ນາຍບ້ານຢູ່ເຂດຊາຍແດນນຳຫນ້າໃນການພັດທະນາເສດຖະກິດ

(VOVWORLD) -ນາດີດ ແມ່ນບ້ານຫນຶ່ງຂອງຊາວຊົນເຜົ່າ ຊິງມູນ ຢູ່ ຕາແສງ ຈຽງອອນ ຂຶ້ນກັບເມືອງເຂດພູດອຍ ອຽນເຈົາ ຢູ່ ແຂວງ ເຊີນລາ. ນັບແຕ່ຫລາຍສີບປີມານີ້, ຊີວິດການເປັນຢູ່ຂອງປະຊາຊົນຊົນເຜົ່າຢູ່ທີ່ນີ້ແມ່ນປະສົບກັບຄວາມຫຍຸ້ງຍາກຫລາຍຢ່າງ ຍ້ອນພູມສັນຖານທຸລະກັນດານ, ການຜະລິດກະສິກຳແບບກະແຈກກະຈາຍ ປະສົບກັບຄວາມຫຍຸ້ງຍາກ. ໃນຊຸມປີມໍ່ໆມານີ້ ຊີວິດການເປັນຢູ່ຂອງປະຊາຊົນຢູ່ທີ່ນີ້ ໄດ້ຄ່ອຍໆມີການປ່ຽນແປງ ຍ້ອນພັດທະນາຮູບແບບເສດຖະກິດໃຫມ່ ແລະ ຜູ້ມີຄຸນງາມຄວາມດີໃນການຈັດຕັ້ງການຜະລິດຄືນໃຫມ່, ຊ່ວຍໃຫ້ພໍ່ແມ່ປະຊາຊົນບືນຕົວຂຶ້ນລົບລ້າງຄວາມອຶດຫິວຫລຸດຜ່ອນຄວາມທຸກຍາກ ນັ້ນແມ່ນ ອ້າຍ ວີວັນບຸ່ນ, ນາຍບ້ານ ນາດີດ.

ນາຍບ້ານຢູ່ເຂດຊາຍແດນນຳຫນ້າໃນການພັດທະນາເສດຖະກິດ - ảnh 1ນາຍບ້ານ ວີວັນບຸ່ນ ໃນເຮືອນຫລັງໃຫມ່

ໃນເຮືອນຫລັງຫນຶ່ງທີ່ໄດ້ປຸກສ້າງຕາມແບບ ວີນລານ້ອຍທັນສະໄຫມ ພວມຢູ່ໃນການກໍ່ສ້າງເກືອບສຳເລັດ, ອ້າຍ ວີວັນບຸ່ນ ເລົ່າສູ່ຟັງວ່າ: ກ່ອນນີ້ ຍ້ອນຄອບຄົວຂອງອ້າຍມີອ້າຍນ້ອງຫລາຍຄົນ, ການຜະລິດ, ລ້ຽງສັດກຸ້ມຕົນເອງ, ການປູກຝັງແມ່ນເຮັດຕາມວິທີເກົ່າ ສະນັ້ນ ພໍ່ແມ່ປະຊາຊົນໃນບ້ານຍາມໃດກໍ່ປະສົບກັບຄວາມອຶດຫິວທຸກຍາກ. ດ້ວຍຄວາມຕັດສິນໃຈຫລຸດພົ້ນອອກຈາກຄວາມອຶດຫິວ, ອ້າຍ ໄດ້ຕັດສິນເຂົ້າຮ່ວມບັນດາຊຸດອົບຮົມກ່ຽວກັບການລ້ຽງສັດ, ປູກຕົ້ນໄມ້ກິນໝາກ, ໄປທັດສະນະສຶກສາ, ຮ່ຳຮຽນຕາມຮູບແບບພັດທະນາເສດຖະກິດ ມີປະສິດທິຜົນສູງ ແຕ່ເໝາະສົມກັບທ້ອງຖິ່ນ ໂດຍ ເມືອງ, ຕາແສງ ຈັດຕັ້ງ. ທັງຮຽນ ທັງເຮັດໄປພ້ອມ, ເບື້ອງຕົ້ນ ຄອບຄົວອ້າຍປູກສາລີ, ປູກຕົ້ນໄມ້ກິນໝາກ, ລ້ຽງງົວ, ໝູ, ໄກ່, ແບ້ ແລະ ຂຸດໜອງລ້ຽງປາຕື່ມອີກ. ບາງຄັ້ງບາງຄາວ ອ້າຍຖືກຫລຸບທຶນໃນການລ້ຽງສັດ ຍ້ອນໂລກລະບາດ, ລາຄາບໍ່ເປັນປົກກະຕິ. ພາຍຫລັງຖືກຫລຸບທຶນໃນແຕ່ລະຄັ້ງຄືແນວນັ້ນ ອ້າຍຍິ່ງມີຄວາມຕັດສິນໃຈກວ່າ ແລະ ຮຽນເອງຜ່ານຫນັງສືພິມ, ສັກຢາປ້ອງກັນພະຍາດໃຫ້ສັດປີກ, ສັດລ້ຽງ.

