ທ່ານ ຫງວຽນດຶກເກື່ອງ, ພົນລະເມືອງດີເດັ່ນຂອງນະຄອນຫຼວງ ຮ່າໂນ້ຍ ປີ 2018

(VOVWORLD) -ໂດຍເປັນຫົວໜ້າໜ່ວຍງານ ໜ່ວຍສ້ອມແປງກົນຈັກ, ໄຟຟ້າ ທີ່ຂຶ້ນກັບ ໂຮງງານຜະລິດອຸປະກອນເຕັກໂນໂລຊີ, ບໍລິສັດ ຫຸ້ນສ່ວນ ກົນຈັກໄຟຟ້າ ທົ໋ງເຍິດ, ທ່ານ ຫງວຽນດຶກເກື່ອງ ແມ່ນແບບຢ່າງແຮງງານຜະລິດເກັ່ງ, ມີຄວາມດຸໝັ່ນຂະຫຍັນພຽນ, ມີຫົວຄິດປະດິດສ້າງ. ຫວ່າງມໍ່ໆມານີ້, ທ່ານເປັນກຽດໄດ້ຮັບນາມມະຍົດ ເປັນພົນລະເມືອງດີເດັ່ນຂອງນະຄອນຫຼວງ ຮ່າໂນ້ຍ ປີ 2018 ໂດຍຄະນະກຳມະການປະຊາຊົນນະຄອນ ຮ່າໂນ້ຍ ມອບໃຫ້.

ທ່ານ ຫງວຽນດຶກເກື່ອງ ເກີດປີ 1960 ຢູ່ ຮ່າໂນ້ຍ ໃນຄອບຄົວທີ່ມີມູນເຊື້ອເຮັດອາຊີບກ່ຽວກັບກົນຈັກ, ເຄື່ອງໄຟຟ້າ. ພໍ່ຂອງທ່ານເຄີຍເປັນນັກວິສະວະກອນ ເຮັດວຽກຢູ່ ກົມໃຫຍ່ເຕັກນິກ, ກະຊວງປ້ອງກັນປະເທດ, ສ່ວນແມ່ຂອງທ່ານເຮັດວຽກຢູ່ ບໍລິສັດ ກົນຈັກໄຟຟ້າ ທົ໋ງເຍິດ. ພາຍຫຼັງຮຽນຈົບຂັ້ນສຶກສາສາມັນແລ້ວ, ທ່ານ ຫງວຽນດຶກເກື່ອງ ກໍໄປຮຽນວິຊາຊີບ ຂະແໜງສ້ອມແປງກົນຈັກ, ໄຟຟ້າ. ເມື່ອຮຽນຈົບ ທ່ານໄດ້ຂໍເຂົ້າເຮັດວຽກຢູ່ ບໍລິສັດ ກົນຈັກໄຟຟ້າ ທົ໋ງເຍິດ ແຕ່ປີ 1977 ຈົນເຖິງປັດຈຸບັນ.

ທ່ານ ຫງວຽນດຶກເກື່ອງ, ພົນລະເມືອງດີເດັ່ນຂອງນະຄອນຫຼວງ ຮ່າໂນ້ຍ ປີ 2018 - ảnh 1ທ່ານ ຫງວຽນດຶກເກື່ອງ ໄດ້ຮັບນາມມະຍົດ ເປັນພົນລະເມືອງດີເດັ່ນຂອງນະຄອນຫຼວງ ຮ່າໂນ້ຍ ປີ 2018 (ພາບ: VGP)

ບໍລິສັດ ຫຸ້ນສ່ວນ ກົນຈັກໄຟຟ້າ ທົ໋ງເຍິດ  ແມ່ນໜຶ່ງໃນບັນດາຫົວໜ່ວຍທຳການຜະລິດພັດລົມໄຟຟ້າ ໃຫຍ່ທີ່ສຸດຢູ່ຫວຽດນາມ, ນອກຈາກນັ້ນ ບໍລິສັດ ຍັງທຳການຜະລິດບັນດາເຄື່ອງໄຟຟ້າ ເອເລັກໂຕນິກ, ເຄືຶ່ອງແຊ່ເຢັນ, ເຄືຶ່ອງໄຟຟ້າໃນຄົວເຮືອນ… ເຊິ່ງແມ່ນກຳມະກອນຂັ້ນ 7/7, ມີຄວາມຕິດພັນກັບບໍລິສັດ ມາເປັນເວລາກວ່າ 40 ປີ ທ່ານ ຫງວຽນດຶກເກື່ອງ ມີຂໍ້ລິເລີ່ມຫຼາຍຢ່າງມີການປະດິດສ້າງ, ປັບປຸງເຕັກນິກ, ຫັນຕ່ອງໂສ້ການຜະລິດເປັນທັນສະໄໝ, ປະກອບສ່ວນນຳເຄື່ອງໝາຍການຄ້າ ເຄືຶ່ອງໄຟຟ້າ ທົ່ງເຍິດ ໃຫ້ນັບມື້ນັບພັດທະນາ, ໝັ້ນຄົງໃນຕະຫຼາດ.

