ຄັດສະເໜີບາງຄຳເຫັນ, ເນື້ອໃນຈົດໝາຍ ແລະ ຕອບບາງຄຳຖາມເຊິ່ງທ່ານຜູ້ຟັງໄດ້ຝາກມາລາຍການ

(VOVWORLD) -ໃນອາທິດຜ່ານມາ, ລາຍການກະຈາຍສຽງພາກພາສາລາວ ສືບຕໍ່ໄດ້ຮັບຂໍ້ຄວາມ, ອີເມວຫຼາຍສະບັບຈາກທ່ານຜູ້ຟັງ, ຜູ້ອ່ານ ໂດຍມີເນື້ອໃນທີ່ແຕກຕ່າງກັນ. ໃນນັ້ນ, ທ່ານຜູ້ຟັງ, ຜູ້ອ່ານບາງທ່ານ ໄດ້ສົ່ງຈົດໝາຍສະແດງຄວາມຂອບອົກຂອບໃຈ ແລະ ປະກອບຄໍາຄິດເຫັນມາຍັງລາຍການ. ໃນລາຍການ “ໂອ້ລົມກັບເພື່ອນລາວ” ມື້ນີ້, ພວກຂ້າພະເຈົ້າຂໍຄັດສະເໜີເນື້ອໃນຈົດໝາຍບາງສະບັບດັ່ງກ່າວ. ເຊີນທ່ານຕິດຕາມຮັບຟັງ.

ເພື່ອນ ເລທິທູ, ເຊິ່ງແມ່ນຜູ້ຟັງທີ່ຄວ້າໄດ້ລາງວັນທີ 3 ໃນການເສັງ “ຊອກຮູ້ກ່ຽວກັບຫ້ອງອາຊຽນ”, ເນື່ອງໃນໂອກາດສະເຫຼີມສະຫຼອງ 10 ປີ ແຫ່ງວັນສ້າງຕັ້ງຫ້ອງອາຊຽນ-ພະແນກກະຈາຍສຽງບັນດາລາຍການພາກພາສາຕ່າງປະເທດ, ວິທະຍຸກະຈາຍສຽງຫວຽດນາມ ໄດ້ສົ່ງອີແມວເຖິງລາຍການ ແລະ ແບ່ງປັນຄວາມໃນໃຈວ່າ: ຂ້າພະເຈົ້າຂໍສະແດງຄວາມຂອບໃຈຢ່າງສຸດອົກສຸດໃຈມາຍັງຫ້ອງອາຊຽນ, ພະແນກກະຈາຍສຽງບັນດາລາຍການພາກພາສາຕ່າງປະເທດ, ວິທະຍຸກະຈາຍສຽງຫວຽດນາມ ເວົ້າລວມ ແລະ ລາຍການກະຈາຍສຽງພາກພາສາລາວເວົ້າສະເພາະ ທີ່ໄດ້ສ້າງເງື່ອນໄຂເພື່ອໃຫ້ຂ້າພະເຈົ້າສາມາດຊອກຮູ້ ແລະມີຄວາມເຂົ້າໃຈແຈ້ງກວ່າ ກ່ຽວກັບການເຄື່ອນໄຫວຖະແຫຼງຂ່າວການຕ່າງປະເທດ ກໍຄືບັນດາຄໍລໍາພິເສດຂອງຫ້ອງອາຊຽນ ແລະ ຍິ່ງໄປກວ່ານັ້ນ ແມ່ນຂອບໃຈສໍາລັບຂອງຂວັນທີ່ມີຄວາມໝາຍຈາກຄະນະຈັດຕັ້ງທີ່ໄດ້ຝາກມາໃຫ້. ຂ້າພະເຈົ້າຂໍອວຍພອນໃຫ້ຫ້ອງອາຊຽນ ກໍຄືລາຍການກະຈາຍສຽງພາກພາສາລາວ ຍາມໃດກໍພັດທະນາຢ່າງໝັ້ນຄົງເຂັ້ມແຂງ, ຍາດໄດ້ຜົນງານຫຼາຍຢ່າງໃນພາລະກິດວຽກງານສື່ມວນຊົນ, ກະຈາຍສຽງ ແລະ ນໍາທ່ເຊິ່ງຂໍ້ມູນຂ່າວສານທີ່ມີປະໂຫຍດໃຫ້ຜູ້ຟັງ, ຜູ້ອ່ານຫຼາຍກວ່າອີກ.

