ຂໍຄັດສະເໜີບາງຄຳເຫັນ, ເນື້ອໃນຈົດໝາຍ ແລະ ຕອບບາງຄຳຖາມເຊິ່ງທ່ານຜູ້ຟັງໄດ້ຝາກມາລາຍການ

(VOVWORLD) - ໃນອາທິດຜ່ານມາ, ພະແນກກະຈາຍສຽງບັນດາລາຍການພາສາຕ່າງປະເທດ, ວິທະຍຸກະຈາຍສຽງ ຫວຽດນາມ ໄດ້ຮັບຈົດໝາຍ, ອີແມວ 211 ສະບັບ ແລະ ໂທລະສັບຫລາຍສາຍຈາກທ່ານຜູ້ຟັງຢູ່ 36 ປະເທດ ແລະ ເຂດແຄ້ວນຄື: ແອັດສະປາຍ, ອັງກິດ, ຍີ່ປຸ່ນ, ກຳປູເຈຍ, ໄທ, ລາວ…

ໃນນັ້ນ, ທ່ານຜູ້ຟັງລາວຫລາຍຄົນໄດ້ສົ່ງອີແມວມາຍັງລາຍການດ້ວຍເນື້ອໃນ ແບ່ງປັນຄວາມຮູ້ສຶກ ຢາກຊອກຮູ້ກ່ຽວກັບບັນດາການເຄື່ອນໄຫວ ຫວຽດນາມ - ລາວ ໃນອາທິດຜ່ານມາ. ໃນລາຍການ “ໂອ້ລົມກັບເພື່ອນລາວ” ມື້ນີ້, ພວກຂ້າພະເຈົ້າຂໍຄັດສະເໜີບາງຄຳເຫັນ, ເນື້ອໃນຈົດໝາຍ ແລະ ຕອບບາງຄຳຖາມເຊິ່ງທ່ານຜູ້ຟັງໄດ້ຝາກມາລາຍການ. ເຊີນທ່ານຕິດຕາມຮັບຟັງ.

ຂໍຄັດສະເໜີບາງຄຳເຫັນ, ເນື້ອໃນຈົດໝາຍ ແລະ ຕອບບາງຄຳຖາມເຊິ່ງທ່ານຜູ້ຟັງໄດ້ຝາກມາລາຍການ - ảnh 1 ຝົນຕົກແກ່ຍາວ, ນ້ຳແກ່ງ, ນ້ຳຖ້ວມ ແລະ ດິນເຊາະເຈື່ອນເກີດຂຶ້ນຢ່າງຮ້າຍແຮງ ຢູ່ແຂວງ ເງະອານ

ໃນອາທິດຜ່ານມາ, ເພື່ອນ ມາລິວົງ, ວົງຄຳ ໄດ້ສົ່ງອີແມວມາຍັງລາຍການດ້ວຍເນື້ອໃນວ່າ: “ຂອບໃຈລາຍການພາກພາສາລາວ, ພະແນກກະຈາຍສຽງບັນດາລາຍການພາສາຕ່າງປະເທດ, ວິທະຍຸກະຈາຍສຽງ ຫວຽດນາມ ທີ່ໄດ້ແນະນຳໃຫ້ພວກຂ້າພະເຈົ້າມີຄວາມເຂົ້າໃຈແຈ້ງກ່ວາ ກ່ຽວກັບຄວາມຂ້ອງໃຈຂອງພວກຂ້າພະເຈົ້າທີ່ໄດ້ສົ່ງມາຍັງລາຍການໃນອາທິດແລ້ວນີ້.

