ຂໍຄັດສະເໜີບາງເນື້ອໃນຈົດໝາຍ ແລະ ຕອບບາງຄຳຖາມເຊິ່ງທ່ານຜູ້ຟັງໄດ້ຝາກມາລາຍການ

vovworld - ໃນ​ອາທິດ​ຜ່ານ​ມາ, ລາຍການພາກ​ພາສາ ລາວ, ລະບົບ​ກະຈາຍສຽງ​ພາກ​ພາສາ​ຕ່າງປະ​ເທດ​ແຫ່ງ​ຊາດ, ວິທະຍຸ​ກະຈາຍສຽງ ຫວຽດນາມ ສືບ​ຕໍ່ໄດ້​ຮັບ​ ໂທລະສັບ, ອີ​ແມວ, ຈົດໝາຍ​ຈາກ​ທ່ານຜູ້​ຟັງທີ່ຝາກ​ມາລາຍການ​ດ້ວຍ​ເນື້ອ​ໃນຈັບ​ອົກ​ຈັບ​ໃຈຫລາຍ​ຢ່າງ ກ່ຽວ​ກັບ​ການ​ຮ່ວມ​ມື​ເສດຖະກິດ, ວັດທະນະທຳ ​ແລະ ສັງຄົມ​ລະຫວ່າງ 2 ປະ​ເທດ ​ຫວຽດນາມ - ລາວ, ລາວ - ຫວຽດນາມ ​ໃນ​ປີ 2017. ​ໃນ​ລາຍ​ການ “​ໂອ້​ລົມ​ກັບ​ເພື່ອນ​ລາວ” ມື້​ນີ້, ພວກ​ເຮົາ​ຂໍ​ຄັດ​ສະ​ເໜີ​ບາງເນື້ອ​ໃນ​ຈົດໝາຍ ​ແລະ ຕອບ​ບາງ​ຄຳ​ຖາມ​ເຊິ່ງທ່ານ​ຜູ້​ຟັງ​ໄດ້​ຝາກ​ມາລາ​ຍການ. ​ເຊີນທ່ານ​ຕິດຕາມ​ຮັບ​ຟັງ.

ຂໍຄັດສະເໜີບາງເນື້ອໃນຈົດໝາຍ ແລະ ຕອບບາງຄຳຖາມເຊິ່ງທ່ານຜູ້ຟັງໄດ້ຝາກມາລາຍການ - ảnh 1
ມະຫາ​ວະ​ທະຍາ​ໄລ ຮ່າ​ຕີງ ຈັດ​ຕັ້ງ​ລາຍການ​ພົບ​ປະ​ສັງ​ສັນ
​ແລະ ​ແລກປ່ຽນ​ສິລະ​ປະ​ເພື່ອ​ອວຍພອນ​​ປີ​ໃໝ່ນັກ​ສຶກສາລາວ 

ເພື່ອ​ນ ລໍຄຳ​ໄຊ ​ແລະ ​ເພື່ອນ ວິ​ໄລ​ສຸກ ​ໄດ້ສົ່ງ​ອີ​ແມວ​ມາ​ຫາລາ​ຍການ​ດ້ວຍ​ເນື້ອ​ໃນ​ວ່າ: “ຂອບ​ໃຈ​ລາຍການ​ພາກ​ພາສາ​ລາວ, ລະບົບ​ກະຈາຍສຽງ​ພາສາ​ຕ່າງປະ​ເທດ​ແຫ່ງ​ຊາດ, VOV ​ໄດ້​ແນະນຳ​ໃຫ້​ຂ້າພະ​ເຈົ້າ​ກ່ຽວ​ກັບ​ບັນດາ​ສະຖານ​ທີ່​ທ່ອງ​ທ່ຽວ​ຢູ່​ບັນດາ​ແຂວງ​ທາງ​ພາກ​ເໜືອ ຫວຽດນາມ, ພິ​ເສດ​ແມ່ນ​ລາຍ​ການທ່ອງທ່ຽວ ຫ້າ​ລອງ ​ແລະ ການ​ໄປ​ທ່ອງ​ທ່ຽວວິຫານ​ຮຸ່ງ,  ຫວັງ​ວ່າ ​ໃນ​ການ​​ໄປຢ້ຽມຢາມ​ຈະ​ມາ​ເຖິງ​ຂອງ​ຂ້າພະ​ເຈົ້າ ​ແລະ ຄອບຄົວ​ຈະ​ມີ​ຄວາມສະດວກ ​ແລະ ​ຈັບ​ອົກ​ຈັບ​ໃຈ”

