ຄັດ​ສະ​ເໜີ​ບາງ​ຄຳ​ເຫັນ, ເນື້ອ​ໃນ​ຈົດໝາຍ ​ແລະ ຕອບ​ບາງ​ຄຳ​ຖາມ​ເຊິ່ງທ່ານ​ຜູ້​ຟັງ​ໄດ້​ຝາກ​ມາລາຍ​ການ​ໃນ​ອາ​ທິດ​ຜ່ານ​ມາ

(VOVWORLD) -ໃນອາທິດຜ່ານມາ, ພະແນກກະຈາຍສຽງບັນດາລາຍການພາສາຕ່າງປະເທດ, ວິທະຍຸກະຈາຍສຽງ ຫວຽດນາມ ສືບຕໍ່ໄດ້ຮັບຈົດໝາຍ, ອີແມວ 327 ສະບັບ ແລະ ໂທລະສັບຫລາຍສາຍຈາກທ່ານຜູ້ຟັງຢູ່ບັນດາປະເທດ ແລະ ເຂດແຄ້ວນຄື: ແອັດສະປາຍ, ອັງກິດ, ຍີ່ປຸ່ນ, ກຳປູເຈຍ, ໄທ, ລາວ…

ໃນນັ້ນ, ທ່ານຜູ້ຟັງ ລາວ ຫລາຍຄົນໄດ້ສົ່ງຈົດໝາຍເຖິງລາຍການດ້ວຍເນື້ອໃນຢາກຊອກຮູ້ກ່ຽວກັບການເຄື່ອນໄຫວພົວພັນແລກປ່ຽນມິດຕະພາບ, ການຮ່ວມມືວັດທະນະທຳ, ຊາວໜຸ່ມລະຫວ່າງ 2 ປະເທດ ຫວຽດນາມ - ລາວ. ໃນລາຍການ “ໂອ້ລົມກັບເພື່ອນລາວ” ມື້ນີ້, ພວກຂ້າພະເຈົ້າຂໍຄັດສະເໜີບາງຄຳເຫັນ, ເນື້ອໃນຈົດໝາຍ ແລະ ຕອບບາງຄຳຖາມເຊິ່ງທ່ານຜູ້ຟັງໄດ້ຝາກມາ VOV5 ແລະ ລາຍການພາກພາສາລາວ ໃນອາທິດຜ່ານມາ.

ທ່ານຜູ້ຟັງ ວາລາດາບຸດ ຢູ່ແຂວງ ຜົ້ງສາລີ ໄດ້ສົ່ງອີແມວມາຍັງລາຍການດ້ວຍເນື້ອໃນວ່າ: ຂອບໃຈລາຍການພາກພາສາລາວ, ພະແນກກະຈາຍສຽງບັນດາລາຍການພາສາຕ່າງປະເທດ, ວິທະຍຸກະຈາຍສຽງ ຫວຽດນາມ ທີ່ໄດ້ແນະນຳໃຫ້ຂ້າພະເຈົ້າບາງຈຸດພົ້ນເດັ່ນກ່ຽວກັບບັນດາສະຖານທີ່ທ່ອງທ່ຽວຢູ່ແຂວງ ດ້ຽນບຽນ, ຫວັງວ່າ ການຢ້ຽມຢາມ ດ້ຽນບຽນ ຈະມາເຖິງຂອງຂ້າພະເຈົ້າ ແລະ ຄອບຄົວ ຈະມີຄວາມສະດວກ ແລະ ມີຄວາມປະທັບໃຈເປັນຢ່າງດີ.

