ທ່ານ ຕະດິ່ງຮູຍ ຜູ້ປະດິດສ້າງເຄື່ອງຈັກກະສິກຳອະເນກປະສົງ

(VOVWORLD) -ເຖິງວ່າ ຮຽນຈົບພຽງແຕ່ຊັ້ນມັດທະຍົມຕອນປາຍ ແລະ ບໍ່ໄດ້ເຂົ້າຮ່ວມຊຸດຮຽນກ່ຽວກັບກົນຈັກ, ເຕັກນິກທາງການໃດໆກໍຕາມ ແຕ່ດ້ວຍຄວາມເມົາມົວ ແລະ ມີຫົວຄິດປະດິດສ້າງ, ອ້າຍ ຕະດິ່ງຮູຍ ຢູ່ ບ້ານ ອານໝີ໋, ຕາແສງ ເທຶ້ອງວຶກ ເມືອງ ເຈືອງໝີ໋ ນະຄອນ ຮ່າໂນ້ຍ ກໍໄດ້ປະສົບຜົນສຳເລັດໃນການປະດິສ້າງເຄື່ອງຈັກກະສິກຳອະເນກປະສົງ. ບັນດາເຄື່ອງຈັກກະສິກຳເຫລົ່ານີ້ ໄດ້ຊ່ວຍໍ່ແມ່ຊາວກະສິກອນຫລຸດຜ່ອນແຮງງານ ແລະ ນຳມາເຊິ່ງສະມັດຕະພາບສູງ.

ຕະດິ່ງຮູຍ ເກີດປີ 1982, ຄວາມໄຝ່ຝັນຢາກເຂົ້າຮຽນຢູ່ມະຫາວິທະຍາໄລກົນຈັກຂອງຊາຍໜຸ່ມທີ່ຮຽນຢູ່ຫ້ອງມໍ 5 ທີ່ພວມເຕັມໄປດ້ວຍຄວາມຫວັງນັ້ນ ທັນໃດກໍຖືກ “ຢຸດສະງັກ” ເມື່ອພໍ່ຂອງ ຮູຍ ເສຍຊີວິດ. ຍ້ອນເສົາຄ້ຳທາງດ້ານເສດຖະກິດ ແລະ ດ້ານຈິດໃຈຂອງຄອບຄົວບໍ່ມີແລ້ວ ແລະ ອີຕົນແມ່ທີ່ຕ້ອງຂະຫຍັນເຮັດວຽກຢ່າງໜັກ ເພື່ອລ້ຽງ 2 ອ້າຍນ້ອງກິນຢູ່ ຮ່ຳຮຽນ, ສະນັ້ນ ຕະດິ່ງຮູຍ ໄດ້ປະຄວາມໄຝ່ຝັນ, ເມື່ອຮຽນຈົບມໍ 7, ຮູຍ ໄດ້ໄປແຂວງ ຖ໋າຍງວຽນ ສ້າງອາຊີບ ດ້ວຍການຮຽນວິຊາຊີບ ຂະແໜງສ້ອມແປງລົດຈັກ. ເມື່ອຮຽນຈົບວິຊາຊີບ, ອ້າຍ ຮູຍ ກັບເມືອເປີດຮ້ານຢູ່ບ້ານ, ຫນູນຊ່ວຍເສດຖະກິດໃຫ້ຄອບຄົວ. ຍ້ອນເປັນຄົນທີ່ມັກຊອກຮູ້ຮ່ຳຮຽນ, ນອກຈາກວຽກສ້ອມແປງລົດຈັກແລ້ວ, ຮູຍ ຍັງມີຄວາມເມົາມົວໃນການຄົ້ນຄວ້າປະດິດຄິດສ້າງເຄື່ອງຈັກກະສິກຳ ທີ່ສ້າງຄວາມສະດວກໃຫ້ແກ່ຊາວກະສິກອນນຳອີກ. ອ້າຍ ຕະດິ່ງຮູຍ ເລົ່າສູ່ຟັງວ່າ:

        ດ້ວຍຄວາມເມົາມົຂອງຂ້າພະເຈົ້າເອງແມ່ນ ອາຊີບກ່ຽວກັບກົນຈັກ. ທຳອິດ ຂ້າພະເຈົ້າເຮັດພຽງແຕ່ບັນດາສິ່ງທີ່ກ່ຽວຂ້ອງເຖິງດ້ານຄົມມະນາຄົມເທົ່ານັ້ນ, ຫລັງຈາກນັ້ນ ຂ້າພະເຈົ້າໄດ້ຕັດສິນໃຈເຮັດເຄື່ອງຈັກຮັບໃຊ້ໃຫ້ແກ່ວຽກງານກະສິກຕື່ມອີກ. ຂ້າພະເຈົ້າເຮັດເຄື່ອງຈັກຮັບໃຊ້ໃຫ້ແກ່ວຽກງານກະສິກຳ ກໍຍ້ອນວ່າ ຂ້າພະເຈົ້າແມ່ນຜູ້ໜຶ່ງທີ່ເປັນຊາວກະສິກອນ. ຂ້າພະເຈົ້າມີຄວາມເຂົ້າໃຈແຈ້ງເຖິງຄວາມລຳບາກຂອງຊາວກະສິກອນ ແລະ ວຽກງານຂອເຂົາເຈົ້າ.

