ປະ​ເພ​ນີ ພົ໊ວ​ຈ໊ວງ ຂອງ​ພໍ່​ແມ່​ພີ່​ນ້ອງ​ຊາວ​​ເຜົ່າ ຢ້າວ​ແດງ ຢູ່ ອຽນ​ບ໊າຍ

(VOVWORLD) -ກໍຄືກັນກັບຊົນເຜົ່າອື່ນໆ, ຊາວ ເຜົ່າຢ້າວແດງ ກໍຕ້ອນຮັບບຸນເຕັດປະຈຳເຜົ່າໄລ່ຕາມຈັນທະປະຕິທິນ. ເພື່ອສະແດງເຖິງຄວາມເຄົາລົບນັບຖືຕໍ່ບັນພະບຸລຸດ, ຜູ້ທີ່ໄດ້ລ່ວງລັບໄປແລ້ວນັ້ນ, ໃນໂອກາດບຸນເຕັດ ພໍ່ແມ່ປະຊາຊົນກໍຈະເຮັດພິທີເຊີນບັນພະບຸລຸດມາຮ່ວມມ່ວນຊື່ນ ຕ້ອນຮັບບຸນເຕັດພ້ອມກັບຄອບຄົວ ແລະ ພາຍຫຼັງບຸນເຕັດ ພໍ່ແມ່ປະຊາຊົນກໍຈະເຮັດພິທີສົ່ງບັນພະບຸລຸດຂຶ້ນສະຫວັນ (ຫຼືເອີ້ນວ່າ ພົ໊ວຈ໊ວງ). ນີ້ແມ່ນໜຶ່ງໃນບັນດາຮີດຄອງປະເພນີເຫຼື້ອມໃສທີ່ເປັນເອກະລັກສະເພາະຂອງຊົນເຜົ່າ ຢ້າວແດງທີ່ດຳລົງຊີວິດຢູ່ເຂດ ໄຕບັກ (ເຂດຕາເວັນຕົກສ່ຽງເໜືອ) ຫວຽດນາມ.

ກໍຄືກັນກັບຊາວເຜົ່າ ກິງ ແລະ ຊົນເຜົ່າອື່ນໆ, ຊາວເຜົ່າ ຢ້າວແດງ ຕ້ອນຮັບວັນບຸນເຕັດປະຈຳເຜົ່າຕາມຈັນທະປະຕິທິນ ດ້ວຍຈິດສຳນຶກທີ່ວ່າບຸນເຕັດແມ່ນໂອກາດເພື່ອໃຫ້ຄອບຄົວໄດ້ພັກຜ່ອນ, ເຕົ້າໂຮມກັນພາຍຫຼັງໝຶ່ງປີທີ່ອອກແຮງງານຢ່າງລຳບາກ, ແລະກໍແມ່ນໂອກາດເພື່ອບູຊາ, ລາຍງານຜົນການອອກແຮງງານ, ຄວາມທຸກສຸກທີ່ເກີດຂຶ້ນໃນປີຕໍ່ບັນພະບຸລຸດ. ເພື່ອຕ້ອນຮັບບຸນເຕັດເຕັມໄປດ້ວຍຄວາມເບີກບານມ່ວນຊື່ນ ແລະ ຕ້ອງຄົບຖ້ວນນັ້ນ, ກ່ອນບຸນເຕັດ, ພໍ່ແມ່ພີ່ນ້ອງຊາວເຜົ່າ ຢ້າວແດງ ຕ້ອງກະກຽມລ້ຽງໝູ, ໄກ່, ເຂົ້າເປືອກ, ເຂົ້າສານ ໄວ້ກັນສະເພາະໃນວັນບຸນເຕັດ. ທຸກຄອບຄົວລ້ວນແຕ່ປະຕິບັດພິທີກຳປັດກວາດເຮືອນຊານ, ອະນາໄມຮ້ານບູຊາບັນພະບຸລຸດ, ປຽບເໝືອນພິທີກຳທີ່ເປັນສັນຍາລັກເພື່ອປັດເປົາສິ່ງທີ່ບໍ່ດີໃນປີເກົ່າອອກໄປ. ທັງຄອບຄົວເຕົ້າໂຮມກັນເພື່ອເຮັດອະນາໄມ, ແຕ່ງກິນ ເພື່ອບູຊາທ້າຍປີ. ໃນພາເຂົ້າບູຊາ, ນອກຈາກເຂົ້າຕົ້ມ, ເຂົ້າຕົ້ມກູ່ທີ່ເປັນເອກະລັກຂອງຊາວເຜົ່າ ຢ້າວແດງ, ຊີ້ນໝູ, ຊີ້ນໄກ່, ເຫຼົ້າແລ້ວ, ຕາມປົກກະຕິ ກໍຍັງມີຈານເຂົ້າໜົມໄຢ່, ເຂົ້າໜົມຈືນ, ເຂົ້າໝົມແປ້ງເຂົ້າໜຽວທີ່ຫໍ່ດ້ວຍໃບແຂມ ຕື່ມອີກ.

