ຂໍຄັດສະເໜີເນື້ອໃນຈົດໝາຍ ແລະ ຕອບບາງຄຳຖາມເຊິ່ງທ່ານຜູ້ຟັງຝາກມາລາຍການໃນອາທິດຜ່ານມາ

(VOVWORLD) -ໃນອາທິດຜ່ານມາ, ລະບົບລາຍການກະຈາຍສຽງພາກພາສາຕ່າງປະເທດແຫ່ງຊາດ, ວິທະຍຸກະຈາຍສຽງຫວຽດນາມ ໄດ້ຮັບຈົດໝາຍ, ອີແມວ 200 ສະບັບ ແລະ ໂທລະສັບຫຼາຍສາຍ ຈາກທ່ານຜູ້ຟັງຈາກ 39 ປະເທດ ແລະ ເຂດແຄ້ວນ.

ຂໍຄັດສະເໜີເນື້ອໃນຈົດໝາຍ ແລະ ຕອບບາງຄຳຖາມເຊິ່ງທ່ານຜູ້ຟັງຝາກມາລາຍການໃນອາທິດຜ່ານມາ - ảnh 1 ທ່ານ ຫງວຽນຢຸຍທັງ, ຮອງລັດຖະມົນຕີກະຊວງພາຍໃນຫວຽດນາມ ໄດ້ມີການພົບປະກັບທ່ານຮອງນາຍົກລັດຖະມົນຕີລາວ ສອນໄຊ ສີພັນດອນ

(ພາບ: TTXVN)

ເພື່ອນ ຮ່ວາງແມ້ງທັ໋ງ, ຢູ່ແຂວງເຊີນລາ ໄດ້ໂທລະສັບມາລາຍການໂດຍໃຫ້ຮູ້ວ່າ: ຂ້າພະເຈົ້າເອົາໃຈໃສ່ເປັນພິເສດເຖິງບັນດາການເຄື່ອນໄຫວຮ່ວມມືລະຫວ່າງຫວຽດນາມ - ລາວ ແລະ ໄດ້ຮູ້ວ່າ, ໃນອາທິດຜ່ານມາ, ທ່ານ ຫງວຽນຢຸຍທັງ, ຮອງລັດຖະມົນຕີກະຊວງພາຍໃນຫວຽດນາມ ໄດ້ມີການພົບປະກັບທ່ານຮອງນາຍົກລັດຖະມົນຕີລາວ ສອນໄຊ ສີພັນດອນ ເນື່ອງໃນໂອກາດຢ້ຽມຢາມລາວ. ຜ່ານລາຍການ, ຂ້າພະເຈົ້າຢາກຊອກຮູ້ກ່ຽວກັບການພົບປະດັ່ງກ່າວ.