ຄັດ​ສະ​ເໜີ​ບາງ​ຄຳ​ເຫັນ, ເນື້ອ​ໃນ​ຈົດໝາຍ ​ແລະ ຕອບ​ບາງ​ຄຳ​ຖາມ​ເຊິ່ງທ່ານ​ຜູ້​ຟັງ​ໄດ້​ຝາກ​ມາລາຍ​ການ​ໃນ​ອາ​ທິດ​ຜ່ານ​ມາ - ảnh 1 ນະຄອນ ດ້ຽນບຽນຝູ ແຂວງ ດ້ຽນບຽນ

ໃນຈົດໝາຍຂອງເພື່ອນ ປານົງສອນ ຈິນດາວົງ ຢູ່ແຂວງ ບໍລິຄຳໄຊ ແລະ ເພື່ອນ ເພັດສະຫວັນ ສົມສະນິດ ຢູ່ແຂວງ ອັດຕະປື ຂຽນວ່າ: ປີ 2018 ຜ່ານມາ, ສູນກາງຄະນະຊາວໜຸ່ມກອມມູນິດ ໂຮ່ຈີມິນ ແລະ ສູນກາງຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ໄດ້ຈັດຕັ້ງບັນດາການເຄື່ອນໄຫວແທດຈິງ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພັດທະນານ້ຳໃຈມິດຕະພາບແບບພິເສດຂອງປະຊາຊົນ ແລະ ຊາວໜຸ່ມ 2 ປະເທດ. ດັ່ງນັ້ນ ໃນປີ 2019 ຈະມີການເຄື່ອນໄຫວພົ້ນເດັ່ນໃດແດ່.

ເພື່ອນ ປານົງສອນ ແລະ ເພື່ອນ ເພັດສະຫວັນ ທີ່ຮັກແພງ! ປີ 2019 ຄະນະຊາວໜຸ່ມ 2 ປະເທດ ຈະສືບຕໍ່ສາມັກຄີ, ສູ້ຊົນປະຕິບັດບັນດາໜ້າທີ່, ເນື້ອໃນໂດຍສູນກາງຄະນະຊາວໜຸ່ມ 2 ປະເທດໄດ້ລົງນາມໃຫ້ສຳເລັດຜົນ. ຕາມນັ້ນແລ້ວ, ປີ 2019 ຄະນະຊາວໜຸ່ມ 2 ປະເທດ ຈະສຸມໃສ່ຜັນຂະຫຍາຍບາງການເຄື່ອນໄຫວ, ໂດຍລະອຽດຄື: ສືບຕໍ່ແລກປ່ຽນຄະນະຜູ້ແທນຂັ້ນສູງລະຫວ່າງຄະນະຊາວໜຸ່ມ 2 ປະເທດ; ກໍ່ສ້າງບັນດາໂຄງການຊາວໜຸ່ມ ປະກອບສ່ວນເຂົ້າຮ່ວມການແກ້ໄຂບັນດາບັນຫາພັດທະນາເສດຖະກິດ - ສັງຄົມ, ການປ້ອງກັນຊາດ - ປ້ອງກັນຄວາມສະຫງົບຂອງ 2 ປະເທດ; ສະໜັບສະໜູນກັນໃນການເຄື່ອນໄຫວສາກົນ; ເພີ່ມທະວີບັນດາການເຄື່ອນໄຫວບຳລຸງສ້າງພະນັກງານຂອງທັງ 2 ຝ່າຍ; ຍູ້ແຮງບັນດາການເຄື່ອນໄຫວຮ່ວມມື, ການພົບປະແລກປ່ຽນລະຫວ່າງຄະນະຊາວໜຸ່ມບັນດາທ້ອງຖິ່ນ, ແຂວງ, ນະຄອນຂອງ 2 ປະເທດ, ພິເສດແມ່ນບັນດາການເຄື່ອນໄຫວອາສາສະໝັກ, ບັນດາການເຄື່ອນໄຫວທັດສະນະສຶກສາຢູ່ບັນດາສະຖານທີ່ປະຫວັດສາດທີ່ຕິດພັນກັບການນຳທີ່ມີຄວາມປີຊາສາມາດຂອງ 2 ປະເທດ; ເພີ່ມທະວີການຈັດຕັ້ງບັນດາການເຄື່ອນໄຫວກອງປະຊຸມ, ເວທີປາໄສ, ກອງປະຊຸມສຳມະນາ ເພື່ອໂຄສະນາໃຫ້ລຸ້ນໜຸ່ມ 2 ປະເທດກ່ຽວກັບມູນເຊື້ອມິດຕະພາບ, ໝັ້ນແກ່ນ, ບໍລິສຸດຜຸດຜ່ອງຂອງ 2 ປະເທດ.

