​ຜູ້​ຮັກ​ສາ​ອາ​ຊີບ​ຕ​່ຳ​ແພ​ໄຫມ​ຂອງ​ໝູ່​ບ້ານ​ຫັດ​ຖະ​ກຳ​ຫວ້ານ​ຟຸກ

(VOVWORLD) -ຄວາມອົດທົນ, ດຸໝັ່ນຂະຫຍັນພຽນ, ປະດິດຄິດສ້າງ ແມ່ນບັນດາຄຸນນະທຳອັນດີງາມຂອງບັນດານັກຮົບເກົ່າ, ນັກສິລະປະການ ຟ້າມຄັກຮ່າ, ປະທານສະມາຄົມໝູ່ບ້ານອາຊີບ ຫັດຖະກໍາ ຫວ້ານຟຸກ. ທ່ານ ຮ່າ ແມ່ນໜຶ່ງໃນບັນດາຜູ້ທີ່ມີຄຸນງາມຄວາມດີອັນໃຫຍ່ຫຼວງໃນການຟື້ນຟູໝູ່ບ້ານອາຊີບຕ່ຳແພໄຫມຫວ້ານຟຸກ, ເມືອງ ຮ່າດົງ, ຮ່າໂນ້ຍ, ເຊິ່ງເຄີຍມີໄລຍະໜຶ່ງທີ່ຫຍຸ້ງຍາກລຳບາກ, ເບິ່ງຄືວ່າ ປະຊາຊົນໃນໝູ່ບ້ານບໍ່ສາມາດຮັກສາອາຊີບນີ້ໄວ້ໄດ້ແລ້ວ.

  ຄອບຄົວຂອງທ່ານ ຟ້າມຄັກຮ່າ ໄດ້ເຮັດອາຊີບຕ່ຳແພໄຫມທີ່ເປັນມູນເຊື້ອມາ 5 ເຊັ່ນຄົນແລ້ວ, ໃນຄາວເຍົາໄວທ່ານ ຮ່າ ໄດ້ມີຄວາມຜູກພັນກັບເສັ້ນໄໝ ແລະ ສຽງຈັກຕ່ຳແພໄໝ.ທ່ານ ຮ່າ ເກີດປີ 1953, ປັດຈຸບັນ ອາຍຸໄດ້ 67 ປີແລ້ວ, ອາຍຸຢູ່ໃນລະດັບນີ້, ບາງເທື່ອກໍ່ຄືຜູ້ອື່ນໆ ແມ່ນຈະຊອກເຮັດວຽກເບົາໄປຕາມໄວອາຍຸ ແລະ ຜັກຜ່ອນ ແຕ່ສະເພາະທ່ານ ຮ່າ ແລ້ວ, ທ່ານເຮັດວຽກຢ່າງບໍ່ຮູ້ອິດຮູ້ເມື່ອຍ. ຍ້ອນບັນດາການປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການອະນຸລັກຮັກສາ ແລະ ພັດທະນາໝູ່ບ້ານຫັດຖະກຳຕ່ຳແພໄໝ ແລະ ອິດທິພົນຊື່ສຽງຂອງຕົນນັ້ນ, ໃນຫຼາຍສິບປີຢ່າງລຽນຕິດມານີ້ ທ່ານ ຟ້າມຄັກຮ່າ ກໍໄດ້ຮັບຄວາມໄວ້ເນື້ອເຊື່ອໃຈຈາກປະຊາຊົນ ແລະ ເລືອກໃຫ້ເປັນຜູ້ຮັກສາຕຳແໜ່ງ ປະທານສະມາຄົມໝູ່ບ້ານຫັດຖະກຳ ຫວ້ານຟຸກ.

​ຜູ້​ຮັກ​ສາ​ອາ​ຊີບ​ຕ​່ຳ​ແພ​ໄຫມ​ຂອງ​ໝູ່​ບ້ານ​ຫັດ​ຖະ​ກຳ​ຫວ້ານ​ຟຸກ - ảnh 1 ທ່ານ ຟ້າມຄັກຮ່າ ຜູ້ຮັກສາອາຊີບຕ່ຳແພໄຫມຂອງໝູ່ບ້ານຫັດຖະກຳຫວ້ານຟຸກ (ພາບ: laodongthudo.vn)