ປະ​ເພ​ນີ ພົ໊ວ​ຈ໊ວງ ຂອງ​ພໍ່​ແມ່​ພີ່​ນ້ອງ​ຊາວ​​ເຜົ່າ ຢ້າວ​ແດງ ຢູ່ ອຽນ​ບ໊າຍ - ảnh 1 ບັນດາເອື້ອຍນ້ອງແມ່ຍິງຊາວເຜົ່າຢ້າວກໍາລັງເຮັດເຂົ້າຕົ້ມກູ່ທີ່ເປັນເອກະລັກຂອງຊາວເຜົ່າຕົນ (ພາບ: yenbai.gov.vn)

ຢູ່ຮ້ານບູຊາຂອງຊາວເຜົ່າ ຢ້າວແດງ ຍາມໃດກໍມີນ້ຳ, ເຫຼົ້າ ແລະ ຈູດທູບຕິດຕໍ່ກັນ. ຊາວເຜົ່າ ຢ້າວແດງ ບໍ່ເຮັດພິທີເອງ ແຕ່ຈະເຊີນໝໍເຢົາ ຫຼື ຜູ້ອາຍຸສູງທີ່ມີອິດທິພົນຊື່ສຽງໃນວົງຄະນະຍາດມາເຮັດພິທີ. ໝໍເຢົາຕາງໜ້າໃຫ້ເຈົ້າຂອງເຮືອນເຮັດພິທີສະເດາະເຄາະ, ເພື່ອລ້າງຄວາມຊວຍ, ຄວາມບໍ່ດີໃນປີເກົ່າໃຫ້ໝົດໄປ, ພາວະນາຂໍໃຫ້ມີສຸຂະພາບແຂງແຮງ, ຄອບຄົວຢູ່ເຢັນເປັນສຸກ, ຂໍໃຫ້ລະດູການເກັບກ່ຽວໄດ້ຮັບຜົນດີ, ງົວ ຄວາຍ ໝູ ໄກ່ເຕັມຄອກ ແລະ ເຊີນ “ຜີເຮືອນ” ເຊິ່ງແມ່ນປູ່ຍ່າຕາຍາຍ, ບັນພະບຸລຸດພ້ອມກັບບັນດາຜູ້ທີ່ລ່ວງລັບໄປແລ້ວໃນຄອບຄົວຂອງຕົນມາຮ່ວມກິນບຸນເຕັດນໍາກັນ ແລະ ພາຍຫຼັງບຸນເຕັດ ພິທີກຳທີ່ບໍ່ອາດຂາດໄດ້ໃນຄອບຄົວຂອງຊາວເຜົ່າ ຢ້າວແດງ ນັ້ນກໍແມ່ນພິທີ ພົ໊ວຈ໊ວງ (ເຜົາເຄື່ອງບູຊາທີ່ເຮັດດ້ວຍເຈ້ຍ).

ປະ​ເພ​ນີ ພົ໊ວ​ຈ໊ວງ ຂອງ​ພໍ່​ແມ່​ພີ່​ນ້ອງ​ຊາວ​​ເຜົ່າ ຢ້າວ​ແດງ ຢູ່ ອຽນ​ບ໊າຍ - ảnh 2(ພາບປະກອບ)

ພໍ່ແມ່ພີ່ນ້ອງຊາວເຜົ່າ ຢ້າວແດງ ຢູ່ແຂວງ ອຽນບ໊າຍ ບໍ່ມີໃຜຈື່ໄດ້ວ່າ ປະເພນີ ພົ໊ວຈ໊ວງ ມີມາແຕ່ເມື່ອໃດ, ພຽງແຕ່ຮູ້ວ່າ ຄົນລຸ້ນນີ້ຖ່າຍທອດໃຫ້ຄົນລຸ້ນອື່ນ, ອັນໄດ້ກາຍເປັນຈຸດວັດທະນະທຳການເຫຼື້ອມໄສສຳລັບຊາວເຜົ່າ ຢ້າວແດງ ພາຍຫຼັງສິ້ນສຸດການຕ້ອນຮັບບຸນເຕັດຂອງທຸກໆປີ. ແມ່ເຖົ້າ ຟຸ່ງທິຈ່າຍ ຢູ່ບ້ານ 4 ແຄວ່ານ, ຕາແສງ ຟຸກເລີ້ຍ, ເມືອງ ລຸກອຽນ, ແຂວງ ອຽນບ໊າຍ ໃຫ້ຮູ້ວ່າ:

“ນັບແຕ່ຄາວຍັງນ້ອຍ ຂ້າພະເຈົ້າກໍໄດ້ຮູ້ຈັກປະເພນີ ພົ໊ວຈ໊ວງ ຂອງຊົນເຜົ່າຕົນແລ້ວ. ບໍ່ມີໃຜຈື່ໄດ້ວ່າ ປະເພນີນີ້ ມີມາແຕ່ເມື່ອໃດ, ຂ້າພະເຈົ້າເຫັນປູ່ຍ່າຕາຍາຍເລົ່າສູ່ຟັງວ່າ ນີ້ແມ່ນຮີດຄອງປະເພນີທີ່ມີມາແຕ່ດົນນານຂອງຊາວເຜົ່າ ຢ້າວແດງ ແລະ ໄດ້ຮັບການຮັກສາມາບໍ່ຈັກວ່າເທົ່າໃດເຊັ່ນຄົນແລ້ວ. ພາຍຫຼັງເຮັດພິທີ ພົ໊ວຈ໊ວງ ກໍແມ່ນສິ້ນສຸດບຸນເຕັດ, ບັນດາຄອບຄົວກໍເລີ່ມທຳການຜະລິດປູກຝັງ, ລ້ຽງສັດ ດ້ວຍຄວາມຫວັງປະສົບຜົນສຳເລັດໃນປີ”.

ນັບແຕ່ວັນທີ 3, ວັນທີ 4 ບຸນເຕັດເປັນຕົ້ນໄປ, ບັນດາຄອບຄົວຊາວເຜົ່າ ຢ້າວແດງ ກໍກະກຽມເຮັດພິທີ ພົ໊ວຈ໊ວງ ສົ່ງບັນພະບຸລຸດຂຶ້ນສະຫວັນ, ເພື່ອກ້າວເຂົ້າສູ່ລະດູການຜະລິດໃໝ່ ດ້ວຍຄວາມປາດຖະໜາວ່າ ຢາກທຳມາຫາກິນຢ່າງສະດວກ. ນີ້ແມ່ນພິທີກຳໜຶ່ງທີ່ພໍ່ແມ່ພີ່ນ້ອງຊາວເຜົ່າ ຢ້າວແດງ ໄດ້ຮັກສາມາບໍ່ຈັກວ່າເທົ່າໃດເຊັ່ນຄົນແລ້ວ.

ພໍ່ແມ່ພີ່ນ້ອງຊາວເຜົ່າ ຢ້າວແດງ ມີຄວາມສຳນຶກວ່າ ໃນຊຸມວັນບຸນເຕັດ ບັນດາບັນພະບຸລຸດຍາມໃດກໍຢູ່ເທິງຮ້ານບູຊາ ເພື່ອຕ້ອນຮັບບຸນເຕັດຢ່າງມ່ວນຊື່ນ, ດົນບັນດານສິ່ງທີ່ງາມ ໃຫ້ແກ່ຄອບຄົວ ແລະ ລູກຫຼານ. ສະນັ້ນ, ບັນດາເຄື່ອງບູຊາເຫຼົ່ານັ້ນ ແມ່ນຕ້ອງໄດ້ເຮັດພິທີ ພົ໊ວຈ໊ວງ ສໍາເລັດຈຶ່ງໄດ້ນຳລົງມາຈາກຮ້ານບູຊາ.

