໃນພື້ນຖານອະລິຍະທຳຂອງມະນຸດ - ảnh 3
ພິທີເຂົ້າຊົມພະແມ່ (ພາບ: ອິນເຕີແນັດ)

        ນັບ​ແຕ່​ມໍ​ລະ​ດົກ​ທຳ​ອິດ​ຂອງ​ຫວຽດ​ນາມ​ໄດ້​ຮັບ​ການ​ຮັບ​ຮອງເປັນ​ມໍ​ລະ​ດົກ​ໂລກ, ຫວຽດ​ນາມ​ກໍ່​ເຂົ້າ​ຮ່ວມ​ຢ່າງ​ຕັ້ງ​ໜ້າ​ເຂົ້າ​ໃນ 3 ສົນ​ທິ​ສັນ​ຍາ​ສາ​ກົນ​ກ່ຽວ​ກັບ​ວັດ​ທະ​ນະ​ທຳ​ຂອງ UNESCO, ສະ​ແດງ​ໃຫ້​ເຫັນ​ຄວາມ​ຮັບ​ຜິດ​ຊອບ​ຂອງ ຫວຽດ​ນາມ ທີ່​ມີ​ຕໍ່​ຄຸນ​ຄ່າ​ວັດ​ທະ​ນະ​ທຳ​ຂອງມວນ​ມະ​ນຸດ. ຫວຽດ​ນາມ​ໄດ້​ສົມ​ທົບ​ກັບ UNESCO ໂຄ​ສະ​ນາ​ເຮັດ​ໃຫ້​ບັນ​ດາ​ຄຸນ​ຄ່າ​ວັດ​ທະ​ນະ​ທຳ​ຂອງ ຫວຽດ​ນາມ ແຜ່​ຂະ​ຫຍາຍ​ອອກ​ສູ່​ປະ​ຊາ​ຄົມ​ໂລກ. ທ່ານ​ນາງ Susan Vize, ຜູ້​ຮັກ​ສາ​ການ​ຫົວ​ໜ້າ​ຜູ້​ຕາງ​ໜ້າ​ຫ້ອງ​ການ UNESCO ປະ​ຈຳ ຫວຽດ​ນາມ, ໃຫ້​ຮູ້​ວ່າ:

        “ການ​ຮ່ວມ​ມື​ຢ່າງ​ແຮງ​ລະ​ຫວ່າງ UNESCO ແລະ ຫວຽດ​ນາມ ແມ່ນ​ໜຶ່ງ​ໃນ​ບັນ​ດາ​ຕົວ​ຢ່າງ​ທີ່​ດີ​ເດັ່ນ​ຢູ່​ໃນ​ໂລກ, ສະ​ແດງ​ໃຫ້​ເຫັນ​ຄວາມ​ສຳ​ຄັນ​ຂອງ​ການ​ຮ່ວມ​ມື ແລະ ເລື່ອງ​ຖືວັດ​ທະ​ນະ​ທຳ​ເປັນ​ໃຈ​ກາງຂອງ​ການພັດ​ທະ​ນາ​ເພື່ອສ້າງການ​ປ່ຽນ​ແປງ​ໃຫ້​ແກ່​ປະ​ເທດ. ຫຽດ​ນາມ ໄດ້​ມີ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ພໍ​ສົມ​ຄວນ ເມື່ອ​ທຽບ​ໃສ່ຫຼາຍ​ປະ​ເທດ​ໃນ​ໂລກ​​”.

