ຄັດສະເໜີບາງຄຳເຫັນ, ເນື້ອໃນຈົດໝາຍ ແລະ ຕອບບາງຄຳຖາມເຊິ່ງທ່ານຜູ້ຟັງໄດ້ຝາກມາລາຍການ

(VOVWORLD) - ໃນອາທິດຜ່ານມາ, ພະແນກກະຈາຍສຽງບັນດາລາຍການພາສາຕ່າງປະເທດ, ວິທະຍຸກະຈາຍສຽງ ຫວຽດນາມ ໄດ້ຮັບຈົດໝາຍ, ອີແມວ 231 ສະບັບ ແລະ ໂທລະສັບຫລາຍສາຍຈາກທ່ານຜູ້ຟັງຢູ່ 39 ປະເທດ ແລະ ເຂດແຄ້ວນຄື: ແອັດສະປາຍ, ອັງກິດ, ຍີ່ປຸ່ນ, ກຳປູເຈຍ, ໄທ, ລາວ…

ໃນນັ້ນ, ທ່ານຜູ້ຟັງລາວຫລາຍຄົນໄດ້ສົ່ງອີແມວມາຍັງລາຍການດ້ວຍເນື້ອໃນ ແບ່ງປັນຄວາມຮູ້ສຶກ ຢາກຊອກຮູ້ກ່ຽວກັບບັນດາການເຄື່ອນໄຫວ ຫວຽດນາມ - ລາວ ໃນອາທິດຜ່ານມາ. ໃນລາຍການ “ໂອ້ລົມກັບເພື່ອນລາວ” ມື້ນີ້, ພວກຂ້າພະເຈົ້າຂໍຄັດສະເໜີບາງຄຳເຫັນ, ເນື້ອໃນຈົດໝາຍ ແລະ ຕອບບາງຄຳຖາມເຊິ່ງທ່ານຜູ້ຟັງໄດ້ຝາກມາລາຍການ. ເຊີນທ່ານຕິດຕາມຮັບຟັງ.

ຄັດສະເໜີບາງຄຳເຫັນ, ເນື້ອໃນຈົດໝາຍ ແລະ ຕອບບາງຄຳຖາມເຊິ່ງທ່ານຜູ້ຟັງໄດ້ຝາກມາລາຍການ - ảnh 1 ເຂື່ອນໄຟຟ້າຢູ່ແຂວງ ອັດຕະປືແຕກ, ໄດ້ກໍ່ໃຫ້ເກີດໄພນ້ຳຖ້ວມ ແລະ ດິນເຊາະເຈື່ອນຢ່າງຮ້າຍແຮງ

 ໃນຈົດໝາຍຂອງເພື່ອນ ຫງວຽນຮ່ວາຍນາມ, ເຈິ່ນມິງດຶກ, ເລທິທູ, ຈິ້ງທິຮ່ຽນ ເປັນອະດີດ ນັກສຶກສາ ຫວຽດນາມ ທີ່ເຄີຍຮ່ຳຮຽນຢູ່ ລາວ ໄດ້ສົ່ງອີແມວມາຍັງລາຍການດ້ວຍເນື້ອໃນວ່າ: “ໂດຍໄດ້ຮັບຂ່າວຄາວກ່ຽວກັບເຂື່ອນໄຟຟ້າຢູ່ແຂວງ ອັດຕະປືແຕກ, ໄດ້ກໍ່ໃຫ້ເກີດໄພນ້ຳຖ້ວມ ແລະ ດິນເຊາະເຈື່ອນຢ່າງຮ້າຍແຮງ, ພິເສດແມ່ນກໍ່ຜົນເສຍຫາຍຢ່າງໜັກໜ່ວງຕໍ່ຊີວິດອິນຊີ ແລະ ຊັບສິນຂອງປະຊາຊົນ ລາວ ອ້າຍນ້ອງ ກໍ່ຄືພື້ນຖານໂຄງລ່າງຢູ່ແຂວງ ອັດຕະປື. ພວກຂ້າພະເຈົ້າຮູ້ສຶກມີຄວາມຕື່ນຕົກໃຈ ແລະ ເຈັບປວດຕໍ່ເຫດການດັ່ງກ່າວ, ໂດຍຜ່ານທາງລາຍການ ພວກຂ້າພະເຈົ້າຂໍສົ່ງຄຳຢື້ຢາມຖາມຂ່າວ ແລະ ແບ່ງເບົາຄວາມເສົ້າສະຫຼົດໃຈເຖິງປະຊາຊົນ ລາວ ອ້າຍນ້ອງ, ເປັນຕົ້ນແມ່ນອຳນາດການປົກຄອງທ້ອງຖິ່ນ ແລະ ບັນດາຄອບຄົວຖືກຜົນສະທ້ອນໂດຍກົງຈາກໄພພິບັດຄັ້ງນີ້. ພວກຂ້າພະເຈົ້າປາດຖະໜາວ່າ ປະຊາຊົນ ລາວ ຈະຜ່ານຜ່າທຸກຄວາມຫຍຸ້ງຍາກ ແລະ ກັບຄືນສູ່ຊີວິດເປັນປົກກະຕິໂດຍໄວ”.