​​​​​ໃນ​ຈົດໝາຍ​ຝາກ​ມາ​ຍັງລາ​ຍການ ເພື່ອນ ປາ​ນຸສອນ ຈິນດາ​ວົງ ຢູ່​ແຂວງ ບໍລິ​ຄຳ​​ໄຊ ​ແລະ  ເພື່ອ​ນ ​ເພັດ​ສະ​ຫວັນ ສົມ​ສະ​ນິດ​ ຢູ່​ແຂວງ ອັດ​ຕະປື ຂຽນ​ວ່າ: “ພວກ​ຂ້າພະ​ເຈົ້າ​ແມ່ນ​ນັກ​ສຶກສາລາ​ວ ​ມີ​ໄລ​ຍະ​ເວ​ລາຮ່ຳຮຽນ​ຢູ່ ຫວຽດນາມ. ​​ເນື່ອງ​ໃນ​ໂອກາດ​ປີ​ໃໝ່​ລາວວຽນ​ມາ, ພວກ​ຂ້າພະ​ເຈົ້າ​ພັດ​ຄິດ​ເຖິງ​ໄລຍະ​​ທີ່​ພວມຮ່ຳຮຽນ ​ແລະ ຕ້ອນຮັບ​ປີ​ໃໝ່​ລາວຢູ່ ຫວຽດນາມ. ​ເຖິງ​ວ່າ​ຢູ່​ໄກ​ກັບ​ຄອບຄົວ, ບ້ານ​ເກີດ​ເມືອງ​ນອນກໍ່ຕາມ ​ແຕ່​ພວກ​ຂ້າພະ​ເຈົ້າ​ກໍ່ຍັງ​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ຈາກ​ການ​ນຳ​ແຂວງ, ນະຄອນ, ຄູ​ອາຈານ ​ແລະ ນັກ​ສຶກສາ ຫວຽດນາມ ​​ຢ​ູ່​ບ່ອນ​ທີ່ພວກ​ຂ້າພະ​ເຈົ້າ​ຮ່ຳຮຽນ. ພວກ​ຂ້າພະ​ເຈົ້າ​ມີ​ຄວາມ​ປະ​ທັບ​ໃຈ​ທີ່​ສຸດ​ກ່ຽວ​ກັບ​ບັນຍາກາດ​ ຕ້ອນຮັບ​ປີ​​ໃໝ່​ລາວ ​ເຊິ່ງຈັດ​ຕັ້ງ​ຢູ່​ບາງ​ມະຫາວິທະຍາ​ໄລ​ຂອງ ຫວຽດນາມ ຢ່າງ​ຟົດ​ຟື້ນ. ດັ່ງ​ນັ້ນ ບຸນປີ​ໃໝ່​ລາວ 2017 ນີ້ ຢູ່ ຫວຽດນາມ ຈະມີ​ບັນດາ​ການ​ເຄື່ອນ​ໄຫວ​ພົ້ນ​ເດັ່ນ​ໃດທີ່​ສະຫງວນ​ໃຫ້​ນັກ​ສຶກສາ ລາວ ​ແລະ ​ໄດ້​ຈັດ​ຕັ້ງ​ຢູ່​ໂຮງຮຽນ​ໃດແດ່​”