        ເພື່ອນ ຮ່ວາງແມ້ງທັ໋ງ ທີ່ຮັກແພງ, ຕອນບ່າຍວັນທີ 15 ພະຈິກ, ຢູ່ນະຄອນຫຼວງວຽງຈັນ, ທ່ານຮອງນາຍົກລັດຖະມົນຕີລາວ ສອນໄຊ ສີພັນດອນ ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນກະຊວງພາຍໃນຫວຽດນາມ ໂດຍທ່ານຮອງລັດຖະມົນຕີ ຫງວຽນຢຸຍທັງ ເປັນຫົວໜ້າຄະນະມີການຢ້ຽມຢາມ ແລະ ເຮັດວຽກຢູ່ລາວ. ທີ່ການພົບປະ, ທ່ານຮອງລັດຖະມົນຕີ ຫງວຽນຢຸຍທັງ ໃຫ້ຮູ້ວ່າ: ໃນໄລຍະຜ່ານມາ, ກະຊວງພາຍໃນ 2 ປະເທດ ໄດ້ມີການຮ່ວມມືເປັນຢ່າງດີໃນບັນດາຂົງເຂດແລກປ່ຽນຂໍ້ມູນຂ່າວສານ, ບົດຮຽນໃນວຽກງານຈັດຕັ້ງການບໍລິຫານພາກລັດ; ອຳນາດການປົກຄອງ, ພະນັກງານ, ພາລະກອນ, ລັດຖະກອນ; ການແຂ່ງຂັນຍ້ອງຍໍ… ໃນໄລຍະຈະມາເຖິງ, 2 ຝ່າຍຈະສືບຕໍ່ເພີ່ມທະວີການຮ່ວມມືໃນທຸກຂົງເຂດຄື: ແລກປ່ຽນຄະນະຜູ້ແທນ, ແລກປ່ຽນຂໍ້ມູນຂ່າວສານ, ບົດຮຽນໃນວຽກງານບັນດາຂົງເຂດທີ່ກ່ຽວຂ້ອງ. ທ່ານຮອງນາຍົກລັດຖະມົນຕີລາວ ສອນໄຊ ສີພັນດອນ ໄດ້ຕີລາຄາສູງການຮ່ວມມືລະຫວ່າງ 2 ກະຊວງ, ກໍຄືການໜູນຊ່ວຍ ແລະ ຊ່ວຍເຫຼືອຢ່າງມີປະສິດທິຜົນເຊິ່ງກະຊວງພາຍໃນຫວຽດນາມ ສະຫງວນໃຫ້ແກ່ກະຊວງພາຍໃນລາວ ໃນໄລຍະຜ່ານມາ, ພິເສດແມ່ນໃນວຽກງານບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດໃຫ້ກະຊວງພາຍໃນລາວ; ຢືນຢັນວ່າ ບັນດາຂົງເຂດເຊິ່ງ 2 ກະຊວງຮັບຜິດຊອບລ້ວນແຕ່ມີຄວາມສຳຄັນເປັນພິເສດ, ຕັດສິນຊີ້ຂາດປະສິດທິຜົນການເຄື່ອນໄຫວຂອງກົງຈັກລັດ, ສະນັ້ນ, 2 ຝ່າຍຄວນເພີ່ມທະວີການຮ່ວມມືກວ່າອີກ ເພື່ອປະຕິບັດພາລະໜ້າທີ່ທີ່ໄດ້ຮັບການມອບໝາຍ.

ຂໍຄັດສະເໜີເນື້ອໃນຈົດໝາຍ ແລະ ຕອບບາງຄຳຖາມເຊິ່ງທ່ານຜູ້ຟັງຝາກມາລາຍການໃນອາທິດຜ່ານມາ - ảnh 2 ລັດຖະບານລາວ ກໍ່ໄດ້ໃຫ້ການໜູນຊ່ວຍແກ່ປະຊາຊົນແຂວງ ຟຸ໋ອຽນ

(ພາບ: TTXVN)

ໃນອາທິດຜ່ານມາ, ເພື່ອນ ສຸກສາຄອນ, ຢູ່ແຂວງ ອັດຕະປື ໄດ້ສົ່ງຂໍ້ຄວາມຜ່ານທາງ Facebook ໂດຍໃຫ້ຮູ້ວ່າ: ໃນໄລຍະຜ່ານມາ, ບັນດາແຂວງ ທິດໃຕ້ພາກກາງຫວຽດນາມ ຖືກຜົນເສຍຫາຍຢ່າງໜັກໜ່ວງຍ້ອນພາຍຸ Damrey ກໍ່ຂຶ້ນ ແລະ ຂ້າພະເຈົ້າໄດ້ຮູ້ຂ່າວວ່າ, ລັດຖະບານລາວ ກໍ່ໄດ້ໃຫ້ການໜູນຊ່ວຍແກ່ປະຊາຊົນແຂວງ ຟຸ໋ອຽນ ບັນດາເຄື່ອງຂອງທີ່ຈຳເປັນ. ຜ່ານລາຍການ, ຂ້າພະເຈົ້າຢາກຮູ້ລະອຽດກ່ຽວກັບຈຳນວນເຄື່ອງໜູນຊ່ວຍເຊິ່ງປະຊາຊົນລາວ ໄດ້ຊ່ວຍເຫຼືອປະຊາຊົນຫວຽດນາມ ແລະ ຂ້າພະເຈົ້າຂໍຝາກຄຳແບ່ງເບົາຄວາມເສົ້າສະຫຼົດໃຈຕໍ່ຄວາມເສຍຫາຍທາງດ້ານຊີວິດອິນຊີ ແລະ ຊັບສິນມາຍັງບັນດາຄອບຄົວຖືກປະສົບເຄາະຮ້າຍພາຍຸ Damrey ກໍ່ຂຶ້ນ ແລະ ມີຄວາມປາດຖະໜາວ່າ ປະຊາຊົນບັນດາແຂວງທາງທິດໃຕ້ພາກກາງ ຈະຜ່ານຜ່າຄວາມຫຍຸ້ງຍາກ, ກັບຄືນສູ່ຊີວິດເປັນປົກກະຕິໂດຍໄວ.

