ຄັດສະເໜີບາງຄຳເຫັນ, ເນື້ອໃນຈົດໝາຍ ແລະ ຕອບບາງຄຳຖາມເຊິ່ງທ່ານຜູ້ຟັງໄດ້ຝາກມາລາຍການພາກພາສາລາວ

(VOVWORLD) - ໃນອາທິດຜ່ານມາ, ພະແນກກະຈາຍສຽງບັນດາລາຍການພາສາຕ່າງປະເທດ, ວິທະຍຸກະຈາຍສຽງ ຫວຽດນາມ ໄດ້ຮັບຈົດໝາຍ, ອີແມວ ແລະ ໂທລະສັບຈາກທ່ານຜູ້ຟັງຢູ່ບັນດາປະເທດ ແລະ ເຂດແຄ້ວນຄື: ແອັດສະປາຍ, ອັງກິດ, ຍີ່ປຸ່ນ, ກຳປູເຈຍ, ໄທ, ລາວ…

ໃນນັ້ນ, ທ່ານຜູ້ຟັງຫລາຍຄົນໄດ້ສົ່ງຈົດໝາຍ, ຄຳອວຍພອນເຖິງບັນນາທິການ VOV5 ເນື່ອງໃນໂອກາດວັນກະຈາຍສຽງໂລກ (13/02). ໃນລາຍການ “ໂອ້ລົມກັບເພື່ອນລາວ” ມື້ນີ້, ພວກຂ້າພະເຈົ້າຂໍຄັດສະເໜີບາງຄຳເຫັນ, ເນື້ອໃນຈົດໝາຍ ແລະ ຕອບບາງຄຳຖາມເຊິ່ງທ່ານຜູ້ຟັງໄດ້ຝາກມາ VOV5 ແລະ ລາຍການພາກພາສາລາວ ໃນອາທິດຜ່ານມາ.

ຄັດສະເໜີບາງຄຳເຫັນ, ເນື້ອໃນຈົດໝາຍ ແລະ ຕອບບາງຄຳຖາມເຊິ່ງທ່ານຜູ້ຟັງໄດ້ຝາກມາລາຍການພາກພາສາລາວ - ảnh 1 ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ຢ້ຽມຢາມ VOV

ທ່ານຜູ້ຟັງ Mary Donalds Navarro ຢູ່ ກູບາ ໄດ້ສົ່ງຄຳອວຍພອນເນື່ອງໃນໂອກາດວັນກະຈາຍສຽງໂລກວ່າ: ເນື່ອງໃນໂອກາດວັນກະຈາຍສຽງໂລກ (13/02), ຂ້າພະເຈົ້າຂໍຝາກຄຳອວຍພອນອັນດີງາມທີ່ສຸດເຖິງບັນດາບັນນາທິການ VOV5. ວິທະຍຸ ແມ່ນພາຫະນະສື່ມວນຊົນສຳຄັນ ຊ່ວຍບັນດາປະເທດເຊື່ອມຕໍ່ເຂົ້າໃກ້ກັນ ແລະ ແມ່ນເພື່ອນຮ່ວມເດີນທາງທີ່ບໍ່ອາດຂາດໄດ້ສຳລັບຂ້າພະເຈົ້າ.

  ເພື່ອນ Fumito Hokamura, ຢູ່ ຍີ່ປຸ່ນ ໄດ້ສົ່ງຈົດໝາຍເຖິງລາຍການພາກພາສາ ອັງກິດ ດ້ວຍເນື້ອໃນວ່າ: ສະບາຍດີບັນດາບັນນາທິການ VOV. ຂ້າພະເຈົ້າແມ່ນທ່ານຜູ້ຟັງເປັນປະຈຳລາຍການພາກພາສາ ອັງກິດ. ຂ້າພະເຈົ້ານິຍົມທີ່ສຸດແມ່ນພາກຂ່າວ ແລະ ລາຍການສະຖານະການການເມືອງ. ນີ້ແມ່ນ 2 ລາຍການສຳຄັນທີ່ສຸດຂອງລາຍການກະຈາຍສຽງພາກພາສາ ອັງກິດ. ເນື່ອງໃນໂອກາດວັນກະຈາຍສຽງໂລກ 13/02, ຂໍອວຍພອນໃຫ້ບັນດາບັນນາທິການ VOV ມີສຸຂະພາບເຂັ້ມແຂງ ແລະ ປະສົບຜົນສຳເລັດໃນໜ້າທີ່ການງານຂອງຕົນ.