        ໃນອາທິດຜ່ານມາ, ເພື່ອນ ອານຸສິດ ສີບຸນເຮືອງ, ເພື່ອນ ດວງໃຈ ຢູ່ແຂວງ ຊຽງຂວາງ ໄດ້ສົ່ງຈົດໝາຍມາຍັງລາຍການດ້ວຍເນື້ອໃນວ່າ: “ເມື່ອໄດ້ຮັບຂ່າວວ່າ ຝົນຕົກແກ່ຍາວ, ນ້ຳແກ່ງ, ນ້ຳຖ້ວມ ແລະ ດິນເຊາະເຈື່ອນເກີດຂຶ້ນຢ່າງຮ້າຍແຮງ ຢູ່ແຂວງ ເງະອານ, ແທງຮ໋ວາ. ພິເສດແມ່ນ ໄດ້ກໍ່ຄວາມເສຍຫາຍດ້ານຊີວິດອີນຊີ ແລະ ຊັບສິນ ກໍ່ຄືພື້ນຖານໂຄງລ່າງເຮືອນຊານບ້ານຊ່ອງຢູ່ແຂວງ ເງະອານ, ແທງຮ໋ວາ. ພວກຂ້າພະເຈົ້າຂໍສົ່ງຄຳຢື້ຢາມຖາມຂ່າວ ແລະ ແບ່ງເບົາຄວາມເສົ້າສະຫລົດໃຈມາຍັງພໍ່ແມ່ປະຊາຊົນໃນແຂວງ ເງະອານ, ແທງຮ໋ວາ ເປັນຕົ້ນແມ່ນອຳນາດການປົກຄອງທ້ອງຖິ່ນ ແລະ ບັນດາຄອບຄົວທີ່ໄດ້ຮັບຜົນສະທ້ອນໂດຍກົງຈາກໄພທຳມະຊາດໃນຄັ້ງນີ້ດ້ວຍ. ພວກຂ້າພະເຈົ້າຫວັງວ່າ ພໍ່ແມ່ປະຊາຊົນໃນ 2 ແຂວງດັ່ງກ່າວ ຈະຜ່ານຜ່າຄວາມຫຍຸ້ງຍາກໃນສະເພາະໜ້າ ແລະ ກັບຄືນສູ່ຊີວິດການເປັນຢູ່ເປັນປົກກະຕິໂດຍໄວ.

ພວກເຮົາຂໍຂອບໃຈເພື່ອນ ອານຸສິດ ສີບຸນເຮືອງ, ເພື່ອນ ດວງໃຈ ແລະ ບັນດາເພື່ອນມິດ ລາວ ທີ່ໄດ້ໃຫ້ຄວາມສົນໃຈຕິດຕາມ, ສົ່ງຄຳຢື້ຢາມຖາມຂ່າວ, ແບ່ງເບົາຄວາມເສົ້າສະຫລົດໃຈ, ປຸກລະດົມກຳລັງໃຈໃຫ້ພໍ່ແມ່ປະຊາຊົນຢູ່ເຂດປະສົບກັບໄພທຳມະຊາດຢູ່ ແຂວງ ເງະອານ, ແທງຮ໋ວາ ໃນໄລຍະມໍ່ໆມານີ້.

ຂໍຄັດສະເໜີບາງຄຳເຫັນ, ເນື້ອໃນຈົດໝາຍ ແລະ ຕອບບາງຄຳຖາມເຊິ່ງທ່ານຜູ້ຟັງໄດ້ຝາກມາລາຍການ - ảnh 2

ສ່ວນໃນອີແມວສົ່ງມາຍັງລາຍການຂອງເພື່ອນ ວົງໄຊ ທິບພະວົງ ຢູ່ແຂວງ ບໍ່ແກ້ວ ມີເນື້ອໃນຂຽນວ່າ: “ຫວ່າງແລ້ວນີ້ ຂ້າພະເຈົ້າໄດ້ຊົມບັນດາພາບສາລະຄະດີ (ລາຍການ Media) ທີ່ແນະນຳກ່ຽວກັບບັນດາສະຖານທີ່ທ່ອງທ່ຽວໃນເວັບໄຊ vovworld.vn. ຂ້າພະເຈົ້າເຫັນວ່າ ບັນດາພາບສາລະຄະດີນີ້ ມີປະໂຫຍດທີ່ສຸດ ໃຫ້ແກ່ບັນດາຜູ້ນິຍົມໄປທ່ອງທ່ຽວ ແລະ ຄົ້ນຫາຄືຂ້າພະເຈົ້າ. ພາບສາລະຄະດີໄດ້ພັນລະນາ ບັນດາສະຖານທີ່ທ່ອງທ່ຽວທີ່ມີຊື່ສຽງຂອງ ຫວຽດນາມ ຢ່າງຈະແຈ້ງ. ເມື່ອໄດ້ຊົມບັນດາພາບສາລະຄະດີເທົ່ານັ້ນ ຂ້າພະເຈົ້າກໍ່ມີຄວາມຮູ້ສຶກຄ້າຍຄືວ່າ ຕົນເອງພວມຢ້ຽມຊົມບັນດາສະຖານທີ່ນັ້ນຢູ່. ຂໍຂອບໃຈທາງລາຍການ ທີ່ໄດ້ແນະນຳບັນດາພາບສາລະຄະດີທີ່ສວຍງາມເຖິງຜູ້ຟັງຜູ້ຊົມຄືພວກຂ້າພະເຈົ້າ”.