ເພື່ອນ ປາ​ນຸສອນ ຈິນດາ​ວົງ ​ແລະ  ເພື່ອ​ນ ​ເພັດ​ສະ​ຫວັນ ສົມ​ສະ​ນິດ​ ທີ່​ຮັກ​​ແພງ ! ​ເນື່ອງ​ໃນ​ໂອກາດ​ບຸນ​ປີ​ໃໝ່​ລາວ, ນອກ​ຈາກຈັດ​ຕັ້ງ​ບຸນປີ​ໃໝ່​ລາວ ​ໃຫ້​ນັກ​ສຶກສາ ລາວ ຢູ່​ບັນດາ​ມະ​ຫາ​ວິທະຍາ​ໄລ, ​ວິທະຍາ​ໄລທາງພາກ​ເໜືອ ​ແລະ ທາງ​ພາກ​ໃຕ້ ຫວຽດນາມ ແລ້ວ. ທີ່​ມະຫາ​ວະ​ທະຍາ​ໄລ ຮ່າ​ຕີງ ກໍ່​ໄດ້​ຈັດ​ຕັ້ງ​ລາຍການ​ພົບ​ປະ​ສັງ​ສັນ ​ແລະ ​ແລກປ່ຽນ​ສິລະ​ປະ​ເພື່ອ​ອວຍພອນ​​ປີ​ໃໝ່ນັກ​ສຶກສາລາວ ​ແລ​ະ ຄົນລາວທີ່ອາ​ໄສ​ຢູ່ ຫວຽດນາມ ເກືອ​ບ 2000 ຄົນ ທີ່​ພວມ​ຮ່ຳຮຽນ ​ແລະ ດຳລົງ​ຊີວິດ​ໃນ​ບໍລິ​ເວນ​ນະຄອນ ຮ່າ​ຕີງ. ບຸນປີ​ໃໝ່​ລາວ ​ໄດ້ຈັດ​ຕັ້ງ​ໃນ​ບັນຍາກາດ​​ອັນອົບ​ອຸ່ນ, ​ມີ​ຄວາມເບີກບານ​ມ່ວນ​ຊື່ນ​ ດ້ວຍວາດ​ຟ້ອນ​ລຳວົງ​ທີ່ງາມ​ສະ​ເໜ່, ພ້ອມ​ກັນ​ອວຍພອນ​ເນື່ອງ​ໃນ​ໂອກາດ​ບຸນປີ​ໃໝ່. ​ເນື່ອງ​ໃນ​​ໂອກາດ​ນີ້ ​ແຂວງ ຮ່າ​ຕີງ ​ໄດ້​ມອບ​ຂອງຂວັນ​ໃຫ້​ນັກ​ສຶກສາ ລາວ ທີ່​ມີ​ຜົນ​ງານດີ​ເດັ່ນ​ໃນ​ການ​ຮ່ຳຮຽນ.

ທີ່​ນະຄອນ ​ໂຮ່ຈີ​ມິງ, ຄະນະ​ຊາວ​ໜຸ່ມ​ນະຄອນ ​ໂຮ່ຈີ​ມິ​ງ ​ໄດ້​ຈັດ​ຕັ້ງ​ລາຍການ​ພົບ​ປະ​ສັງ​ສັນ ​ແລະ ​ແລກປ່ຽນ​ລະຫວ່າງ 3 ປະ​ເທດ ຫວຽດນາມ - ລາວ - ກຳປູ​ເຈຍ ທີ່​ພວມ​ຮ່ຳຮຽນ​ຢູ່​ນະຄອນ ​ໂຮ່ຈີ​ມິ​ງ ​ເນື່ອງ​ໃນ​ໂອກາດ​ບຸນປີ​ໃໝ່ຂອງ ສປປ. ລາວ ​ແລະ ບຸນ Chol Chnam Thmay ຂອງ​ລາຊະ​ອານາຈັກ ກຳປູ​ເຈຍ. ລາຍການໄດ້ດຳ​ເນີນ​ໄປ​ຢ່າງ​ຟົດ​ຟື້ນ​ດ້ວຍ​ບັນດາ​ລາຍ​ການ​ສະ​ແດງ​ສີ​ລະ​ປະ​ທີ່​​ເຂັ້ມ​ຂົ້ນ​ໄປ​ດ້ວຍ​ສີສັນ​ວັດທະນະທຳ​ຂອງ​ແຕ່ລະ​ປະ​ເທດ.