ເພື່ອນ Kim Yareth, ນັກສຶກສາ ກຳປູເຈຍ ຮຽນຢູ່ສະຖາບັນກະສິກຳ ຫວຽດນາມ ໄດ້ສົ່ງຈົດໝາຍມາຍັງ VOV5 ໂດຍແບ່ງປັນວ່າ: ຂ້າພະເຈົ້າມີຄວາມປະທັບໃຈທີ່ສຸດຕໍ່ບັນດາບົດຂຽນກ່ຽວກັບວັນບຸນປູກຕົ້ນໄມ້ຢູ່ ຫວຽດນາມ. ບໍ່ພຽງແຕ່ເປັນຮີດຄອງປະເພນີ ແລະ ຄວາມງາມວັດທະນະທຳຂອງປະເທດຊາດເທົ່ານັ້ນ, ຫາກຍັງປະກອບສ່ວນປົກປັກຮັກສາຊັບພະຍາກອນປ່າໄມ້ອີກດ້ວຍ, ວັນບຸນປູກຕົ້ນໄມ້ຍັງແມ່ນສິ່ງເປີດສາກຂອງປີໃໝ່. ຢູ່ ກຳປູເຈຍ ກໍ່ມີວັນບຸນປູກຕົ້ນໄມ້ (09/07).

ສ່ວນເພື່ອນ Rachid Dahmani ຊາວ ອານເຊຣີ ຂຽນວ່າ: VOV ຍາມໃດກໍ່ມີທີ່ຕັ້ງສຳຄັນໃນໃຈຂອງຂ້າພະເຈົ້າ. ພວກເພື່ອນຄືປະຕູເພື່ອນຳພວກຂ້າພະເຈົ້າຄົ້ນຫາ ຫວຽດນາມ ແລະ ໂລກ. ຂອບໃຈພວກເພື່ອນ ທີ່ໄດ້ນຳມາໃຫ້ທ່ານຜູ້ຟັງພວກຂ້າພະເຈົ້າບັນດາແຫຼ່ງຂ່າວທີ່ມີຄວາມໄວ້ເນື້ອເຊື່ອໃຈ, ຊັດເຈນກ່ຽວກັບ ຫວຽດນາມ. ບັນດາຄໍລຳຂອງພວກເພື່ອນມີເນື້ອໃນມ່ວນ ແລະ ດຶງດູດທີ່ສຸດ.

ສ່ວນໃນອີແມວຂອງເພື່ອນ ຮ່ວາງມິງນາມ, ຫງວຽນດີງເຕີມ, ເຢືອງຮ່ວາງຮ່າ ຢູ່ແຂວງ ເຫງ້ອານ, ແທງຮ໋ວາ ແລະ ເຊີນລາ ຂຽນວ່າ: “ຂ້າພະເຈົ້າ ຈະໄປເຮັດວຽກຢູ່ ລາວ ແຕ່ຂ້າພະເຈົ້າບໍ່ຮູ້ກ່ຽວກັບບັນດາຂໍ້ກຳນົດສຳລັບແຮງງານຕ່າງປະເທດທີ່ມາເຮັດວຽກ ແລະ ອາໄສຢູ່ ລາວ.  ຜ່ານລາຍການຂ້າພະເຈົ້າຢາກຮູ້ແຈ້ງກ່ວາ ກ່ຽວກັບບັນດາຂໍ້ກຳນົດດັ່ງກ່າວ ຂໍຂອບໃຈ”.