        ຂອບໃຈເພື່ອນ ວົງໄຊ ທິບພະວົງ ທີ່ໄດ້ມີຄວາມສົນໃຈຕໍ່ລາຍການ, ພິເສດແມ່ນລາຍການ Media. ໃນໄລຍະຈະມາເຖິງ ທາງລາຍການຈະແນະນຳພາບສາລະຄະດີ ກ່ຽວກັບບັນດາສະຖານທີ່ທ່ອງທ່ຽວທີ່ມີຊື່ສຽງຂອງ ຫວຽດນາມ ຕື່ມອີກ. ເຊີນທ່ານຕິດຕາມ ແລະ ປະກອບຄຳຄິດເຫັນ ເພື່ອໃຫ້ລາຍການຂອງພວກເຮົານັບມື້ນັບມ່ວນກ່ວາ, ດູດດື່ມກ່ວາເກົ່າ.

ເພື່ອນ ອາມິນຕາ ຢູ່ນະຄອນຫລວງ ວຽງຈັນ ໄດ້ສົ່ງອີແມວມາຍັງລາຍການດ້ວຍເນື້ອໃນວ່າ: “ຂ້າພະເຈົ້າໄດ້ຮັບຮູ້ວ່າ: ຫວ່າງແລ້ວນີ້, ທ່ານນາຍົກລັດຖະມົນຕີ ລາວ ທອງລຸນ ສີສຸລິດ ໄດ້ອອກຂໍ້ຕົກລົງສ້າງຕັ້ງຄະນະກຳມະການສະເພາະກິດປະຕິບັດວຽກງານສຳຫລວດກວດກາທຸກເຂື່ອນໄຟຟ້າທີ່ໄດ້ນຳເຂົ້າເຄື່ອນໄຫວ ແລະ ສົ່ງໄຟຟ້າອອກກໍ່ຄືບັນດາເຂື່ອນໄຟຟ້າທີ່ພວມກໍ່ສ້າງ.. ຂ້າພະເຈົ້າຢາກຮູ້ວ່າ ຝ່າຍຄະນະກຳມາທິການແມ່ນ້ຳຂອງສາກົນ (MRC) ມີການກະທຳຢ່າງຕັ້ງໜ້າຫຍັງແດ່ ຕໍ່ຄວາມວິຕົກກັງວົນຂອງບັນດາປະເທດພາຍໃນພາກພື້ນ ແລະ ບັນດາອົງການຈັດຕັ້ງສາກົນຕໍ່ກັບໄພພິບັດທີ່ອາດຈະເກີດຂຶ້ນຕໍ່ຊີວິດການເປັນຢູ່ຂອງມະນຸດ ຍ້ອນການກໍ່ສ້າງເຂື່ອນໄຟຟ້າຢ່າງລຽນຕິດໃນໄລຍະຜ່ານມາ.

