ຄັດສະເໜີບາງຄຳເຫັນ, ເນື້ອໃນຈົດໝາຍ ແລະ ຕອບບາງຄຳຖາມເຊິ່ງທ່ານຜູ້ຟັງໄດ້ຝາກມາລາຍການ

(VOVWORLD) -ໃນອາທິດຜ່ານມາ, ລາຍການກະຈາຍສຽງພາກພາສາລາວ ສືບຕໍ່ໄດ້ຮັບຈົດໝາຍ, ອີເມວຫຼາຍສະບັບ ແລະໂທລະສັບຫຼາຍສາຍຈາກທ່ານຜູ້ຟັງ, ຜູ້ອ່ານ ດ້ວຍເນື້ອໃນແມ່ນ ອວຍພອນ 73 ປີ ແຫ່ງວັນສ້າງຕັ້ງວິທະຍຸກະຈາຍສຽງ ຫວຽດນາມ ແລະ ຊອກຮູ້ກ່ຽວກັບບັນດາສະຖານທີ່ທ່ອງທ່ຽວຢູ່ຮ່າໂນ້ຍ. ໃນລາຍການ “ໂອ້ລົມກັບເພື່ອນລາວ” ພາກນີ້, ພວກຂ້າພະເຈົ້າຂໍຄັດສະເໜີເນື້ອໃນຈົດໝາຍບາງສະບັບ ແລະຕອບບາງຄໍາຖາມທີ່ທ່ານຜູ້ຟັງຝາກມາລາຍການ. ເຊີນທ່ານຕິດຕາມຮັບຟັງ.

ເພື່ອນ ມະນີວັນ ຊະນະພານ ເປັນໂຄສົກວິທະຍຸກະຈາຍສຽງແຫ່ງຊາດລາວ ໄດ້ສົ່ງອີແມວມາຍັງລາຍການ ດ້ວຍເນື້ອໃນວ່າ: ເນື່ອງໃນໂອກາດຄົບຮອບ 73 ປີ ແຫ່ງວັນສ້າງຕັ້ງ ວິທະຍຸກະຈາຍສຽງຫວຽດນາມ, ຂ້າພະເຈົ້າຂໍອວຍພອນໃຫ້ບັນດາ ການນຳ, ພະນັກງານລັດຖະກອນວິທະຍຸກະຈາຍສຽງຫວຽດນາມ ເວົ້າລວມ ແລະ ບັນນາທິການ,ໂຄສົກ ລາຍການພາກພາສາລາວເວົ້າສະເພາະ ຈົ່ງມີສຸຂະພາບເຂັ້ມແຂງ, ປະສົບຜົນສຳເລັດໃນ ໜ້າທີ່ວຽກງານ, ສືບຕໍ່ຜະລິດລາຍການໃຫ້ມີຂໍ້ມູນ ຂ່າວສານ, ສາລະໜ້າຮູ້ທີ່ດີ, ມີຄຸນນະພາບ ແລະດູດດື່ມ. ຂໍອວຍພອນໃຫ້ວິທະຍຸກະຈາຍສຽງຫວຽດນາມ, ໂດຍສະເພາະແມ່ນລາຍການ ພາກພາສາລາວນັບມື້ນັບພັດທະນາຍິ່ງໆຂື້ນ. ຂ້າພະເຈົ້າຈະຕິດຕາມຮັບຟັງລາຍການຂອງ ພວກທ່ານເປັນປະຈຳ ແລະ ຂ້າພະເຈົ້າເຊື່ອໝັ້ນວ່າ ບໍ່ວ່າວຽກງານຈະຍາກ ຫຼືງ່າຍພຽງໃດກໍຕາມ ແຕ່ພວກທ່ານຈະຜະລິດ ອອກມາມີຄຸນນະພາບດີທີ່ສຸດ.

