ນັກສິລະປະການດີເດັ່ນ ຟ້າມທິແອ໊ງຕວຽດ- ພົນລະເມືອງດີເດັ່ນຂອງນະຄອນຫລວງ ຮ່າໂນ້ຍ

(VOVWORLD) -ນັກສິລະປະການດີເດັ່ນດ້ານ ອາຫານການກິນ ຟ້າມທິແອ໊ງຕວຽດ, ເຈົ້າຂອງຮ້ານອາຫານ ແອ໊ງຕວຽດ ເຮືອນເລກທີ 25 ຖະຫນົນ ໝ໋າໄມ ເມືອງ ຮ່ວານກຽມ, ຮ່າໂນ້ຍ ແມ່ນຊື່ເອີ້ນທີ່ລື້ງເຄີຍສຳລັບຜູ້ນິຍົມອາຫານພື້ນເມືອງຂອງຊາວ ຮ່າໂນ້ຍ. ຍາມໃດນັກສິລະປະການ ຟ້າມທິແອ໊ງຕວຽດກໍ່ສຸມຈິດສຸມໃຈໃນການໂຄສະນາດ້ານວັດທະນະທຳອາຫານການກິນພື້ນເມືອງຂອງຫວຽດນາມ ອອກສູ່ໂລກ. ນັກສິລະປະການດີເດັ່ນ ຟ້າມທິແອ໊ງຕວຽດ ຫາກໍ່ໄດ້ຮັບການເຊີດຊູແມ່ນພົນລະເມືອງດີເດັ່ນຂອງນະຄອນຫລວງ ຮ່າໂນ້ຍ ປີ 2018 ແລະ ທ່ານນາງ ແມ່ນຜູ້ທຳອິດໃນຂົງເຂດອາຫານການກິນໄດ້ຮັບນາມມະຍົດອັນສູງສົ່ງນີ້. 

ທ່ານນາງ ຟ້າມທິແອ໊ງຕວຽດ ເກີດປີ 1953 ໃນຄອບຄົວທີ່ມີມູນເຊື້ອດ້ານການສຶກສາ ແລະ ມີຍົດສັກອຳນາດ, ເປັນຊາວຮ່າໂນ້ຍເດີມ. ໃນຄອບຄົວຂອງທ່ານນາງ, ພໍ່ແມ່, ພໍ່ເຖົ້າແມ່ເຖົ້າຍາມໃດກໍ່ສຶກສາໃຫ້ລູກຫລານຕ້ອງເປັນຜູ້ຮູ້ຄວາມ, ມີກິລິຍາມາລະຍາດ, ຮູ້ວິທີທັກທາຍ ພິເສດ ຕ້ອງຮູ້ປຸງແຕ່ງອາຫານຖືກຕາມຂັ້ນຕອນ, ເມື່ອມີອາຍຸພຽງ 9 ປີ ແຕ່ ຟ້າມທິແອງຕວຽດ ໄດ້ປຸງແຕ່ງອາຫານຫລາຍເຍື່ອງຢ່າງຊຳນານແລ້ວ.

ນັກສິລະປະການດີເດັ່ນ ຟ້າມທິແອ໊ງຕວຽດ- ພົນລະເມືອງດີເດັ່ນຂອງນະຄອນຫລວງ    ຮ່າໂນ້ຍ - ảnh 1ນັກສິລະປະການດີເດັ່ນ ຟ້າມທິແອ໊ງຕວຽດ ໜຶ່ງໃນ 03 ພົນລະເມືອງດີເດັ່ນຂອງນະຄອນຫລວງ ຮ່າໂນ້ຍ ປີ 2018 (ພາບ: dulich.vnexpress.net)

ສະນັ້ນ ແຕ່ຄາວຍັງນ້ອຍ ທ່ານນາງ ຟ້າມທິແອ໊ງຕວຽດ ລື້ງເຄີຍກັບການປຸງແຕ່ງອາຫານໄດ້ຫລາຍເຍື່ອງແລ້ວ. ປີ 2001, ພາຍຫລັງຍາດໄດ້ລາງວັນທີ 1 ໃນການແຂ່ງຂັນປຸງແຕ່ງອາຫານການກິນຢູ່ ຮ່າໂນ້ຍ, ທ່ານນາງ ຟ້າມທິແອ໊ງຕວຽດ ເລົ່າສູ່ຟັງວ່າ:

“ລາງວັນທຳອິດທີ່ຂ້າພະເຈົ້າໄດ້ຮັບນັ້ນແມ່ນ ໄກ່ປີ່ນໃສ່ນ້ຳເຜິ້ງ ເມື່ອ ຂ້າພະເຈົ້າເຂົ້າຮ່ວມງານຕະຫລາດນັດອາຫານການກິນ ຢູ່ ໂຮງແຮມ Horrison ປີ 2001. ຂ້າພະເຈົ້າຕົກສະເງີ້ ຕົນເອງໄດ້ຮັບຫລຽນຄຳ ຍ້ອນວ່າໃນການແຂ່ງຂັນນັ້ນ ມີພໍ່ຄົວຢູ່ຫລາຍໂຮງແຮມ, ພັດຕະຄານທີ່ມີຊື່ສຽງເຂົ້າຮ່ວມ. ໄກ່ປີ່ນໃສ່ນ້ຳເຜິ້ງ ແມ່ນເຍື່ອງອາຫານໂດຍພໍ່ເຖົ້າສອນໃຫ້ ແລະ ເຍື່ອງອາຫານນີ້ແມ່ນເຄັດລັບຂອງຄອບຄົວ ຫາກບໍ່ໄດ້ຮຽນນໍາຜູ້ໃດ. ທ່ານ Anthony Bourdain ຜູ້ຊ່ຽວຊານດ້ານອາຫານການກິນໂລກ, ຜູ້ພາອະດີດປະທານາທິບໍດີ ອາເມລິກາ Barak Obama ມາຊີມເຂົ້າປຸ້ນຊີ້ນປີ້ງ ຫວຽດນາມ ແລະ ມາຢາມຄອບຄົວຂ້າພະເຈົ້າເພື່ອ ອອກຂ່າວທາງຊ່ອງ CNN. ທ່ານ Anthony Bourdain ຕີລາຄາວ່າ ໄກ່ປີ່ນໃສ່ນ້ຳເຜິ້ງ ແມ່ນເຍື່ອງອາຫານແຊບກວ່າໝູ່ໃນໂລກ”

ໂດຍແມ່ນຜູ້ກຳແຫນ້ນຈຸດຢອດຍິ່ງຂອງອາຫານການກິນພື້ນເມືອງຂອງຫວຽດນາມ ແລະ ແມ່ນຜູ້ມີປະສົບການໃນຂົງເຂດອາຫານການກິນ, ສະນັ້ນ ນັກສິລະປະການອາຫານການກິນ ຟ້າມທິແອ໊ງຕວຽດ ມີຄວາມເປັນກຽດໄດ້ຮັບການເລືອກເຟັ້ນຈາກລັດຖະບານຫວຽດນາມ ໄປຮັບໃຊ້ສັບປະດາສຸດຍອດ APEC ໃນເດືອນພະຈິກປີ 2017 ຢູ່ ດາຫນັງ. ຫນ້າທີ່ອັນໃຫຍ່ຫລວງຂອງທ່ານນາງແມ່ນຮັບຜິດຊອບງານລ້ຽງລະດັບຊາດ (Gala Dinner) ໃຫ້ແກ່ 21 ການນຳບັນດາພື້ນຖານເສດຖະກິດສະມາຊິກ APEC. ນັກສິລະປະການ ຟ້າມທິແອ໊ງຕວຽດ ໃຫ້ຮູ້ວ່າ:

“ ປະມຸກລັດ 21 ທ່ານແມ່ນຕາງຫນ້າໃຫ້ 21 ພື້ນຖານວັດທະນະທຳທີ່ແຕກຕ່າງກັນ,ສະນັ້ນ ຂ້າພະເຈົ້າຕ້ອງສ້າງເມນູໃຫ້ຜູ້ທີ່ເປັນຊາວ ເອີລົບ, ອາຊີ ແຕ່ຕ້ອງມີເປົ້າໝາຍລວມນັ້ນແມ່ນເຮັດແນວໃດເພື່ອໃຫ້ຜູ້ໃດກໍ່ກິນໄດ້. ນັ້ນແມ່ນຄວາມຫຍຸ້ງຍາກ ສິ່ງທ້າທາຍໃຫຍ່ສຳລັບພໍ່ຄົວແມ່ຄົວ. ເມນູອາຫານ ມີພຽງ 6-7 ເຍື່ອງເທົ່ານັ້ນ ແຕ່ພວກຂ້າພະເຈົ້າຕ້ອງໃຊ້ເວລາ 35 ຊົ່ວໂມງ. ຂ້າພະເຈົ້າໄດ້ເລືອກເຟັ້ນບັນດາເຍື່ອງອາຫານພື້ນເມືອງຂອງຫວຽດນາມ ແລະ ເຄື່ອງປຸງແຕ່ງແມ່ນຈາກໝາກໄມ້, ຜັກ, ສິນທະເລ, ສັດປີກ.. ລ້ວນແຕ່ແມ່ນຂອງຫວຽດນາມ. ນີ້ແມ່ນໂອກາດຫາຍາກເພື່ອແນະນຳອາຫານການກິນຫວຽດນາມຕໍ່ ປະມຸກລັດ 21 ທ່ານທີ່ເຂົ້າຮ່ວມ APEC.”

