​ການຕອບບາງຄຳຖາມເຊິ່ງທ່ານຜູ້ຟັງຝາກມາລາຍການໃນອາທິດຜ່ານມາ

(VOVWORLD) -ໃນອາທິດຜ່ານມາ, ພະແນກກະຈາຍສຽງບັນດາລາຍການພາສາຕ່າງປະເທດ, ວິທະຍຸກະຈາຍສຽງຫວຽດນາມ ໄດ້ຮັບຈົດໝາຍ, ອີແມວ 263 ສະບັບ ແລະ ໂທລະສັບຫຼາຍສາຍ ຈາກທ່ານຜູ້ຟັງທີ່ມາຈາກ 43 ປະເທດ ແລະ ເຂດແຄ້ວນ.

ເພື່ອນສຸມາລີ ທຳມະວົງສາ, ຢູ່ແຂວງ ວຽງຈັນ ໄດ້ສົ່ງອີແມວມາລາຍການໂດຍແບ່ງປັນວ່າ: ວັນທີ 21 ມິຖຸນາ ແມ່ນວັນສື່ມວນຊົນປະຕິວັດຫວຽດນາມ. ເນື່ອງໃນໂອກາດນີ້, ຂ້າພະເຈົ້າຂໍອວຍພອນໃຫ້ບັນດາອ້າຍ, ເອື້ອຍ, ນ້ອງພະນັກງານ, ນັກຂ່າວຂອງ vov ເວົາລວມ ແລະ ບັນດາອ້າຍ, ເອື້ອຍ, ນ້ອງໃນລາຍການພາກພາສາລາວ ເວົ້າສະເພາະບັນລຸໄດ້ຜົນງານຫຼາຍຢ່າງ ໃນວຽກງານໂຄສະນາແຜນນະໂຍບາຍ, ນະໂຍບາຍຂອງພັກ ແລະ ລັດຫວຽດນາມ. ຜ່ານລາຍການ, ຂ້າພະເຈົ້າຢາກຮູ້ແຈ້ງກວ່າກ່ຽວກັບວັນສື່ມວນຊົນປະຕິວັດຫວຽດນາມ.

        ເພື່ອນສຸມາລີ ທຳມະວົງສາ ທີ່ຮັກແພງ, ໂດຍຕາງໜ້າໃຫ້ vov ແລະ ລາຍການພາກພາສາລາວ, ຂໍໃຈເພື່ອນດ້ວຍຄວາມຈິງໃຈທີ່ໄດ້ສົ່ງຄຳອວຍພອນອັນດີງາມໃຫ້ບັນດານັກຂ່າວ, ບັນນາທິການຂອງ vov. ສ່ວນປະຫວັດຂອງວັນສື່ມວນຊົນປະຕິວັດຫວຽດນາມ, ພວກຂ້າພະເຈົ້າຂໍເວົ້າໂດຍຫຍໍ້ຄືດັ່ງນີ້.

        ວັນສື່ມວນຊົນປະຕິວັດຫວຽດນາມ ຄືວັນທີ 21 ມິຖຸນາ ແມ່ນວັນສະເຫຼີມສະຫຼອງການກຳເນີດຂອງໜັງສືພິມ “ແທງນຽນ” (ໄວໜຸ່ມ) ສະບັບທຳອິດ ໂດຍຜູ້ນຳ ຫງວຽນອ໋າຍກ໋ວກ ສ້າງຕັ້ງໃນວັນມີ 21 ມິຖຸນາ 1925. ໃນປະຫວັດຂອງສື່ມວນຊົນຫວຽດນາມ, ນັບແຕ່ຊຸມປີ 60 ຂອງສະຕະວັດທີ 19 ໄດ້ມີ “ໜັງສືພິມ ຢາດິ້ງ” ແລະ ໜັງສືພິມສະບັບຕ່າງໆກໍ່ໄດ້ຮັບການສ້າງຕັ້ງຢູ່ໄຊງ່ອນ (ປະຈຸບັນແມ່ນນະຄອນໂຮ່ຈິມິນ), ຮ່າໂນ້ຍ ແລະ ຢູ່ບາງທ້ອງຖິ່ນອີກ. ແຕ່ໜັງສືພິມ “ແທງນຽນ” ໄດ້ເປີດພິທີເຮັດໜັງສືພິມແບບໃໝ່ນັ້ນແມ່ນ ສື່ມວນຊົນປະຕິວັດຫວຽດນາມ. ເມື່ອໜັງສືພິມ “ແທງນຽນ” ອອກສະບັບທຳອິດ, ໜັງສືພິມຫວຽດນາມ ຈຶ່ງໄດ້ຍົກຄັນທຸງປະຕິວັດ, ເວົ້າເຖິງເຈດຈຳນົງ, ຄວາມມຸ່ງມາດປາດຖະໜາຂອງຊາວຫວຽດນາມ ແລະ ຊີ້ແຈ້ງທິດທາງຕໍ່ສູ້ຂອງປະຊາຊົນຫວຽດນາມ ເພືຶ່ອເອກະລາດ, ເສລີພາບ ແລະ ສັງຄົມນິຍົມ. ຍ້ອນຄວາມໝາຍນັ້ນ, ຄະນະເລຂາສູນກາງພັກກອມມູນິດຫວຽດນາມ ໄດ້ອອກຂໍ້ຕົກລົງ ເລກທີ 52 ວັນທີ 05 ກຸມພາ 1985 ວ່າ ດ້ວຍການຖືເອົາວັນທີ 21 ມິຖຸນາ ໃນແຕ່ລະປີແມ່ນວັນສື່ມວນຊົນຫວຽດນາມ ເພື່ອຍົກສູງບົບບາດ ແລະ ຄວາມຮັບຜິດຊອບຕໍ່ສັງຄົມຂອງສື່ມວນຊົນ, ຮັດແໜ້ນການພົວພັນລະຫວ່າງສື່ມວນຊົນກັບມະຫາຊົນ, ເພີ່ມທະວີການຊີ້ນຳນຳພາຂອງພັກ ຕໍ່ສື່ມວນຊົນ.