        ເພື່ອນ ມະນີວັນ ທີ່ຮັກແພງ! ພວກຂ້າພະເຈົ້າຂໍສະແດງຄວາມຂອບອົກຂອບໃຈ ຕໍ່ບັນດາຄໍາອວຍພອນອັນດີງາມ ແລະມີຄວາມໝາຍຂອງທ່ານ. ນີ້ແມ່ນກໍາລັງໜູນເພື່ອໃຫ້ຜູ້ທີ່ເຮັດວຽກເປັນໂຄສົກຄືພວກຂ້າພະເຈົ້າ ຈັດທໍາລາຍການໃຫ້ນັບມື້ນັບມີຄວາມດູດດື່ມກວ່າ. ຂໍໃຫ້ທ່ານຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມສຸກ ແລະ ປະສົບຜົນສໍາເລັດໃນທຸກໜ້າທີ່ການງານ. ພວກຂ້າພະເຈົ້າຫວັງວ່າ, ບົນຈິດໃຈພ້ອມກັນເຮັດວຽກໃນຂົງເຂດດຽວກັນ ແລະ ດ້ວຍນໍ້າໃຈມິດຕະພາບລະຫວ່າງສອງປະເທດຫວຽດນາມ - ລາວ ອ້າຍນ້ອງ, ພວກເຮົາຈະແບ່ງປັນ, ແລກປ່ຽນບົດຮຽນເຊ່ິງກັນແລະກັນເປັນປະຈໍາ ເພື່ອພ້ອມກັນພັດທະນາ ແລະ ຍົກສູງຄຸນນະພາບຂອງລາຍການ ໃຫ້ນັບມື້ນັບດີກວ່າ, ດຶງດູດໃຈ ແລະ ໄດ້ຮັບຄວາມນິຍົມຊົມຊອບຈາກມວນຊົນຫຼາຍກວ່າເກົ່າ.

ເພື່ອນ ຫົງລືດີ ດວງດີ ໄດ້ສົ່ງອີເມວມາຍັງລາຍການ ແລະສະແດງຄວາມໃນໃຈວ່າ: ສະບາຍດີອ້າຍເອື້ອຍບັນນາທິການ ລາຍການກະຈາຍສຽງພາກພາສາລາວ, ນ້ອງເປັນນັກສຶກສາຢູ່ມະຫາວິທະຍາໄລແຫ່ງຊາດລາວ, ນອກຈາກການຮຽນດ້ານວິຊາສະເພາະແລ້ວ, ນ້ອງຍັງຮຽນພາສາເກົາຫຼີຕື່ມອີກ. ດັ່ງນັ້ນ, ນ້ອງຮູ້ສຶກດີໃຈຫຼາຍ ເມື່ອໄດ້ຮູ້ຂ່າວວ່າ VOV5  ກໍາລັງກະກຽມອອກອາກາດລາຍການກະຈາຍສຽງດ້ວຍພາສາເກົາຫຼີ ແລະ ນີ້ຈະແມ່ນຊ່ອງທາງໜຶ່ງອີກທີ່ມີປະໂຫຍດໃຫ້ແກ່ການຮຽນຂອງຂ້າພະເຈ້ົາ. ຂອບໃຈບັນດາອ້າຍເອື້ອຍບັນນາທິການວິທະຍຸກະຈາຍສຽງຫວຽດນາມ. ຂໍອວຍພອນໄຊມາຍັງອ້າຍເອື້ອຍ ຈົ່ງມີສຸຂະພາບເຂັ້ມແຂງ ແລະ ມີແນວຄວາມຄິດໃໝ່ອ່ຽມຫຼາຍຢ່າງ ເພື່ອຈັດທໍາຫຼາຍລາຍການທີ່ມ່ວນ ແລະ ມີປະໂຫຍດກວ່າ ແລະນ້ອງກໍຈະຕິດຕາມລາຍການກະຈາຍສຽງພາກພາສາລາວໃນເວັບໄຊ vovworld.vn ເປັນປະຈໍາ.

