VOV ຈະອອກອາກາດລາຍການກະຈາຍສຽງພາກພາສາ ສ.ເກົາຫຼີ ນັບແຕ່ວັນທີ 07 ກັນຍາ 2018

(VOVWORLD) - ລາຍການກະຈາຍສຽງພາກພາສາ ສ.ເກົາຫຼີ (VOV Korean) ທຳອິດ ແລະ ເປັນໜຶ່ງດຽວຢູ່ຫວຽດນາມ ຈະອອກອາກາດເປັນທາງການ ເລີ່ມແຕ່ວັນທີ 07 ກັນຍາ 2018, ຜ່ານຄື້ນຄວາມຖີ່ 105.5 MHz ຂອງວິທະຍຸກະຈາຍສຽງຫວຽດນາມ.

ທ່ານຜູ້ຟັງສາມາດຟັງ VOV Korean ໃນເວລາ 7ໂມງ-8ໂມງ, 18ໂມງ-19ໂມງ, 23ໂມງ-24ໂມງ ຂອງທຸກໆມື້ ຫຼືຕິດຕາມຟັງລາຍການອອນລາຍໃນເວບໄຊ vovworld.vn.

ໂດຍມີໂຄງສ້າງລາຍການທີ່ທັນສະໄໝ, ເຕັມໄປດ້ວຍສີສັນ, FM VOV Korean 105.5 MHz ຈະນຳສະເໜີຕໍ່ທ່ານຜູ້ຟັງ ບັນດາຂໍ້ມູນຂ່າວສານກ່ຽວກັບຢູ່ຫວຽດນາມ ແລະ ໃນໂລກ ທີ່ໄວ, ຊັດເຈນ, ສີສັນ ຫຼາກຫຼາຍ

ພ້ອມກັບບັນດາຂໍ້ມູນຂ່າວສະຖານະການ, ບັນດາລາຍການເພັງ, ບັນເທີງ, ສອນພາສາຫວຽດໃຫ້ຊາວ ສ. ເກົາຫຼີ, ສອນພາສາ ສ.ເກົາຫຼີໃຫ້ຊາວຫວຽດ, ສາລະໜ້າຮູ້… VOV Korean ຈະເປັນຊ່ອງຂໍ້ມູນຂ່າວສານ - ບັນເທີງດຶງດູດໃຈ, ມີປະໂຫຍດສຳລັບທ່ານຜູ້ຟັງທີ່ເວົ້າ ແລະ ຟັງພາສາ ສ.ເກົາຫຼີ ຢູ່ຫວຽດນາມ.

ທ່ານຜູ້ຟັງສາມາດເຂົ້າຮ່ວມລາຍການ VOV Korean ຜ່ານໜ້າເວບ http://vovoworld/ko-KR.vov; ຫຼ ືສົ່ງຈົດມາຍມາຍັງທີ່ຢູ່ອິເມວ: vov5.korea@gmail.com; ຫຼືຜ່ານທາງໄປສະນີມາຍັງທີ່ຢູ່: VOV Korean - ພະແນກພາສາຕ່າງປະເທດ (VOV5) - ວິທະຍຸກະຈາຍສຽງຫວຽດນາມ - ເຮືອນເລກທີ 45 ບ່າຈ້ຽວ, ເມືອງຮວ່ານກ໋ຽມ -ຮ່າໂນ້ຍ.

ເບີໂທລະສັບຕິດຕໍ່ຂອງພວກເຮົາແມ່ນ: 0243 2668 485.

VOV Korean  ຫວັງຢ່າງຍິ່ງວ່າຈະກາຍເປັນເພື່ອນສະໜິດສະໜົມ ແລະ ມີປະໂຫຍດຕໍ່ທ່ານຜູ້ຟັງໃນໄລຍະທີ່ຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