ເພື່ອນ ສຸກສາຄອນ ທີ່ຮັກແພງ! ຂໍຂອບໃຈເພື່ອນທີ່ໄດ້ເອົາໃຈໃສ່ ແລະ ແບ່ງເບົາຄວາມຫຍຸ້ງຍາກ, ຄວາມເສຍຫາຍຂອງປະຊາຊົນບັນດາແຂວງທາງທິດໃຕ້ພາກກາງຂອງຫວຽດນາມ. ໃນວັນທີ 20 ພະຈິກ, ຄະນະກຳມະການແນວໂຮມປະເທດຊາດແຂວງ ຟຸ໋ອຽນ ໄດ້ຈັດພິທີຕ້ອນຮັບເຄື່ອງຂອງໂດຍລັດຖະບານລາວ ໜູນຊ່ວຍປະຊາຊົນແຂວງ ຟຸ໋ອຽນ ເພື່ອແກ້ໄຂຜົນຮ້າຍຢ້ອນຫຼັງຈາກພາຍຸ Damrey ກໍ່ຂຶ້ນ. ຕາມນັ້ນແລ້ວ, ລັດຖະບານລາວ ໄດ້ໜູນຊ່ວຍເຂົ້າສານ 20 ໂຕນ, ຊີ້ນໝູ 1 ໂຕນ, ຊີ້ນງົວແຫ້ງ ເພື່ອຊ່ວຍປະຊາຊົນແຂວງຟຸ໋ອຽນ ຜ່ານຜ່າຄວາມຫຍຸ້ງຍາກ, ຮັບປະກັນຊີວິດການເປັນຢູ່ໃນເປັນປົກກະຕິ. ທີ່ການຕ້ອນຮັບ, ທ່ານ ອິນທາວົງພະຈັນ, ຮອງຫົວໜ້າສະຖານກົງສູນໃຫຍ່ລາວ ປະຈຳນະຄອນດ່ານັ້ງ ໄດ້ແບ່ງປັນບັນດາຄວາມຫຍຸ້ງຍາກ, ຄວາມເສຍຫາຍ ເຊິ່ງປະຊາຊົນແຂວງ ຟຸ໋ອຽນ ພວມປະເຊີນໜ້າ ຍ້ອນຜົນສະທ້ອນຈາກພາຍຸ Damrey ກໍ່ຂຶ້ນ. ຈຳນວນເຄື່ອງຂອງເຊິ່ງລັດຖະບານລາວ ໜູນຊ່ວຍປະຊາຊົນແຂວງ ຟຸ໋ອຽນ ເຖິງວ່າບໍ່ຫຼາຍ, ແຕ່ກໍ່ໄດ້ສະແດງໃຫ້ເຫັນຄວາມຜູກພັນຢ່າງໃກ້ຊິດລະຫວ່າງປະຊາຊົນລາວ ກັບປະຊາຊົນຫວຽດນາມ ໃນຈຸດເວລາທີ່ຫຍຸ້ງຍາກ. ທ່ານເລຂາຄະນະພັກແຂວງ, ປະທານສະພາປະຊາຊົນແຂວງ ຟຸ໋ອຽນ ຮີ່ນເຕີ໋ນຫວຽດ ໄດ້ຂອບໃຈການຊ່ວຍເຫຼືອຢ່າງທັນການຂອງລັດຖະບານລາວ ຕໍ່ບັນດາຄວາມຫຍຸ້ງຍາກໂດຍໄພທຳມະຊາດກໍ່ຂຶ້ນ ເຊິ່ງແຂວງຟຸ໋ອຽນ ພວມປະເຊີນໜ້າ; ພ້ອມທັງໃຫ້ຄຳໝັ້ນສັນຍາວ່າ, ຈະຈັດແບ່ງຈຳນວນເຄື່ອງຊ່ວຍເຫຼືອດັ່ງກ່າວໃຫ້ປະຊາຊົນໃນໄລຍະໄວທີ່ສຸດ. ພາຍຫຼັງພິທີຮັບເຄື່ອງຊ່ວຍເຫຼືອທັງໝົດໄດ້ຈັດແບ່ງໃຫ້ບັນດາເມືອງເຂດພູດອຍຄື: ດົ່ງຊວນ, ຊົງຮີງ ແລະ ເຊີນຮ່ວາ ເພື່ອສະໜອງໃຫ້ປະຊາຊົນຢ່າງທັນການ.