        ກ່ອນໜ້ານີ້, ເມື່ອຄາວເປັນບ່າວ, ຕາມສຽງຮ້ອງອັນສັກກະລະບູຊາຂອງປະເທດຊາດ, ປີ 1971, ຊາຍໜຸ່ມ ຟ້າມຄັກຮ່າ ໄດ້ໄປເຂົ້າເປັນທະຫານຢູ່ສະໜາມຮົບພາກໃຕ້ ຫວຽດນາມ. ຮອດປີ 1977, ທ່ານ ຮ່າ ໄດ້ກັບຄືນເມືອບ້ານເກີດເມືອງນອນ. ໄລຍະນັ້ນ ປະເທດຊາດພວມຢູ່ໃນສະໄໝເກື້ອກູນ, ເສດຖະກິດປະສົບກັບຄວາມຫຍຸ້ງຍາກ, ຜະລິດຕະພັນຕ່ຳແຜ່ນທີ່ປະຊາຊົນໃນໝູ່ບ້ານເຮັດອອກມາ ບໍ່ໄດ້ຂາຍດີ. ຫຼາຍຄອບຄົວໃນໝູ່ບ້ານມີຄວາມຄິດຢາກປະລະອາຊີບນີ້, ຂາຍຈັກຕ່ຳແຜ່ນແພ, ມ້າງກີ່ຕ່ຳຫູກ, ອອກຈາກໝູ່ບ້ານໄປຢູ່ບ່ອນອືື່ນເພື່ອທຳມາຫາກິນ. ເຖິງວ່າ ຕົນຕົວມີບາດແຜຍ້ອນສົງຄາມກໍຕາມ ແຕ່ດ້ວຍຄຸນນະທາດຂອງອ້າຍທະຫານລຸງ ໂຮ່, ທ່ານ ຟ້າມຄັກຮ່າ ກໍບໍ່ທໍ້ຖອຍ, ຕັດສິນໃຈເດັດດ່ຽວໃນການຮັກສາອາຊີບ. ທ່ານ ຟ້າມຄັກຮ່າ ເລົ່າຄືນສູ່ຟັງວ່າ:

        “ໄລຍະນັ້ນ ແຫຼ່ງສະໜອງວັດຖຸດິບມີຄວາມຈຳກັດ, ບໍ່ມີຫຼາຍຮູບແບບ, ບໍ່ມີເຄື່ອງຈັກໜູນຊ່ວຍ.ປະເທດຊາດຫາກໍໄດ້ຮັບຄວາມເປັນເອກະພາບ ສະນັ້ນ ເສດຖະກິດປະສົບກັບຄວາມຫຍຸ້ງຍາກທີ່ສຸດ ແຕ່ຮູບແບບທຳການຜະລິດຂອງພວກຂ້າພະເຈົ້າແມ່ນຮູບແບບສະຫະກອນ ສະນັ້ນຍັງບໍ່ທັນສົ່ງເສີມບັນດາຜູ້ທີ່ສຸດຈິດສຸດໃຈ ແລະ ມີສະຕິປັນຍາໄດ້ເທື່ອ. ເມື່ອກັບຄືນມາທ້ອງຖິ່ນຕົນ, ຂ້າພະເຈົ້າກໍເຂົ້າຮ່ວມຫ້ອງຮຽນກຳມະກອນເຕັກນິກ ເພື່ອຮ່ຳຮຽນເອົາຄວາມຮູ້ເພີ່ມ, ຫຼັງຈາກນັ້ນ ນຳມາເຜີຍແຜ່ໃຫ້ສູ່ພໍ່ແມ່ປະຊາຊົນ, ໜູນໃຊ້ເຂົ້າໃນການຜະລິດ”.