ກ່ອນຈະເຮັດພິທີ ພົ໊ວຈ໊ວງ, ເຈົ້າຂອງເຮືອນຕ້ອງເລືອກເອົາມື້ສັນວັນດີ ແລະ ເຊີນໝໍເຢົາມາເຮັດພິທີ ດ້ວຍຈຸດປະສົງສົ່ງບັນພະບຸລຸດຂຶ້ນສະຫວັນ. ເພື່ອເຮັດພິທີ, ເຈົ້າຂອງເຮືອນຕ້ອງກະກຽມໄກ່ຕົ້ມ, ເຈ້ຍສາ 2 ແຜ່ນ, ຕັດເປັນຮູບ 4 ແຈສາກນ້ອຍສໍ່າຝາມື ແລ້ວພິມລວດລາຍໃສ່ເຈ້ຍທັງສອງດ້ານ ເພື່ອເຮັດເປັນເງິນເຈ້ຍ, ຈອກນ້ຳ 5 ຈອກ, ຈອກເຫຼົ້າ 5 ຈອກ ແລະ ທູບ 3 ດອກ. ພາຍຫຼັງກະກຽມເຄື່ອງບູຊາແລ້ວ ກໍນຳໄປຂຶ້ນຮ້ານບູຊາບັນພະບຸລຸດ ເພື່ອໃຫ້ໝໍເຢົາເຮັດພິທີ. ຄອບຄົວແມ່ເຖົ້າ ຟຸ່ງທິຈ່າຍ ໄດ້ເຊີນ ໝໍເຢົາຈ້ຽວຕ໊ຽນມິງ ມາເຮັດພິທີໃຫ້ຢູ່ເຮືອນ ໂດຍກ່າວບົດສະດຸດີວ່າ:

“ມື້ນີ້ ບຸນເຕັດໄດ້ສິ້ນສຸດລົງ, ເຈົ້າຂອງເຮືອນຂໍຂອບໃຈປູ່ຍ່າຕາຍາຍບັນພະບຸລຸດທີ່ໄດ້ມາຮ່ວມກິນບຸນເຕັດນຳຄອບຄົວ, ລູກຫຼານ. ມື້ນີ້ ບຸນເຕັດໄດ້ສິ້ນສຸດລົງ ຄອບຄົວໄດ້ກະກຽມພິທີ, ເຊີນປູ່ຍ່າຕາຍາຍບັນພະບຸລຸດມາຮັບມາໂຈມເອົາ ແລະ ດົນບັນດານໃຫ້ຄອບຄົວ ປີໃໝ່ທຳມາຫາກິນສະດວກ, ມີສຸຂະພາບແຂງແຮງ. ຄອບຄົວຂໍນຳເຄື່ອງບູຊາລົງຈາກຮ້ານ ເພື່ອກ້າວເຂົ້າສູ່ລະດູການທຳມາຫາກິນໃໝ່”.

ພາຍຫຼັງພິທີບູຊາສົ່ງປູ່ຍ່າຕາຍາຍບັນພະບຸລຸດຂຶ້ນສະຫວັນຊັ້ນຟ້າ ແລະ ຈູດເຜົາເງິນເຈ້ຍບູຊາແລ້ວ, ພໍ່ແມ່ປະຊາຊົນກໍຖືນີ້ວ່າ ແມ່ນສິ້ນສຸດບຸນເຕັດ, ເຄື່ອງບູຊາໄດ້ນຳລົງມາຈາກຮ້ານບູຊາ ແລະ ແຕ່ງພາເຂົ້າ ເພື່ອໃຫ້ບັນດາສະມາຊິກໃນຄອບຄົວໄດ້ກິນຮ່ວມກັນ ແລະປຶກສາຫາລືທິດທາງໃໝ່ໃນການທຳມາຫາກິນ. ຢູ່ບາງເຂດ, ພາຍຫຼັງຈູດເຜົາເງິນເຈ້ຍບູຊາ ແລະ ສົ່ງປູ່ຍ່າຕາຍາຍບັນພະບຸລຸດຂຶ້ນສະຫວັນແລ້ວ, ແຕ່ລະຄອບຄົວກໍຈະກະກຽມພາເຂົ້າບູຊາບ້ານ. ຢູ່ສາລາບ້ານ, ໝໍເຢົາທີ່ມີອິດທິພົນຊື່ສຽງທີ່ສຸດ ຈະໄດ້ຮັບການມອບໝາຍໜ້າທີ່ໃຫ້ເຮັດພິທີໃຫ້ແຕ່ລະຄອບຄົວ ຫຼັງຈາກນັ້ນ ຈະແມ່ນພິທີບູຊາລວມຂອງທັງໝູ່ບ້ານ. ຕໍ່ຈາກພິທີບູຊານີ້, ແຕ່ລະຄອບຄົວຈະນຳເອົາເຄື່ອງມືຮັບໃຊ້ການອອກແຮງງານທຳການຜະລິດ ເພື່ອນໍາໄປເຮັດໄຮ່ ເຮັດນາດ້ວຍພະລັງແຫ່ງຄວາມຫ້າວຫັນ ແລະ ຄວາມຫວັງວ່າ ໃນປີໃໝ່ຈະມີຄວາມອີ່ມໜຳສຳລານສົມບູນພູນສຸກ.

ຕອບກັບ

ຂ່າວ/ບົດ​ອື່ນ