ຄັດສະເໜີບາງຄຳເຫັນ, ເນື້ອໃນຈົດໝາຍ ແລະ ຕອບບາງຄຳຖາມເຊິ່ງທ່ານຜູ້ຟັງໄດ້ຝາກມາລາຍການ

(VOVWORLD) - ໃນອາທິດຜ່ານມາ, ພະແນກກະຈາຍສຽງບັນດາລາຍການພາກພາສາຕ່າງປະເທດ, ວິທະຍຸກະຈາຍສຽງ ຫວຽດນາມ ໄດ້ຮັບຈົດໝາຍ, ອີແມວ 304 ສະບັບ ແລະ ໂທລະສັບຫລາຍສາຍຈາກທ່ານຜູ້ຟັງມາຈາກ 40 ປະເທດ ແລະ ເຂດແຄ້ວນຄື: ແອັດສະປາຍ, ອັງກິດ, ຍີ່ປຸ່ນ, ກຳປູເຈຍ, ໄທ, ລາວ…

ໃນນັ້ນ, ທ່ານຜູ້ຟັງລາວຫລາຍຄົນ ສືບຕໍ່ໄດ້ສົ່ງຄຳອວຍພອນປີໃໝ່ມາຍັງລາຍການພາກພາສາ ລາວ ແລະ ສະແດງຄວາມສົນໃຈເຖິງບັນດາການເຄື່ອນໄຫວ ຫວຽດນາມ - ລາວ ໃນອາທິດຜ່ານມາ. ໃນລາຍການ “ໂອ້ລົມກັບເພື່ອນລາວ” ມື້ນີ້, ພວກຂ້າພະເຈົ້າຂໍຄັດສະເໜີບາງຄຳເຫັນ, ເນື້ອໃນຈົດໝາຍ ແລະ ຕອບບາງຄຳຖາມເຊິ່ງທ່ານຜູ້ຟັງໄດ້ຝາກມາລາຍການ.

ຄັດສະເໜີບາງຄຳເຫັນ, ເນື້ອໃນຈົດໝາຍ ແລະ ຕອບບາງຄຳຖາມເຊິ່ງທ່ານຜູ້ຟັງໄດ້ຝາກມາລາຍການ - ảnh 1

ເນື່ອງໃນໂອກາດບຸນປີໃໝ່ປະຈຳຊາດ ຫວຽດນາມ ປີກຸນ 2019, ເພື່ອນ ແກ້ວລາ ທອງປະເສີດ ຢູ່ນະຄອນຫລວງ ວຽງຈັນ, ເພື່ອນ ອຸດົມໄຊ ຈັນທະວົງ ແລະ ເພື່ອນ ເວຍ ວິລານັດ ຢູ່ແຂວງ ເຊກອງ ໄດ້ສົ່ງອີແມວ, ບັດອວຍພອນປີໃໝ່ມາຍັງລາຍການພາກພາສາ ລາວ, ພິເສດແມ່ນເພື່ອນ ຮ່ວາງວັນນາມ ນັກສຶກສາ ຫວຽດນາມ ທີ່ພວມຮ່ຳຮຽນຢູ່ ລາວ ໄດ້ໂທລະສັບມາລາຍການດ້ວຍຄຳອວຍພອນທີ່ວ່າ:

“ເນື່ອງໃນໂອກາດບຸນປີໃໝ່, ຂ້າພະເຈົ້າຂໍສົ່ງພອນໄຊອັນປະເສີດມາຍັງບັນດາພະນັກງານ, ນັກຂ່າວ, ບັນນາທິການ ພະແນກກະຈາຍສຽງບັນດາລາຍການພາກພາສາຕ່າງປະເທດ, ວິທະຍຸກະຈາຍສຽງ ຫວຽດນາມ ເວົ້າລວມ ແລະ ລາຍການພາກພາສາລາວເວົ້າສະເພາະ. ອວຍພອນໃຫ້ບັນດາອ້າຍ, ເອື້ອຍມີພະລານາໄມສົມບູນ, ມີຄວາມຜາສຸກ, ສຳເລັດໜ້າທີ່ ທີ່ໄດ້ຮັບມອບໝາຍເປັນຢ່າງດີ. ພິເສດ ແມ່ນລາຍການພາກພາສາ ລາວ ນັບມື້ນັບມີບັນດາລາຍການມ່ວນໆ, ຈັບອົກຈັບໃຈ ເພື່ອຮັບໃຊ້ໃຫ້ທ່ານຜູ້ຟັງ”

