ການເຄື່ອນໄຫວສະເຫຼີມສະຫຼອງ71ປີແຫ່ງວັນຊາດຫວຽດນາມ

(vovworld) -  ໃນ​ອາ​ທິດ​ຜ່ານ​ມາ, ລະ​ບົບ​ກະ​ຈາຍ​ສຽງ​ພາກ​ພາ​ສາ​ຕ່າງ​ປະ​ເທດ​ແຫ່ງ​ຊາດ, ວິ​ທະ​ຍຸ​ກະ​ຈາຍ​ສຽງ​ຫວຽດ​ນາມ ໄດ້​ຮັບຈົດ​ໝາຍ, ອີ​ແມວ ໂທ​ລະ​ສັບ​ ຫຼາຍສະ​ບັບຈາກ​ຜູ້​ຝັງຢູ່​ຫຼາຍ​ປະ​ເທດ​ໃນ​ໂລກ. ໃນ​ນັ້ນ​ລາຍ​​ການຈາຍ​ສ​ຽງ​ພາກ​ພາ​ສາ​ລາວ ໄດ້​ຮັບອີ​ແມວ, ໂທ​ລະ​ສັບ 5 ສະ​ບັບຈາກ​ທ່ານ​ຜູ້​ຟັງ​ລາວ. ​ເນື້ອ​ໃນ​ຕົ້ນຕໍ​ກ່ຽວຂ້ອງ​ເຖິງບັນດາ​ການ​ເຄື່ອນ​ໄຫວ​ສະ​ເຫຼີ​ມສະຫຼອງ 71 ປີ​ແຫ່ງ​ວັນ​ປະທານ ​ໂຮ່ຈີ​ມິນ​ ອ່ານ​ຖະ​ແຫຼ​ງການ​ປະກາດ​ເອກະລາດສະຖາປະນາ​ປະ​ເທດ ສາທາລະນະ​ລັດ ປະຊາທິປະ​ໄຕ ຫວຽດນາມ. ໃນ​ລາຍ​ການ​ “ໂອ້​ລົມ​ກັບ​ເພື່ອນ​ລາວ” ມື້​ນີ້, ພວກ​ເຮົາ​ຂໍ​ຄັດ​ສະ​ເໜີ​ເນື້ອ​ໃນ​ຈົດ​ໝາຍ ແລະ ຕອບ​ບາງ​ຄຳ​ຖາມ​ເຊິ່ງ​ທ່າ​ນ​ຜູ້​ຟັງ​​ໄດ້ຝ​າກ​ມາ​ລາຍ​ການ. ​

ການເຄື່ອນໄຫວສະເຫຼີມສະຫຼອງ71ປີແຫ່ງວັນຊາດຫວຽດນາມ - ảnh 1
ປະທານ ໂຮ່ຈີມິນ ອ່ານປະກາດຖະແຫຼງເອກະລາດສະຖາປານາປະເທດ ສ.ປ ຫວຽດນາມ
(ພາບປະກອບ)

​ເພື່ອນ ວັນ​ນິດາ, ​ແຂວງ ​ໄຊ​ສົມບູນ ​ໄດ້​ໂທລະສັບ​ຫາ​ລາຍການ​ໂດຍ​ຖາມ​ວ່າ: “ຂ້າພະ​ເຈົ້າ​ໄດ້​ຮູ້​ວ່າ, ວັນ​ທີ 2/9 ​ແມ່ນ​ວັນ​ບຸນ​ເອກະລາດຂອງ ຫວຽດນາມ. ດັ່ງ​ນັ້ນ, ​ໃນ​ວັນ​ນີ້​ປະຊາຊົນ ຫວຽດນາມ ​ເຄີຍ​ຈັດ​ຕັ້ງ​ການ​ເຄື່ອນ​ໄຫວ​ໃດ​​ແດ່? ພິ​ເສດ, ຂ້າພະ​ເຈົ້າ​ຢາກ​ຖາມ​ວ່າ​ໃນ​ວັນ​ນີ້, ພາກ​ພາສາ​ລາວ ມີ​ບົດ​ຂຽນ​ໃດ​​ແດ່​ກ່ຽວ​ກັບ​ເຫດການ​ດັ່ງກ່າວ?”