        ເມື່ອປະເທດຊາດມີການກຳນົດທິດໃນການພັດທະນາພື້ນຖານເສດຖະກິດຕະຫຼາດປ່ຽນແທນໃຫ້ກົນໄກເກື້ອກູນ, ໂດຍກຳໄດ້ກາລະໂອກາດດັ່ງກ່າວ, ທ່ານ ຮ່າ ຈຶ່ງເປັນຜູ້ນຳໜ້າໃນຂະບວນການຜະລິດແບບເອກະຊົນຢູ່ທ້ອງຖິ່ນ, ກ້າຫານທີ່ຈະຫັນປ່ຽນຮູບແບບດຳເນີນທຸລະກິດ, ນຳເອົາກົນຈັກເຂົ້າໃນການຜະລິດ ເພື່ອຍົກສູງສະມັດຕະພາບ, ຫຼຸດລາຄາຜະລິດຕະພັນລົງ. ນອກຈາກບັນດາຜະລິດຕະພັນ, ຮູບແບບລວດລາຍທີ່ເປັນມູນເຊື້ອແລ້ວ, ທ່ານຍັງຊີ້ນຳສະມາຄົມໝູ່ບ້ານຫັດຖະກຳຫວ້ານຟຸກ ແນະນຳບັນດາຄອບຄົວປະດິດສ້າງບັນດາຜະລິດຕະພັນໃໝ່ໆຕື່ມອີກ, ນຳຜະລິດຕະພັນໄໝມ້ອນເຂົ້າໄປຂາຍຢູ່ຮ້ານຂາຍ ຊຸດອາພອນສະໄຫມ ເພື່ອແນະນຳ ແລະ ໂຄສະນາຜະລິດຕະພັນ. ມີຫຼາຍຄອບຄົວໃນໝູ່ບ້ານໄດ້ຮຽນ ແລະ ເຮັດຕາມຮູບແບບການຜະລິດດຳເນີນທຸລະກິດຂອງຄອບຄົວທ່ານ ຮ່າ. ຍ້ອນແນວນັ້ນ, ເຄື່ອງໝາຍສິນຄ້າຂອງແພໄໝໝູ່ບ້ານ ຫວ້ານຟຸກ ຈິ່ງນັບມື້ນັບມີທີ່ຕັ້ງໃນຕະຫຼາດ. ທ່ານ ຟ້າມຄັກຮ່າ ໃຫ້ຮູ້ວ່າ:

        “ປັດຈຸບັນ ໃນໝູ່ບ້ານ ນອກຈາກບັນດາກີ່ຕ່ຳແພໄໝດ້ວຍມືແລ້ວ, ພວກຂ້າພະເຈົ້າກໍລະດົມປະຊາຊົນຊື້ເຄື່ອງຈັກເພື່ອຜະລິດບັນດາຜະລິດຕະພັນທີ່ງາມກວ່າ. ເຖິງຢ່າງໃດກໍຕາມ, ມີບາງຂັ້ນຕອນຍັງຕ້ອງເຮັດດ້ວຍມື, ເພາະນີ້ແມ່ນອາຊີບທີ່ເປັນມູນເຊື້ອ. ປັດຈຸບັນ, ໃນໝູ່ບ້ານມີກີ່ຕ່ຳແພໄໝ 286 ກີ່, ມີຄອບຄົວທັງຜະລິດ ທັງດຳເນີນທຸລະກິດ 124 ຄອບຄົວ. ສະມັດຕະພາບການຜະລິດແພໄໝປະເພດຕ່າງໆຄາດວ່າບັນລຸ 1,5 ລ້ານ ແມັດ. ປັດຈຸບັນ ພວກຂ້າພະເຈົ້າກໍມີຮາກຖານແນະນຳກ່ຽວກັບຂະບວນການຜະລິດແພໄໝ 1 ແຫ່ງ ເພື່ອໃຫ້ແຂກທ່ອງທ່ຽວທັງຢູ່ພາຍໃນ ແລະ ສາກົນໄດ້ມາສຳຜັດຕົວຈິງ. ນອກຈາກນັ້ນ, ພວກຂ້າພະເຈົ້າກໍຍັງມີສູນອະນຸລັກຮັກສາແພໄໝ ຫວ້ານຟຸກ, ວາງສະແດງບັນດາຜະລິດຕະພັນທີ່ເປັນເອກະລັກສະເພາະຂອງໝູ່ບ້ານ ຫວ້ານຟຸກ ອີກດ້ວຍ”.