ເພື່ອນ ອາມິນຕາ ຢູ່ນະຄອນຫລວງ ວຽງຈັນ  ໄດ້ສົ່ງອີແມວມາຍັງລາຍການດ້ວຍເນື້ອໃນວ່າ: “ໂຄງການລະບົບການແພດທາງໄກ (Telemedicine) ທີ່ສະຫງວນໃຫ້ໂຮງໝໍ 103 - ລາວ ນຳເຂົ້າເຄື່ອນໄຫວ ແລະ ມີຄວາມໝາຍແທດຈິງ ແນໃສ່ຮັດແໜ້ນຄວາມສາມັກຄີ, ມິດຕະພາບທີ່ເປັນມູນເຊື້ອແບບພິເສດລະຫວ່າງກອງທັບ 2 ປະເທດ ຫວຽດນາມ - ລາວ, ປະກອບສ່ວນປັບປຸງຄຸນນະພາບດ້ານວິຊາສະເພາະຂອງໂຮງໝໍໃນໄລຍະຈະມາເຖິງ. ໂດຍຜ່ານທາງລາຍການ, ຂ້າພະເຈົ້າຢາກເຂົ້າໃຈແຈ້ງກ່ວາກ່ຽວກັບໂຄງການດັ່ງກ່າວ”.

ຄັດສະເໜີບາງຄຳເຫັນ, ເນື້ອໃນຈົດໝາຍ ແລະ ຕອບບາງຄຳຖາມເຊິ່ງທ່ານຜູ້ຟັງໄດ້ຝາກມາລາຍການ - ảnh 2 ພິທີມອບ-ຮັບລະບົບການແພດທາງໄກ (Telemedicine) ທີ່ສະຫງວນໃຫ້ໂຮງໝໍ 103 - ລາວ

ເພື່ອນ ອາມິນຕາ ທີ່ຮັກແພງ! ໂຄງການເປີດກ້ວາງລະບົບການແພດທາງໄກ (Telemedicine) ຢູ່ໂຮງໝໍ 103 - ລາວ, ໂດຍກົມໃຫຍ່ພະລາທິການກອງທັບປະຊາຊົນ ຫວຽດນາມ ເປັນຫົວໜ່ວຍກໍ່ສ້າງຂຶ້ນ, ພ້ອມກັບການໜູນຊ່ວຍດ້ານວິຊາສະເພາະຂອງໂຮງໝໍສູນກາງກອງທັບ 108 ຂອງ ຫວຽດນາມ. ດ້ວຍຈຸດໝາຍເປີດກ້ວາງການເຊື່ອມຕໍ່ໃນການກວດ ແລະ ປິ່ນປົວພະຍາດ ຊ່ວຍໂຮງໝໍ 103 - ກອງທັບປະຊາຊົນ ລາວ ສຳຜັດກັບເຕັກນິກທີ່ທັນສະໄໝ, ຍົກສູງຄຸນນະພາບການກວດ, ປິ່ນປົວພະຍາດໃຫ້ພະນັກງານ, ນັກຮົບ ແລະ ປະຊາຊົນ ລາວ ເທື່ອລະກ້າວ. ພາຍຫລັງລົງມືກໍ່ສ້າງເປັນເວລາເກືອບ 3 ປີ, ພ້ອມກັບການແນະນຳຢ່າງສຸດຈິດສຸດໃຈຂອງຖັນແຖວນັກຊ່ຽວຊານເກັ່ງຂອງໂຮງໝໍສູນກາງກອງທັບ 108, ມາຮອດປັດຈຸບັນ, ບັນດາເຕັກນິກທັນສະໄໝໄດ້ຖ່າຍທອດໃຫ້ຖັນແຖວທ່ານໝໍຂອງໂຮງໝໍ 103 - ກອງທັບ ລາວ. ພັນເອກ ທ່ານໝໍ ສຸລິພັນ ເພັດຈັນທະລາດ ຜູ້ອຳນວຍການໂຮງໝໍ 103 ລາວ ແບ່ງປັນຕື່ມວ່າ:

ດັ່ງທີ່ກ່າວມາຂ້າງເທິງແມ່ນຂໍ້ມູນລະອຽດກ່ຽວກັບລະບົບການແພດທາງໄກ. ຫວັງວ່າ ເພື່ອນ ແລະ ພໍ່ແມ່ປະຊາຊົນລາວ ຈະເກັບກຳໄດ້ຂໍ້ມູນຂ່າວທີ່ມີຜົນປະໂຫຍໃຫ້ວຽກງານກວດ, ປິ່ນປົວພະຍາດ, ສົ່ງເສີມສຸຂະພາບໃຫ້ດີກ່ວາເກົ່າ.