​ເພື່ອນ ​ວັນ​ນິດາ ທີ່​ຮັກ​ແພງ, ປະຊາຊົນ ຫວຽດນາມ ຖື​ວັນທີ 2/9 (​ວັນຊາດ​ປະ​ເທດ ສສ. ຫວຽດນາມ) ​ແມ່ນ​ວັນ​ບຸນ​ເອກະລາດ. ນີ້​ແມ່ນ​ໜຶ່ງ​ໃນ​ບັນດາ​ເຫດການ​ສຳຄັນ​ໃນ​ປີ. ​ເພື່ອ​ສະ​ເຫຼີ​ມສະຫຼອງ​ວັນ​ປະຫວັດສາດ​ນີ້, ​ໃນ​ທົ່ວ​ທຸກ​ແຖບ​ຖິ່ນ​ຂອງ​ປະ​ເທດ​ຊາດ ​ໄດ້​ຈັດ​ຕັ້ງ​ການ​ເຄື່ອນ​ໄຫວ​ຕ່າ​ງໆ​ຄື: ການສະ​ແດງ​ສິລະ​ປະ​ຢູ່​ບັນດາ​ສະຖານ​ທີ່​ສາທາລະນະ, ການວາງ​ສະ​ແດງ, ການ​ເຄື່ອນ​ໄຫວ​ລະ​ຫຼິ້ນ​ບັນ​ເທິງ​ຕ່າງໆ. ສຳລັບລະບົບ​ບັນດາ​ລາຍການ​ກະຈາຍສຽງ​ພາກ​ພາສາ​ຕ່າງປະ​ເທດ​ແຫ່ງ​ຊາດ​ເວົ້າ​ລວມ ​ແລະ ລາຍການ​ພາກ​ພາສາ​ລາວ​ເວົ້າ​ສະ​ເພາະ ຈະ​ມີ​ຫຼາຍ​ຂ່າວກ່ຽວ​ກັບ​ການ​ເຄື່ອນ​ໄຫວ​ສະ​ເຫຼີ​ມສະຫຼອງ 71 ປີ​ແຫ່ງ​ວັນຊາດ 2/9. ນອກຈາກ​ນັ້ນ, ພວກ​ເຮົາ​ຍັງ​ມີ​ບົດ​ຂຽນ: “ການ​ປະຕິວັດ​ເດືອນ 8 ​ແລະ ບົດຮຽນ​ກ່ຽວ​ກັບ​ການ​ກຳ​ແໜ້ນ​ກາລະ​ໂອກາດ” ​ແລະ “ຂີດ​ໝາຍ​ການ​ປະຕິວັດ​ເດືອນ​ສິງຫາ​ຜ່ານ​ບັນດາ​ວັດ​ຖຸພັນ​ປະຫວັດສາດ”. ບັນດາ​ບົດຂຽນ​ດັ່ງກ່າວ​ຈະ​ເຮັດ​ໃຫ້​ພວກ​ທ່ານ​ມີ​ຄວາມ​ເຂົ້າ​ໃຈ​ຕື່ມ​ອີກ​ກ່ຽວ​ກັບ​ໄຊຊະນະ​ອັນ​ຍິ່ງ​ໃຫຍ່ຂອງ​ປະຊາຊົນ ຫວຽດນາມ.

ການເຄື່ອນໄຫວສະເຫຼີມສະຫຼອງ71ປີແຫ່ງວັນຊາດຫວຽດນາມ - ảnh 2
ພິທີຊັກທຸງຢູ່ສະໜາມຫຼວງ ບາດິ່ງ


ສ່ວນ​​ເພື່ອນ ປາ​ຄຳ ວິ​ໄລ​ຫອມ, ຢູ່​ນະຄອນຫຼວງ ວຽງຈັນ ​ຢາກ​ຊອກ​ຮູ​້ກ່ຽວ​ກັບ​ສະໜາມ​ຫຼວງ ບາ​ດິ່ງ, ​ເພື່ອນ​ໄດ້​ຂຽນ​ວ່າ: “ຂ້າພະ​ເຈົ້າ​ແມ່ນ​ນັກ​ສຶກສາ​ພະ​ແນ​ກປະຫວັດສາດ, ມະຫາວິທະຍາ​ໄລ​ແຫ່ງ​ຊາດ ລາວ. ຂ້າພະ​ເຈົ້າ​ພວມ​ຂຽນ​ບົດ​ກ່ຽວ​ກັບ​ວັນຊາດ ຫວຽດນາມ (2/9). ມີບົດ​ໜັງ​ສື​ພິມ​ຫຼາຍ​ບົດ​​ໄດ້ເວົ້າ​ເຖິງ​ກ່ຽວ​ກັບ​​ເຫດການ​ປະ​ຫວັດສາດ​ສຳຄັນ​ນີ້​ຂອງ ຫວຽດນາມ ​ແຕ່​ພັດບໍ່​ມີ​ຂໍ້​ມູນ​ຂ່າວ​ກ່ຽວ​ກັບ​ສະໜາມ​ຫຼວງ ບາ​ດິ່ງ, ບ່ອນ​ທີ່​ປະທານ ​ໂຮ່ຈີ​ມິນ ​ໄດ້​ອ່ານ​ຖະ​ແຫຼ​ງການ​ປະກາດ​ເອກະລາດ​ສະຖາປະນາ​ປະ​ເທດ ສາທາລະນະ​ລັດ ປະຊາທິປະ​ໄຕ ຫວຽດນາມ. ຜ່ານ​ລາຍການ, ຂ້າພະ​ເຈົ້າ​ຢາກ​ຊອກ​ຮູ້​ກ່ຽວ​ກັບ​ສະຖານ​ທີ່​ປະ​ຫວັດ​ສາດ​ທີ່​ໂດ່​ງດັ່ງ​ນີ້.”