ເພື່ອນສອນໄຊ, ຢູ່ນະຄອນຫຼວງວຽງຈັນ ໄດ້ໂທລະສັບມາລາຍການໂດຍແບ່ງປັນວ່າ: ກ່ອນນີ້, ຂ້າພະເຈົ້າໄດ້ຮຽນພາສາຫວຽດ ຢູ່ໂຮງຮຽນມິດຕະພາບ T78, ເທດສະບານເຊີນໄຕ, ຮ່າໂນ້ຍ ແລະ ໄດ້ຮູ້ວ່າ, ໃນເດືອນທັນວາ ນີ້ ຈະຈັດພິທີສະເຫຼີມສະຫຼອງ 60 ປີແຫ່ງວັນສ້າງຕັ້ງໂຮງຮຽນ. ຂ້າພະເຈົ້າຢາກຮູ້ເວລາລະອຽດເຊິ່ງທາງໂຮງຮຽນຈະຈັດພິທີສະເຫຼີມສະຫຼອງດັ່ງກ່າວ.

ເພື່ອນສອນໄຊ ທີ່ຮັກແພງ, ໃນເດືອນທັນວາ 2017, ໂຮງຮຽນມິດຕະພາບ T78, ເທດສະບານເຊີນໄຕ, ຮ່າໂນ້ຍ ຈະຈັດພິທີສະເຫຼີມສະຫຼອງ 60 ປີແຫ່ງວັນສ້າງຕັ້ງໂຮງຮຽນ (01 ມັງກອນ 1958 – 01 ມັງກອນ 2018). ນີ້ແມ່ນໂຮງຮຽນມີນັກສຶກສາລາວ ລຸ້ນຕ່າງໆທີ່ໄດ້ຮຽນຢູ່ໂຮງຮຽນນີ້. ໄລ່ມາຮອດປະຈຸບັນ, ມີນັກສຶກສາລາວ 21.768 ຄົນ ໄດ້ ແລະ ພວມ ຮຽນຢູ່ໂຮງຮຽນແຫ່ງນີ້. ທາງໂຮງຮຽນຈະຈັດພິທີສະເຫຼີມສະຫຼອງ 60 ປີແຫ່ງວັນສ້າງຕັ້ງ ໃນເວລາ 9 ໂມງ ວັນທີ 23 ທັນວາ 2017, ໃນນັ້ນຈະມີການເຄືອນໄຫວຂ່ຳນັບຊົມເຊີຍຫຼາຍຢ່າງ, ການພົບປະລະຫວ່າງຄູອາຈານ ແລະ ນັກສຶກສາລາວ ແລະ ຫວຽດນາມ. ຫວັງວ່າ, ເພື່ອນຈະສະຫຼະເວລາມາຫວຽດນາມ ຢ້ຽມຢາມໂຮງຮຽນ, ຄູອາຈານ ແລະ ເຂົ້າຮ່ວມພິທີສະເຫຼີມສະຫຼອງດັ່ງກ່າວນີ້.

ດັ່ງທີ່ກ່າວມາຂ້າງເທິງແມ່ນເນື້ອໃນຄຳເຫັນຂອງທ່ານຜູ້ຟັງທີ່ຝາກມາລາຍການໃນອາທິດຜ່ານມາ, ຫວັງວ່າ ທ່ານຜູ້ຟັງຈະສືບຕໍ່ຝາກຈົດໝາຍ, ອີແມວ ຫຼື ໂທລະສັບມາຫາລາຍການ ເພື່ອປະກອບຄຳເຫັນຊ່ວຍລາຍການຂອງພວກເຮົາໃຫ້ນັບມື້ນັບດີກວ່າເກົ່າ.

ຕອບກັບ

ຂ່າວ/ບົດ​ອື່ນ