ສ່ວນ​ໃນ​ອີ​ແມວ​ຂອງ​ເພື່ອນ ​​ອຸດົມ​ໄຊ ຈັນທະ​ວົງ ຢູ່​ນະຄອນຫລວງ ວຽງ​ຈັນ ຂຽນ​ວ່າ: “​ໃນ​ໄລຍະ​ຜ່ານ​ມາ ຂ້າພະ​ເຈົ້າ​ໄດ້ຮັບ​ຟັງ​​ຂ່າວ​ທາງວິ​ທະ​ຍຸ​ກ່ຽວ​ກັບ​ໂຄງການ​ກໍ່ສ້າງ​ເສັ້ນທາງ​ຄວາມ​ໄວ​ສູງ ຮ່າ​ໂນ້ຍ - ວຽງ​ຈັນ. ​​ຍ້ອນຄ້າງ​ຄາ​ກັບວຽກ​ງານ ດັ່ງ​ນັ້ນ ຂ້າພະ​ເຈົ້າ​​ຈຶ່ງບໍ່​ໄດ້​ຕິ​ດ ຕາມ​ຢ່າງ​ລະອຽດ.  ຜ່ານ​ລາຍການພາກ​ພາ​ສາລາວ ຂ້າພະ​ເຈົ້າຢາກ​ຮູ້​ແຈ້ງກ່ວາ ກ່ຽວ​ກັບ​​ໂຄງການດັ່ງກ່າວໄດ້​ບໍ່ ຂໍ​ຂອບ​ໃຈ”.

ຂໍຄັດສະເໜີບາງເນື້ອໃນຈົດໝາຍ ແລະ ຕອບບາງຄຳຖາມເຊິ່ງທ່ານຜູ້ຟັງໄດ້ຝາກມາລາຍການ - ảnh 2
(ພາບ​ປະ​ກອບ)