        ປີ 1990, ນັກສິລະປະການ ຟ້າມຄັກຮ່າ ພ້ອມກັບນັກສິລະປະການ ຈ້ຽວວັນມ໊າວ ໄດ້ຟື້ນຟູປະເພດໄໝ ເວິນ ສຳເລັດ - ຊື່ງແມ່ນປະເພດໄໝກ່ອນນີ້ເຄີຍໃຊ້ພຽງແຕ່ສຳລັບກະສັດເທົ່ານັ້ນ, ເປັນປະເພດໄໝຫາຍາກພິເສດ “ຫວ້ານຟຸກ ຂະໜານແທ້” ເກືອບຄືວ່າບໍ່ມີການສືບທອດໃດໆແລ້ວ. ທ່ານ ຮ່າ ກໍໄດ້ມີການລິເລີ່ມນຳເອົາສັນຍາລັກຮາກຖານການຜະລິດໃສ່ຜະລິດຕະພັນ, ສ້າງຄວາມໄວ້ເນື້ອເຊື່ອໃຈໃຫ້ແກ່ລູກຄ້າ ເມື່ອຊື້ສິນຄ້າ ຍ້ອນຜະລິດຕະພັນທັງໝົດລ້ວນແຕ່ມີຕົ້ນກຳເນີດຢ່າງຈະແຈ້ງ. ດ້ວຍຕຳແໜ່ງແມ່ນປະທານສະມາຄົມໝູ່ບ້ານອາຊີບ ຫວ້ານຟຸກ, ທ່ານ ຮ່າ ໄດ້ມີຄວາມຕັ້ງໜ້າໃນການບຳລຸງສ້າງ ແລະ ຖ່າຍທອດອາຊີບໃຫ້ແກ່ຄົນລຸ້ນໜຸ່ມຢູ່ທ້ອງຖິ່ນ.

        “ຂ້າພະເຈົ້າໄດ້ບຳລຸງສ້າງໃຫ້ຊ່າງຫຼາຍຄົນ, ທຸກຄົນທີ່ມາເຮືອນຂ້າພະເຈົ້າກໍສອນໃຫ້ໝົດ. ມີບັນດາໂຄງການຂອງສູນສົ່ງເສີມອຸດສາຫະກຳ ຫຼື ຫ້ອງການເສດຖະກິດ ເມືອງ ຮ່າດົງ ໃຫ້ພວກຂ້າພະເຈົ້າເປີດຫ້ອງສອນອາຊີບນັ້ນ, ຂ້າພະເຈົ້າກໍເປັນຜູ້ສອນໃຫ້ພໍ່ແມ່ພີ່ນ້ອງເອງ. ໃນຊຸມປີມໍ່ໆມານີ້, ປີໃດພວກຂ້າພະເຈົ້າກໍເປີດຫ້ອງຮຽນຄືແນວນັ້ນ. ຫວ່າງແລ້ວນີ້, ພວກຂ້າພະເຈົ້າກໍເປີດຫ້ອງຮຽນກ່ຽວກັບຕັດຫຍິບ ຍ້ອນພວກຂ້າພະເຈົ້າຄິດວ່າ ແພໄໝ  ຫວ້ານຟຸກ ມີຊື່ສຽງແລ້ວ ແລະ ມີຊາວ ຫວ້ານຟຸກ ອອກແບບ ແລະ ຕັດຫຍິບ ແມ່ນຈະດີກວ່າອີກ”.

        ປີ 2015, ທ່ານ ຟ້າມຄັກຮ່າ ແມ່ນ ນັກສິລະປະການຜູ້ໜຶ່ງດຽວຂອງໝູ່ບ້ານ ຫວ້ານຟຸກ ທີ່ໄດ້ຮັບການເຊີດຊູເປັນ ວົງຕະກຸນຄຳ ແລະ ໄດ້ຮັບນາມມະຍົດ “ນັກຮົບເສຍອົງຄະທຳການຜະລິດ, ດຳເນີນທຸລະກິດເກັ່ງຂອງນະຄອນຫຼວງ”. ດ້ວຍຄວາມສຸດຈິດສຸດໃຈທີ່ມີຕໍ່ອາຊີບ, ຄວາມປາດຖະໜາຂອງທ່ານແມ່ນເປີດກວ້າງ ແລະ ພັດທະນາອາຊີບຕ່ຳແຜ່ນແພຫວ້ານຟຸກ ທີ່ເປັນມູນເຊື້ອຢ່າງບໍ່ຢຸດຢັ້ງ. ບັນດາການປະກອບສ່ວນຂອງນັກທຸລະກິດ, ນັກຮົບເກົ່າ ຟ້າມຄັກຮ່າ ຕໍ່ກັບອາຊີບຕ່ຳແຜ່ນແພຂອງໝູ່ບ້ານຫວ້ານຟຸກ ນັ້ນ, ໄດ້ປະກອບສ່ວນນຳເຄື່ອງໝາຍແພໄໝ ຮ່າດົງ ໄປທັດທຽມກັບຜະລິດຕະພັນແພໄໝທັງຢູ່ພາຍໃນ ແລະ ສາກົນ.

ຕອບກັບ

ຂ່າວ/ບົດ​ອື່ນ