        ຂອບໃຈເພື່ອນຫົງລືດີຫຼາຍໆ ທີ່ໄດ້ຕິດຕາມລາຍການຂອງພວກຂ້າພະເຈົ້າເປັນປະຈໍາ. ລາຍການຂໍອວຍພອນໃຫ້ເພື່ອນ ຈົ່ງມີສຸຂະພາບເຂັ້ມແຂງ, ຮຽນໃຫ້ເກັ່ງ ແລະ ສືບຕໍ່ຕິດຕາມລາຍການຂອງພວກຂ້າພະເຈົ້າໃນໄລຍະຈະມາເຖິງ.

 ເພື່ອນ ຈັນທະສອນ ອິນທິລາດ, ຢູ່ແຂວງຊຽງຂວາງ ໄດ້ສົ່ງຂໍ້ຄວາມຜ່ານທາງ facebook ມາຍັງລາຍການ ໂດຍຖາມວ່າ: ເນື່ອງໃນໂອກາດ ວັນຊາດຫວຽດນາມ ວັນທີ 02 ກັນຍາ, ຂ້າພະເຈົ້າຢາກໄປທ່ອງທ່ຽວຫວຽດນາມ ແລະ ເຂົ້າຢ້ຽມສຸສານປະທານໂຮ່ຈີມິນ. ຂ້າພະເຈົ້າຫວັງວ່າ ອ້າຍເອື້ອຍບັນນາທິການຈະແນະນໍາໂດຍຫຍໍ້ໃຫ້ຂ້າພະເຈົ້າໄດ້ຮັບຮູ້ ກ່ຽວກັບສຸສານປະທານໂຮ່ຈີມິນ ແລະ ຂໍ້ກໍານົດໃນການເຂົ້າໄວ້ອາໄລປະທານໂຮ່ຈີມິນ.  ຂອບໃຈຫຼາຍໆ!

ຄັດສະເໜີບາງຄຳເຫັນ, ເນື້ອໃນຈົດໝາຍ ແລະ ຕອບບາງຄຳຖາມເຊິ່ງທ່ານຜູ້ຟັງໄດ້ຝາກມາລາຍການ - ảnh 1 ນ້ອງໆນັກຮຽນເຂົ້າໄວ້ອາໄລປະທານໂຮ່ຈີມິນ

ເພື່ອນຈັນທະສອນ ທີ່ຮັກແພງ! ສຸສານປະທານໂຮ່ຈີມິນ  ຕ້ັງຢູ່ສະໜາມຫຼວງບາດິງ ຮ່າໂນ້ຍ, ເຮືອນເລກທີ 2, ຖະໜົນ ຮຸ່ງເວືອງ, ຮ່າໂນ້ຍ.  ເມື່ອເຂົ້າສຸສານໄວ້ອາໄລປະທານໂຮ່ຈີມິນ ທ່ານຄວນເອົາໃຈໃສ່ເຖິງບາງປະການດັ່ງນີ້: ທີໜຶ່ງແມ່ນ: ສຸສານປະທານໂຮ່ຈີມິນ ເປີດປະຕູຮັບແຂກ ໃນວັນອັງຄານ, ວັນພຸດ, ວັນພະຫັດ, ວັນເສົາ ແລະ ວັນອາທິດ, ສໍາລັບວັນອັງຄານ, ວັນພຸດ, ວັນພະຫັດ ແມ່ນເປີດປະຕູຮັບແຂກແຕ່ເວລາ 7 ໂມງ 30 ນາທີ - 10 ໂມງ 30 ນາທີ; ສ່ວນວັນເສົາ ແລະວັນອາທິດແມ່ນເປີດປະຕູຮັບແຂກແຕ່ 7 ໂມງ 30 ນາທີ - 11 ໂມງ. ທີສອງແມ່ນ: ການນຸ່ງຖື ຕ້ອງສຸພາບ, ເປັນລະບຽບຮຽບຮ້ອຍ. ເວລາເຂົ້າສຸສານ ຕ້ອງປະຕິບັດຕາມຂໍ້ກໍານົດຕ່າງໆຂອງສຸສານ ຄື ບໍ່ໃຫ້ເດັກນ້ອຍມີອາຍຸຕໍ່າກວ່າ 3 ປີ ເຂົ້າສຸສານ, ເວລາເຂົ້າໄປໄວ້ອາໄລຕ້ອງລຽນແຖວຕາມລໍາດັບຢ່າງເຂັ້ມງວດ ແລະ ເຄົາລົບ, ບໍ່ເວົ້າສຽງດັງ ຫຼືກໍ່ຄວາມວົນແຊວ ເຮັດໃຫ້ຂາດຄວາມເປັນລະບຽບຮຽບຮ້ອຍ ຫຼືມີການກະທໍາທີ່ບໍ່ສຸພາບ ແລະ ບໍ່ນໍາໃຊ້ໂທລະສັບໃນເຂດຕ້ອງຫ້າມ, ພ້ອມທັງຕ້ອງປະຕິບັດຕາມຄໍາແນະນໍາຂອງບັນດານັກຮົບພິທັກຮັກສາອີກດ້ວຍ.