“ຈຳນວນຜົນງານປະດິດສ້າງຂອງຂ້າພະເຈົ້າຂ້ອນຂ້າງຫຼາຍ ແຕ່ຂ້າພະເຈົ້າຊື່ນຊົມທີ່ສຸດ ແມ່ນການປະດິດສ້າງ ເຄື່ອງອັດແຮງນ້ຳແບບອັດຕະໂນມັດ ເພື່ອໃຊ້ສຳລັບຕ່ອງໂສ້ການຜະລິດພັດລົມຕິດເພດານ. ເຄື່ອງຈັກຂອງຂ້າພະເຈົ້າ ທີ່ຜະລິດອອກ ເກືອບຄືວ່າເປັນອັດຕະໂນມັດທັງໝົດ, ສ້າງຜົນກຳໄລໃຫ້ບໍລິສັດເປັນຮ້ອຍໆລ້ານດົງ,. ຂ້າພະເຈົ້າ ຍັງເຮັດຖັງເກັບແຮງດັນຂອງນ້ຳ ເພື່ອໃຊ້ສຳລັບເຄື່ອງຫຼໍ່, ສ່ວນຖັງເກັບແຮງດັນນັ້ນ ແມ່ນຮັບໃຊ້ໃຫ້ແກ່ກຳລັງການຜະລິດໄດ້ເປັນຢ່າງດີ, ເພີ່ມຄວາມໄວໃນການຫຼໍ່ ອາລູມີນຽມ, ໝາຍຄວາມວ່າ ເຮັດໃຫ້ ອາລູມີນຽມ ກາຍເປັນຜະລິດຕະພັນຢ່າງໄວທີ່ສຸດ ເມື່ອອາລູມີນຽມ ຍັງບໍ່ທັນແຂງຕົວ. ຖັງນັ້ນ ຖ້າຊື້ຢູ່ຕ່າງປະເທດແມ່ນມີລາຄາປະມານ 200 ລ້ານ ດົງ ແຕ່ພວກຂ້າພະເຈົ້າຜະລິດເອງ ມີພຽງແຕ່ປະມານ 24 ລ້ານ ດົງ ເທົ່ານັ້ນ”.

 ບໍລິສັດ ຫຸ້ນສ່ວນ ກົນຈັກໄຟຟ້າ ທົ໋ງເຍິດ ມີພື້ນຖານການຜະລິດ 2 ແຫ່ງ, ໂຮງງານແຫ່ງໜຶ່ງຕັ້ງ ຢູ່ 164 ຫງວຽນດຶກແກ໊ງ, ເມືອງ ຮວ່າງມາຍ, ຮ່າໂນ້ຍ ແລະ ໂຮງງານແຫ່ງໜຶ່ງອີກ ແມ່ນຢູ່ເຂດອຸດສາຫະກຳ ດົ່ງວັນ 2, ແຂວງ ຮ່ານາມ, ສະນັ້ນ ທ່ານ ເກື່ອງ ແລະ ບັນດາກຳມະກອນໃນໜ່ວຍງານ ຕ້ອງໄປແຂວງ ຮ່ານາມ ເປັນປະຈຳເມື່ອເຄື່ອງຈັກຂອງໂຮງງານຢູ່ແຫ່ງນັ້ນເພໃນແຕ່ລະຄັ້ງ. ປັດຈຸບັນ ໜ່ວຍງານສ້ອມແປງ ກົນຈັກ, ໄຟຟ້າ ໂດຍທ່ານ ເກື່ອງ ເປັນຫົວໜ້າໜ່ວຍງານ ມີສະມາຊິກທັງໝົດ 27 ຄົນ, ຮັບຜິດຊອບໜ້າທີ່ສ້ອມແປງອຸປະກອນ, ເຄື່ອງຈັກຂອງທົ່ວບໍລິສັດ ດ້ວຍເຄື່ອງຈັກປະມານ 800 ເຄື່ອງ. ທ່ານ ຫງວຽນດຶກເກື່ອງ ເລົ່າສູ່ຟັງວ່າ:

“ເຄື່ອງຈັກທັນສະໄໝທີ່ສຸດ ເປັນອັດຕະໂນມັດທັງໝົດ ສະນັ້ນ ຈຳເປັນຕ້ອງມີຄວາມສາມາດ, ລະດັບວິຊາສະເພາະ ຈຶ່ງສາມາດຄວບຄຸມເຄື່ອງຈັກໃຫ້ທຳການເຄື່ອນໄຫວໄດ້. ພວກຂ້າພະເຈົ້າສ້ອມແປງ, ບຳລຸງຮັກສາເຄື່ອງຈັກເອງ. ຄະນະອຳນວຍການຂອງບໍລິສັດ ຍາມໃດກໍ່ເຊີດຊູ, ຍ້ອງຍໍຢ່າງທັນການໃຫ້ກຳມະກອນແຕ່ລະຄົນ ຖ້າຜູ້ໃດເກັ່ງ, ມີຫົວຄິດປະດິດສ້າງ, ມີຂໍ້ລິເລີ່ມ, ເສີມຂະຫຍາຍຂໍ້ລິເລີ່ມ, ປະກອບຄຳເຫັນໃນການຮັບໃຊ້ການຜະລິດ”.