        “ຄອບຄົວຂ້າພະເຈົ້າມີອ້າຍນ້ອງຫລາຍຄົນ ສະນັ້ນ ກ່ອນນີ້ແມ່ນປະສົບກັບຄວາມຫຍຸ້ງຍາກຫລາຍ. ແຕ່ມີຄວາມເປັນເອກະພາບໃນຄອບຄົວ ສະນັ້ນ ພວກຂ້າພະເຈົ້າໄດ້ຕັດສິນໃຈລ້ຽງງົວ, ໝູ, ແບ້, ໄກ່, ຂຸດໜອງລ້ຽງປາ, ປູກສາລີ, ເຂົ້າຕາມແບບວິທີໃຫມ່. ສຸດທ້າຍກໍ່ໄດ້ນຳມາເຊິ່ງລາຍຮັບດີກວ່າເກົ່າ.”

        ປະຈຸບັນ ຄອບຄົວຂອງອ້າຍ ວີວັນບຸ່ນ ມີເນື້ອທີ່ປູກສາລີ ແລະ ເຂົ້າກວ່າ 15.000 ຕາແມັດ, ຕົ້ນໝາກຜາງ ກວ່າ 1 ເຮັກຕາ, 120 ຕົ້ນສົ້ມໂອ, ຕົ້ນໝາກໝັ້ນ.. ຫນອງລ້ຽງປາກວ່າ 2000 ຕາແມັດ ນຳມາເຊິ່ງລາຍຮັບແລ້ວ. ແຕ່ລະປີ ຈາກຮູບແບບສັງລວມນີ້ ຄອບຄົວອ້າຍສ້າງລາຍຮັບມາໄດ້ກວ່າ 250 ລ້ານດົງ. ພາຍຫລັງມີທຶນຮອນແລ້ວ ອ້າຍໄດ້ທຳການຄ້າຂາຍງົວຄວາຍຕື່ມອີກ, ລົງທຶນຊື້ລົດຈົກ, ລົດໂອໂຕ ເພື່ອຮັບໃຊ້ພໍ່ແມ່ປະຊາຊົນໃນເຂດ ປຸກສ້າງເຮືອນຢູ່, ຂົນສົ່ງຜະລິດຕະພັນກະເສດ, ເພີ່ມລາຍຮັບ. ຊີວິດການເປັນຢູ່ຄ່ອຍໆມີຄວາມເປັນປົກກະຕິ, ພັດທະນາດີຂຶ້ນ. ເຮືອນຫລັງໃຫມ່ຊື່ງຄອບຄົວອ້າຍພວມປຸກສ້າງໃກ້ສຳເລັດ ແມ່ນມີຍອດມູນຄ່າກວ່າ 2 ຕື້ດົງ ນັ້ນແມ່ນໝາກຜົນທີ່ເຫັນໄດ້ຢ່າງຈະແຈ້ງໃນຊຸມປີດຸໝັ່ນຂະຫຍັນພຽນໃນການອອກແຮງງານຂອງຄອບຄົວອ້າຍ.

        ບ້ານ ນາດີດ ຊື່ງແມ່ນ ບ່ອນທີ່ ອ້າຍ ວີວັນບຸນ ດຳລົງຊີວິດນັ້ນ ມີກວ່າ 170 ຄອບຄົວ, ດວ້ຍພົນລະເມືອງກວ່າ 800 ຄົນ, 100% ແມ່ນຊາວເຜົ່າ ຊິງມູນດຳລົງຊີວິດ, ຈຳນວນຄອບຄົວທຸກຍາກຍັງຢູ່ໃນລະດັບສູງ. ອ້າຍຍາມໃດກໍ່ມີຄວາມເປັນຫ່ວງ ເຮັດແນວໃດເພື່ອຊ່ວຍເຫລືອພໍ່ແມ່ປະຊາຊົນໃຫ້ຫລຸດພົ້ນອອກຈາກຄວາມທຸກຍາກ, ຕົນເອງເປັນນາຍບ້ານ, ອ້າຍ ບຸ່ນ ຍາມໃດກໍ່ຕັ້ງຫນ້າໃນການໂຄສະນາ, ແນະນຳໃຫ້ພໍ່ແມ່ປະຊາຊົນຫັນປ່ຽນອົງປະກອບຜົນລະປູກ, ລ້ຽງສັດ. ໃນໄລຍະ 5 ປີມານີ້, ອ້າຍຍັງລົງທຶນຊື້ຝຸ່ນ, ແນວພັນປູກໃຫ້ແກ່ພໍ່ແມ່ປະຊາຊົນກ່ອນ ດ້ວຍຮູບການຊຳລະຕາມຫລັງ ແລະ ບໍ່ເກັບອັດຕາດອກເບ້ຍ. ພາຍຫລັງພໍ່ແມ່ປະຊາຊົນເກັບກ່ຽວຜະລິດຕະພັນກະເສດ, ຂາຍໄດ້ ຈຶ່ງຊຳລະຫນີ້ໃຫ້ອ້າຍ. ບັນດາຄອບຄົວທີ່ປະສົບກັບຄວາມຫຍຸ້ງຍາກ, ອ້າຍພ້ອມແລ້ວຊ່ວຍເຫລືອກ່ຽວກັບດ້ານທຶນຮອນ, ແນວພັນປູກ, ສັດລ້ຽງ. ອ້າຍ ວີວັນນ່ານ ຊາວບ້ານນາດີດ ໄດ້ຮັບການຊ່ວຍເຫລືອຈາກອ້າຍບຸ່ນ ແລະ ປະຈຸບັນ ຄອບຄົວຂອງອ້າຍມີຊີວິດດີຂຶ້ນ. ອ້າຍ ວີວັນນ່ານໃຫ້ຮູ້ວ່າ:

“ອ້າຍ ວີວັນບຸ່ນ ແມ່ນນາຍບ້ານ ທັງຊ່ວຍເຫລືອຝຸ່ນ, ແນວພັນປູກ, ສັດລ້ຽງ ໃຫ້ບັນດາຄອບຄົວທຸກຍາກ. ຫລັງຈາກນັ້ນ ບັນດາຄອບຄົວໄດ້ຮັບການຊ່ວຍເຫລືອຈຶ່ງສົ່ງຄືນໃຫ້ອ້າຍ. ອ້າຍບຸ່ນ ຍາມໃດກໍ່ສ້າງເງື່ອນໄຂສະດວກໃຫ້ພໍ່ແມ່ປະຊາຊົນໃນບ້ານ.”

 ຕາມອ້າຍວີວັນບຸ່ນແລ້ວ, ຖ້າມີຄວາມຕັດສິນໃຈ ຈະຫລຸດພົ້ນອອກຈາກຄວາມທຸກຍາກ, ບືນຕົວຂຶ້ນ. ສິ່ງສຳຄັນທີ່ສຸດ ນັ້ນແມ່ນ ຕ້ອງເລືອກເຟັ້ນໄດ້ຮູບແບບ, ແນວພັນປູກ, ແນວພັນສັດລ້ຽງໃຫ້ເໝາະສົມກັບເງື່ອນໄຂຕົວຈິງຂອງທ້ອງຖິ່ນຕົນ. ກ່ຽວກັບທິດທາງການພັດທະນາເສດຖະກິດຂອງຄອບຄົວ ແລະ ໝູ່ບ້ານໃນໄລຍະຈະມາເຖິງ, ອ້າຍບຸ່ນ ໃຫ້ຮູ້ວ່າ:

“ໄລຍະຈະມາເຖິງ ດ້ວຍຫນ້າທີ່ເປັນນາຍບ້ານ, ຂ້າພະເຈົ້າຍາມໃດກໍ່ຕັດສິນໃຈສືບຕໍ່ອອກແຮງງານທຳການຜະລິດ,ຮ່ຳຮຽນຮູບແບບພັດທະນາເສດຖະກິດຕື່ມອີກ ແລະ ຕັ້ງຫນ້າໂຄສະນາການຂົນຂວາຍພໍ່ແມ່ປະຊາຊົນປ່ຽນແປງອົງປະກອບຜົນລະປູກ ພ້ອມກັນຫລຸດພົ້ນອອກຈາກຄວາມອຶດຫິວ.”

ປະຈຸບັນ ອ້າຍ ວີວັນບຸ່ນ ໄດ້ພ້ອມກັບບັນດາພະນັກງານໃນຕາແສງ ຈຽງອອນ ສືບຕໍ່ຂົນຂວາຍປະຊາຊົນເສີມຂະຫຍາຍກຳລັງແຮງພາຍໃນ, ຫັນທິດການທຳມາຫາກິນ, ເພີ່ມປະລິມານການຜະລິດ, ຊ່ວຍຊາວກະສິກອນລົບລ້າງຄວາມທຸກຍາກຜ່ານການສ້າງຂໍ້ກຳນົດກົດລະບຽບໃນບ້ານ, ຍູ້ແຮງຂະບວນການທົ່ວປວງຊົນສາມັກຄີສ້າງຊີວິດໃຫມ່. ບ້ານ ນາດີດ ໄດ້ ແລະ ພວມແມ່ນຈຸດເດັ່ນໃນຂະບວນການກໍ່ສ້າງຊົນນະບົດໃຫມ່, ພັດທະນາກະສິກຳຕາມທິດຍືນຍົງ.

ຕອບກັບ

ຂ່າວ/ບົດ​ອື່ນ