ຄັດສະເໜີບາງຄຳເຫັນ, ເນື້ອໃນຈົດໝາຍ ແລະ ຕອບບາງຄຳຖາມເຊິ່ງທ່ານຜູ້ຟັງໄດ້ຝາກມາລາຍການ - ảnh 1ການນໍາພະແນກກະຈາຍສຽງບັນດາລາຍການພາກພາສາຕ່າງປະເທດ ຖ່າຍຮູບເປັນທີ່ລະນຶກນໍາພະນັກງານຫ້ອງອາຊຽນ ເນື່ອງໃນໂອກາດສະເຫຼີມສະຫຼອງ10 ປີແຫ່ງວັນສ້າງຕັ້ງ 

ລາຍການກະຈາຍສຽງພາກພາສາລາວ ຂໍຕາງໜ້າໃຫ້ຄະນະຈັດຕັ້ງການເສັງດັ່ງກ່າວ ຂໍສະແດງຄວາມດີໃຈນໍາ ແລະ ຂອບອົກຂອບໃຈເພື່ອນ ເລທິທູ ທີ່ໄດ້ເຂົ້າຮ່ວມການເສັງຂອງພວກຂ້າພະເຈົ້າ ກໍຄືຕິດຕາມ, ສະໜັບສະໜູນພວກຂ້າພະເຈົ້າໃນຕະຫຼອດໄລຍະຜ່ານມາ. ບັນດາອີເມວຂອງເພື່ອນທີ່ໄດ້ສົ່ງມາຫາລາຍການ ໄດ້ເປັນກໍາລັງໜູນເພື່ອໃຫ້ແກ່ພວກຂ້າພະເຈົ້າຈັດສ້າງບັນດາລາຍການກະຈາຍສຽງທີ່ດີ, ມີຄວາມດູດດື່ມ ແລະ ມີຄວາມສະໜິດຕິດພັນກັບຜູ້ຟັງຫຼາຍກວ່າ. ຫວັງວ່າ ຈະສືບຕໍ່ໄດ້ຮັບການສະໜັບສະໜູນ ແລະ ການປະກອບຄໍາຄິດເຫັນຈາກເພື່ອນຫຼາຍກວ່າອີກ. ຂໍອວຍພອນໄຊໃຫ້ ເພື່ອນ ຈົ່ງມີສຸຂະພາບເຂັ້ມແຂງ ແລະ ປະສົບຜົນສໍາເລັດໃນທຸກໜ້າທີ່ການງານ.

ທ່ານສຸກສະດາ ສຸດທິໄຊ, ເຊິ່ງແມ່ນອາຈານສອນຢູ່ມະຫາວິທະຍາໄລແຫ່ງຊາດລາວ ໄດ້ສົ່່ງອີເມວມາຫາລາຍການ ໂດຍແບ່ງປັນວ່າ: ອາທິດຜ່ານມາ, ຂ້າພະເຈົ້າໄດ້ຕິດຕາມເວັບໄຊຂອງ VOV5 ແລະ ອ່ານບົດຂຽນ ມີຫົວຂໍ້ວ່າ “ແບ່ງເບົາຄວາມຫຍຸ້ງຍາກຜ່ານຄາບເຂົ້າກຸສົນ” ໃນຄໍລໍາຊີວິດສັງຄົມ. ຂ້າພະເຈົົ້າຮູ້ສຶກຕື້ນຕັນໃຈຫຼາຍ ຕໍ່ບັນດາການກະທໍາອັນສູງສົ່ງ ແລະຈົບງາມຂອງກຸ່ມເຄື່ອນໄຫວການກຸສົນ ທີ່ຂຶ້ນກັບສະມາຄົມ 1C, ຕາແສງອານຫາຍດົງ,ເມືອງເຊີນຈ່າ, ນະຄອນດ່າໜັງ. ນີ້ແມ່ນການກະທໍາທີ່ມີຄວາມໝາຍ ແລະ ແທດຈິງທີ່ສຸດ. ພ້ອມທັງສະແດງໃຫ້ເຫັນຄວາມຮັກແພງອູ້ມຊູ, ຊ່ວຍເຫຼືອເຊິ່ງກັນແລະກັນຂອງປະຊາຊົນຫວຽດນາມ ແລະ ເປັນໜ້າໄດ້ຮັບການເຊີດຊູ ແລະຮໍ່າຮຽນເອົາ ທີ່ສຸດ. ຂ້າພະເຈົ້າຫວັງວ່າ ຮູບແບບການກຸສົນດັ່ງກ່າວ ຈະໄດ້ຮັບການເສີມຂະຫຍາຍຫຼາຍກວ່າອີກ ບໍ່ພຽງແຕ່ຢູ່ປະເທດຫວຽດນາມເທົ່ານັ້ນ ຫາກຍັງຢູ່ປະເທດລາວຂອງພວກຂ້າພະເຈົ້າອີກດ້ວຍ  ເພື່ອປະກອບສ່ວນໃດສ່ວນໜຶ່ງ ຊ່ວຍເຫຼືອ, ແບ່ງເບົາກັບບັນດາຄອບຄົວ ຫຼືບຸກຄົນທີ່ປະສົບກັບຄວາມຫຍຸ້ງຍາກ.