ທ່ານ ຫງວຽນດຶກເກື່ອງ, ພົນລະເມືອງດີເດັ່ນຂອງນະຄອນຫຼວງ ຮ່າໂນ້ຍ ປີ 2018 - ảnh 2 ທ່ານ ຫງວຽນດຶກເກື່ອງ ປັນພົນລະເມືອງດີເດັ່ນຂອງນະຄອນຫຼວງ ຮ່າໂນ້ຍ ປີ 2018 (ພາບ: anninhthudo)

ບໍ່ພຽງແຕ່ຮ່ຳຮຽນເອົາບົດຮຽນຈາກບັນດາຊ່າງລຸ້ນກ່ອນ, ທ່ານຍັງຝຶກຝົນຄວາມຮູ້ ໂດຍຜ່ານປື້ມ, ຮ່ຳຮຽນນຳເພື່ອນຮ່ວມອາຊີບ. ທ່ານກໍ່ມີຄວາມຕັດສິນໃຈໃນການຖ່າຍທອດວິຊາຊີບໃຫ້ບັນດາແຮງງານໜຸ່ມ, ຍາມໃດກໍ່ກຽມພ້ອມຊ່ວຍເຫຼືອເຂົາເຈົ້າ. ທ່ານ ຫງວຽນດຶກເກື່ອງ ໃຫ້ຮູ້ວ່າ:

“ເຮັດອາຊີບ ຕ້ອງຮັກອາຊີບ, ເມົາມົວໃນອາຊີບ, ຊອກຮູ້ດ້ວຍຕົນເອງ, ອົດທົນພະຍາຍາມໃນທຸກວຽກງານ, ຢ່າໄດ້ເບື່ອໜ່າຍ. ເມື່ອສ້ອມແປງບໍ່ໄດ້ ຈົ່ງຖາມຄູຜູ້ໄປກ່ອນ, ຖາມໝູ່ຄູ່, ເພື່ອນຮ່ວມອາຊີບ, ຊອກຮູ້ຮ່ຳຮຽນ, ຄົ້ນຄວ້າດ້ວຍຕົນເອງ ຈຶ່ງປະສົບຜົນສຳເລັດໄດ້. ພິເສດແມ່ນໄລຍະອຸດສາຫະກຳ 4.0 ນີ້, ພວກຂ້າພະເຈົ້າຕ້ອງຮຽນຫຼາຍທີ່ສຸດ ຍ້ອນວ່າເຄື່ອງຈັກທັນສະໄໝທີ່ສຸດ, ເປັນອັດຕະໂນມັດທັງໝົດ. ຜູ້ໃດເຮັດໄດ້ຄືແນວນັ້ນ ແມ່ນກໍ່ຈະໄດ້ຮັບການຍ້ອງຍໍຄືຂ້າພະເຈົ້າເຊັ່ນກັນ”.

ໂດຍອຸທິດສ່ວນຢ່າງສຸດຄວາມສາມາດໃຫ້ແກ່ ບໍລິສັດ, ທ່ານ ຫງວຽນດຶກເກື່ອງ ໄດ້ຮັບນາມມະຍົດ ກຳມະກອນເກັ່ງ ນະຄອນຫຼວງ ຮ່າໂນ້ຍ ປີ 2011, 2012, 2014, 2017; ໃບຍ້ອງຍໍຂອງ ທ່ານນາຍົກລັດຖະມົນຕີ ແລະ ລາງວັນ ຫງວຽນດຶກແກ໊ງ ຂອງສະຫະພັນແຮງງານ ຫວຽດນາມ ປີ 2013. ປີ 2015, ທ່ານເປັນກຽດໄດ້ຮັບຫຼຽນກາແຮງງານຊັ້ນ III ຈາກທ່ານປະທານປະເທດມອບໃຫ້. ສີມື ແລະ ຄວາມສາມາດປະດິດຄິດສ້າງຂອງທ່ານ ເກື່ອງ ຍາມໃດກໍ່ໄດ້ຮັບຄວາມເຄົາລົບນັບຖື ແລະ ຍ້ອງຍໍຊົມເຊີຍ ຈາກບັນດາເພື່ອນຮ່ວມງານໃນ ບໍລິສັດ ຫຸ້ນສ່ວນ ກົນຈັກໄຟຟ້າ ທົ໋ງເຍິດ. ທ່ານ ຫງວຽນດຶກເກື່ອງ ແມ່ນແບບຢ່າງແຮງງານທີ່ເຮັດວຽກຢ່າງສຸດອົກສຸດໃຈ, ດຸໝັ່ນຂະຫຍັນພຽນ, ມີຫົວຄິດປະດິດສ້າງ ເພື່ອໃຫ້ເພື່ອນຮ່ວມງານເດີນຕາມ./

ຕອບກັບ

ຂ່າວ/ບົດ​ອື່ນ