ຄັດສະເໜີບາງຄຳເຫັນ, ເນື້ອໃນຈົດໝາຍ ແລະ ຕອບບາງຄຳຖາມເຊິ່ງທ່ານຜູ້ຟັງໄດ້ຝາກມາລາຍການພາກພາສາລາວ - ảnh 2 (ພາບປະກອບ)

ທີ່ຜູ້ຟັງທີ່ເຄົາລົບ ! ຕາມກົມຄຸ້ມຄອງແຮງງານຕ່າງປະເທດ, ສປປ ລາວ ໄດ້ກຳນົດໄວ້ວ່າ: ເມື່ອເຂົ້າມາ ລາວ ໃນໄລຍະເວລາ 30 ວັນ, ຄົນງານຕ່າງປະເທດຕ້ອງຈົດທະບຽນ ແລະ ຂໍໃບອະນຸຍາດເຮັດວຽກນຳອົງການຄຸ້ມຄອງແຮງງານຢູ່ສູນກາງ ຫຼື ທ້ອງຖິ່ນ. ຕາມຂໍ້ກຳນົດຫຼ້າສຸດ, ຄົນງານຕ່າງປະເທດແມ່ນອະນຸຍາດໃຫ້ພັກອາໄສຢູ່ ລາວ ບໍ່ເກີນ 5 ປີ. ພາຍຫລັງໝົດກຳນົດເວລາເຮັດວຽກຢູ່ ລາວ, ຄົນງານຕ່າງປະເທດຕ້ອງມອບບັດອອກແຮງງານຄືນໃຫ້ອົງການຄຸ້ມຄອງແຮງງານ (ໃນກຳນົດເວລາ 15 ວັນ) ຫຼື ມອບໃຫ້ຕຳຫລວດຢູ່ດ່ານຊາຍແດນເມື່ອເດີນທາງອອກຈາກປະເທດ ລາວ. ຄົນງານຕ່າງປະເທດທັງໝົດ ທີ່ໄດ້ຮັບອະນຸຍາດມາເຮັດວຽກຢູ່ ສປປ ລາວ ຕ້ອງເສຍອາກອນລາຍຮັບ ແລະ ຄ່າທຳນຽມໃຫ້ລັດຖະບານ ລາວ ຕາມຂໍ້ກຳນົດຂອງກົດໝາຍ. ເພື່ອໃຫ້ໄປເຮັດວຽກຢູ່ ລາວ, ຄົນງານຕ່າງປະເທດຕ້ອງຮັບປະກັນບາງເງື່ອນໄຂຄື: ມີສີມືແຮງງານທີ່ເໝາະສົມກັບຕຳແໜ່ງທີ່ຕ້ອງການ; ມີຊີວະປະຫວັດຈະແຈ້ງ; ອາຍຸນັບແຕ່ 20 ປີຂຶ້ນໄປ; ບໍ່ເປັນພະຍາດຕິດແປດ, ມີກຳລັງຄວາມສາມາດຮັບຜິດຊອບການກະທຳທາງແພ່ງ.

        ດັ່ງທີ່ກ່າວມາຂ້າງເທິງແມ່ນເນື້ອໃນຄຳເຫັນ ແລະ ຄຳຖາມຂອງຜູ້ຟັງບາງທ່ານທີ່ຝາກມາລາຍການ ໃນອາທິດຜ່ານມາ. ຖ້າຫາກຜູ້ຟັງ, ຜູ້ອ່ານທ່ານໃດ ມີຄວາມສົນໃຈຕໍ່ບັນຫາໃດໜຶ່ງ, ກໍ່ສາມາດຝາກຈົດໝາຍມາຍັງລາຍການຂອງພວກເຮົາໄດ້ເລີຍ ໂດຍຈ່າໜ້າຊອງວ່າ: ພາກພາສາລາວ, ວິທະຍຸກະຈາຍສຽງຫວຽດນາມ, ເຮືອນເລກທີ 45 ຖະໜົນ ບ່າຈ້ຽວ, ຮ່າໂນ້ຍ. ຫຼື ໂທລະສັບມາໂດຍກົງກໍ່ໄດ້ ຕາມເບີໂທ 0084.243.825.6631 ຫຼື ອີແມວ laovov5@gmail.com. ທ່ານຜູ້ຟັງກໍ່ສາມາດ Comment ໃນເວັບໄຊ vovworld.vn ຂອງພວກເຮົາ.

ຕອບກັບ

ຂ່າວ/ບົດ​ອື່ນ