ຄັດ​ສະ​ເໜີ​ບາງ​ຄຳ​ເຫັນ, ເນື້ອ​ໃນ​ຈົດໝາຍ ​ແລະ ຕອບ​ບາງ​ຄຳ​ຖາມ​ເຊິ່ງທ່ານ​ຜູ້​ຟັງ​ໄດ້​ຝາກ​ມາລາ​ຍການ

(VOVWORLD) -ໃນອາທິດຜ່ານມາ, ລາຍການກະຈາຍສຽງພາກພາສາລາວ ວິທະຍຸກະຈາຍ ສຽງຫວຽດນາມ ສືບຕໍ່ໄດ້ຮັບຈົດໝາຍ, ອີເມວຫຼາຍສະບັບ ແລະໂທລະສັບຫຼາຍສາຍຈາກທ່ານຜູ້ຟັງ, ຜູ້ອ່ານ ຝາກມາລາຍການ ໂດຍໄດ້ສະແດງຄວາມຮູ້ສຶກ ແລະ ມີບາງຄໍາຖາມກ່ຽວກັບເຂດປູຊະນີຍະສະຖານ - ວັດທະນະທໍາຫວຽດນາມ. ໃນລາຍການ “ໂອ້ລົມກັບເພື່ອນລາວ” ພາກນີ້, ພວກຂ້າພະເຈົ້າຂໍຄັດສະເໜີເນື້ອໃນຈົດໝາຍບາງສະບັບ ແລະຕອບບາງຄໍາຖາມທີ່ທ່ານຜູ້ຟັງຝາກມາລາຍການ. 

ເພື່ອນ ທິບພະວົງ ຢູ່ແຂວງຊຽງຂວາງ ໄດ້ສົ່ງຂໍ້ຄວາມທາງ facebook ມາຍັງລາຍການ ໂດຍເວົ້າວ່າ: ຂອບໃຈລາຍການພາກພາສາລາວ ທີ່ໄດ້ເອົາຮູບຖ່າຍບັນຍາກາດທີ່ເປັນເອກະລັກສະເພາະຂອງລະດູໃບໄມ້ຫຼົ່ນຢູ່ຮ່າໂນ້ຍລົງໃນເວັບໄຊ. ເມື່ອເບິ່ງຄືນບັນດາຮູບຖ່າຍຂອງບັນດາຖະໜົນ ກິມມ໋າ, ຟານດິງຟຸ່ງ ທີ່ມີໃບໄມ້ສີເຫຼືອງຫຼົ່ນຢູ່ເຕັມພື້ນ, ມີໂຄມໄຟ, ໜ້າກາກຫຼາຍຮູບຫຼາຍສີ ນັ້ນ ... ໄດ້ເຮັດໃຫ້ຂ້າພະເຈົ້າຄິດເຖິງ ໄລຍະທີ່ເປັນນັກສຶກສາຢູ່ຮ່າໂນ້ຍ. ຮ່າໂນ້ຍແມ່ນນະຄອນທີ່ສວຍງາມທີ່ສຸດ ແລະ ຊາວຮ່າໂນ້ຍກໍສະໜິດສະໜົມຮັກແພງ ແຂກຄົນ. ແນ່ນອນວ່າ ຂ້າພະເຈົ້າ ຈະກັບຄືນໄປຢ້ຽມຢາມຮ່າໂນ້ຍໃນໄວໆນີ້.

        ຂອບໃຈເພື່ອນ ທິບພະວົງ ທີ່ມີຄໍາຕິຊົມ ກໍຄືຄວາມຮູ້ສຶກທີ່ດີ ເມື່ອໄດ້ຊົມພາບສາລະຄະດີຂອງພວກເຮົາ. ຂໍອວຍພອນໃຫ້ເພື່ອນ ຈົ່ງມີສຸຂະພາບເຂັ້ມແຂງ, ປະສົບຜົນສໍາເລັດໃນໜ້າທີ່ການງານ ແລະ ກັບມາຢ້ຽມຢາມຮ່າໂນ້ຍໃນໄວໆນີ້.

