ການເສັງ “ຊອກຮູ້ປະຫວັດສາດການພົວພັນແບບພິເສດ ຫວຽດນາມ - ລາວ”

(vovworld) - ອາ​ທິດ​ຜ່ານ​ມາ, ລາຍ​ການ​ພ​າກ​ພາ​ສາ ລາວ, ວິ​ທະ​ຍຸ​ກະ​ຈາຍ​ສຽງ ຫວຽດ​ນາມ ໄດ້​ຮັບ​ອີ​ແມວ, ໂທ​ລະ​ສັບ ແລະ ຄຳ​ວິ​ຈານ​ໃນ​​ເວັບ​ໄຊ ກໍ່​ຄື Facebook ຫຼາຍ​ສ​ະ​ບັບ​ຈາກ​ທ່ານ​ຜູ້​ຟັງ ລາວ ແລະ ຫວຽດ​ນາມ. ໃນ​ນັ້ນ, ມີ​ຜູ້​ຟັງຫຼາຍ​ທ່ານ​ໄດ້​ສົນ​ໃຈ​ເຖິ​ງ​ການ​ເສັງ “ຊອກ​ຮູ້​ປະ​ຫ​ວັດ​ສາດ​ການ​ພົວ​ພັນ​ພິ​ເສດ ຫວຽດ​ນາມ -ລາວ”. ໃນ​ລາຍ​ການ​ “ໂອ້​ລົມ​ກັບ​ເພື່ອນ​ລາວ” ມື້ນີ້, ພວກ​ຂ້າ​ພະ​ເຈົ້າ​ຂໍ​ແນະ​ນຳ​ກ່ຽວ​ກັບ​ການ​ເສັງ​ດັ່ງ​ກ່າວ​ເພື່ອ​​ໃຫ​້ຜູ້​ຟັງ, ຜູ້​ອ່ານ​ໄດ້​ຮັບ​ຊາບ.

ອາ​ທິດ​ຜ່ານ​ມາ, ເພື່ອນ ມີ​ນາ ແກ້ວ​ມາ​ລີ​ວົງ, ໄດ້​ສົ່ງ​ອີ​ແມວ​​ມາຂອບ​ໃຈ​ບັນ​ນາ​ທິ​ການ​ຂອງ​ພາກ​ພາ​ສາ ລາວ ທີ່​ໄດ້​ສະ​ໜອງ​ຂໍ້​ມູນ​ຂ່າວ​ໃຫ້​ລາວ​ກ່ຽວ​ກັບ​ເກາະ ນາມຢ​ູ. ເພື່ອນ​ໃຫ້​ຮູ້​ວ່າ, ບັນ​ດາ​ຂໍ້​ມ​ູນ​ຂ່າວນັ້ນ​ມີ​ປະ​ໂຫຍດຫຼາຍ​ສຳ​ລັບ​ການ​ທ່ອງ​ທ່ຽວ​ໃນ​ໄລ​ຍະ​ຈະ​ມາ​ເຖິງ​ຂອງ​ຄອບ​ຄົວ​ຕົນ.

ໃນ​ອາ​ທິດ, ເພື່ອນ ໄພ​ລົດ, ອຳ​ພາ​ວັນ, ວອນ​ແສງ ກໍ່​ໄດ້​ໂທ​ລະ​ສັບ, ສົ່ງ​ອີ​ແມວ​​ມາ​ຍັງລາຍ​ການອວຍ​ພອນ​ 42 ປ​ີ​ແຫ່ງວັນ​ປົດ​ປ່ອຍ​ພາກ​ໃຕ້, ​ທ້ອນໂຮມ​ປະ​ເທດ​ຊາດ​ເປັນ​ເອ​ກະ​ພາບ, ໃນ​ນັ້ນ, ເພື່ອນ​ໄພ​ລົດ​ໄດ້ຂຽນ​ວ່າ: “ເນື່ອງ​ໃນ​ໂອ​ກາດ​ສ​ະ​ເຫຼີມ​ສະຫຼອງ 42 ປີ​ແຫ່​ງວັນ​ປົດ​ປ່ອຍ​ພາກ​ໃຕ້, ທ້ອນ​ໂຮມ​ປະ​ເທດ​ຊາດ​ເປັນ​ເອ​ກະ​ພ​າບ​ຂອງ ຫວຽດ​ນາມ, ຂ້າ​ພະ​ເຈົ້າ​ຂໍ​ອວຍ​ພອນ​ໃຫ້​ປະ​ເທດ​ຂອງ​ພວກ​ເພື່ອນ​ນັບ​ມື້​​ນັບ​ຮັ່ງ​ມີ​ສວຍ​ງາມເຂັ້ມ​ແຂງ, ວັດ​ທະ​ນາ​ຖາວ​ອນ, ສັງ​ຄົມ​ສ​ີ​ວິ​ໄລ ແລະ ປະ​ຊາ​ຊົນ​​ຍາມ​ໃດ​ກໍ່​ອິ່​ມ​ໜຳ​ສຳ​ລານ​ສົມ​ບຸນ​ພູມ​ສ​ຸກ.”

