ຂໍຄັດສະເໜີບາງເນື້ອໃນຈົດໝາຍ ແລະ ຕອບບາງຄຳຖາມເຊິ່ງທ່ານຜູ້ຟັງ ຜູ້ອ່ານຝາກມາລາຍການ

(VOVWORLD) - ໃນອາທິດຜ່ານມາ, ລາຍການພາກພາສາ ລາວ, ລະບົບກະຈາຍສຽງພາກພາສາຕ່າງປະເທດແຫ່ງຊາດ, ວິທະຍຸກະຈາຍສຽງ ຫວຽດນາມ ສືບຕໍ່ໄດ້ຮັບ ໂທລະສັບ, ອີແມວ, ຈົດໝາຍຫລາຍສະບັບ ຈາກທ່ານຜູ້ຟັງທີ່ຝາກມາລາຍການ ດ້ວຍເນື້ອໃນຈັບອົກຈັບໃຈຫລາຍຢ່າງ, ສະແດງຄວາມສົນໃຈເຖິງບັນດາການເຄື່ອນໄຫວຮ່ວມມືມິດຕະພາບ ຫວຽດນາມ - ລາວ. 

ໃນລາຍການ “ໂອ້ລົມກັບເພື່ອນລາວ” ມື້ນີ້, ພວກເຮົາຂໍຄັດສະເໜີບາງເນື້ອໃນຈົດໝາຍ ແລະ ຕອບບາງຄຳຖາມເຊິ່ງທ່ານຜູ້ຟັງ ຜູ້ອ່ານຝາກມາລາຍການ. ເຊີນທ່ານຕິດຕາມຮັບຟັງ.

ຂໍຄັດສະເໜີບາງເນື້ອໃນຈົດໝາຍ ແລະ ຕອບບາງຄຳຖາມເຊິ່ງທ່ານຜູ້ຟັງ ຜູ້ອ່ານຝາກມາລາຍການ - ảnh 1

ຝົນຕົກແກ່ຍາວ, ນ້ຳແກ່ງ, ນ້ຳຖ້ວມ ຢູ່ບັນດາແຂວງທາງພາກເໜືອ ຫວຽດນາມ 

ໃນອາທິດຜ່ານມາ, ເພື່ອນ ມາໄລວົງ, ວົງຄຳ ໄດ້ສົ່ງອີແມວມາຍັງລາຍການດ້ວຍເນື້ອໃນ ວ່າ: “ຂອບໃຈລາຍການພາກພາສາລາວ, ລະບົບກະຈາຍສຽງພາກພາສາຕ່າງປະເທດແຫ່ງຊາດ, ວິທະຍຸກະຈາຍສຽງ ຫວຽດນາມ ໄດ້ແນະນຳໃຫ້ພວກຂ້າພະເຈົ້າມີຄວາມເຂົ້າໃຈແຈ້ງກ່ວາ ກ່ຽວກັບໂຄງການເຮືອນແຫ່ງສາຍຈິດມິດໃຈ ແລະ ໂຄງການຍົກລະດັບຄູ່ດ່ານຊາຍແດນສາກົນ ຫວຽດນາມ - ລາວ. ຂໍຂອບໃຈ.

