ຄັດ​ສະ​ເໜີ​ບາງ​ຄຳ​ເຫັນ, ເນື້ອ​ໃນ​ຈົດໝາຍ ​ແລະ ຕອບ​ບາງ​ຄຳ​ຖາມ​ເຊິ່ງທ່ານ​ຜູ້​ຟັງ​ໄດ້​ຝາກ​ມາລາ​ຍການ

(VOVWORLD) -ໃນອາທິດຜ່ານມາ, ພະແນກກະຈາຍສຽງບັນດາລາຍການພາກພາສາຕ່າງປະເທດ, ວິທະຍຸກະຈາຍສຽງ ຫວຽດນາມ ໄດ້ຮັບຈົດໝາຍ, ອີແມວ 263 ສະບັບ ແລະ ໂທລະສັບຫລາຍສາຍຈາກທ່ານຜູ້ຟັງຢູ່ 38 ປະເທດ ແລະ ເຂດແຄ້ວນຄື: ແອັດສະປາຍ, ອັງກິດ, ຍີ່ປຸ່ນ, ກຳປູເຈຍ, ໄທ, ລາວ…

ໃນນັ້ນ, ທ່ານຜູ້ຟັງລາວຫລາຍຄົນ ໄດ້ສົ່ງອີແມວມາຍັງລາຍການດ້ວຍເນື້ອໃນ ສະແດງຄວາມຮູ້ສຶກ, ຢາກຊອກຮູ້ກ່ຽວກັບດ້ານເສດຖະກິດ, ສາສະໜາຂອງ ຫວຽດນາມ  ແລະ ລາວ. ໃນລາຍການ “ໂອ້ລົມກັບເພື່ອນລາວ” ມື້ນີ້, ພວກຂ້າພະເຈົ້າຂໍຄັດສະເໜີບາງຄຳເຫັນ, ເນື້ອໃນຈົດໝາຍ ແລະ ຕອບບາງຄຳຖາມເຊິ່ງທ່ານຜູ້ຟັງໄດ້ຝາກມາລາຍການ. ເຊີນທ່ານຕິດຕາມຮັບຟັງ.

ຄັດ​ສະ​ເໜີ​ບາງ​ຄຳ​ເຫັນ, ເນື້ອ​ໃນ​ຈົດໝາຍ ​ແລະ ຕອບ​ບາງ​ຄຳ​ຖາມ​ເຊິ່ງທ່ານ​ຜູ້​ຟັງ​ໄດ້​ຝາກ​ມາລາ​ຍການ - ảnh 1

ໃນອາທິດຜ່ານມາ, ເພື່ອນ ສຸກສາຄອນ, ເພື່ອນ ສຸມາລີ, ເພື່ອນ ສຸກດາວັນ ໄດ້ສົ່ງອີແມວມາຍັງລາຍການດ້ວຍເນື້ອໃນວ່າ: “ຂອບໃຈລາຍການພາກພາສາລາວ, ພະແນກກະຈາຍສຽງບັນດາລາຍການພາກພາສາຕ່າງປະເທດ, ວິທະຍຸກະຈາຍສຽງ ຫວຽດນາມ ໄດ້ແນະນຳໃຫ້ພວກຂ້າພະເຈົ້າຮູ້ຈັກຕື່ມ ກ່ຽວກັບບັນດາສະຖານທີ່ທ່ອງທ່ຽວໃໝ່ຢູ່ ຮ່າໂນ້ຍ.