        ຂໍອວຍພອນໃຫ້ທ່ານຈົ່ງມີການທ່ອງທ່ຽວຫວຽດນາມທີ່ມີຄວາມໝາຍ ແລະ ມີຄວາມເຂົ້າໃຈແຈ້ງກວ່າກ່ຽວກັບຊີວິດ ແລະ ພາລະກິດແຫ່ງການປະຕິວັດຂອງປະທານໂຮ່ຈີມິນ.

        ເພື່ອນ ມີນາ ພົມເຂ, ຢູ່ແຂວງຄໍາມ່ວນ ໄດ້ສ່ົງຂໍ້ຄວາມມາຍັງລາຍການດ້ວຍເນື້ອໃນວ່າ: ສະບາຍດີ ອ້າຍເອື້ອຍບັນນາທິການລາຍການກະຈາຍສຽງພາກພາສາລາວ. ນ້ອງໄດ້ຮັບຊາບວ່າ, ປັດຈຸບັນຢູ່ຫວຽດນາມ ແມ່ນເລີ່ມກ້າວເຂົ້າສູ່ລະດູໃບໄມ້ຫຼົ່ນ. ນ້ອງຢາກຮູ້ແຈ້ງກວ່າ ກ່ຽວກັບລະດູໃບໄມ້ຫຼົ່ນຢູ່ຮ່າໂນ້ຍ ວ່າມີຈຸດພິເສດຫຍັງແດ່?

ຄັດສະເໜີບາງຄຳເຫັນ, ເນື້ອໃນຈົດໝາຍ ແລະ ຕອບບາງຄຳຖາມເຊິ່ງທ່ານຜູ້ຟັງໄດ້ຝາກມາລາຍການ - ảnh 2 ຖະໜົນຟານດິງຟຸ່ງຍາມລະດູໃບໄມ້ຫຼົ່ນ