        ວັນທີ 21 ມິຖຸນາ 2000, ເນື່ອງໃນໂອກາດສະເຫຼີມສະຫຼອງ 75 ປີແຫ່ງວັນສື່ມວນຊົນຫວຽດນາມ, ຕາມຂໍ້ສະເໜີຂອງສະມາຄົມນັກຂ່າວຫວຽດນາມ, ກົມການເມືອງ ຄະນະບໍລິຫານງານສູນກາງພັກກອມມູນິຫວຽດນາມ ໄດ້ເຫັນດີເອີ້ນ ວັນສື່ມວນຊົນຫວຽດນາມ ວ່າ ເປັນວັນສື່ມວນຊົນປະຕິວັດຫວຽດນາມ.

        ຫວັງວ່າ, ບັນດາຂໍ້ມູນທີ່ກ່າວມາຂ້າງເຖິງນັ້ນຈະຊ່ວຍໃຫ້ເພື່ອນມີຄວາມເຂົ້າໃຈແຈ້ງກວ່າກ່ຽວກັບວັນສື່ມວນຊົນປະຕິວັດຫວຽດນາມ.

​ການຕອບບາງຄຳຖາມເຊິ່ງທ່ານຜູ້ຟັງຝາກມາລາຍການໃນອາທິດຜ່ານມາ - ảnh 1(ກອງປະຊຸມໃຫຍ່ຜູ້ແທນສະມາຄົມຊາວຫວຽດນາມ ແຂວງ ຄຳມ່ວນ ຄັ້ງທີ 9 ອາຍຸການ 2018 – 2022)

ເພື່ອນ ບຸນທະວີ ອິນທະວົງ, ຢູ່ນະຄອນຫຼວງວຽງຈັນ ໄດ້ສົ່ງຂໍ້ຄວາມຜ່ານມາງ Facebook ມາລາຍການຢາກຮູ້ກ່ຽວກັບເນື້ອໃນຂອງກອງປະຊຸມໃຫຍ່ຜູ້ແທນສະມາຄົມຊາວຫວຽດນາມ ແຂວງ ຄຳມ່ວນ ຄັ້ງທີ 9 ອາຍຸການ 2018 – 2022. ແລະ ຢາກຮູ້ວ່າ, ໃນອາຍຸການໃໝ່ນີ້, ທ່ານໃດໄດ້ຮັບການເລືອກຕັ້ງເປັນປະທານສະມາຄົມຊາວຫວຽດນາມ.