        ຂອບໃຈທ່ານສຸກສະດາ ສຸດທິໄຊ ທີ່ໄດ້ຕິດຕາມເວັບໄຊ ແລະ ຂຽນຈົດໝາຍຜ່ານທາງອີເມວມາຍັງລາຍການພວກຂ້າພະເຈົ້າ. ພວກຂ້າພະເຈົ້າດີໃຈຫຼາຍ ເມື່ອທ່ານຢາກຮຽນຮູ້ກ່ຽວກັບຮູບແບບການເຄື່ອນໄຫວວຽກງານກຸສົນດັ່ງກ່າວ. ພ້ອມທັງຫວັງວ່າ ທ່ານກໍຈະແມ່ນແບບຢ່າງໜຶ່ງໃນຂະບວນການແບ່ງເບົາຄວາມຮັກແພງ ແລະ ຊ່ວຍເຫຼືອບັນດາຄອບຄົວ, ບຸກຄົນທີ່ປະສົບກັບຄວາມຫຍຸ້ງຍາກ. ຂໍອວຍພອນໃຫ້ທ່ານ ຈົ່ງມີພະລານໄມສົມບູນ ເພື່ອເຂົ້າຮ່ວມບັນດາການເຄື່ອນໄຫວກຸສົນ.

ທ່ານ ຈິນດາ ວິໄລສັກ, ຢູ່ນະຄອນຫຼວງວຽງຈັນ ໄດ້ສົ່ງຂໍ້ຄວາມຜ່ານທາງແຟັດບຸກສະແດງຄວາມຂອບໃຈຕໍ່ລາຍການ, ດ້ວຍເນື້ອໃນ:ຂ້າພະເຈົ້າຂໍສະແດງຄວາມຂອບອົກຂອບໃຈຕໍ່ນັກຂ່າວ VOV5 ທີ່ໄດ້ລົງຂ່າວຄາວ ແລະ ຮູບພາບທີ່ມີຄວາມໝາຍ ກ່ຽວກັບການຈັດຕັ້ງພິທີ ກອງທັບລັດເຊຍມອບຮັບ ເຮືອບິນເອລີກອບເຕີ ໃຫ້ແກ່ກອງທັບລາວ ຢ່າງທັນການ. ຫວັງວ່າ ໃນໄລຍະຈະມາເຖິງ. ພວກຂ້າພະເຈົ້າຈະໄດ້ຮັບຊົມຮູບພາບ ແລະອ່ານຂ່າວຄາວຕ່າງໆ ເຊິ່ງບໍ່ພຽງແຕ່ກ່ຽວຂ້ອງເຖິງການພົວພັນຮ່ວມມືລະຫວ່າງຫວຽດນາມ - ລາວ ເທົ່ານັ້ນ ຫາກຍັງກ່ຽວຂ້ອງເຖິງການພົວພັນລະຫວ່າງລາວ ກັບບັນດາປະເທດອື່ນ ກໍໄດ້ລາຍການເອົາລົງເວັບໄຊເຊັ່ນກັນ ເພື່ອໃຫ້ພວກຂ້າພະເຈົ້າສາມາດຕິດຕາມໄດ້ຢ່າງສະດວກອີກດ້ວຍ. ຂໍຂອບໃຈ.