​ເພື່ອນ ປາ​ຄຳ ວິ​ໄລ​ຫອມ ທີ່​ຮັກ​ແພງ, ກ່ອນ​ນີ້ 71 ປີ, ຕອນ​ທ່ຽງ​ວັນ​ທີ 2/9/1945 ຢູ່​ສະໜາມ​ຫຼວງ ບາ​ດິ່ງ ປະຫວັດສາດ, ປະທານ ​ໂຮ່ຈີ​ມິນ ​ໄດ້​ອ່ານ​ຖະ​ແຫຼ​ງການ​ປະກາດ​ເອກະລາດ​ສະຖາປະນາ​ປະ​ເທດ ສາທາລະນະ​ລັດ ປະຊາທິປະ​ໄຕ ຫວຽດນາມ (ປະຈຸ​ບັນ​ແມ່ນ​ປະ​ເທດ ສສ. ຫວຽດນາມ) ຕໍ່ໜ້າ​ການ​​ເປັນ​ສັກຂີ​ພິຍານ​ຂອງ​ປະຊາຊົນ ຮ່​່າ​ໂນ້ຍ ​ແລະ ​ເພື່ອນ​ມິດສາ​ກົນ​ນັບ 500.000 ຄົນ. ພາຍຫຼັງຖະ​ແຫຼ​ງການ​ປະກາດ​ເອກະລາດ, ສະໜາມຫຼວງ ບາດ​ິ່ງ ​ໄດ້​ກ້າວ​ເຂົ້າ​ສູ່​ປະຫວັດສາດ​ຂອງ​ຊາດ ຫວຽດນາມ, ກາຍ​ເປັນ​ບ່ອນ​ສະຖາ​ປະນາປະ​ເທດ ຫວຽດນາມ ​ໃໝ່​ເຊິ່ງ​ໄດ້​ຮັບ​ການ​ຮູ້​ຈັກ​ຈາກ​ທົ່ວ​ໂລກ. ສະໜາມ​ຫຼວງ ບາ​ດິ່ງ ​ແມ່ນ​ສະໜາມຫຼວງ​ໃຫຍ່​ທີ່​ສຸດ​ຂອງ ຫວຽດນາມ, ນອນ​ໃນ​ຖະໜົນ​ຮູ່ງ​ເວື​ອງ ​ແລະ ຢູ່​ຕໍ່ໜ້າ​ສຸສານ​ປະທານ ​ໂຮ​່ຈີ​ມິນ. ປະຈຸ​ບັນ, ສະໜາມຫຼວງ ບາ​ດິ່ງ ມີ​​ເນື້ອ​ທີ່​ຍາວ 320 ມ, ກ້ວາງ 100 ມ, ປູກ​ຫຍ້າ​ເປັນ 240 ຕາ​ກາ​ໂຣ, ທີ່​ຂັ້ນ​ກັນ​ດ້ວຍທາງ​ກ້ວາງ 1,4ມ. ​ຢູ່ໃຈກາງ​ສະໜາມ​ຫຼວງ​ແມ່ນ​ເສົາ​ທຸງ​ຊາດ​ສູງ 24 ມ. ນີ້​ແມ່ນ​ບ່ອນ​ເຄີຍ​ດຳ​ເນີນ​ບັນດາ​ການ​​ເດີນ​ຂະ​ບວນ, ສວນ​ສະໜາມ​ເນື່ອງ​ໃນ​ໂອກາດ​ບັນດາ​ວັນ​ບຸນ​ໃຫຍ່​ຂອງ ຫວຽດນາມ. ນີ້​ກໍ່​ແມ່ນ​ສະຖານ​ທີ່​ຢ້ຽມຢາມ, ​ບັນ​ເທິງ, ຢ່ອນ​ອາລົມ​ຂອງ​ແຂກ​ທ່ອງ​ທ່ຽວ ​ແລະ ປະຊາຊົນ ຮ່າ​ໂນ້ຍ. ສະໜາມ​ຫຼວງ ບາ​ດິ່ງ ກ່ອນ​ນີ້​ມີ​ຊື່ວ່າ: Rond Point Pugininer. ​ເມື່ອ​ທ່ານໝໍ ​ເຈີ່ນ​ວັນ​ລາຍ ຮັບ​ດຳລົງ​ຕຳ​ແໜ່​ງ​ເປັນ​ປະທານ​ຄະນະ​ກຳມະການ​ຮ່າ​ໂນ້ຍ ​​ແຕ່​ວັນ​ທີ 20/7 – 19/8/1945, ທ່ານ​ໄດ້​ປ່ຽນ​ຊື່​ເປັນ​ສະໜາມ​ຫຼວງ ບາ​ດິ່ງ ​ເພື່ອ​ແນ​ໃສ່​ອາ​ໄລ​ຫາ​ນຳ້​ໃຈ​ບໍ່​ຍອມ​ຈຳນົນ​ຕ້ານ​ສັດຕູ​ຜູ້​ຮຸກ​ຮານ​ຂອງ​ປະຊາຊົນ​ ຫວຽດນາມ ​ໃນ​ການ​ລຸກ​ຮື​ຂຶ້ນ ບາ​ດິ່ງ (1886 – 1887). ຫວັງ​ວ່າ​, ຂໍ້​ມູນ​ຂ່າວ​ດັ່ງກ່າວ​ຈະ​ຊ່ວຍ​ໃຫ້​ເພື່ອນ ປາ​ຄຳ ​ມີ​ຄວາມ​ເຂົ້າ​ໃຈສ່ວນ​ໃດ​ສ່ວນ​ໜຶ່ງ​ກ່ຽວ​ກັບ​ສະຖານ​ທີ່​ປະຫວັດສາດ​ນີ້.