ເພື່ອນ ແອັນລີ ສີບຸນເຮືອງ ຢູ່ແຂວງ ວຽງຈັນ, ໄດ້ສົ່ງອີແມວມາຍັງລາຍການໂດຍແບ່ງປັນຄວາມຮູ້ສຶກຂອງຕົນວ່າ: “ຂ້າພະເຈົ້າມີຄວາມປິຕິຊົມຊື່ນເມື່ອໄດ້ຮັບຂ່າວຄາວວ່າ ມີຟິມຮູບເງົາເອກະສານກ່ຽວກັບ “ປະທານ ສຸພານຸວົງ ກັບ ຫວຽດນາມ” ແລະ ຫວັງວ່າ ໃນໄລຍະຈະມາເຖິງຈະໄດ້ຮັບຊົມຟິມຮູບເງົານີ້. ກ່ອນທີ່ຈະໄດ້ຊົມຟິມຮູບເງົາດັ່ງກ່າວ, ຫວັງວ່າ ບັນນາທິການລາຍການພາກພາສາ ລາວ ຈະແນະນຳໃຫ້ຂ້າພະເຈົ້າເຂົ້າໃຈແຈ້ງກ່ວາກ່ຽວກັບເນື້ອໃນຂອງຟິມຮູບເງົາດັ່ງກ່າວ”.

ຄັດສະເໜີບາງຄຳເຫັນ, ເນື້ອໃນຈົດໝາຍ ແລະ ຕອບບາງຄຳຖາມເຊິ່ງທ່ານຜູ້ຟັງໄດ້ຝາກມາລາຍການ - ảnh 3 ຟິມຮູບເງົາເອກະສານ ປະທານ ສຸພານຸວົງ ກັບ ຫວຽດນາມ

ຟິມຮູບເງົາເອກະສານ "ປະທານ ສຸພານຸວົງ ກັບ ຫວຽດນາມ " ລວມມີ 2 ພາກ ຍາວ 60 ນາທີ, ໂດຍສຳນັກງານສະມາຄົມຮູບເງົາ ຫວຽດນາມ ຜະລິດ ເນື່ອງໃນໂອກາດສະເຫຼີມສະຫຼອງ 55 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ລາວ (05/09/1962 – 05/09/2017). ຟິມຮູບເງົາເອກະສານດັ່ງກ່າວ ໄດ້ວາດພາບເຖິງຊີວິດ ການເຄື່ອນໄຫວຂອງ ປະທານ ສຸພານຸວົງ, ນັບແຕ່ສະໄໝ ທ່ານໄປຮຽນຢູ່ ຫວຽດນາມ ເມື່ອຄາວຍັງນ້ອຍ, ຮຽນຈົບຢູ່ ຝຣັ່ງ, ກາຍເປັນນັກວິສະວະກອນກໍ່ສ້າງທຳອິດຂອງອິນດູຈີນ, ກັບຄືນມາເຮັດວຽກຢູ່ ຫວຽດນາມ, ກໍ່ສ້າງບັນດາກິດຈະການຊົນລະປະທານ - ທີ່ມີຄວາມໝາຍຢູ່ ຟານທ໋ຽດ, ເງະອານ, ແທງຮ໋ວາ… ວິວັດແຫ່ງຄວາມສະຕິຕື່ນຕົວຕໍ່ການປະຕິວັດ, ເຂົ້າຮ່ວມ ແລະ ກາຍເປັນໜຶ່ງໃນບັນດາການນຳຫຼັກແຫຼ່ງຂອງການປະຕິວັດ ລາວ, ນຳການຕໍ່ສູ້ຕ້ານພວກລ່າເມືອງຂຶ້ນ ຝຣັ່ງ ແລະ ຈັກກະພັດ ອາເມລິກາ ຂອງ ສປປ ລາວ ບັນດາເຜົ່າເຖິງໄຊຊະນະສຸດທ້າຍ.

ດັ່ງທີ່ກ່າວມາຂ້າງເທິງແມ່ນເນື້ອໃນຄຳເຫັນ ແລະ ຄຳຖາມຂອງຜູ້ຟັງບາງທ່ານທີ່ຝາກມາລາຍການ ໃນອາທິດຜ່ານມາ. ຖ້າຫາກຜູ້ຟັງ, ຜູ້ອ່ານທ່ານໃດ ມີຄວາມສົນໃຈຕໍ່ບັນຫາໃດໜຶ່ງ, ກໍ່ສາມາດຝາກຈົດໝາຍມາຍັງລາຍການຂອງພວກເຮົາໄດ້ເລີຍ ໂດຍຈ່າໜ້າຊອງວ່າ: ພາກພາສາລາວ, ວິທະຍຸກະຈາຍສຽງຫວຽດນາມ, ເຮືອນເລກທີ 45 ຖະໜົນ ບ່າຈ້ຽວ, ຮ່າໂນ້ຍ. ຫຼື ໂທລະສັບມາໂດຍກົງກໍ່ໄດ້ ຕາມເບີໂທ 0084.243.825.6631 ຫຼື ອີແມວ laovov5@gmail.com. ທ່ານຜູ້ຟັງກໍ່ສາມາດ Comment ໃນເວັບໄຊ vovworld.vn ຂອງພວກເຮົາ.

ຕອບກັບ

ຂ່າວ/ບົດ​ອື່ນ