        ເພື່ອນ ນານີ ສີບຸນເຮືອງ ຢູ່ນະຄອນຫຼວງວຽງຈັນ ໄດ້ສົ່ງອີແມວມາຍັງລາຍການ ໂດຍແບ່ງປັນວ່າ: ອາຫານການກິນຢູ່ຫວຽດນາມ ແມ່ນຫຼາກຫຼາຍ ແລະ ອຸດົມສົມບູນທີ່ສຸດ, ພິເສດແມ່ນເຂົ້າໜົມພື້ນເມືອງຊະນິດຕ່າງໆ. ໃນນັ້ນ, ເຂົ້າໜົມປ່ານ ແມ່ນເຂົ້າໜົມຊະນິດໜຶ່ງທີ່ ຄອບຄົວຂ້າພະເຈົ້າຕິດໃຈທີ່ສຸດ ໃນການໄປຢ້ຽມຢາມ ຫວຽດນາມ ຄັ້ງຜ່ານມາ. ແຕ່ວ່າ, ເມື່ອກັບມາວຽງຈັນແລ້ວ, ແມ່ນຫາເຂົ້າໜົມປ່ານຍາກທີ່ສຸດ. ອາທິດຜ່ານມາ, ຂ້າພະເຈົ້າໄດ້ຕິດຕາມຄໍລໍາ ອາຫານການກິນຫວຽດນາມ ໃນເວັບໄຊຂອງລາຍການ ໂດຍໄດ້ແນະນໍາກ່ຽວກັບເຂົ້າໜົມປ່ານ ແລະວິທີເຮັດເຂົ້າໜົມນີ້ອີກດ້ວຍ, ຈັ່ງແມ່ນໂຊກ ແລະ ດີໃຈຫຼາຍ! ແນ່ນອນວ່າ ນ້ອງຈະລອງເຮັດສູ່ຄອບຄົວກິນ. ຂອບໃຈບັນດາ ເອື້ອຍອ້າຍບັນນາທິການລາຍການພາກພາສາລາວຫຼາຍໆ. ຂໍໃຫ້ພວກເອື້ອຍອ້າຍບັນນາທິການ ຍາມໃດກໍມີສຸຂະພາບແຂງແຮງ, ສືບຕໍ່ແນະນໍາອາຫານເຍື່ອງຕ່າງໆອີກຫຼາຍຢ່າງ ແລະ ບັນດາຂໍ້ມູນຂ່າວສານທີ່ເປັນປະໂຫຍດອື່ນໃຫ້ແກ່ມະຫາຊົນ.

        ຂອບໃຈເພື່ອນ ນານີ ຫຼາຍໆ. ພວກຂ້າພະເຈົ້າຫວັງວ່າ ເພື່ອນຈະເຮັດເຂົ້າໜົມປ່ານສໍາເລັດ ແລະ ພ້ອມດ້ວຍຄອບຄົວກິນເຂົ້າໜົມພື້ນເມືອງຂອງຫວຽດນາມ ເຕັມໄປດ້ວຍຄວາມອົບອຸ່ນ.

        ເພື່ອນ ສຸກສະດາ ສຸດທິໄຊ ຢູ່ແຂວງ ໄຊຍະບູລີ ໄດ້ສົ່ງຂໍ້ຄວາມທາງ facebook ມາຍັງລາຍການ  ດ້ວຍເນື້ອໃນດັ່ງນີ້: ອາທິດຜ່ານມາ, ຂ້າພະເຈົ້າໄດ້ຕິດຕາມຂ່າວຢູ່ ເວັບໄຊ vovworld.vn  ຂ້າພະເຈົ້າໄດ້ອ່ານຂ່າວກ່ຽວກັບກຸ່ມປູຊະນີຍະສະຖານ ເຮືອງເຊີນ ໄດ້ຮັບຮອງວ່າ ເປັນກຸ່ມປູຊະນີຍະສະຖານລະດັບຊາດພິເສດ. ດັ່ງນັ້ນ, ຂ້າພະເຈົ້າຢາກຮູ້ລາຍລະອຽດກວ່າ ກ່ຽວກັບເຂດປູຊະນີຍະສະຖານດັ່ງກ່າວ.

ຄັດ​ສະ​ເໜີ​ບາງ​ຄຳ​ເຫັນ, ເນື້ອ​ໃນ​ຈົດໝາຍ ​ແລະ ຕອບ​ບາງ​ຄຳ​ຖາມ​ເຊິ່ງທ່ານ​ຜູ້​ຟັງ​ໄດ້​ຝາກ​ມາລາ​ຍການ - ảnh 1ວັດທຽນຈູ ນອນໃນກຸ່ມ ປູຊະນີຍະສະຖານ ເຮືອງເຊີນ