ຄັດສະເໜີບາງຄຳເຫັນ, ເນື້ອໃນຈົດໝາຍ ແລະ ຕອບບາງຄຳຖາມເຊິ່ງທ່ານຜູ້ຟັງໄດ້ຝາກມາລາຍການ - ảnh 2 ພິທີມອບຮັບເຮືອບິນເອລີກອບເຕີ

(ພາບ: TTXVN)

ຂອບໃຈທ່ານ ຈິນດາ ວິໄລສັກ ທີ່ໄດ້ສົ່ງຂໍ້ຄວາມເຖິງລາຍການ ແລະ ມີຄວາມສົນໃຈເຖິງບັນດາບົດຂຽນຂອງພວກຂ້າພະເຈົ້າ. ພວກຂ້າພະເຈົ້າຈະຕັ້ງໜ້າອັບເດດຂໍ້ມູນຂ່າວສານ, ເຫດການ, ບັນດາການເຄື່ອນໄຫວທາງການທູດຂອງລາວ ຢ່າງຊັດເຈນ, ຄົບຖ້ວນ ແລະ ເອົາລົງເວັບໄຊຢ່າງທັນການ ເພື່ອຮັບໃຊ້ທ່ານຜູ້ຟັງ, ຜູ້ອ່ານ. ຫວັງວ່າ ຈະເປັນການປະກອບສ່ວນໃດໜຶ່ງເຂົ້າໃນວຽກງານຖະແຫຼງຂ່າວການຕ່າງປະເທດຂອງປະເທດລາວອ້າຍນ້ອງ ແລະ ເພີ່ມພູນຄູນສ້າງ ສາຍພົວພັນມິດຕະພາບເປັນມູນເຊື້ອທີີ່ມີມາແຕ່ດົນນານ ລະຫວ່າງຫວຽດນາມ ແລະ ລາວ. ພວກຂ້າພະເຈົ້າຫວັງວ່າ ທ່ານຈະເປັນຂົວເຊື່ອມຕໍ່ ເພື່ອໃຫ້ເວັບໄຊຂອງພວກຂ້າພະເຈົ້າມີຜູ້ຟັງຜູ້ອ່ານລາວຮູ້ຈັກເຖິງຢ່າງກວ້າງຂວາງ ແລະ ມີຄວາມນິຍົມກວ່າ.

ດັ່ງທີ່ກ່າວມາຂ້າງເທິງແມ່ນເນື້ອໃນຈົດໝາຍ ແລະຕອບບາງຄຳຖາມຂອງຜູ້ຟັງບາງທ່ານ ທີ່ຝາກມາລາຍການ ໃນອາທິດທີ່ຜ່ານມາ. ຖ້າຫາກທ່ານຜູ້ຟັງ, ຜູ້ອ່ານທ່ານໃດ ມີຄວາມສົນໃຈຕໍ່ບັນຫາໃດໜຶ່ງ, ກໍ່ສາມາດຝາກຈົດໝາຍມາຍັງລາຍການ ຂອງພວກເຮົາ ໄດ້ເລີຍ ໂດຍຈ່າໜ້າຊອງວ່າ: ພາກພາສາລາວ, ວິທະຍຸກະຈາຍສຽງ ຫວຽດນາມ, ເຮືອນເລກທີ 45 ຖະໜົນ ບ່າຈ້ຽວ, ຮ່າໂນ້ຍ. ຫຼື ໂທລະສັບມາໂດຍກົງກໍ່ໄດ້ ຕາມເບີໂທ 0084.243.825.6631 ຫຼື ອີແມວ laovov5@gmail.com. ທ່ານຜູ້ຟັງກໍ່ສາມາດໃຫ້ ຄຳຕິຊົມໃນເວັບໄຊ vovworld.vn ຂອງພວກເຮົາ.

ຕອບກັບ

ຂ່າວ/ບົດ​ອື່ນ