ຂໍ​ຂອບ​ໃຈເພື່ອນ ໄພ​ລົດ, ອຳ​ພາ​ວັນ ແລະ ວ​ອນ​ແສງ ຫຼາຍໆ ທີ່​ໄດ້​ສົ່ງ​ຄຳ​ອວຍ​ພ​ອນ​ອັນ​ດີ​ງາມສະ​ຫງ​ວນ​ໃຫ້​ປະ​ເທດຊາດ ແລະ ປະ​ຊາ​ຊົນ ຫວຽດ​ນາມ ຫຼາຍໆ. ພວກ​ຂ້າ​ພະ​ເຈົ້າ​ກໍ່​ອວຍ​ພອນ​ໃຫ້​ພວກ​ເພື່ອນ​ຈົ່ງ​ມີ​ສຸ​ຂະ​ພາບ​ເຂັ້ມ​ແຂງ ແລະ ຕິດ​ຕາມ​ລາຍ​ການ​ວິ​ທະ​ຍ​ຸ​ພາກ​ພາ​ສາ​ລາວ ຂອງ​ພວກ​ເຮົາ​ເປັນ​ປະ​ຈຳ​.

ການເສັງ “ຊອກຮູ້ປະຫວັດສາດການພົວພັນແບບພິເສດ ຫວຽດນາມ  - ລາວ” - ảnh 1
ກ​ານ​ປະ​ຊຸມ​ຂ່າວ ກ່ຽວ​ກັບ​ການ​ເສັງ “ຊອ​ກ​ຮູ້​ປະ​ຫວັດ​ສາດ​ການ​ພົວ​ພັນ​​ແບບພິ​ເສດ ຫວຽດ​ນາມ  - ລາວ”

ໃນ​ອາ​ທິດ,  ເພື່ອນ ລັດ​ດາ​ພອນ, ວິ​ລາ​ວັນ, ໄພ​ວອນ ພົມ​ວິ​ສານ, ຫງວຽນ​ເຍີດ​ລີງ, ເຈີ່ນ​ວັນ​ແທ່ງ… ໄດ້​ໂທ​ລະ​ສັບ ແລະ ຂຽ​ນ​ອີ​ແມວ​ຫາ​ລາຍ​ການ, ໃນ​ນັ້ນ​ເພືອນ ໄພ​ວອນ ພົ​ມ​ວິ​ສານ, ​ນັກ​ສຶກ​ສາສະ​ຖາ​ບັນ​ການ​ຕ່າງ​ປະ​ເທດ ​ໄດ້​ຂຽນ​ວ່າ: “2, 3 ວັນ​ກ່ອນນີ້, ຂ້າ​ພະ​ເຈົ້າ​ໄດ້​ຍິນ​ວ່າ​ຢູ່ ຫວຽດ​ນາມ ໄດ້​ປຸກ​ລະ​ດົມ​ການ​ເສັງ “ຊອ​ກ​ຮູ້​ປະ​ຫວັດ​ສາດ​ການ​ພົວ​ພັນ​​ແບບພິ​ເສດ ຫວຽດ​ນາມ  - ລາວ”, ຂ້າ​ພະ​ເຈົ້າ​ຢາກ​ເຂົ້າ​ຮ່ວມ​ການ​ເສັງ​ນີ້ຫຼາຍ, ​ສ​ະ​ນັ້ນ​ຫາ​ອ້າຍ​ເອື້ອຍບັນ​ນາ​ທິ​ການ​ແນະ​ນຳ​ລະ​ອຽດ​ກ່ຽວ​ກັບ​ການ​ເສັງ​ດັ່ງ​ກ່າວ​ໃຫ້ໄດ້​ບໍ່?”