       ນອກຈາກ​ຂ່າ​ວ ​ແລະ ບົດ​ຈະ​ອອກ​ອາກາດ​ໃນ​ອາທິດ, ທ່ານ​ຜູ້​ຟັງ​ສາມາດ​ຮັບ​ຟັງ​ລາຍການ​ເພງ​ກ່ຽວ​ກັບ​ວັນຊາດ ຫວຽດນາມ​, ຍ້ອງຍໍ​ປະທານ ​ໂຮ່ຈີ​ມິນ ​ແລະ ​ປະ​ເທດ ຫວຽດນາມ ທີ່​ໄດ​້ອອກ​ອາ​ກາດ​ເວລາ 18 ​ໂມງ 30 ນາທີ ​ໃນຄື້ນ: 7285 KHz ​ແລະ ​ໃນ​​ເວລາ 21 ​ໂມງ ​ໃນຄື້ນ 1242 KHz.

ດັ່ງ​ທີ່​ກ່າວ​ມາ​ຂ້າງ​ເຖິງ​ແມ່ນ​ເນື້ອ​ໃນ​ຄຳ​ເຫັນຂອງ​ທ່ານ​ຜູ້ຟັງ ​ບາງ​ທ່ານ​ທີ່ຝາກ​ມາລາ​ຍການ​ໃນ​ອາທິດ​ຜ່ານ​ມາ, ຫວັງ​ວ່າ ທ່ານ​ຜູ້​ຝັງ​ຈະ​ສືບ​ຕໍ່​​ຝາກ​ຈົດໝາຍ, ອີ​ແມວ ຫຼື ​ໂທລະສັບມາ​ຫາ​ລາຍການເພື່ອ​ປະກອບ​ຄຳ​ເຫັນ​ຊ່ວຍ​ລາຍການ​ຂອງ​ພວກ​ເຮົາ​​ໃຫ້ນັບ ​ມື​້​ນັບ​ດີ​ກວ່າ​​ເກົ່າ. ພວກ​ເພື່ອນ​ສາ​ມາດ​ຝາກຈົດໝາຍ​ມາ​ຍັງ​ລາຍການ​ໂດຍ​ຈ່າ​ໜ້າຊອງ​ວ່າ: ພາກ​ພາສາ​ລາວ, ວິທະຍຸ​ກະຈາຍສຽງ​ຫວຽດນາມ, ​ເຮືອນ​ເລກທີ 45 ​ຖະໜົນ ບ່າ​ຈ້ຽວ, ຮ່າ​ໂນ້ຍ. ຫຼືໂທລະສັບ​ໂດຍ​ກົງ​​ກໍ່​ໄດ້​ຕາມ​ເບີ​ໂທ 0084​.43.8256631 ຫຼື ອີ​ແມວ laovov5@gmail.com. ທ່ານ​ຜູ້​ຟັງ​ກໍ​ສາ​ມາດເຂົ້າ​ເວັບ​ໄຊ vovworld.vn ຫຼື vov5.vn ເພື່ອ​ແລກ​ປ່ຽນ​ຄຳ​ເຫັນ ແລະ ຈຳ​ວິ​ຈານ​ຂອງ​ຕົນ​ຜ່ານ​ບັນ​ດາ​​ລາຍ​ການ​ທີ່​ໄດ້​ລົງ​ໃນ​​ເວັບ​ໄຊດັ່ງ​ກ່າວ.

         


ຕອບກັບ

ຂ່າວ/ບົດ​ອື່ນ