ທ່ານ ຕະດິ່ງຮູຍ ຜູ້ປະດິດສ້າງເຄື່ອງຈັກກະສິກຳອະເນກປະສົງ - ảnh 1 ທ່ານ ຕະດິ່ງຮູຍ - ເຄື່ອງຈັກກະສິກຳອະເນກປະສົງ

(ພາບ: dantri.com)

ຕະດິ່ງຮູຍ ໄດ້ໄປທົ່ວທຸກຫົນແຫ່ງ ເພື່ອເດີນຕາມຄວາມໄຝ່ຝັນຂອງຕົນ ແລະ ເພື່ອຄົ້ນຄວ້າກ່ຽວກັບເຄື່ອງຈັກກະສິກຳ. ຮອດປີ 2005, ອ້າຍ ຮູຍ ປະສົບຜົນສຳເລັດເປັນຄັ້ງທຳອິດ ເມື່ອຜະລິດບັນດາເຄື່ອງຈັກແບບງ່າຍດາຍໄດ້ ຄື: ຈັກສູບນ້ຳ, ເຄື່ອງຈັກສີດຢາຂ້າແມງໄມ້, ຈັກຍົກ ຫຼື ແກ່ເຄື່ອງ… ແຕ່ຍັງບໍ່ເພິ່ງພໍໃຈຕົນເອງ, ຕະດິ່ງຮູຍ ໄດ້ສືບຕໍ່ຊອກຄົ້ນປັບປຸງ, ດັດແກ້ບັນດາເຄື່ອງຈັກເຫຼົ່ານັ້ນອີກ. ປີ 2013, ຮູຍ ໄດ້ເປີດຕົວເຄື່ອງຈັກທີ່ເຮັດໄດ້ 7 ໜ້າທີ່, ແລ້ວຮອດປີ 2014 ແມ່ນເຄື່ອງຈັກທີ່ເຮັດໄດ້ 8 ໜ້າທີ່ ເຊິ່ງໄດ້ຮັບລາງວັນທີ 1 ຂອງນັກປະດິດສ້າງ ປີ 2014. ພາຍຫຼັງຄົ້ນຄິດ ແລະ ປັບປຸງຍົກລະດັບຫຼາຍຄັ້ງ, ຈາກເຄື່ອງຈັກທີ່ເຮັດໄດ້ 10 – 12 ໜ້າທີ່, ມາຮອດປັດຈຸບັນ ເຄື່ອງຈັກກະສິກຳທີ່ອ້າຍ ຮູຍ ຜະລິດແມ່ນມີເຖິງ 15 ໜ້າທີ່ ທີ່ແຕກຕ່າງກັນ. ຈາກບ້ານ ອານໝີ໋, ປັດຈຸບັນ ເຄື່ອງຈັກກະສິກຳໂດຍ ອ້າຍ ຮູຍ ປະດິດສ້າງໄດ້ມີຢູ່ທົ່ວທົ່ງນາ ຫວຽດນາມ. ອ້າຍ ຕະດິ່ງຮູຍ ໃຫ້ຮູ້ວ່າ:

        ເຄື່ອງຈັກກະສິກຳຂອງຂ້າພະເຈົ້າ ໄດ້ຈົດທະບຽນລິຂະສິດດ້ວຍຊື່ເອີ້ນແມ່ນ ເຄື່ອງຈັກອະເນກປະສົງ, ໝາຍວາມວ່າແມ່ນເຄື່ອງຈັກທີ່ວບລວມຫຼາຍໜ້າທີ່, ຊ້ຳບໍ່ໜຳເກືອບວ່າທັງໝົດວຽກງານຂອງຊາວກະສິກອນ, ນັບແຕ່ຂັ້ນຕອນການໄຖ, ຄາດ, ຈົກຕັກ ຕະຫຼອດຮອດຂັ້ນຕອນການບົລະບັດຮັກສາ ຄື: ສູບຫົດນ້ຳ, ໃສ່ຝຸ່ນ, ການເກັບກ່ຽວ ເຄືື່ອງຈັກມີຫຼາຍແບບເພື່ອໃຫ້ເໝາະສົກັບຮູບແບບ, ຕົວຢ່າງຄື: ຮູບແບບປູກຜັກ, ເຮັດເຮືອສວນ, ຢູ່ໜ່ວຍພູ ຫຼື ຮູບແບບເຮັດນາທາມ, ຮູບແບບ້າພຽງ ຫຼື ຮູບແບບຫຼຸບໂນນ. ສະມັດຕະພາບຂອງເຄື່ອງຈັກໜຶ່ງແມ່ນເທົ່າກັບແຮງງານ 20 ຄົນ, ຈັກແລ່ນດ້ວຍນ້ຳມັນແອັດຊັງ, ຄວາມແຮງແມ່ນ ແຕ່ 5 7 ແຮງມ້າ. ປັດຈຸບັນ ຜະລິດຕະພັນໄດ້ົມໃຊ້ຢູ່ທັງໝົດ 63 ແຂວງ, ນະຄອນໃນທົ່ວປະເທດ ແລະ ສົ່ງອອກໄປຍັງ ລາວ ແລະ ກຳປູເຈຍ ນຳອີກ.

