ແບບຢ່າງດີເດັ່ນກ່ຽວກັບນ້ຳໃຈປະຕິວັດ ແລະ ຍາມໃດກໍ່ໃກ້ຊິດຕິດແທດກັບປະຊາຊົນ

(VOVWORLD) -ທ່ານປະທານ ໂຕນດຶກທັງ, ນັກຮົບກອມມູນິດ ອົງອາດກ້າແກ່ນ ເປັນແບບຢ່າງດີເດັ່ນ, ໄດ້ອຸທິດຕະຫລອດຊີວິດຂອງຕົນໃຫ້ແກ່ການປະຕິວັດ, ເພື່ອປະເທດຊາດ. ທ່ານປະທານ ໂຕນດຶກທັງ ກໍ່ແມ່ນຜູ້ເປັນເພື່ອນສະຫນິດສະຫນົມຂອງທ່ານປະທານໂຮ່ຈິມີນ ເຊິ່ງແມ່ນຜູ້ນຳປີຊາສາມາດ ດີເລີດຂອງພັກ, ລັດ ແລະ ແນວໂຮມປະເທດຊາດຫວຽດນາມ. ຊີວິດ ແລະ ພາລະກິດຂອງທ່ານປະທານ ໂຕນດຶກທັງ ແມ່ນແບບຢ່າງດີເດັ່ນກ່ຽວກັບນ້ຳໃຈປະຕິວັດ.

ແບບຢ່າງດີເດັ່ນກ່ຽວກັບນ້ຳໃຈປະຕິວັດ ແລະ ຍາມໃດກໍ່ໃກ້ຊິດຕິດແທດກັບປະຊາຊົນ - ảnh 1 ທ່ານປະທານ ໂຕນດຶກທັງ 

ທ່ານປະທານ ໂຕນດຶກທັງ ໄດ້ກຳເນີດໃນຄອບຄົວຊາວກະສິກອນທີ່ທຸກຍາກຢູ່ ກູ່ລາວອົງໂຫ - ບີງແທ່ງ ແຂວງ ລອງຊວຽນ ປະຈຸບັນ ແມ່ນຕາແສງ ໝີຮ່ວາຮືງ ເທດສະບານ ລອງຊວຽນ ແຂວງ ອານຢາງ.  ດ້ວຍຄວາມຮັກຕໍ່ບ້ານເກີດເມືອງນອນ, ຕໍ່ປະເທດຊາດ, ກຳມະກອນ ໂຕນດຶກທັງ ໄດ້ເກີດມີນຳ້ໃຈຮັກຊາດແຕ່ຄາວຍັງຫນຸ່ມ, ມີຄວາມເຂົ້າໃຈຢ່າງເລິກເຊິ່ງຕໍ່ຄວາມຫຍຸ້ງຍາກລຳບາກຂອງປະຊາຊົນຫວຽດນາມ ພາຍໃຕ້ລະບອບສັກດີນາ. ປີ 1912 ເມື່ອມີອາຍຸ 24 ປີ, ທ່ານໂຕນດຶກທັງ  ໄດ້ຈັດຕັ້ງ ແລະ  ນຳພາການຢຸດງານຂອງກຳມະກອນໂຮງງານສ້ອມແປງກຳປັ່ນ ບາຊອນ ເລີ່ມຕົ້ນຊີວິດແຫ່ງການເຄື່ອນໄຫວປະຕິວັດທີ່ເຕັມໄປດ້ວຍຄວາມຫຍຸ້ງຍາກລຳບາກ ແຕ່ສະຫງ່າອົງອາດ. ຕາມຮອງສາດສະດາຈານ, ປອ ເລກວັກລີ, ຮອງຜູ້ອຳນວຍການສະຖາບັນການເມືອງແຫ່ງຊາດ ໂຮ່ຈິມີນແລ້ວ, ທ່ານ ປະທານໂຕນດຶກທັງ ແມ່ນກໍລະນີພິເສດ, ຈາກການນຳກຳມະບານ ແລ້ວກາຍເປັນນັກກອມມູນິດ ແລະ ເປັນການນຳພັກ.