       ທ່ານຜູ້ຟັງທີ່ເຄົາລົບ! ຫວ່າງແລ້ວນີ້, ຢູ່ນະຄອນຫລວງວຽງຈັນ ໄດ້ດຳເນີນກອງປະຊຸມການນຳສາສະໜາພຸດ 3 ປະເທດ ຫວຽດນາມ - ລາວ - ກຳປູເຈຍ. ກອງປະຊຸມໄດ້ຮັບການຈັດຕັ້ງແມ່ນເພື່ອແນໃສ່ຊຸກຍູ້ການພົບປະແລກປ່ຽນ, ການຮ່ວມມື, ພັດທະນາສາສະໜາພຸດ, ສ້າງຊີວິດການເປັນຢູ່ໃຫ້ມີຄວາມສັນຕິສຸກ ໃຫ້ແກ່ປະຊາຊົນ 3 ປະເທດ. ພາຍຫລັງເຫດການນີ້, ທ່ານຜູ້ຟັງຫລາຍທ່ານກໍ່ໄດ້ສົ່ງຈົດໝາຍມາຍັງລາຍການ ຢາກຮູ້ແຈ້ງກ່ວາກ່ຽວກັບກອງປະຊຸມດັ່ງກ່າວ. ໃນນັ້ນ, ເພື່ອນ ຈັນດອນ ຢູ່ນະຄອນຫລວງວຽງຈັນ ແລະ ເພື່ອນ ປາໂນສອນ ຢູ່ແຂວງຜົ້ງສາລີ ມີຄວາມສົນໃຈເປັນພິເສດກ່ຽວກັບການພົວພັນຮ່ວມມືລະຫວ່າງອົງການພຸດທະສາສະໜາ 3 ປະເທດໃນໄລຍະຈະມາເຖິງ.

ຄັດ​ສະ​ເໜີ​ບາງ​ຄຳ​ເຫັນ, ເນື້ອ​ໃນ​ຈົດໝາຍ ​ແລະ ຕອບ​ບາງ​ຄຳ​ຖາມ​ເຊິ່ງທ່ານ​ຜູ້​ຟັງ​ໄດ້​ຝາກ​ມາລາ​ຍການ - ảnh 2 ກອງປະຊຸມການນຳສາສະໜາພຸດ 3 ປະເທດ ຫວຽດນາມ - ລາວ - ກຳປູເຈຍ

       ເພື່ອນ ຈັນດອນ ແລະ ເພື່ອນ ປາໂນສອນ ທີ່ຮັກແພງ! ອົງການພຸດທະສາສະໜາ 3 ປະເທດ ຫວຽດນາມ - ລາວ - ກຳປູເຈຍ ເຄີຍມີການພົວພັນແລກປ່ຽນ, ຮ່ວມມື, ຊ່ວຍເຫຼືອເຊິ່ງກັນ ແລະ ກັນມາແຕ່ດົນນານແລ້ວ. ທີ່ກອງປະຊຸມການນຳສາສະໜາພຸດ 3 ປະເທດຄັ້ງນີ້, ບັນດາລາຍການພົບປະແລກປ່ຽນ, ການຮ່ວມມືໄດ້ຮັບການວາງແຜນໄວ້ຢ່າງລະອຽດ. ຕົວຢ່າງຄື: ການຈັດຕັ້ງບັນດາຄະນະຜູ້ແທນຢ້ຽມຢາມກັນ, ການພົວພັນແລກປ່ຽນໂດຍກົງກ່ຽບກັບການສຶກສາ, ວັດທະນະທຳ. ບັນດາການເຄື່ອນໄຫວທຳມະພຸດທະສາສະໜາ, ການກຸສົນສັງຄົມ, ໜູນຊ່ວຍສັງຄົມ, ການໝູນໃຊ້ບັນດາຜົນງານຂອງຍຸກສະໄໝເຕັກໂນໂລຊີ 4.0 ເຂົ້າໃນການເຄື່ອນໄຫວພຸດສາສະໜາກໍ່ໄດ້ຮັບການປຶກສາຫາລື, ເຫັນດີເປັນເອກະພາບກັນຈາກການນຳອົງການພຸດທະສາສະໜາທັງ 3 ປະເທດ. ພະອາຈານໃຫຍ່ ທິກດຶກທ້ຽນ - ຮອງປະທານທັງເປັນເລຂາທິການໃຫຍ່ສູນກາງສະມາຄົມພຸດທະສາສະໜາ ຫວຽດນາມ ໃຫ້ຮູ້ວ່າ:

       ອາດເວົ້າໄດ້ວ່າ, ກອງປະຊຸມຄັ້ງນີ້, ໄດ້ຍົກວິໄສທັດຂຶ້ນໃໝ່ໃນການພົວພັນຮ່ວມມືຂອງອົງການພຸດທະສາສະໜາ 3 ປະເທດ, ໃນສະພາບທີ່ປະຊາຄົມ ອາຊຽນ ໄດ້ກາຍເປັນກຸ່ມກ້ອນເອກະພາບໜຶ່ງດຽວ. ໜຶ່ງໃນ 3 ເສົາຄ້ຳພັດທະນາຂອງປະຊາຄົມ ອາຊຽນ ແມ່ນວັດທະນະທຳ, ແລະ ສາສະໜາກໍ່ນອນໃນດ້ານວັດທະນະທຳ. ດັ່ງນັ້ນ, ການນຳອົງການພຸດທະສາສະໜາທັງ 3 ປະເທດໄດ້ກຳນົດຄວາມຮັບຜິດຊອບຂອງຕົນແມ່ນສາມັກຄີປະຊາຄົມພຸດທະສາສະນິກະຊົນ, ສາມັກຄີຊົນຊາດຊົນເຜົ່າ, ເພື່ອສ້າງສາປະເທດຊາດໃຫ້ວັດທະນາຖາວອນ, ຮຸງເຮືອງສີວິໄລ, ພ້ອມທັງສ້າງ ອາຊຽນ ກາຍເປັນປະຊາຄົມພັດທະນາຢ່າງໝັ້ນຄົງເຂັ້ມແຂງໃນໄລຍະເຊື່ອມໂຍງເຂົ້າກັບສາກົນ.

ຄັດ​ສະ​ເໜີ​ບາງ​ຄຳ​ເຫັນ, ເນື້ອ​ໃນ​ຈົດໝາຍ ​ແລະ ຕອບ​ບາງ​ຄຳ​ຖາມ​ເຊິ່ງທ່ານ​ຜູ້​ຟັງ​ໄດ້​ຝາກ​ມາລາ​ຍການ - ảnh 3 ພະອາຈານໃຫຍ່ ທິກດຶກທ້ຽນ ຕອບສຳພາດຕໍ່ນັກຂ່າວ VOV

       ກອງປະຊຸມການນຳອົງການພຸດທະສາສະໜາ 3 ປະເທດ ລາວ - ຫວຽດນາມ - ກຳປູເຈຍ ຄັ້ງທີ 2 ຄາດວ່າຈະໄດ້ຈັດຕັ້ງໃນປີ 2020 ຢູ່ ຫວຽດນາມ ດ້ວຍຄວາມຮັບຜິດຊອບ ສືບຕໍ່ຮັກສາກອງປະຊຸມ ປຽບເໝືອນໂອກາດເພື່ອຊຸກຍູ້ການຮ່ວມມືຢ່າງແໜ້ນແຟ້ນ ແລະ ມີປະສິດທິຜົນ.

       ສ່ວນໃນອີແມວຂອງເພື່ອນ ຫງວຽນຫາຍນາມ ຢູ່ແຂວງ ທ໊າຍບີ່ງ, ເຊິ່ງແມ່ນຜູ້ທີ່ເຄີຍດຳລົງຊີວິດ ແລະ ເຮັດວຽກຢູ່ ລາວ ໄດ້ຂຽນວ່າ: “ຂ້າພະເຈົ້າເປັນຜູ້ມີຄວາມເມົາມົວກັບການຊອກຮູ້, ພິເສດແມ່ນບັນດາປະເທດໃນພາກພື້ນອາຊຽນ. ປັດຈຸບັນ, ປະເທດລາວ ເປັນປະເທດກຳລັງພັດທະນາ ດ້ວຍລະດັບການເຕີບໂຕເສດຖະກິດສູງ ແລະ ບັນດາເຂດເສດຖະກິດພິເສດຂອງລາວ, ໄດ້ປະກອບສ່ວນບໍ່ແມ່ນໜ້ອຍເຂົ້າໃນ GDP ຂອງປະເທດທີ່ມີພົນລະເມືອງ 7 ກ່ວາລ້ານຄົນນີ້. ຜ່ານທາງລາຍການ, ຂ້າພະເຈົ້າຢາກໄດ້ຮັບຟັງການແນະນຳໂດຍຫຍໍ້ກ່ຽວກັບບັນດາເຂດເສດຖະກິດພິເສດຂອງ ລາວ”