ທ່ານຜູ້ຟັງທີ່ເຄົາລົບ, ພວກຂ້າພະເຈົ້າ ຂໍຂອບໃຈບັນດາຄຳອວຍພອນປີໃໝ່ຂອງທ່ານຜູ້ຟັງທີ່ໄດ້ສະຫງວນໃຫ້ແກ່ລາຍການພາກພາສາລາວ. ພວກຂ້າພະເຈົ້າຈະມານະພະຍາຍາມປະຕິບັດວຽກງານໃຫ້ດີກ່ວາເກົ່າ ເພື່ອມີບັນດາລາຍການ, ຄໍລຳມ່ວນໆ ເພື່ອຕອບສະໜອງຕາມຄວາມຕ້ອງການຂອງທ່ານຜູ້ຟັງທັງຢູ່ພາຍໃນ ແລະ ຕ່າງປະເທດ, ພິເສດແມ່ນທ່ານຜູ້ຟັງ ລາວ. ພວກຂ້າພະເຈົ້າຂໍອວຍພອນໃຫ້ທ່ານຜູ້ຟັງ ຈົ່ງມີສຸຂະພາບເຂັ້ມແຂງ, ປະສົບຜົນສຳເລັດໃນໜ້າທີ່ວຽກງານ, ສືບຕໍ່ປະກອບຄຳຄິດຄຳເຫັນ ເພື່ອເຮັດໃຫ້ລາຍການພາກພາສາ ລາວ ນັບມື້ນັບມີເນື້ອໃນອຸດົມສົນບູນ, ສ້າງຄວາມດູດດຶ່ມ ໃຫ້ແກ່ຜູ້ຟັງ, ຜູ້ອ່ານກ່ວາ.

ເພື່ອນ ແອນລີ ຢູ່ແຂວງ ບໍ່ແກ້ວ ໄດ້ສົ່ງອີແມວມາຍັງລາຍການດ້ວຍເນື້ອໃນວ່າ:  ໃນອາທິດຜ່ານມາ, ຂ້າພະເຈົ້າໄດ້ຕິດຕາມຂ່າວໃນເວັບໄຊ vov5.vn ໂດຍໄດ້ຮູ້ວ່າ: ສຳນັກພິມຈຳໜ່າຍການເມືອງແຫ່ງຊາດ-ສືເທິດ ຫວຽດນາມ ໄດ້ມອບໃຫ້ ລາວ ປື້ມເລື່ອງເອກະສານປະຫວັດສາດ “ບັນທຶກສົງຄາມເຫຼັ້ມທີ 1-2-3-4.75” - ແປເປັນພາສາລາວ ຂອງນັກຂ່າວ, ນັກຂຽນ ເຈິ່ນມາຍແຫ້ງ. ເຊິ່ງເປັນຜູ້ທີ່ມັກຊອກຮູ້ປະຫວັດສາດ ຫວຽດນາມ, ຂ້າພະເຈົ້າຫວັງວ່າ ທາງລາຍການຈະຊ່ວຍແນະນຳບາງຈຸດກ່ຽວກັບປື້ມດັ່ງກ່າວໃຫ້ຂ້າພະເຈົ້າໄດ້ຮູ້ຕື່ມອີກແດ່. ຂໍຂອບໃຈ.

ຄັດສະເໜີບາງຄຳເຫັນ, ເນື້ອໃນຈົດໝາຍ ແລະ ຕອບບາງຄຳຖາມເຊິ່ງທ່ານຜູ້ຟັງໄດ້ຝາກມາລາຍການ - ảnh 2 ພິທີມອບປື້ມເລື່ອງເອກະສານປະຫວັດສາດ

ເພື່ອນ ແອນລີ ທີ່ຮັກແພງ ! ປື້ມເລື່ອງເອກະສານປະຫວັດສາດ “ບັນທຶກສົງຄາມ 1-2-3-4.75”  - ເປັນພາສາລາວ ຂອງນັກຂ່າວ, ນັກຂຽນ ເຈິ່ນມາຍແຫ້ງ ເປັນກຽດແມ່ນໜຶ່ງໃນປື້ມ 15 ຫົວ ໂດຍສຳນັກພິມຈຳໜ່າຍການເມືອງແຫ່ງຊາດ-ສືເທີດ ຫວຽດນາມ ມອບໃຫ້ ລາວ ໃນຄັ້ງນີ້. ປື້ມມີ 756 ໜ້າ, ໜ້າປົກແຂງ, ການຕົບແຕ່ງ ແລະ ພິມຢ່າງງາມຕາ. ປຶ້ມດັ່ງກ່າວຈະຊ່ວຍໃຫ້ທ່ານຜູ້ອ່ານຢູ່ປະເທດລ້ານຊ້າງ ມີໂອກາດເຂົ້າໃຈກ່ວາກ່ຽວກັບຄຸນຄ່າ ແລະ ຂອບຂະໜາດຂອງໄຊຊະນະປະຫວັດສາດລະດູບານໃໝ່ 1975 ຂອງປະຊາຊົນ ຫວຽດນາມ - ບັນດາຜູ້ທີ່ຮ່ວມສຸກຮ່ວມທຸກກັບປະຊາຊົນ ລາວ ໃນການຕໍ່ສູ້ອັນລຳບາກກາກກຳຍາດເອົາເອກະລາດ, ທ້ອນໂຮມປະເທດຊາດເປັນເອກະພາບ. ກ່ຽວກັບຄວາມໝາຍຂອງປື້ມຫົວດັ່ງກ່າວ, ທ່ານ ຄຳວິສັນ ແກ້ວສຸວັນ - ຜູ້ຊ່ວຍວຽກດ້ານສື່ມວນຊົນຂອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກປະຊາຊົນປະຕິວັດ ລາວ, ເປັນຜູ້ກວດແກ້ປື້ມຫົວດັ່ງກ່າວໄດ້ຕີລາຄາວ່າ: 