ເພື່ອນ ​​ ອຸດົມ​ໄຊ ຈັນທະ​ວົງ ທີ່​ຮັກ​ແພງ ! ​​ໂຄງການ​ກໍ່​ສ້າງ​ເສັ້ນທາງ​ຄວາມ​ໄວ​ສູງ ຮ່າ​ໂນ້ຍ - ວຽງ​ຈັນ ​ແມ່ນ​ບາດກ້າວ​ບຸກທະລຸ​ໃນ​ການ​ເຊື່ອ​ມຕໍ່​ຄົມມະນາຄົມ​ຂົນ​ສົ່ງ​ລະຫວ່າງ ຫວຽດນາມ - ລາວ. ລັດຖະບານ 2 ປະ​ເທດ​ໄດ້​ເຫັນ​ດີ​ເປັນ​ເອກະ​ພາບ​ກ່ຽວ​ກັບ​ການ​ກໍ່ສ້າງ​ເສ​ັ້ນທາງ​ຄວາມ​ໄວ​ສູງ​ຕາມ​ທິດ​ໄປຜ່ານ​ດ່ານ​ຊາຍ​ແດນ ​ແທງ​ຖຸຍ (​ເຫ​ງະ​ອ່ານ, ຫວຽດນາມ) ​ແລະ ນ້ຳ​ອອນ (ບໍລິ​ຄຳ​ໄຊ, ລາວ). ມີລວງ​ຍາວ​​ທັງ​ໝົດແຕ່ ວຽງ​ຈັນ ຮອດ ຮ່າ​ໂນ້ຍ ​ແມ່ນປະມານ 725 ກມ. ລວງ​ຍາວ​​ໃນ​ເຂດ​ດິນ​ແດນ​ລາວແມ່ນ​ປະມານ 355 ກມ ແລະ ໃນ​ເຂດດິນ​ແດນ ຫວຽດນາມ ແມ່ນປະມານ 370 ກມ. ​ເສັ້ນທາງ​ນີ້ຄົ້ນຄວ້າ​ຕາມ​ມາດຕະຖານຂອງ​ເສັ້ນທາງ​ຄວາມ​ໄວ​ສູງ ດ້ວຍ​ຂອບ​ຂະໜາດເສັ້ນ​ທາງແມ່ນ 6 ເລນ, ​ການ​ອອກ​ແບບລະ​ດັບ​ຄວາມ​ໄວ​ແມ່ນ​ແຕ່ 100 – 120 ກມ/ຊົ່ງ​ໂມງ. ​ເສັ້ນທາງ​ຄວາມ​ໄວ​ສູງ​ດັ່ງກ່າວ ຈະ​ເສີມ​ຂະຫຍາຍທ່າ​ແຮງ​ຢ່າງ​ສຸດ​ຂີດ​ກ່ຽວ​ກັບ​ທີ່​ຕັ້ງ​ພູມ​ສາດ ​ແລະ ​ເງື່ອນ​ໄຂ​ທຳ​ມະ​ຊາດ​ຂອງ 2 ປະ​ເທດ, ພິ​ເສດ​ແມ່ນ​ຄວາມ​ສາມາດ​ບົ່ມ​ຊ້ອນ​ກ່ຽວ​ກັບ​ທີ່​ຕັ້ງ​ເປັນ​ໃຈກາງ​ຂອງ ລາວ, ຄວາມ​ສາມາດ​ບົ່ມ​ຊ້ອນ​ທາງ​ທະ​ເລ​ຂອງ ຫວຽດນາມ ​ໃນ​ການ​ເຊື່ອ​ມ​ຕໍ່​ຄົມມະນາຄົມ​ຂົນ​ສົ່ງ​ກັບ​ບັນດາ​ປະ​ເທດ​ໃນ​ພາກ​ພື້ນ ​ແລະ ສາກົນ.

ດັ່ງ​ທີ່ກ່າວ​ມາ​ຂ້າງ​ເທິງ​ແມ່ນ​ເນື້ອ​ໃນຄຳ​ເຫັນ ​ແລະ ຄຳ​ຖາມຂອງ​​ຜູ້ຟັງ​ບາງ​ທ່ານ​ທີ່ຝາກ​ມາລາ​ຍການ​ ໃນ​ອາທິດ​ຜ່ານ​ມາ. ຖ້າຫາກ ​​ຜູ້​ຟັງ, ຜູ້​ອ່ານ​ທ່ານ​ໃດ​ ມີ​ຄວາມສົນ​ໃຈຕໍ່ບັນຫາ​ໃດ​ໜຶ່ງ, ກໍ່ສາ​ມາດ​ຝາກຈົດໝາຍ​ມາ​ຍັງ​ລາຍການ​ຂອງພວກ​ເຮົາ​ໄດ້​ເລີຍ ໂດຍ​ຈ່າໜ້າຊອງ​ວ່າ: ພາກ​ພາສາ​ລາວ, ວິທະຍຸ​ກະຈາຍສຽງ​ຫວຽດນາມ, ​ເຮືອນ​ເລກທີ 45 ​ຖະໜົນ ບ່າ​ຈ້ຽວ, ຮ່າ​ໂນ້ຍ. ຫຼື ໂທລະສັບ​ມາໂດຍ​ກົງ​​ກໍ່​ໄດ້​ ຕາມ​ເບີ​ໂທ 0084​.438.256.631 ຫຼື ອີແມວ laovov5@gmail.com. ທ່ານ​ຜູ້​ຟັງ​ກໍ່ສາມາດ Comment ​ໃນ​ເວັບ​ໄຊ vovworld.vn ຂອງ​ພວກ​ເຮົາ.

ຕອບກັບ

ຂ່າວ/ບົດ​ອື່ນ