ເພື່ອນ ອາມິນຕາ ທີ່ຮັກແພງ! ຕໍ່ໜ້າສະພາບໄພທຳມະຊາດເກີດຂຶ້ນຢ່າງລຽນຕິດນັ້ນ. ຄະນະກຳມາທິການແມ່ນ້ຳຂອງສາກົນ (MRC) ໄດ້ອອກແຈ້ງການທີ່ສະແດງການສະໜັບສະໜູນຕໍ່ຂໍ້ຕົກລົງດັ່ງກ່າວຂອງ ລາວ. ທ່ານ ຟ້າມຕ໋ວນຟານ - ຜູ້ອຳນວຍການຝ່າຍບໍລິຫານຄະນະເລຂາ MRC ໄດ້ຢືນຢັນວ່າ: (ເທບ)

ໂດຍແມ່ນອົງການລະຫວ່າງລັດຖະບານ, ພວກຂ້າພະເຈົ້າສະໜັບສະໜູນ ແລະ ຊົມເຊີຍຂໍ້ຕົກລົງດັ່ງກ່າວ ກໍ່ຄືຂໍ້ລິເລີ່ມຂອງນາຍົກລັດຖະມົນຕີ ລາວ ເມື່ອໃຫ້ພິຈາລະນາຄືນຄວາມປອດໄພຂອງບັນດາເຂື່ອນໄຟຟ້າທັງໝົດທີ່ພວມຂຸດຄົ້ນກໍ່ຄືກວດກາຄືນໃໝ່ບັນດາໂຄງການລົງທຶນໃໝ່, ອັບເດດ, ພິຈາລະນາແຜນການ, ຍຸດທະສາດພັດທະນາເຂື່ອນໄຟຟ້າຄືນໃໝ່.

ຜູ້ຕາງໜ້າ MRC ຍັງຖືວ່າ:  ກ່ອນນີ້, ບັນດາປະເທດເຄີຍມີແຜນການພັດທະນາສະເພາະຂອງຕົນ ເຊິ່ງບໍ່ເອົາໃຈໃສ່ເຖິງການວາງແຜນຜັງຂອງທົ່ວເຂດແມ່ນ້ຳຂອງ. ປັດຈຸບັນ, ລັດຖະບານ ລາວ ພວມວາງອອກບັນຫາອັບເດດຄືນໃໝ່, ກວດກາຄືນໃໝ່ແຜນການກໍ່ຄືຍຸດທະສາດການພັດທະນາເຂື່ອນໄຟຟ້າຂອງຕົນ ນີ້ຈະແມ່ນໂອກາດເພື່ອໃຫ້ MRC ອາດຈະສົມທົບກັບແຜນການ, ຍຸດທະສາດພັດທະນາເຂື່ອນໄຟຟ້າຂອງ ລາວ  ພ້ອມກັບແຜນການ ແລະ ຍຸດທະສາດພັດທະນາເຂື່ອນໄຟຟ້າຂອງທົ່ວເຂດແມ່ນ້ຳຂອງ. ນັ້ນແມ່ນໂອກາດທີ່ດີໃຫ້ MRC ກໍ່ຄືໃຫ້ບັນດາປະເທດໃນອະນຸພາກພື້ນແມ່ນ້ຳຂອງ.

ດັ່ງທີ່ກ່າວມາຂ້າງເທິງແມ່ນເນື້ອໃນຄຳເຫັນ ແລະ ຄຳຖາມຂອງຜູ້ຟັງບາງທ່ານທີ່ຝາກມາລາຍການ ໃນອາທິດຜ່ານມາ. ຖ້າຫາກຜູ້ຟັງ, ຜູ້ອ່ານທ່ານໃດ ມີຄວາມສົນໃຈຕໍ່ບັນຫາໃດໜຶ່ງ, ກໍ່ສາມາດຝາກຈົດໝາຍມາຍັງລາຍການຂອງພວກເຮົາໄດ້ເລີຍ ໂດຍຈ່າໜ້າຊອງວ່າ: ພາກພາສາລາວ, ວິທະຍຸກະຈາຍສຽງຫວຽດນາມ, ເຮືອນເລກທີ 45 ຖະໜົນ ບ່າຈ້ຽວ, ຮ່າໂນ້ຍ. ຫຼື ໂທລະສັບມາໂດຍກົງກໍ່ໄດ້ ຕາມເບີໂທ 0084.243.825.6631 ຫຼື ອີແມວ laovov5@gmail.com. ທ່ານຜູ້ຟັງກໍ່ສາມາດ Comment ໃນເວັບໄຊ vovworld.vn ຂອງພວກເຮົາ.

ຕອບກັບ

ຂ່າວ/ບົດ​ອື່ນ