ເພື່ອນ ລັດ​ດາ​ພອນ, ວິ​ລາ​ວັນ, ໄພ​ວອນ ພົມ​ວິ​ສານ, ຫງວຽນ​ເຍີດ​ລີງ, ເຈີ່ນ​ວັນ​ແທ່ງ ແລະ ບັນ​ດາ​ທ່ານ​ຜູ້​ຟັງ, ຜູ້​ອ່ານ​ທີ່​ຮັກ​ແພງ! ຫວ່າງ​ແລ້ວນີ້, ຄະ​ນະ​ໂຄ​ສະ​ນາ​ສຶກ​ສາ​ສູນ​ກາງ ຫວຽດ​ນາມ ໄດ້​ສົມ​ທົບ​ກັບ​ບັນ​ດາ​ອົງ​ການ​ກ່ຽວ​ຂ້ອງ​ຈັດ​ຕັ້ງ​ການ​ປະ​ຊຸມ​ຂ່າວ ແນະ​ນຳ​​ກ່ຽວ​ກັບການ​ເສັງ “ຊອກ​ຮູ້​ປະ​ຫວັດ​ສາດ​ແຫ່ງ​ການ​ພົວ​ພັນ​ແບບ​ພິ​ເສດ ຫວຽດ​ນາມ - ລາວ” ປີ 2017. ທີ່​ການ​ປະ​ຊ​ຸມ​ຂ່າວ, ທ່ານ ຟ້າມ​ວັນ​ລີງ, ຮອງ​ຫົວ​ໜ້າ​ຄະ​ນະ​ໂຄ​ສະ​ນາ​ສຶກ​ສາ​ສູນ​ກາງ, ຫົວ​ໜ້າ​ຄະ​ນະ​ຊີ້​ນຳ​ການ​ເສັງ​ໃຫ້​ຮູ້​ວ່າ: ການ​ເສັງ​ນີ້​ແມ່ນ​ການ​ເຄື່ອນ​ໄຫວ​ແທ​ດ​ຈິງ​ເພື່ອ​ຕອບ​ສະ​ຫ​ນອງ “ປີ​ສາ​ມັກ​ຄີ​ມິດ​ຕະ​ພາບ ຫວຽດ​ນາມ - ລ​າວ 2017”, ສະ​ເຫຼີມ​ສະຫຼອງ 55 ປີ​ແຫ່ງວັນ​ສ້າງ​ຕັ້ງ​ການ​ພົວ​ພັນ​ທາງ​ການ​ທູດ ແລະ 40 ປີ​ແຫ່ງວັນ​ເຊັນ​ສົນ​ທິ​ສັນ​ຍາ​ມິດ​ຕະ​ພາບ ແລະ ການ​ຮ່ວມ​ມື ຫວຽດ​ນາມ - ລາວ. ນີ້​ແມ່ນ​ຄັ້ງ​ທີ 2 ການ​ເສັງ​ຊອກ​ຮູ້​ກ່ຽວ​ກັບການ​ພົວ​ພັນແບບ​ພິ​ເສດ ຫວຽດ​ນາມ - ລາວ ໄດ້​ຮັບ​ການ​ຈັດ​ຕັ້ງ. ການ​ເສັງ​ຄັ້ງ​ທຳ​ອິດ​ໄດ້ຈັດ​ຕັ້ງ​ກ່ອນນີ້ 5 ປີ, ເນື່ອງ​ໃນ​ໂອ​ກາດ 50 ປີ​ແຫ່ງວັນ​ສ​້າງ​ຕັ້ງ​ການ​ພົວ​ພັນ​ທາງ​ການ​ທູດ ແລະ 35 ປ​ີ​ແຫ່ງວັນ​ເຊັນ​ສົນ​ທິ​ສັນ​ຍາ​ມິ​ດ​ຕະ​ພາບ ແລະ ການ​ຮ່ວມ​ມື​ລະ​ຫວ່າງ 2 ປະ​ເທດ, ​ແລະໄດ້​ຮັບ​ບົດ​ເສັງ​ກ່​ວາ 3 ລ້ານ​ບົດ. ການ​ເສັງ​ນີ້​ຈະ​ປະ​ກອບ​ສ່ວນ​ໂຄ​ສະ​ນາ, ສຶກ​ສາ​ມູນ​ເຊື້ອ​ການ​ປະ​ຕິ​ວັດ, ພິ​ເສດ​ແມ່ນ​ມຸ່ງ​​ໄປ​ເຖິງລຸ້ນ​ໜຸ່ມ​ຂອງ 2 ປະ​ເທດ, ໂຄ​ສະ​ນາ​ກ່ຽວ​ກັບ​ນ້ຳ​ໃຈ​ມິດ​ຕະ​ພາບ​ແບບ​ພິ​ເສດ ຫວຽດ​ນາມ -ລາວ, ລາວ - ຫວຽດ​ນາມ ໃນ​ວິ​ວັດ​ການ​ຕໍ່​ສູ້​ປົດ​ປ່ອຍ​​ຊາດ ແລະ ສ້າງ​ສາ​ປະ​ເທດ​ຊາດ, ປະ​ກອບ​ສ່ວນ​ເຮັດ​ໃຫ້​ການ​ພົວ​ພັນ​ລະ​ຫວ່າງ 2 ພັກ, 2 ລັດ ແລະ ປະ​ຊາ​ຊົນ 2 ປະ​ເທດ ຫວຽດ​ນາມ - ລາວ​ເລິກ​ເຊິ່ງ​ຂຶ້​ນ​ຕື່ມ​ເພີ່ມ​ພູນ​ຄູນ​ສ້າງ​ຄວາມ​ເຂົ້າ​ອົກ​ເຂົ້າ​ໃຈ, ນ້ຳ​ໃຈ​ມິດ​ຕະ​ພາບລະ​ຫວ່າງ 2 ຊາດ ຫວຽດ​ນາມ - ລາວ. ການ​ເສັງ​ນີ້​ໄດ້​ຮັບ​ການ​ຈັດ​ຕັ້ງ​​ດ້ວຍ 2 ຮູບ​ການ​ຄື: ​ເສັງ​ປາ​ລະ​ໄນ ແລະ ​ເສັງ​ຂຽນ. ການ​ເສັງ​ປາ​ລະ​ໄນ​ໄດ້​ຮັບ​ການ​ຈັດ​ຕັ້ງ​ປະ​ຈຳ​ອາ​ທິດ​ໃນ​ບັນ​ດ​າ​ສື່​ເອ​ເລັກ​ໂຕ​ນິກ​ຄື: ​ໜັງ​ສື​ພິມ​ວາ​ລະ​ສານເອ​ເລັກ​ໂຕ​ນິກ​ຂອງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ http://vietlao.dangcongsan.vn, ສື່​ເອ​ເລັກ​ໂຕ​ນິກ​​ເຍີນ​ເຢີນ www.nhandan.org.vn; ສື່​ເອ​ເລັກ​ໂຕ​ນິກ ກວນ​ໂດ້ຍ​ເຍີນ​ເຢີນ: www.qdnd.vn; ສື່​ເອ​ເລັກ​ໂຕ​ນິກ​ວາ​ລະ​ສານ​ໂຄ​ສະ​ນາ​ສຶກ​ສາ: www.tuyengiao.vn; ສື່​ເອ​ເລັກ​ໂຕ​ນິກ ຕ່ຽນ​ຟອງ: www.tienphong.vn; ສື່​ເອ​ເລັກ​ໂຕ​ນິກແທງ​ນຽນ: www.thanhnien.vn; ສື່​ເອ​ເລັກ​ໂຕ​ນິກ ຕ໋ວຍ​ແຈ໋: www.tuoitre.vn. ແຕ່​ລະ​ອາ​ທິດ, ຄະ​ນະ​ຈັດ​ຕັ້ງ​​ຈະ​ຕັ້ງ​ຄຳ​ຖາມ​ປາ​ລະ​ໄນ 3 ຂໍ້​ດ້ວຍ​ຄຳ​ຕອບ​ທີ່​ມີ​ຢູ່​ແລ້ວ​ເພື່ອ​ໃຫ້​ເລືອກ​ເອົາ. ຄະ​ນະ​ຈັດ​ຕັ້ງ​ກໍ່​ໄດ້​ກະ​ກຽມ​ຄ​ຳ​ຖາມ​ກ່​ວາ 100 ຂ​ໍ້​ໃຫ້​ການ​ເສັງ​ຄັ້ງນີ້ ແລະ ຄາ​ດ​ວ່າ ການ​ເສັງ​ນີ້​ຈະ​ແກ່​ຍາວ​ເປັນ​ເວ​ລາ 7 ເດ​ືອນ. ສຳ​ລັບ​ການ​ເສັງ​ຂຽນ, ຄະ​ນະ​ຈັດ​ຕັ້ງ​ໄດ້​ຮຽກ​ຮ້ອງ​, ຕ້ອງແມ່ນ​ບັນ​ດາ​ບົດ​ຂຽນ​ທີ່​ຍັງບໍ່​ທັນ​ໄດ້​ຮັບ​ການ​ລົງ​ພິມ, ​ບໍ່​ວ່າ​​ໃນໜັງ​ສື​ພິມ, ສື່​ເອ​ເລັກ​ໂຕ​ນິກ, ວາ​ລະ​ສານ, ປື້ມໃດ ແລະ ສະ​ແດງ​ບັນ​ດາ​ເນື້ອ​ໃນ​ກ່ຽວ​ຂ້ອງ​ເຖິງ​ການ​ພົວ​ພັນ​ທີ່​ສະ​ໜິດ​ແໜ້ນ ຫວຽດ​ນາມ - ລາວ. ເປົ້າ​ໝາຍ​ເຂົ້າ​ຮ່ວມ​ການ​ເສັງ​​ແມ່ນ​ພົນ​ລະ​ເມືອງ ຫວຽດ​ນາມ ແລະ ຕ່າງ​ປະ​ເທດ​ທ​ຸກ​ຄົນ, ສົ່ງ​ເສີມ​ບັນ​ດາ​ພົນ​ລະ​ເມືອງ ຫວຽດ​ນາມ ແລະ ລາວທີ່ພວມ​ດຳ​ລົງ​ຊີ​ວິດ, ຮ່ຳ​ຮຽນ, ເຮັດ​ວຽກ​ຢູ່​ຕ່າງ​ປະ​ເທດ ແລະ ເພື່ອນ​ມິດ​ສາ​ກົນ​ເຂົ້າ​ຮ່ວມການ​ເສັງ. ແຕ່​ລະ​ຄົນ​ໄດ້​ເຂົ້າ​ຮ່ວມ​ການ​ເສັງ​ດ້ວຍ 2 ຮູບ​ການດັ່ງ​ກ່າວ, ບໍ່​ຈຳ​ກັດ​ປ​ະ​ລິ​ມານ​ບົດ​ເສັງ. ການ​ເສັງ​ເລີ່ມ​ແຕ່​ວັນ​ທີ 2/5/2017 ແລະ ສິ້ນ​ສຸດ​ລົງ​ເມື່ອ​ວັນ​ທີ 22/12/2017.