        ເລື່ອງ​ການ​ເຊື່ອ​ຖື​ບູ​ຊາ​ພະ​ແມ່​ຕາມ​ຝູ​ຂອງ​ຊາວ ຫວຽດ​ນາມ ແລະ ບັນ​ດາ​ມໍ​ລະ​ດົກ​ອື່ນໆ​ຂອງ ຫວຽດ​ນາມ ໄດ້​ຮັບ​ການ​ຮັບ​ຮອງ​ຈາກ UNESCO ວ່າ​ເປັນ​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ຂອງມວນ​ມະ​ນຸດ​ນັ້ນ, ດ້ານ​ໜຶ່ງ​ຈະ​ປະ​ກອບ​ສ່ວນ​ເພີ່ມ​ທະ​ວີ​ທີ່​ຕັ້ງ, ບົດ​ບາດ​ຂອງ​ມໍ​ລະ​ດົກ​ທີ່​ມີ​ຕໍ່​ສັງ​ຄົມ, ເຮັດ​ໃຫ້​ວັດ​ທະ​ນະ​ທຳຂອງ ຫວຽດ​ນາມ ແລະ         ມວນ​ມະ​ນຸດ​ອຸ​ດົມ​ສົມ​ບຸນ​ຍິ່ງ​ຂຶ້ນ. ດ້ານ​ໜຶ່ງ​ອີກ​ມັນ​ຈະ​ເຮັດ​ໃຫ້​ປະ​ຊາ​ຄົມ​ມີ​ຄວາມ​ເຂົ້າ​ໃຈ​ຢ່າງ​ເລິກ​ເຊິ່ງກວ່າ​ ກ່ຽວກັບ​ມໍ​ລະ​ດົກ​ຂອງ​ຕົນ ເພື່ອ​​ມີ​ຄວາມເອກ​ອ້າງ​ທະ​ນົງ​ໃຈ ແລະ ຕັ້ງ​ໜ້າກວ່າ​ໃນ​ການ​ປົກ​ປັກ​ຮັກ​ສາ ແລະ ເສີມ​ຂະ​ຫຍາຍ​ຄຸນ​ຄ່າ​ຂອງ​ມໍ​ລະ​ດົກ. ເປັນ​ອັນ​ວ່າ, ເລື່ອງ​ຮັບ​ຮອງ​ບັນ​ດາ​​ມໍ​ລະ​ດົກ ຫວຽດ​ນາມ​ ເປັນ​ມໍ​ລະ​ດົກ​ໂລກ​ນັ້ນ, ທັງ​ຊ່ວຍ​ໃຫ້​ປະ​ຊາ​ຄົມ​ໂລກ​ມີ​ຄວາມ​ເຂົ້າ​ໃຈ​ຢ່າງ​ເລິກ​ເຊິ່ງ​ກ່ຽວກັບ​ບັນ​ດາຄຸນ​ຄ່າ​ວັດ​ທະ​ນະ​ທຳ ຫວຽດ​ນາມ, ທັງ​ຊ່ວຍ​ປະ​ຊາ​ຊົນ ຫວຽດ​ນາມ ຮັບ​ຮູ້​ໄດ້​ຄວາມ​ຮັບ​ຜິດ​ຊອບ​ຂອງ​ຕົນ​ຕໍ່​ບັນ​ດາ​ຄຸນ​ຄ່າ​ວັດ​ທະ​ນະ​ທຳ​ມະ​ນຸດ. ຜ່ານ​ນັ້ນ, ຊາວ ຫວຽດ​ນາມ ຈະ​ຮັບ​ເອົາ​ບັນ​ດາ​ປັດ​ໃຈ​ວັດ​ທະ​ນະ​ທຳ​ທີ່​ກ້າ​ວ​ໜ້າ, ລົບ​​ລ້າງ​ບັນ​ດາ​ປັດ​ໃຈ​ວັດ​ທະ​ນະ​ທຳ​ທີ່ຫຼ້າຫຼັງ, ກົດ​ໜ່ວງ​ການ​ພັດ​ທະ​ນາ ເພື່ອ​ສ້າງ​ຮູບ​ພາບ​ວັດ​ທະ​ນະ​ທຳ​ໃໝ່​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ຂອງ ຫວຽດ​ນາມ.

ຕອບກັບ

ຂ່າວ/ບົດ​ອື່ນ