ນັກສິລະປະການອາຫານການກິນດີເດັ່ນ ຟ້າມທິແອ໊ງຕວຽດ ເຄີຍເປັນແມ່ຄົວຫລັກເມື່ອລັດຖະບານຫວຽດນາມ ຈັດງານລ້ຽງຮັບຕ້ອນບັນດາແຂກຂັ້ນສູງຕ່າງປະເທດມາຫວຽດນາມ. ປີ 2018 ທ່ານນາງ ຖືກເຊີນໃຫ້ມາເປັນຜູ້ຊີ້ນຳເລື່ອງອາຫານການກິນຮັບໃຊ້ໃຫ້ພັນລະຍາສະຖານທູດປະຈຳຫວຽດນາມ 61 ທ່ານນາງ ຢູ່ເຂດພັກຜ່ອນບຳລຸງສຸຂະພາບ Flamido ດ້າຍຫລ໋າຍ ແຂວງ ຫວີງຟຸກ. ບໍ່ພຽງແຕ່ມີຊື່ສຽງຢູ່ພາຍໃນປະເທດເທົ່ານັ້ນ ທ່ານນາງຟ້າມທິແອ໊ງຕວຽດ ຍັງຖືກເຊີນໃຫ້ໄປປຸງແຕ່ງອາຫານຮັບໃຊ້ງານລ້ຽງຢູ່ຕ່າງປະເທດ ຈາກນັກການເມືອງ, ນັກທຸລະກິດຕ່າງປະເທດຫລາຍຄົນ. ທ່ານນາງ ກໍ່ສອນວິທີປຸງແຕ່ງໃຫ້ສຳມະນາກອນຂອງຫລາຍປະເທດໃນໂລກ. ທ່ານນາງ ຟ້າມທິແອ໊ງຕວຽດ ໃຫ້ຮູ້ວ່າ:

“ໄລ່ມາຮອດຈຸດເວລານີ້ ຂ້າພະເຈົ້າໄດ້ສອນວິທີປຸງແຕ່ງອາຫານໃຫ້ຊາວຕ່າງປະເທດນັບພັນໆຄົນແລ້ວ. ຂ້າພະເຈົ້າສອນໃຫ້ເຂົາເຈົ້າເມື່ອປີ 2001 ແມ່ນຈຸດເວລາທີ່ຂ້າພະເຈົ້າໄດ້ແນະນຳຜ່ານຊ່ອງໂທລະພາບ CNN ” ນອກຈາກແຂກຕ່າງປະເທດແລ້ວ ປະຈຸບັນ ກໍ່ມີຊາວຫວຽດນາມຫລາຍຄົນ ພິເສດແມ່ນລຸ້ນຫນຸ່ມກໍ່ຢາກຮຽນວິທີປຸງແຕ່ງອາຫານພື້ນເມືອງຂອງຫວຽດນາມ. ພິເສດແມ່ນອາຫານການກິນຂອງ ຮ່າໂນ້ຍ. ເພາະວ່າອາຫານການກິນຂອງຮ່າໂນ້ຍ ຈະປຸງແຕ່ງໄປຕາມແຕ່ລະລະດູການ”.

ໃນຫລາຍປີຜ່ານມາ, ບັນດາເຍື່ອງອາຫານທີ່ມີເຄື່ອງໝາຍຂອງນັກສິລະປະການ ແອງຕວຽດ ໄດ້ມີໃນເມນູຂອງບັນດາຮ້ານອາຫານ Fastfood ຕະຫລອດຮອດບັນດາພັດຕະຄານຢູ່ຫລາຍປະເທດໃນໂລກ. ຮູບພາບນັກສິລະປະການອາຫານການກິນດີເດັ່ນ ຟ້າມທິແອງຕວຽດ ກັບບັນດາເຍື່ອງອາຫານພື້ນເມືອງຂອງຫວຽດນາມ ແມ່ນຄວາມຊີນເຄີຍຕໍ່ກັບມະຫາຊົນຫລາຍປະເທດໃນໂລກ ຜ່ານຊ່ອງໂທລະພາບ CNN ຂອງອາເມລິກາ, Discovery Chanel ຂອງ ອາເມລິກາ, BBC ຂອງອັງກິດ, SRG ຂອງສະວິດ ໄດ້ປະກອບສ່ວນໃນການໂຄສະນາ, ແນະນຳສິ່ງຍອດຍິ່ງຂອງອາຫານການກິນ ຮ່າໂນ້ຍເວົ້າສະເພາະ, ອາຫານການກິນຂອງຫວຽດນາມ ເວົ້າລວມເຖິງແຂກທ່ອງທ່ຽວສາກົນ.

ຕອບກັບ

ຂ່າວ/ບົດ​ອື່ນ