       ເພື່ອນ ຫງວຽນຫາຍນາມ ທີ່ຮັກແພງ! ຕາມນັກຂ່າວ VOV ປະຈຳລາວ ແລ້ວ: ປັດຈຸບັນ, ລາວມີ 12 ເຂດເສດຖະກິດພິເສດ ດ້ວຍວິສາຫະກິດຈົດທະບຽນເຄື່ອນໄຫວປະມານ 350 ແຫ່ງ. ກ່ວາເຄິ່ງໜຶ່ງໃນຈຳນວນວິສາຫະກິດດັ່ງກ່າວ ແມ່ນວິສາຫະກິດ ຈີນ, ຖັດມາແມ່ນ ໄທ ແລະ ຍີ່ປຸ່ນ ດ້ວຍບັນດາຂົງເຂດເຄື່ອນໄຫວຕົ້ນຕໍແມ່ນບັນດາຂະແໜງການບໍລິການ, ການຄ້າ ແລະ ອຸດສາຫະກຳ. ຍອດຈຳນວນເງິນລົງທຶນຂອງບັນດາເຂດເສດຖະກິດພິເສດມາຮອດປັດຈຸບັນໄດ້ເພີ່ມຂຶ້ນປະມານ 40%, ຈາກ 1,2 ຕື້ USD ໃນປີ 2015 ຂຶ້ນເປັນ 1,8 ຕື້ USD ໃນປີ 2017.ບັນດາເຂດເສດຖະກິດພິເສດດັ່ງກ່າວ ໄດ້ສ້າງວຽກເຮັດງານທຳໃຫ້ແກ່ແຮງງານປະມານ 17.000 ຄົນ. ໃນນັ້ນ, ປະຊາຊົນ ລາວ ກວມເອົາເຄິ່ງໜຶ່ງ, ສຸມໃສ່ຢູ່ 2 ເຂດຜະລິດສົ່ງອອກ ສະຫວັນ - ເຊໂນ ແລະ VITA, ດ້ວຍຈຳນວນແຮງງານທັງໝົດເກືອບ 80%.

       ບັນດາເຂດເສດຖະກິດພິເສດໄດ້ປະກອບສ່ວນເຮັດໃຫ້ປະລິມານສິນຄ້າສົ່ງອອກຂອງ ລາວເພີ່ມຂຶ້ນທົບ 2 ເທົ່າ, ບັນລຸໄດ້ 350 ລ້ານ USD ໃນ 3 ປີຜ່ານມາຕົ້ນຕໍແມ່ນເຄື່ອງອາໄຫຼ່ກ້ອງຖ່າຍຮູບດີຈີຕອນ, ເຄື່ອງອຸປະກອນໂທລະຄົມມະນາຄົມ, ສົ່ງອອກໄປຍັງຕະຫລາດໄທ.

ດັ່ງທີ່ກ່າວມາຂ້າງເທິງແມ່ນເນື້ອໃນຄຳເຫັນ ແລະ ຄຳຖາມຂອງຜູ້ຟັງບາງທ່ານທີ່ຝາກມາລາຍການ ໃນອາທິດຜ່ານມາ. ຖ້າຫາກຜູ້ຟັງ, ຜູ້ອ່ານທ່ານໃດ ມີຄວາມສົນໃຈຕໍ່ບັນຫາໃດໜຶ່ງ, ກໍ່ສາມາດຝາກຈົດໝາຍມາຍັງລາຍການຂອງພວກເຮົາໄດ້ເລີຍ ໂດຍຈ່າໜ້າຊອງວ່າ: ພາກພາສາລາວ, ວິທະຍຸກະຈາຍສຽງຫວຽດນາມ, ເຮືອນເລກທີ 45 ຖະໜົນ ບ່າຈ້ຽວ, ຮ່າໂນ້ຍ. ຫຼື ໂທລະສັບມາໂດຍກົງກໍ່ໄດ້ ຕາມເບີໂທ 0084.243.825.6631 ຫຼື ອີແມວ laovov5@gmail.com. ທ່ານຜູ້ຟັງກໍ່ສາມາດ Comment ໃນເວັບໄຊ vovworld.vn ຂອງພວກເຮົາ.

ຕອບກັບ

ຂ່າວ/ບົດ​ອື່ນ