        “ໃນຊຸມເດືອນປີເປັນໄວຫນຸ່ມເຄື່ອນໄຫວຢູ່ຕ່າງປະເທດ, ທ່ານປະທານໂຕນດຶກທັງ ໄດ້ເຂົ້າຮ່ວມການຕໍ່ສູ້ພ້ອມກັບບັນດາລູກເຮືອຢູ່ທະເລດຳ, ຕ້ານການແຊກແຊງຂອງບັນດາລັດທິຈັກກະພັດ, ປົກປັກຮັກສາປະເທດລັດເຊຍ (ໂຊຫວຽດເກົ່າ) ປີ 1919 ປະກອບສ່ວນປົກປັກຮັກສາກຳແພງຂອງການປະຕິວັດກຳມະຊີບໂລກ. ເມື່ອກັບຄືນເມືອຫວຽດນາມ ທ່ານປະທານ ໂຕນດຶກທັງ ໄດ້ເຂົ້າຮ່ວມບັນດາການຕໍ່ສູ້ຂອງກຳມະກອນ ໄຊງ່ອນ - ເຈີ້ເລີນ (ຕະຫລາດໃຫຍ່) ແລະ ຮັບຮູ້ຢ່າງຈະແຈ້ງເຖິງຄວາມສາມັກຄີໂດຍມີການຈັດຕັ້ງຂອງກຳມະກອນເພື່ອສ້າງຄວາມສາມັກຄີ, ຕໍູ່ສ້ຕ້ານການກົດຂີ່ຂຸດຮີດຂອງລະບອບລ່າເມືອງຂຶ້ນສັກດີນາ”

ພາຍຫລັງທ່ານປະທານ ໂຮ່ຈິມີນ ໄດ້ລ່ວງລັບໄປແລ້ວ, ທ່ານປະທານ ໂຕນດຶກທັງ ໄດ້ຮັບການມອບໝາຍຫນ້າທີ່ເປັນປະທານປະເທດ ແລະ ປະທານແນວໂຮມປະເທດຊາດຫວຽດນາມ ຈາກ ພັກ, ລັດ, ປະຊາຊົນຫວຽດນາມ. ທ່ານປະທານ ໂຕນດຶກທັງ ໄດ້ພ້ອມກັບສູນກາງພັກ ເຂົ້າຮ່ວມການຊີ້ນຳທົ່ວປວງຊົນ, ທົ່ວກອງທັບ ປະຕິບັດຄຳພິໄນກຳທີ່ສັກກະລະບູຊາຂອງປະທານໂຮ່ຈິມີນ, ປົດປ່ອຍພາກໃຕ້ຫວຽດນາມຢ່າງສົມບູນ, ໂຮມປະເທດຊາດເປັນເອກະພາບ. ໂດຍໄດ້ຄົ້ນຄ້ວາປະຫວັດຄວາມເປັນມາກ່ຽວກັບທ່ານປະທານໂຕນດຶກທັງ ມາເປັນເວລາຫລາຍປີ, ສາດສະດາຈານ ໂດກວາງຮືງ, ສັງກັດມະຫາວິທະຍາໄລແຫ່ງຊາດ ຮ່າໂນ້ຍ ຖືວ່າ:

“ໄລຍະທ່ານໂຕນດຶກທັງ ດຳລົງຕຳແຫນ່ງເປັນປະທານປະເທດ ເວລານັ້ນ ທ່ານປະທານໂຮ່ຈິມີນ ຫາກໍ່ເຖິງແກ່ມໍລະນະກຳ ແລະ ບໍ່ມີຜູ້ໃດຮັບຜິດຊອບຫນ້າທີ່ນີ້ໄດ້ດີຄືທ່ານ ໂຕນດຶກທັງ. ລຸງໂຮ່ ລຸງໂຕນ ເປັນໝູ່ເພື່ອນກັນ, ລຸງໂຕນ ແມ່ນຜູ້ມີອິດທິພົນຊື່ສຽງ ແລະ ແມ່ນຊາວພາກໃຕ້. ໃນຈຸດເວລານີ້ ປະເທດຊາດກະກຽມກ້າວເຂົ້າສູ່ໄລຍະທ້ອນໂຮມເປັນເອກະພາບ.”