        ໃນອາທິດຜ່ານມາ, ເພື່ອນ ອານຸສິດ ສີບຸນເຮືອງ, ເພື່ອນ ດວງໃຈ ຢູ່ແຂວງ ຊຽງຂວາງ ໄດ້ສົ່ງຈົດໝາຍມາຍັງລາຍການດ້ວຍເນື້ອໃນວ່າ: “ໂດຍໄດ້ຮັບຂ່າວວ່າ ຝົນຕົກແກ່ຍາວ, ນ້ຳແກ່ງ, ນ້ຳຖ້ວມ ແລະ ດິນເຊາະເຈື່ອນເກີດຂຶ້ນຢ່າງຮ້າຍແຮງ ຢູ່ບັນດາແຂວງທາງພາກເໜືອ ຫວຽດນາມ, ພິເສດແມ່ນ ໄດ້ກໍ່ຄວາມເສຍຫາຍດ້ານຊີວິດອີນຊີ ແລະ ຊັບສິນຂອງປະຊາຊົນ ຫວຽດນາມ ອ້າຍນ້ອງ ກໍ່ຄືພື້ນຖານໂຄງລ່າງຢູ່ບັນດາແຂວງ ດ້ຽນບຽນ, ເຊີນລາ, ອຽນບ໋າຍ…ພວກຂ້າພະເຈົ້າຂໍສົ່ງຄຳຢື້ຢາມຖາມຂ່າວ ແລະ ແບ່ງເບົາຄວາມເສົ້າສະຫລົດໃຈມາຍັງປະຊາຊົນ ຫວຽດນາມ ອ້າຍນ້ອງ, ເປັນຕົ້ນແມ່ນອຳນາດການປົກຄອງທ້ອງຖິ່ນ ແລະ ບັນດາຄອບຄົວທີ່ໄດ້ຮັບຜົນສະທ້ອນໂດຍກົງຈາກໄພທຳມະຊາດໃນຄັ້ງນີ້ດ້ວຍ ”.

        ພວກເຮົາຂໍຂອບໃຈເພື່ອນ ອານຸສິດ ສີບຸນເຮືອງ, ເພື່ອນ ດວງໃຈ ແລະ ບັນດາເພື່ອນມິດ ລາວ ທີ່ໄດ້ເອົາໃຈໃສ່ຕິດຕາມ, ສົ່ງຄຳຢື້ຢາມຖາມຂ່າວ, ແບ່ງເບົາຄວາມເສົ້າສະຫລົດໃຈ, ປຸກລະດົມກຳລັງໃຈໃຫ້ພໍ່ແມ່ປະຊາຊົນເຂດປະສົບກັບໄພທຳມະຊາດຢູ່ບັນດາແຂວງທາງພາກເໜືອ ຫວຽດນາມ ໃນໄລຍະມໍ່ໆມານີ້.

ສ່ວນໃນອີແມວສົ່ງມາຍັງລາຍການຂອງເພື່ອນ ວົງໄຊ ທິບປະວົງ ຢູ່ແຂວງ ບໍ່ແກ້ວ ມີເນື້ອໃນຂຽນວ່າ: “ຫວ່າງແລ້ວນີ້ ຂ້າພະເຈົ້າໄດ້ຊົມບັນດາພາບສາລະຄະດີໃນ ເວັບໄຊ vovworld.vn ຂ້າພະເຈົ້າເຫັນວ່າ ບັນດາພາບສາລະຄະດີນີ້ ມີປະໂຫຍດທີ່ສຸດ ໃຫ້ແກ່ບັນດາຜູ້ນິຍົມໄປທ່ອງທ່ຽວ ແລະ ຄົ້ນຫາຄືຂ້າພະເຈົ້າ. ບັນດາພາບສາລະຄະດີໄດ້ພັນລະນາຢ່າງຈະແຈ້ງ ບັນດາສະຖານທີ່ທ່ອງທ່ຽວທີ່ມີຊື່ສຽງຂອງ ຫວຽດນາມ. ເມື່ອໄດ້ຊົມບັນດາພາບສາລະຄະດີເທົ່ານັ້ນ ຂ້າພະເຈົ້າມີຄວາມຮູ້ສຶກຄ້າຍຄືວ່າ ຕົນເອງພວມຢ້ຽມຊົມບັນດາສະຖານທີ່ນັ້ນຢູ່. ຂໍຂອບໃຈທາງລາຍການ ທີ່ໄດ້ແນະນຳບັນດາພາບສາລະຄະດີສວຍງາມໆເຖິງຜູ້ຟັງຜູ້ຊົມພວກຂ້າພະເຈົ້າ”.