ໃນຊຸມມື້ຜ່ານມາ, ຢູ່ເມືອງ ທ່າແຂກ, ແຂວງຄຳມ່ວນ, ທາງພາກກາງລາວ, ສະມາຄົມຊາວຫວຽດນາມ ອາໄສຢູ່ແຂວງຄຳມ່ວນ ໄດ້ຈັດກອງປະຊຸມໃຫຍ່ຜູ້ແທນສະມາຄົມຊາວຫວຽດນາມ ແຂວງ ຄຳມ່ວນ ຄັ້ງທີ 9 ອາຍຸການ 2018 – 2022. ເຂົ້າຮ່ວມກອງປະຊຸມມີຜູ້ຕາງໜ້າອຳນາດການປົກຄອງແຂວງ, ຫົວໜ້າສະຖານກົງສູນໃຫຍ່ຫວຽດນາມ ປະຈຳສະຫວັນນະເຂດ, ພ້ອມກັບຜູ້ຕາງໜ້າບັນດາອົງການ, ຫົວໜ່ວຍວິສາຫະກິດຂອງຫວຽດນາມ ທີ່ພວມເຄື່ອນໄຫວລົງທຶນ, ດຳເນີນທຸລະກິດຢູ່ບໍລິເວນແຂວງ ແລະ ຜູ້ແທນກວ່າ 200 ຄົນ ທີ່ຕາງໜ້າໃຫ້ສະມາຊິກກວ່າ 2.000 ຄົນ. ໃນບົດລາຍງານສະຫຼຸບອາຍຸການທີ 8 ໄດ້ຊີ້ໃຫ້ເຫັນວ່າ: ໃນອາຍຸການ 2012 – 2018 ຂອງສະມາຄົມຊາວຫວຽດນາມ ອາໄສຢູ່ແຂວງ ຄຳມ່ວນ, ໄດ້ດຳເນີນເຫດການການເມືອງ - ສັງຄົມ, ການພົວພັນຕ່າງປະເທດສຳຄັນຫຼາຍຢ່າງ ສຳລັບທັງ 2 ປະເທດຫວຽດນາມ ແລະ ລາວ. ໄປຄຽງຄູ່ກັນນັ້ນ, ເຖິງວ່າຍັງປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງຍ້ອນໄພພິບັດທຳມະຊາດກໍ່ຂຶ້ນກໍ່ຕາມ, ແຕ່ທັງ 2 ປະເທດຍັງຮັກສາໄດ້ລະດັບເຕີບໂຕດ້ານເສດຖະກິດສູງ; ການພົວພັນຕ່າງປະເທດໄດ້ຮັບການເປີດກວ້າງ; ຊີວິດຂອງປະຊາຊົນໄດ້ຮັບການຍົກສູງຂຶ້ນ; ຄວາມໄວ້ເນື້ອເຊື່ອໃຈຂອງປະຊາຊົນຕໍ່ພັກນັບມື້ນັບໄດ້ຮັບການປັບປຸງ.

ກໍ່ທີ່ກອງປະຊຸມໃຫຍ່, ທ່ານ ແສງທອງ ພະຄຸນທອງ, ຜູ້ປະຈຳການຄະນະພັກແຂວງ, ປະທານແນວລາວ ສ້າງຊາດແຂວງ ໄດ້ຕີລາຄາສູງບັນດາໝາກຜົນເຊິ່ງສະມາຄົມຊາວຫວຽດນາມ ແຂວງ ຄຳມ່ວນ ບັນລຸໄດ້ໃນອາຍຸການຜ່ານມາ. ພ້ອມທັງຢືນຢັນວ່າ, ອຳນາດການປົກຄອງ ຈະສືບຕໍ່ສ້າງທຸກເງື່ອນໄຂອຳນວຍສະດວກ ເພື່ອໃຫ້ປະຊາຄົມຊາວຫວຽດນາມ ທີ່ພວມດຳລົງຊີວິດຢູ່ທ້ອງຖິ່ນ, ກໍຄືທຸກການເຄື່ອນໄຫວຂອງສະມາຄົມຊາວຫວຽດນາມ ແຂວງຄຳມ່ວນ.

ກອງປະຊຸມໃຫຍ່ຄັ້ງນີ້ ກໍໄດ້ເລືອກຕັ້ງຄະນະບໍລິຫານງານຊຸດທີ 9 (ອາຍຸການ 2018 - 2022) ລວມມີຄະນະກຳມະການ 19 ຄົນ ແລະ ທ່ານ ຟ້າມວັນກິງ ໄດ້ຮັບການເລືອກຕັ້ງເປັນປະທານສະມາຄົມ.

ດັ່ງທີ່ກ່າວມາຂ້າງເທິງແມ່ນເນື້ອໃນຄຳເຫັນຂອງທ່ານຜູ້ຟັງທີ່ຝາກມາລາຍການໃນອາທິດຜ່ານມາ, ຫວັງວ່າ ທ່ານຜູ້ຟັງຈະສືບຕໍ່ຝາກຈົດໝາຍ, ອີແມວ ຫຼື ໂທລະສັບມາຫາລາຍການ ເພື່ອປະກອບຄຳເຫັນຊ່ວຍລາຍການຂອງພວກເຮົາໃຫ້ນັບມື້ນັບດີກວ່າເກົ່າ. ພວກເພື່ອນສາມາດຝາກຈົດໝາຍມາຍັງລາຍການໂດຍຈ່າໜ້າຊອງວ່າ: ພາກພາສາລາວ, ວິທະຍຸກະຈາຍສຽງຫວຽດນາມ, ເຮືອນເລກທີ 45 ຖະໜົນ ບ່າຈ້ຽວ, ຮ່າໂນ້ຍ.

ຕອບກັບ

ຂ່າວ/ບົດ​ອື່ນ