ຄັດສະເໜີບາງຄຳເຫັນ, ເນື້ອໃນຈົດໝາຍ ແລະ ຕອບບາງຄຳຖາມ ເຊິ່ງທ່ານຜູ້ຟັງໄດ້ຝາກມາລາຍການ

(VOVWORLD) - ໃນອາທິດຜ່ານມາ, ພະແນກກະຈາຍສຽງບັນດາລາຍການພາສາຕ່າງປະເທດ, ວິທະຍຸກະຈາຍສຽງ ຫວຽດນາມ ສືບຕໍ່ໄດ້ຮັບຈົດໝາຍ, ອີແມວ 314 ສະບັບ ແລະ ໂທລະສັບຫລາຍສາຍຈາກທ່ານຜູ້ຟັງຢູ່ 39 ປະເທດ ແລະ ເຂດແຄ້ວນຄື: ແອັດສະປາຍ, ອັງກິດ, ຍີ່ປຸ່ນ, ກຳປູເຈຍ, ໄທ, ລາວ…

ໃນນັ້ນ, ທ່ານຜູ້ຟັງລາວ ຫລາຍຄົນໄດ້ສົ່ງຈົດໝາຍສະແດງຄວາມຂອບໃຈ, ແບ່ງປັນຄວາມຮູ້ສຶກ ແລະ ຢາກຊອກຮູ້ກ່ຽວກັບການເຄື່ອນໄຫວລະຫວ່າງ ຫວຽດນາມ - ລາວ ໃນອາທິດຜ່ານມາ. ໃນລາຍການ “ໂອ້ລົມກັບເພື່ອນລາວ” ມື້ນີ້, ພວກຂ້າພະເຈົ້າຂໍຄັດສະເໜີບາງຄຳເຫັນ, ເນື້ອໃນຈົດໝາຍ ແລະ ຕອບບາງຄຳຖາມ ເຊິ່ງທ່ານຜູ້ຟັງໄດ້ຝາກມາລາຍການໃນອາທິດຜ່ານມາ.

ເພື່ອນ ອານຸສິດ, ເພື່ອນ ແກ້ວດວງໃຈ ແລະ ເພື່ອນ ອາມິນຕາ ໄດ້ສົ່ງອີແມວມາຫາລາຍການດ້ວຍເນື້ອໃນວ່າ: “ຂອບໃຈລາຍການພາກພາສາລາວ, ພະແນກກະຈາຍສຽງບັນດາລາຍການພາສາຕ່າງປະເທດ, ວິທະຍຸກະຈາຍສຽງ ຫວຽດນາມ ໄດ້ແນະນຳໃຫ້ພວກຂ້າພະເຈົ້າກ່ຽວກັບບັນດາສະຖານທີ່ທ່ອງທ່ຽວຢູ່ບັນດາແຂວງທາງພາກເໜືອ ຫວຽດນາມ, ພິເສດແມ່ນບັນດາລາຍການທ່ອງທ່ຽວທະເລ ຫ໋າຍຟ່ອງ ແລະ ການໄປທ່ອງທ່ຽວ ຊາປາ,  ຫວັງວ່າ ໃນການໄປຢ້ຽມຢາມຈະມາເຖິງຂອງພວກຂ້າພະເຈົ້າ ແລະ ຄອບຄົວຈະມີຄວາມສະດວກກ່ວາ.”

ສ່ວນເພື່ອນ ຕາແກ້ວ, ເພື່ອນ ຄຳແບງ ແລະ ເພື່ອນ ວັນທາ ໄດ້ສົ່ງອີແມວຕອບຄືນມາຍັງລາຍການດ້ວຍເນື້ອໃນວ່າ: “ອາທິດຜ່ານມາ, ພວກຂ້າພະເຈົ້າໄດ້ຮັບຟັງລາຍການກະຈາຍສຽງພາກພາສາລາວ ທີ່ແນະນຳໃຫ້ພວກຂ້າພະເຈົ້າມີຄວາມເຂົ້າໃຈຕື່ມອີກ ກ່ຽວກັບຊີວິດການເປັນຢູ່ ແລະ ພາລະກິດການປະຕິວັດປົດປ່ອຍປະເທດ ຫວຽດນາມ ຂອງປະທານ ໂຮ່ຈີມິນ. ນະຄອນ ໂຮ່ຈີມິນ ແມ່ນນະຄອນທີ່ໃສ່ຊື່ຂອງລຸງໂຮ່, ສະຖານທີ່ແຫ່ງນີ້ ມີອະນຸສອນຫລາຍຢ່າງທີ່ຕິດພັນກັບຊີວິດການເປັນຢູ່ ແລະ ພາລະກິດການປະຕິວັດຂອງລຸງໂຮ່. ເນື່ອງໃນໂອກາດສະເຫຼີມສະຫຼອງ 129 ປີແຫ່ງວັນຄ້າຍວັນເກີດຂອງປະທານ ໂຮ່ຈີມິນ, ນະຄອນຈະຈັດຕັ້ງບັນດາການເຄື່ອນໄຫວສະເຫຼີມສະຫຼອງຫຍັງແດ່ ແລະ ຢູ່ໃສ?