        ຂອບໃຈເພື່ອນ ວົງໄຊ ທິບປະວົງ ທີ່ໄດ້ມີຄວາມສົນໃຈຕໍ່ລາຍການ. ໃນໄລຍະຈະມາເຖິງ ທາງລາຍການຈະແນະນຳພາບສາລະຄະດີ ກ່ຽວກັບບັນດາສະຖານທີ່ທ່ອງທ່ຽວທີ່ມີຊື່ສຽງຂອງ ຫວຽດນາມ ຕື່ມອີກ. ເຊີນທ່ານຕິດຕາມ ແລະ ປະກອບຄຳຄິດເຫັນ ເພື່ອໃຫ້ລາຍການຂອງພວກເຮົານັບມື້ນັບດີກ່ວາເກົ່າ.

        ເພື່ອນ ອາມິນຕາ ຢູ່ແຂວງ ສາລະວັນ ສົ່ງອີແມວມາຍັງລາຍການໂດຍຖາມວ່າ: “ຜ່ານມາ, ຂ້າພະເຈົ້າໄດ້ຮັບຮູ້ວ່າ: ທີ່ນະຄອນ ດ່າໜັງ, ຫວຽດນາມ ໄດ້ດຳເນີນກອງປະຊຸມສຳມະນາ “ບົດບາດຂອງສະມາຊິກສະພາແຫ່ງຊາດເພດຍິງໃນການເຄື່ອນໄຫວສະພາແຫ່ງຊາດ”. ກອງປະຊຸມນີ້ ມີການເຂົ້າຮ່ວມຂອງບັນດາສະມາຊິກສະພາແຫ່ງຊາດເພດຍິງສະພາແຫ່ງຊາດ ຫວຽດນາມ ແລະ ລາວ. ຜ່ານທາງລາຍການ, ຂ້າພະເຈົ້າຢ່າກຮູ້ຕື່ມອີກກ່ຽວກັບກອງປະຊຸມສຳມະນາດັ່ງກ່າວ? ຂໍຂອບໃຈ”.

ຂໍຄັດສະເໜີບາງເນື້ອໃນຈົດໝາຍ ແລະ ຕອບບາງຄຳຖາມເຊິ່ງທ່ານຜູ້ຟັງ ຜູ້ອ່ານຝາກມາລາຍການ - ảnh 2 ກອງປະຊຸມສຳມະນາ “ບົດບາດຂອງສະມາຊິກສະພາແຫ່ງຊາດເພດຍິງໃນການເຄື່ອນໄຫວສະພາແຫ່ງຊາດ”