ດັ່ງທີ່ກ່າວມາຂ້າງເຖິງແມ່ນບາງຂໍ້ມູນຂ່າວກ່ຽວກັບແຜນການເຄື່ອນໄຫວຂອງຊາວໜຸ່ມ 2 ປະເທດ ຫວຽດນາມ ແລະ ລາວ ປີ 2019. ຫວັງວ່າ ພວກເພື່ອນຈະສະຫລະເວລາຕິດຕາມ ແລະ ສາມາດເຂົ້າຮ່ວມບັນດາການເຄື່ອນໄຫວທີ່ມີຄວາມໝາຍນີ້.

ຄັດ​ສະ​ເໜີ​ບາງ​ຄຳ​ເຫັນ, ເນື້ອ​ໃນ​ຈົດໝາຍ ​ແລະ ຕອບ​ບາງ​ຄຳ​ຖາມ​ເຊິ່ງທ່ານ​ຜູ້​ຟັງ​ໄດ້​ຝາກ​ມາລາຍ​ການ​ໃນ​ອາ​ທິດ​ຜ່ານ​ມາ - ảnh 2

ສ່ວນເພື່ອນ ສົມມີໄຊ, ເພື່ອນ ຈັນທະສອນ ພວມເຮັດວຽກຢູ່ວິທະຍຸກະຈາຍສຽງແຫ່ງຊາດລາວ (LNR) ໄດ້ສົ່ງອີແມວມາຍັງລາຍການດ້ວຍເນື້ອໃນວ່າ: “ຫວ່າງແລ້ວນີ້, ວິທະຍຸກະຈາຍສຽງ ຫວຽດນາມ (VOV) ແລະ ກະຊວງຖະແຫຼງຂ່າວ  - ວັດທະນະທຳ ແລະ ທ່ອງທ່ຽວ ລາວ ໄດ້ລົງນາມໃນຂໍ້ຕົກລົງກ່ຽວກັບເລື່ອງ VOV ປະຕິບັດໂຄງການ “ລົງທຶນປ່ຽນແປງອຸປະກອນພາຫະນະ ແລະ ເຕັກໂນໂລຊີ” ໃຫ້ LNR. ພວກຂ້າພະເຈົ້າມີຄວາມພາກພູມໃຈທີ່ສຸດ ເມື່ອໄດ້ຮັບຮູ້ເຫດການດັ່ງກ່າວ. ຍ້ອນຄ້າງຄາກັບ ວຽກງານ, ສະນັ້ນ ພວກຂ້າພະເຈົ້າຈຶ່ງບໍ່ໄດ້ຕິດຕາມລາຍລະອຽດກ່ຽວກັບຂໍ້ຕົກລົງດັ່ງກ່າວ. ຜ່ານທາງລາຍການ, ຫວັງວ່າ ບັນດາເພື່ອນຜູ້ຮ່ວມງານຈົ່ງແນະນຳໃຫ້ພວກຂ້າພະເຈົ້າມີຄວາມເຂົ້າໃຈແຈ້ງກ່ວາ ກ່ຽວກັບເນື້ອໃນຂໍ້ຕົກລົງນີ້ແດ່”.