ຄັດສະເໜີບາງຄຳເຫັນ, ເນື້ອໃນຈົດໝາຍ ແລະ ຕອບບາງຄຳຖາມ ເຊິ່ງທ່ານຜູ້ຟັງໄດ້ຝາກມາລາຍການ - ảnh 1 ນະຄອນ ໂຮ່ຈີມິນ ແມ່ນນະຄອນທີ່ໃສ່ຊື່ຂອງລຸງໂຮ່

ເພື່ອນ ຕາແກ້ວ, ເພື່ອນ ຄຳແບງ ແລະ ເພື່ອນ ວັນທາ ທີ່ຮັກແພງ! ຕາມຂ້າພະເຈົ້າຮັບຮູ້ມາແລ້ວ: ແຕ່ວັນທີ 17 ພຶດສະພາ - ວັນທີ 9 ມິຖຸນາ, ນະຄອນ ໂຮ່ຈີມິນ ຈະດຳເນີນງານວາງສະແດງສະເຫຼີມສະຫຼອງ 129 ປີແຫ່ງວັນຄ້າຍວັນເກີດຂອງປະທານ ໂຮ່ຈີມິນ (19/05/1890 – 19/05/2019), 108 ປີແຫ່ງວັນລຸງໂຮ່ ເດີນທາງໄປຕ່າງປະເທດເພື່ອຊອກຫາເສັ້ນທາງກູ້ຊາດ (05/06/1911 – 05/06/2019) ຢູ່ຖະໜົນທາງຍ່າງ ຫງວຽນເຫ້ວ ແລະ ຖະໜົນ ດົ່ງເຂີຍ; ວັນທີ 18 ພຶດສະພາ ຈະດຳເນີນພິທີຖະຫວາຍທູບທຽນ, ດອກໄມ້ຕໍ່ດວງວິນຍານປະທານ ໂຮ່ຈີມິນ ຢູ່ຫໍພິພິທະພັນ ໂຮ່ຈີມິນ - ສາຂານະຄອນ ໂຮ່ຈີມິນ ແລະ ອະນຸສາວະລີປະທານ ໂຮ່ຈີມິນ; ນະຄອນ ໂຮ່ຈີມິນ ກໍ່ຈະຍ້ອງຍໍຊົມເຊີຍບັນດາໝູ່ຄະນະ, ບຸກຄົນດີເດັ່ນໃນການຮ່ຳຮຽນ ແລະ ປະຕິບັດຕາມແນວຄິດ, ຄຸນສົມບັດ, ແບບແຜນການດຳລົງຊີວິດໂຮ່ຈີມິນ ເປັນຢ່າງດີ; ວັນທີ 19 ພຶດສະພາ ຈະດຳເນີນລາຍການສະແດງສິລະປະຢູ່ອະນຸສາວະລີ ໂຮ່ຈີມິນ. ຫວັງວ່າ ພວກເພື່ອນຈະສະຫຼະເວລາຕິດຕາມຮັບຟັງກ່ຽວກັບບັນດາການເຄື່ອນໄຫວເນື່ອງໃນໂອກາດສະເຫຼີມສະຫຼອງ 129 ປີແຫ່ງວັນຄ້າຍວັນເກີດຂອງປະທານ ໂຮ່ຈີມິນ.

ເພື່ອນ ເພັດສະຫວັນ ສົມສະນິດ ຢູ່ແຂວງ ບໍລິຄຳໄຊ ແລະ  ເພື່ອນ ເບັ້ນ ພິມມະສອນ ຢູ່ນະຄອນຫລວງ ວຽງຈັນ ໄດ້ສົ່ງອີແມວມາຍັງລາຍການດ້ວຍເນື້ອໃນວ່າ: “ພວກຂ້າພະເຈົ້າຄາດວ່າຈະໄປຮ່ຳຮຽນຢູ່ປະເທດ ຫວຽດນາມ ໃນໄລຍະຈະມາເຖິງ, ໂດຍຜ່ານໂຄງການທຶນການສຶກສາຂອງລັດຖະບານ ຫວຽດນາມ ທີ່ສະຫງວນໃຫ້ນັກສຶກສາ ລາວ. ສະນັ້ນພວກຂ້າພະເຈົ້າຢາກໃຫ້ລາຍການພາກພາສາ ລາວ ແນະນຳໃຫ້ພວກຂ້າພະເຈົ້າເຂົ້າໃຈຕື່ມອີກ ກ່ຽວກັບໂຄງການທຶນການສຶກສາປີ 2019 ລະຫວ່າງ 2 ລັດຖະບານ ຫວຽດນາມ ແລະ ລາວ. ຂໍຂອບໃຈ.”