ເພື່ອນ ສຸກສະດີ ທີ່ຮັກແພງ! ກຸ່ມປູຊະນີຍະສະຖານເຮືອງເຊີນ ທີ່ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ເຊັນຂໍ້ຕົກລົງຈັດອັນດັບປູຊະນີຍະສະຖານລະດັບຊາດພິເສດນັ້ນ ຕັ້ງຢູ່ຕາແສງເຮືອງເຊີນ, ເມືອງໝີດຶກ, ຫ່າງຈາກໃຈກາງນະຄອນຮ່າໂນ້ຍ ໄປທາງທິດໃຕ້ ປະມານ 70 km. ກຸ່ມປູຊະນີຍະສະຖານເຮືອງເຊີນ ໂດຍທໍາມະຊາດໄດ້ດົນບັນດານໃຫ້ບັນດາຈຸດທີ່ເປັນເອກະລັກສະເພາະ ແລະ ມີຄຸນຄ່າພິເສດ ດ້ວຍລະບົບພູຫີນປູນ ແລະ ຖໍ້າຫຼາຍແຫ່ງ, ຕິດຈອດໃສ່ກັນດ້ວຍສາຍນໍ້າທີ່ລະອິດລະອ້ຽວຂອງຫ້ວຍ ອ໋ຽນ ແລະ ມີລະບົບຊີວະພາບພືດ ແລະ ສັດທີ່ອຸດົມສົມບູນ; ດ້ວຍຈຸດສຸມແມ່ນ ແມ່ນກຸ່ມວິຫານ, ວັດວາອາຮາມ ແລະ ຖໍ້າ, ໃນນັ້ນຖໍ້າເຮືອງຕິກ ແລະ ວັດເຮືອງ ແມ່ນສະຖານທີ່ລືຊື່ ແລະໂດ່ງດັງທີ່ສຸດ. ບັນດາວັດວາອາຮາມແຫ່ງຕ່າງໆ ໄດ້ກໍ່ສ້າງຂະໜາດໃຫຍ່ໃນທ້າຍສະຕະວັດທີ 17. ໄລ່ມາຮອດຕົ້ນສະຕະວັດທີ 20, ໃນເຂດດັ່ງກ່າວ ໄດ້ມີວັດຫຼາຍກວ່າ 100 ແຫ່ງ. ງານບຸນວັດເຮືອງທີ່ເປັນມູນເຊື້ອ ແມ່ນໄດ້ຈັດຂຶ້ນທຸກໆປີ, ດ້ວຍປົກກະຕິແລ້ວແມ່ນ ແກ່ຍາວແຕ່ວັນທີ 6 ເດືອນຈຽງ ເຖິງທ້າຍເດືອນ ສາມ ໄລ່ຕາມຈັນທະປະຕິທິນ ແລະ ແມ່ນງານບຸນທີ່ມີຂອບຂະໜາດໃຫຍ່ທີ່ສຸດຂອງພາກເໜືອ, ອັນໄດ້ດຶງດູດແຂກທ່ອງຢູ່ທຸກສາລະທິດທັງພາຍໃນ ແລະ ຕ່າງປະເທດມາຢ້ຽມຊົມ ແລະ ເຂົ້າຮ່ວມງານບຸນເປັນຈໍານວນຫຼວງຫຼາຍ.

        ດັ່ງທີ່ກ່າວມາຂ້າງເທິງນັ້ນ ແມ່ນບາງຂໍ້ມູນກ່ຽວກັບກຸ່ມປູຊະນີຍະສະຖານ ເຮືອງເຊີນ. ພວກຂ້າພະເຈົ້າ ຫວັງວ່າ ເພື່ອນຈະມາຢ້ຽມຢາມຫວຽດນາມ ແລະ ຄົ້ນຫາກຸ່ມປູຊະນີຍະສະຖານທີ່ເປັນເອກະລັກສະເພາະ ແລະ ພິເສດນີ້.

ດັ່ງທີ່ກ່າວມາຂ້າງເທິງແມ່ນເນື້ອໃນຈົດໝາຍ ແລະການຕອບບາງຄຳຖາມຂອງຜູ້ຟັງ, ຜູ້ອ່ານບາງທ່ານ ທີ່ຝາກມາລາຍການ ໃນອາທິດທີ່ຜ່ານມາ. ຖ້າຫາກທ່ານຜູ້ຟັງ, ຜູ້ອ່ານທ່ານໃດ ມີຄວາມສົນໃຈຕໍ່ບັນຫາໃດໜຶ່ງ, ກໍ່ສາມາດຝາກຈົດໝາຍມາຍັງລາຍການ ຂອງພວກເຮົາ ໄດ້ເລີຍ ໂດຍຈ່າໜ້າຊອງວ່າ: ພາກພາສາລາວ, ວິທະຍຸກະຈາຍສຽງ ຫວຽດນາມ, ເຮືອນເລກທີ 45 ຖະໜົນ ບ່າຈ້ຽວ, ຮ່າໂນ້ຍ. ຫຼື ໂທລະສັບມາໂດຍກົງກໍ່ໄດ້ ຕາມເບີໂທ 0084.243.825.6631 ຫຼື ອີແມວ laovov5@gmail.com. ທ່ານຜູ້ຟັງກໍ່ສາມາດໃຫ້ ຄຳຕິຊົມໃນເວັບໄຊ vovworld.vn ຂອງພວກເຮົາ.

ຕອບກັບ

ຂ່າວ/ບົດ​ອື່ນ