ເພື່ອນ ສົມມີໄຊ ແລະ ເພື່ອນ ຈັນທະສອນ ທີ່ຮັກແພງ! ຕາມຂໍ້ຕົກລົງນີ້, VOV ຈະໜູນຊ່ວຍລົງທຶນໃໝ່ລະບົບສົ່ງຄື້ນ FM ແນໃສ່ຍົກສູງຄຸນນະພາບ ແລະ ເປີດກ້ວາງເຂດປົກຄຸມຂອງຄື້ນໃຫ້ແກ່ LNR ຢູ່ນະຄອນຫລວງ ວຽງຈັນ ແລະ ບັນດາເຂດໃກ້ຄຽງ, ໂດຍຜ່ານການລົງທຶນຕິດຕັ້ງລະບົບກະຈາຍຄື້ນໃໝ່ດ້ວຍໂປຼແກມ OTT ບົນພື້ນຖານໂຄງລ່າງທາງອິນເຕີເນັດ ເພື່ອອອກອາກາດບັນດາລາຍການພາຍໃນ ແລະ ຕ່າງປະເທດຂອງ LNR. ພ້ອມກັນນັ້ນ ແມ່ນການລົງທຶນໃໝ່ລະບົບເຄື່ອງອັດສຽງ, ບັນນາທິການ, ຜະລິດລາຍການ, ການເກັບຮັກສາ ແລະ ອອກອາກາດບັນດາລາຍການສະຖານະການການເມືອງ, ເສດຖະກິດ, ຊີວິດສັງຄົມ, ວັດທະນະທຳ, ກິລາ, ວິທະຍາສາດ, ການສຶກສາ ແລະ ບັນເທີງ...ດ້ວຍເຕັກໂນໂລຊີໃໝ່. ພ້ອມທັງດຳເນີນການບຳລຸງສ້າງ, ຖ່າຍຖອດເຕັກໂນໂລຊີ, ທັກສະການນຳໃຊ້ບັນດາລະບົບເຄື່ອງຈັກ, ພາຫະນະໄດ້ລົງທຶນໃຫ້ແກ່ຖັນແຖວພະນັກງານເຕັກນິກ LNR.

ນອກນັ້ນ, VOV ຈະສືບຕໍ່ຊ່ວຍ LNR ປັບປຸງ, ຍົກລະດັບບັນດາຫ້ອງອັດສຽງທີ່ຖືກເຊື່ອມໂຊມ, ຮັບປະກັນຄວາມຮຽກຮ້ອງຕ້ອງການດ້ານເຕັກນິກຕາມມາດຕະຖານຂອງ VOV; ສ້ອມແປງລະບົບເຄື່ອງສົ່ງ FM 10KW ຢູ່ສະຖານີສົ່ງ-ຮັບຄື້ນ ຫລວງພະບາງ, ຈຳປາສັກ.

ຄັດ​ສະ​ເໜີ​ບາງ​ຄຳ​ເຫັນ, ເນື້ອ​ໃນ​ຈົດໝາຍ ​ແລະ ຕອບ​ບາງ​ຄຳ​ຖາມ​ເຊິ່ງທ່ານ​ຜູ້​ຟັງ​ໄດ້​ຝາກ​ມາລາຍ​ການ​ໃນ​ອາ​ທິດ​ຜ່ານ​ມາ - ảnh 3 ພິທີລົງນາມໃນຂໍ້ຕົກລົງ

       ດັ່ງທີ່ກ່າວມາຂ້າງເທິງແມ່ນເນື້ອໃນຄຳເຫັນ ແລະ ຄຳຖາມຂອງຜູ້ຟັງບາງທ່ານທີ່ຝາກມາລາຍການ ໃນອາທິດຜ່ານມາ. ຖ້າຫາກຜູ້ຟັງ, ຜູ້ອ່ານທ່ານໃດ ມີຄວາມສົນໃຈຕໍ່ບັນຫາໃດໜຶ່ງ, ກໍ່ສາມາດຝາກຈົດໝາຍມາຍັງລາຍການຂອງພວກເຮົາໄດ້ເລີຍ ໂດຍຈ່າໜ້າຊອງວ່າ: ພາກພາສາລາວ, ວິທະຍຸກະຈາຍສຽງຫວຽດນາມ, ເຮືອນເລກທີ 45 ຖະໜົນ ບ່າຈ້ຽວ, ຮ່າໂນ້ຍ. ຫຼື ໂທລະສັບມາໂດຍກົງກໍ່ໄດ້ ຕາມເບີໂທ 0084.243.825.6631 ຫຼື ອີແມວ laovov5@gmail.com. ທ່ານຜູ້ຟັງກໍ່ສາມາດ Comment ໃນເວັບໄຊ vovworld.vn ຂອງພວກເຮົາ.

ຕອບກັບ

ຂ່າວ/ບົດ​ອື່ນ