        ເພື່ອນ ມີນາ ທີ່ຮັກແພງ! ປັດຈຸບັນຢູ່ຫວຽດນາມແມ່ນຈຸດເວລາສົ່ງທ້າຍລະດູຮ້ອນ ແລະ ເລີ່ມກ້າວເຂົ້າສູ່ລະດູໃບໄມ້ຫຼົ່ນ. ເມື່ອຕົ້ນຕີນເປັດທີ່ໄດ້ປູກລຽບຕາມບັນດາຖະໜົນຫົນທາງຂອງຮ່າໂນ້ຍເລີ່ມເບັ່ງບານ ແລະ ສົ່ງກິ່ນຫອມຫວນນັ້ນ ແມ່ນສັນຍາລັກແຈ້ງໃຫ້ຊາບວ່າ  ລະດູໃບໄມ້ຫຼົ່ນວຽນມາແລ້ວ. ລະດູໃບໄມ້ຫຼົ່ນຢູ່ຮ່າໂນ້ຍແມ່ນເລີ່ມແຕ່ເດືອນກັນຍາ ແລະ ສິ້ນສຸດໃນເດືອນພະຈິກ. ອາດເວົ້າໄດ້ວ່າ, ລະດູໃບໄມ້ຫຼົ່ນຢູ່ຮ່າໂນ້ຍແມ່ນໜຶ່ງໃນບັນດາລະດູທີ່ສວຍ   ງາມທີ່ສຸດໃນປີ, ດ້ວຍອາກາດເຢັນສະບາຍ, ຝົນຕົກໜ້ອຍລົງ ແລະແສງແດດກໍບໍ່ແຮງປານໃດ ແຕ່ກໍບໍ່ໜາວຈັດ. ພ້ອມກັບອາກາດອັນເຢັນດີນັ້ນ, ອາຫານການກິນກໍແມ່ນປັດໄຈໜຶ່ງທີ່ພາທີ່ສ້າງເປັນເອກະລັກສະເພາະໃຫ້ແກ່ລະດູໃບໄມ້ຫຼົ່ນຢູ່ຮ່າໂນ້ຍ. ເມື່ອເວົ້າເຖິງລະດູໃບໄມ້ຫຼົ່ນຮ່າໂນ້ຍ ແມ່ນຕ້ອງເວົ້າເຖິງ ເຂົ້າເໝົ້າ, ໝາກໂກດອງ, ເຂົ້າໜົມໄຫວ້ພະຈັນ, ຕົ້ມຫອຍ ແລະ ອາຫານອື່ນໆອີກຫຼາຍເຍື່ອງ.    

ພວກຂ້າພະເຈົ້າຫວັງວ່າ, ເພື່ອນຈະສະຫຼະເວລາມາຢ້ຽມຢາມຫວຽດນາມ ເພື່ອສໍາຜັດ ແລະ ຄົ້ນຫາລະດູໃບໄມ້ຫຼົ່ນຢູ່ຮ່າໂນ້ຍ.

ດັ່ງທີ່ກ່າວມາຂ້າງເທິງແມ່ນເນື້ອໃນຈົດໝາຍ ແລະຕອບບາງຄຳຖາມຂອງຜູ້ຟັງ, ຜູ້ອ່ານບາງທ່ານ ທີ່ຝາກມາລາຍການ ໃນອາທິດທີ່ຜ່ານມາ. ຖ້າຫາກທ່ານຜູ້ຟັງ, ຜູ້ອ່ານທ່ານໃດ ມີຄວາມສົນໃຈຕໍ່ບັນຫາໃດໜຶ່ງ, ກໍ່ສາມາດຝາກຈົດໝາຍມາຍັງລາຍການ ຂອງພວກເຮົາ ໄດ້ເລີຍ ໂດຍຈ່າໜ້າຊອງວ່າ: ພາກພາສາລາວ, ວິທະຍຸກະຈາຍສຽງ ຫວຽດນາມ, ເຮືອນເລກທີ 45 ຖະໜົນ ບ່າຈ້ຽວ, ຮ່າໂນ້ຍ. ຫຼື ໂທລະສັບມາໂດຍກົງກໍ່ໄດ້ ຕາມເບີໂທ 0084.243.825.6631 ຫຼື ອີແມວ laovov5@gmail.com. ທ່ານຜູ້ຟັງກໍ່ສາມາດໃຫ້ ຄຳຕິຊົມໃນເວັບໄຊ vovworld.vn ຂອງພວກເຮົາ.

 

 

ຕອບກັບ

ຂ່າວ/ບົດ​ອື່ນ