        ເພື່ອນ ອາມິນຕາ ທີ່ຮັກແພງ! ກອງປະຊຸມສຳມະນາ “ບົດບາດຂອງສະມາຊິກສະພາແຫ່ງຊາດເພດຍິງໃນການເຄື່ອນໄຫວສະພາແຫ່ງຊາດ” ແມ່ນການເຄື່ອນໄຫວແທດຈິງ ແນໃສ່ສ້າງເວທີປຶກສາຫາລືໃຫ້ແກ່ການແລກປ່ຽນ, ແບ່ງປັນບົດຮຽນໃນການເຄື່ອນໄຫວລັດຖະສະພາຂອງບັນດາສະມາຊິກສະພາແຫ່ງຊາດທີ່ເປັນເພດຍິງຂອງສະພາແຫ່ງຊາດ 2 ປະເທດ ຫວຽດນາມ ແລະ ລາວ. ສິ່ງສຳຄັນແມ່ນ, ຜ່ານກອງປະຊຸມສຳມະນາຄັ້ງນີ້, ບັນດາສະມາຊິກສະພາແຫ່ງຊາດເພດຍິງ 2 ປະເທດ ຈະສ້າງນ້ຳໃຈສາມັກຄີ, ມີຄວາມສະໜິດຕິດພັນຮັກແພງ, ຜູກພັນນຳກັນ, ຮ່ວມມືໃນໄລຍະຕໍ່ໄປ; ພ້ອມກັນແລກປ່ຽນບົດຮຽນ ເພື່ອສຳເລັດໜ້າທີ່ໄດ້ຮັບມອບໝາຍເປັນຢ່າງດີ, ຮ່ວມແຮງຮ່ວມໃຈແລກປ່ຽນ ແລະ ຊອກຫາໄດ້ວິທີການເຄື່ອນໄຫວໃນການພັດທະນາເສດຖະກິດ - ສັງຄົມຢ່າງມີປະສິດທິຜົນ, ປະກອບສ່ວນບັນລຸເປົ້າໝາຍປະຊາຊົນຮັ່ງມີ, ປະເທດເຂັັ້ມແຂງ, ສັງຄົມຍຸຕິທຳ, ປະຊາທິປະໄຕ, ສາມັກຄີ, ສີວິໄລ. ກອງປະຊຸມສຳມະນາບົດບາດຂອງສະມາຊິກສະພາແຫ່ງຊາດເພດຍິງໃນການເຄື່ອນໄຫວສະພາແຫ່ງຊາດໄດ້ສຸມໃສ່ປຶກສາຫາລື 3 ຫົວເລື່ອງຕົ້ນຕໍແມ່ນ: ບົດບາດຂອງສະມາຊິກສະພາແຫ່ງຊາດເພດຍິງໂດຍສັງເຂບໃນການເຄື່ອນໄຫວສະພາແຫ່ງຊາດ; ບົດຮຽນຂອງສະມາຊິກສະພາແຫ່ງຊາດເພດຍິງໃນການສ້າງກົດໝາຍ; ບົດຮຽນຂອງສະມາຊິກສະພາແຫ່ງຊາດເພດຍິງໃນການເຄື່ອນໄຫວຕິດຕາມກວດກາປະຕິບັດກົດໝາຍ.

        ພ້ອມກັນນັ້ນ, ບັນດາສະມາຊິກສະພາແຫ່ງຊາດເພດຍິງ 2 ປະເທດ ໄດ້ພ້ອມກັນເຂົ້າຮ່ວມການເຄື່ອນໄຫວທັດສະນະສຶກສາຕົວຈິງຢູ່ແຂວງ ກວາງນາມ ແລະ ຢ້ຽມຢາມບັນດາທັດສະນີຍະພາບຂອງນະຄອນ ດ່າໜັງ ແລະ ແຂວງ ກວາງນາມ.

ດັ່ງທີ່ກ່າວມາຂ້າງເທິງແມ່ນເນື້ອໃນຄຳເຫັນ ແລະ ຄຳຖາມຂອງຜູ້ຟັງບາງທ່ານທີ່ຝາກມາລາຍການ ໃນອາທິດທີ່ຜ່ານມາ. ຖ້າຫາກທ່ານຜູ້ຟັງ, ຜູ້ຊົມທ່ານໃດ ມີຄວາມສົນໃຈຕໍ່ບັນຫາໃດໜຶ່ງ, ກໍ່ສາມາດຝາກຈົດໝາຍມາຍັງລາຍການຂອງພວກເຮົາໄດ້ເລີຍ ໂດຍຈ່າໜ້າຊອງວ່າ: ພາກພາສາລາວ, ວິທະຍຸກະຈາຍສຽງຫວຽດນາມ, ເຮືອນເລກທີ 45 ຖະໜົນ ບ່າຈ້ຽວ, ຮ່າໂນ້ຍ. ຫຼື ໂທລະສັບມາໂດຍກົງກໍ່ໄດ້ ຕາມເບີໂທ 0084.243.825.6631 ຫຼື ອີແມວ laovov5@gmail.com. ທ່ານຜູ້ຟັງກໍ່ສາມາດໃຫ້ຄຳຕິຊົມໃນເວັບໄຊ vovworld.vn ຂອງພວກເຮົາ ແລະ ຮັບຟັງລາຍການໂດຍກົງຜ່ານຊອບແວ VOV Media ໃນໂທລະສັບມືຖື ແລະ ອາຍແປັດ ./.

ຕອບກັບ

ຂ່າວ/ບົດ​ອື່ນ