ເພື່ອນ ເພັດສະຫວັນ ສົມສະນິດ ແລະ  ເພື່ອນ ເບັ້ນ ພິມມະສອນ ທີ່ຮັກແພງ! ຕາມທີ່ພວກຂ້າພະເຈົ້າຮູ້ມາວ່າ, ລັດຖະບານ 2 ປະເທດ ຫວຽດນາມ ແລະ ລາວ ສືບຕໍ່ເອົາໃຈໃສ່ສະຫງວນບຸລິມະສິດເປັນຢ່າງສູງໃຫ້ແກ່ຂົງເຂດການສຶກສາບຳລຸງສ້າງ. ປີ 2019 ລັດຖະບານ ຫວຽດນາມ ສະໜອງທຶນການສຶກສາໃຫ້ພະນັກງານ, ນັກຮຽນ ລາວ ມາຮ່ຳຮຽນຢູ່ ຫວຽດນາມ ກ່ວາ 1.000 ທຶນ; ລັດຖະບານ ລາວ ສະໜອງທຶນການສຶກສາໃຫ້ພະນັກງານ, ນັກຮຽນ ຫວຽດນາມ ໄປຮ່ຳຮຽນຢູ່ ລາວ 60 ທຶນ ໃນຫຼັກສູດປະລິຍາຕີ, ປະລິຍາໂທ ແລະ ຝຶກອົບຮົມໄລຍະສັ້ນ. ນອກນັ້ນ ຢູ່ບັນດາທ້ອງຖິ່ນ, ວິສາຫະກິດຂອງ ຫວຽດນາມ ກໍ່ມີບັນດາການໜູນຊ່ວຍດ້ວຍແຫຼ່ງກຳລັງຂອງຕົນ ເຂົ້າໃນວຽກງານກໍ່ສ້າງແຫຼ່ງຊັບພະຍາກອນມະນຸດໃຫ້ແກ່ ລາວ ຕື່ມອີກ.

ຄັດສະເໜີບາງຄຳເຫັນ, ເນື້ອໃນຈົດໝາຍ ແລະ ຕອບບາງຄຳຖາມ ເຊິ່ງທ່ານຜູ້ຟັງໄດ້ຝາກມາລາຍການ - ảnh 2 ນັກສຶກສາລາວຮຽນຢູ່ຫວຽດນາມ

ມາເຖິງປະຈຸບັນ, ຈຳນວນນັກສຶກສາ ລາວ ທີ່ພວມຮ່ຳຮຽນຢູ່ ຫວຽດນາມ ມີປະມານ 14.000 ຄົນ. ເລື່ອງຄັດເລືອກນັກສຶກສາໃຫ້ສົກຮຽນ 2019 – 2020, 2 ຂະແໜງການສຶກສາ 2 ປະເທດ ພວມໄດ້ຮັບການສົມທົບກັນຜັນຂະຫຍາຍ. ວຽກງານກໍ່ສ້າງຖັນແຖວພະນັກງານ ແລະ ແຫຼ່ງຊັບພະຍາກອນມະນຸດໃຫ້ ລາວ ນັບມື້ນັບໄດ້ຮັບການເພີ່ມທະວີກ່ຽວກັບຈຳນວນ, ປັບປຸງດ້ານຄຸນນະພາບ ດ້ວຍບັນດາວິທີ ແລະ ຮູບການກໍ່ສ້າງເປັນຫລາຍຮູບຫລາຍແບບ, ອຸດົມສົມບູນ, ຕອບສະໜອງຄວາມຮຽກຮ້ອງຕ້ອງການປ່ຽນໃໝ່ຂອງ ລາວ; ບັນດາຮາກຖານກໍ່ສ້າງນັກສຶກສາ ລາວ ຢູ່ ຫວຽດນາມ ກໍ່ໄດ້ລົງທຶນ, ຍົກລະດັບ. ຄຸນນະພາບການຮ່ຳຮຽນຂອງນັກສຶກສາ ລາວ ຕາມສັນຍາລະຫວ່າງ 2 ປະເທດມີການຫັນປ່ຽນເປັນຢ່າງດີ.

       ດັ່ງທີ່ກ່າວມາຂ້າງເທິງແມ່ນເນື້ອໃນຄຳເຫັນ ແລະ ຄຳຖາມຂອງຜູ້ຟັງບາງທ່ານທີ່ຝາກມາລາຍການ ໃນອາທິດຜ່ານມາ. ຖ້າຫາກຜູ້ຟັງ, ຜູ້ອ່ານທ່ານໃດ ມີຄວາມສົນໃຈຕໍ່ບັນຫາໃດໜຶ່ງ, ກໍ່ສາມາດຝາກຈົດໝາຍມາຍັງລາຍການຂອງພວກເຮົາໄດ້ເລີຍ ໂດຍຈ່າໜ້າຊອງວ່າ: ພາກພາສາລາວ, ວິທະຍຸກະຈາຍສຽງຫວຽດນາມ, ເຮືອນເລກທີ 45 ຖະໜົນ ບ່າຈ້ຽວ, ຮ່າໂນ້ຍ. ຫຼື ໂທລະສັບມາໂດຍກົງກໍ່ໄດ້ ຕາມເບີໂທ 0084.243.825.6631 ຫຼື ອີແມວ laovov5@gmail.com. ທ່ານຜູ້ຟັງກໍ່ສາມາດ Comment ໃນເວັບໄຊ vovworld.vn ຂອງພວກເຮົາ.

ຕອບກັບ

ຂ່າວ/ບົດ​ອື່ນ