ປື້ມເລື່ອງນີ້ມີຄຸນຄ່າທາງດ້ານປະຫວັດສາດ. ທີ 1 ແມ່ນອຳນາດການປົກຄອງ ໄຊງ່ອນ ລົ້ມລະລາຍ, ພາກໃຕ້ ຫວຽດນາມ ໄດ້ຮັບການປົດປ່ອຍ ດັ່ງນັ້ນ ລາວ, ກຳປູເຈຍ ຈຶ່ງໄດ້ປົດປ່ອຍ. ທີ 2 ແມ່ນປື້ມເລື່ອງນີ້ ໄດ້ເວົ້າເຖິງອຳນາດການປົກຄອງ ໄຊງ່ອນ ແມ່ນລູກແຫຼ້ງຕີນມືຂອງ ອາເມລິກາ. ນັ້ນແມ່ນເອກະສານອັນມີຄ່າ ເພື່ອໃຫ້ລູກຫຼານພວກເຮົາເຂົ້າໃຈໄດ້ສົງຄາມຢູ່ ຫວຽດນາມ ວ່າເປັນແນວໃດ, ໃຜເປັນຜູ້ປົກຄອງ, ໃຜເປັນຜູ້ລຸກຮື້ຂຶ້ນຕໍ່ສູ້ຍາດເອົາເອກະລາດມາໃຫ້ປະເທດຊາດ. ປື້ມເລື່ອງນີ້ມີຄວາມໝາຍທີ່ສຸດ ແລະ ປະຊາຊົນ ລາວ ມັກທີ່ສຸດ. ນັບຕັ້ງແຕ່ເມື່ອຍັງບໍ່ທັນໄດ້ແປເປັນພາສາ ລາວ, ຄົນລາວທີ່ຮູ້ພາສາ ຫວຽດນາມ ກໍ່ມັກອ່ານປື້ມເລື່ອງນີ້.

ເພື່ອນ ແອນລີ ທີ່ຮັກແພງ! “ບັນທຶກສົງຄາມ 1-2-3-4.75” ແມ່ນໜຶ່ງໃນຈຳນວນໜ້ອຍບົດປະພັນວັນນະຄະດີໄດ້ຮັບການຄັດເລືອກມາແປໃນບັນຊີລາຍຊື່ປື້ມການເມືອງສຳຄັນ ເຊິ່ງພັກກອມມູນິດ ຫວຽດນາມ ມອບໃຫ້ພັກ - ລັດ ລາວ.

        ດັ່ງທີ່ກ່າວມາຂ້າງເທິງແມ່ນເນື້ອໃນຄຳເຫັນ ແລະ ຄຳຖາມຂອງຜູ້ຟັງບາງທ່ານທີ່ຝາກມາລາຍການ ໃນອາທິດຜ່ານມາ. ຖ້າຫາກຜູ້ຟັງ, ຜູ້ອ່ານທ່ານໃດ ມີຄວາມສົນໃຈຕໍ່ບັນຫາໃດໜຶ່ງ, ກໍ່ສາມາດຝາກຈົດໝາຍມາຍັງລາຍການຂອງພວກເຮົາໄດ້ເລີຍ ໂດຍຈ່າໜ້າຊອງວ່າ: ພາກພາສາລາວ, ວິທະຍຸກະຈາຍສຽງຫວຽດນາມ, ເຮືອນເລກທີ 45 ຖະໜົນ ບ່າຈ້ຽວ, ຮ່າໂນ້ຍ. ຫຼື ໂທລະສັບມາໂດຍກົງກໍ່ໄດ້ ຕາມເບີໂທ 0084.243.825.6631 ຫຼື ອີແມວ laovov5@gmail.com. ທ່ານຜູ້ຟັງກໍ່ສາມາດ Comment ໃນເວັບໄຊ vovworld.vn ຂອງພວກເຮົາ.

ຕອບກັບ

ຂ່າວ/ບົດ​ອື່ນ