ເກືອບ 70 ປີແຫ່ງການເຄື່ອນໄຫວປະຕິວັດຢ່າງຕໍ່ເນື່ອງ, ທ່ານປະທານ ໂຕນດຶກທັງ ແມ່ນຜູ້ນຳເປັນແບບຢ່າງ, ບໍລິສຸດຜຸດຜ່ອງ ແລະ ເປັນແບບຢ່າງຄຸນສົມບັດປະຕິວັດທີ່ສະຫລາດສ່ອງໃສ ແລະ ມີສະຕິຕື່ນຕົວຕໍ່ການປະຕິວັດຢ່າງເລິກເຊິ່ງໃຫ້ແກ່ລຸ້ນປະຕິວັດໃນວັນນີ້ ແລະ ໃນອະນາຄົດ. ນັ້ນແມ່ນ ຈິດໃຈອົງອາດກ້າຫານ, ບໍ່ຍອມຈຳນົນຕໍ່ສັດຕູ, ຜ່ານຜ່າຄວາມຫຍຸ້ງຍາກ ສິ່ງທ້າທາຍ. ພ້ອມກັນນັ້ນ ຍາມໃດທ່ານກໍ່ມີຄວາມຈົງຮັກພັກດີກັບຈຸດໝາຍ, ອຸດົມຄະຕິຂອງພັກ, ຕໍ່ກັບພາລະກິດປະຕິວັດຂອງຊາດ. ທ່ານນາງ ຫງວຽນທິຢວານ, ອະດີດຮອງປະທານປະເທດ ຖືວ່າ ທ່ານປະທານໂຕນດຶກທັງ ບໍ່ພຽງແຕ່ແມ່ນນັກການເມືອງໝັ້ນແກ່ນ, ນັກຈັດຕັ້ງທີ່ປີຊາສາມາດເທົ່ານັ້ນ ທ່ານປະທານໂຕນດຶກທັງ  ຍັງມີການປະກອບສ່ວນອັນລ້ຳຄ່າກ່ຽວກັບດ້ານທິດສະດີ, ເຮັດໃຫ້ແນວຄິດໂຮ່ຈິມີນ ກ່ຽວກັບການກໍ່ສ້າງກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດຫວຽດນາມ ແຈ້ງສະຫວ່າງແລະ ອຸດົມສົມບູນກວ່າ.

        “ຈາກບົດຮຽນຂອງທ່ານປະທານ ໂຕນດຶກທັງ  ແລະ ປະທານ ໂຮ່ຈິມີນ ກ່ຽວກັບນ້ຳໃຈມະຫາສາມັກຄີທົ່ວປວງຊົນທັງຊາດ, ພວກເຮົາ ໄດ້ມີນ້ຳໃຈມະຫາສາມັກຄີທົ່ວປວງຊົນທັງຊາດອັນໝັ້ນແກ່ນ, ນ້ຳໃຈຮັກຊາດ, ຮັກບ້ານເກີດເມືອງນອນ, ອົງອາດກ້າຫານເພື່ອໃຫ້ພວກເຮົາຕໍ່ສູ້.”

ແບບຢ່າງດີເດັ່ນກ່ຽວກັບນ້ຳໃຈປະຕິວັດ ແລະ ຍາມໃດກໍ່ໃກ້ຊິດຕິດແທດກັບປະຊາຊົນ - ảnh 2 ທ່ານປະທານ ໂຕນດຶກທັງ  ແລະ ທ່ານພົນເອກ ຫວໍງວຽນຢາບ ຮັບຟັງວິທີຍິງເຮືອບິນ B52

ພາບ: ເອກະສານ

ດ້ວຍ ອາຍຸຍືນ 92 ປີ ແລະ  ເກືອບ 70 ປີແຫ່ງການເຄື່ອນໄຫວປະຕິວັດ, ຊີວິດ ແລະ ພາລະກິດປະຕິວັດຂອງປະທານໂຕນດຶກທັງ ແມ່ນແບບຢ່າງດີເດັ່ນກ່ຽວກັບນ້ຳໃຈຮັກຊາດ, ໃກ້ຊິດຕິດແທດກັບປະຊາຊົນ. ຕະຫລອດຊີວິດເຄື່ອນໄຫວປະຕິວັດ, ໃນເງື່ອນໄຂແລະສະພາບການແນວໃດກໍຕາມ ທ່ານປະທານໂຕນດຶກທັງ ຍາມໃດກໍ່ຈົງຮັກພັກດີ, ສຸດຈິດສຸດໃຈຕໍ່ກັບພັກ, ປະຊາຊົນ, ຍາມໃດກໍ່ເຊີດຊູນ້ຳໃຈອົງອາດກ້າຫານ, ບໍ່ຍອມຈຳນົນ, ດຸໝັ່ນຂະຫຍັນພຽນ, ສັດຊື່ບໍລິສຸດ, ເຫັນແກ່ສ່ວນລວມບໍ່ເຫັນແກ່ສ່ວນຕົວ.

ຕອບກັບ

ຂ່າວ/ບົດ​ອື່ນ