ດັ່ງ​ທີ່ກ່າວ​ມາ​ຂ້າງ​ເທິງ​ແມ່ນ​ເນື້ອ​ໃນ​ຈົດ​ໝາຍ ​ແລະ ຄຳ​ຖາມຂອງ​​ຜູ້ຟັງ​ບາງ​ທ່ານ​ທີ່ຝາກ​ມາລາ​ຍການ​ ໃນ​ອາທິດ​ຜ່ານ​ມາ. ຖ້າຫາກ ​​ຜູ້​ຟັງ, ຜູ້​ອ່ານ​ທ່ານ​ໃດ​ ມີ​ຄວາມສົນ​ໃຈຕໍ່ບັນຫາ​ໃດ​ໜຶ່ງ, ກໍ່ສາ​ມາດ​ຝາກຈົດໝາຍ​ມາ​ຍັງ​ລາຍການ​ຂອງພວກ​ເຮົາ​ໄດ້​ເລີຍ ໂດຍ​ຈ່າໜ້າຊອງ​ວ່າ: ພາກ​ພາສາ​ລາວ, ວິທະຍຸ​ກະຈາຍສຽງ​ຫວຽດນາມ, ​ເຮືອນ​ເລກທີ 45 ​ຖະໜົນ ບ່າ​ຈ້ຽວ, ຮ່າ​ໂນ້ຍ. ຫຼື ໂທລະສັບ​ມາໂດຍ​ກົງ​​ກໍ່​ໄດ້​ ຕາມ​ເບີ​ໂທ 0084​.438.256.631 ຫຼື ອີແມວ laovov5@gmail.com. ທ່ານ​ຜູ້​ຟັງ​ກໍ່ສາມາດ Comment ​ໃນ​ເວັບ​ໄຊ vovworld.vn ຂອງ​ພວກ​ເຮົາ.


ຕອບກັບ

ຂ່າວ/ບົດ​ອື່ນ