        ຜະລິດຕະພັນເຄື່ອງຈັກກະສິກຳໂດຍອ້າຍ ຮູຍ ຜະລິດແມ່ນອຸດົມສົມບູນ, ຫຼາຍຮູບຫຼາຍແບບ, ເຄື່ອງຈັກເຮັດໄດ້ແຕ່ 1 - 15 ໜ້າທີ່. ລາຄາຖືກສົມຄວນ ເມື່ອທຽບໃສ່ບັນດາປະເພດເຄື່ອງຈັກທີ່ນຳເຂົ້າຈາກຕ່າງປະເທດ ປະມານ 6 – 20 ລ້ານດົ່ງ, ຄິດໄລ່ແລ້ວແມ່ນບໍ່ເທົ່າກັບລາຄາລົດຈັກ 1 ຄັນ, ສະນັ້ນ ບັນດາຄອບຄົວຊາວກະສິກອນລ້ວນແຕ່ສາມາດຊື້ໄດ້.

        ບໍ່ພຽງແຕ່ສ້າງຄວາມຮັ່ງມີໃຫ້ຕົນເອງ, ສ້າງຄວາມສະດວກສະບາຍໃຫ້ແກ່ຊາວກະສິກອນເທົ່ານັ້ນ, ໂຮງງານຜະລິດຂອງອ້າຍ ຮູຍ ຍັງສ້າງວຽກເຮັດງານທຳໃຫ້ແຮງງານຫຼາຍຄົນນຳອີກ. ອ້າຍ ຕະດິ່ງຮູຍ ໃຫ້ຮູ້ຕື່ມອີກວ່າ:

        ຂ້າພະເຈົ້າສ້າງຕັ້ງບໍລິສັດຜະິດເຄື່ອງຈັກກະສິກທີ່ມີື່ວ່າ AHM, ມີຄວາມໝາຍວ່າ ອ້າຍ ຮູຍ ເຄື່ອງຈັກ. ບໍລິສັດມີ 20 ຄົນ, ໃນນັ້ນ ມີກຳມະອນເຕັກນິກ, ປະກອບ, ຈອດ, ມີຫ້ອງບັນຊີ, makerting. ປັດຈຸບັນ ມີຄົນພິການ 4 ຄົນພວມເຮັດວຽກຢູ່ບໍລິສັດ. ເຂົາເຈົ້າເຮັດວຽກຫ້ອງການ, ຂາຍເຄື່ອງ, ໃຫ້ຄຳປຶກສາ ຄວາມສົນໃຈໃນການລິມະສິດໄດ້ສ້າງວຽກເຮັດງານທຳໃຫ້ບັນດາຄົນພິການ ແມ່ນຂ້າພະເຈົ້າມີຄວາມເອົາໃຈໃສ່ກວ່າໝູ່.

        ໂດຍບໍ່ຢຸດຢູ່ພຽງແຕ່ວຽກສ້າງເຄື່ອງຈັກກະສິກຳອະເນກປະສົງເທົ່ານັ້ນ, ຕະດິ່ງຮູຍ ຍັງໝົກໝົ້ນຢູ່ກັບຄວາມຄິດໃນການປະຕິບັດຄວາມໄຝ່ຝັນສ້າງເຄື່ອງຈັກກະສິກຳ made in Vietnam ໃຫ້ປະກົດຜົນເປັນຈິງ, ປະກອບສ່ວນຍູ້ແຮງການນຳໃຊ້ກົນຈັກຮັບໃຊ້ກະສິກຳ. ດ້ວຍບັນດາການຄົ້ນຄວ້າ ແລະ ປະດິດຄິດສ້າງຂອງຕົນແລ້ວ, ອ້າຍ ຕະດິ່ງຮູຍ ກໍເປັນກຽດໄດ້ຮັບລາງວັນອັນສູງສົ່ງຫຼາຍລາງວັນໂດຍລັດ ແລະ ນະຄອນ ຮ່າໂນ້ຍມອບໃຫ້ . ປີ 2016, ຕະດິ່ງຮູຍ ໄດ້ຮັບໃບຍ້ອງຍໍຈາກ ທ່ານນາຍົກລັດຖະມົນຕີ ຫວຽດນາມ; ສູນກາງຄະນະຊາວໜຸ່ມກອມມູນິດ ຫວຽດນາມ ໄດ້ຮັບຮອງເອົາເປັນ 1 ໃນ 10 ຊາວຫນຸ່ມເປັນແບບຢ່າງດີເດັ່ນ ຫວຽດນາມ . ປີ 2017, ນະຄອນ ຮ່າໂນ້ຍ ໄດ້ເຊີດຊູ ອ້າຍ ຮູຍ ເປັນກຳມະກອນດີເດັ່ນຂອງນະຄອນຫຼວງ.

ຕອບກັບ

ຂ່າວ/ບົດ​ອື່ນ