ຄັດສະເໜີບາງເນື້ອໃນຈົດໝາຍ ແລະ ຕອບບາງຄຳຖາມ ເຊິ່ງທ່ານຜູ້ຟັງ ຜູ້ອ່ານຝາກມາລາຍການ.

(VOVWORLD) - ໃນອາທິດຜ່ານມາ, ລາຍການພາກພາສາ ລາວ, ລະບົບກະຈາຍສຽງພາກພາສາຕ່າງປະເທດແຫ່ງຊາດ, ວິທະຍຸກະຈາຍສຽງ ຫວຽດນາມ ສືບຕໍ່ໄດ້ຮັບ ໂທລະສັບ, ອີແມວ, ຈົດໝາຍຫລາຍສະບັບ ຈາກທ່ານຜູ້ຟັງທີ່ຝາກມາລາຍການ ດ້ວຍເນື້ອໃນຈັບອົກຈັບໃຈຫລາຍຢ່າງ, ສະແດງຄວາມສົນໃຈເຖິງບັນດາການເຄື່ອນໄຫວຮ່ວມມືມິດຕະພາບ ຫວຽດນາມ - ລາວ.

ໃນລາຍການ “ໂອ້ລົມກັບເພື່ອນລາວ” ມື້ນີ້, ພວກເຮົາຂໍຄັດສະເໜີບາງເນື້ອໃນຈົດໝາຍ ແລະ ຕອບບາງຄຳຖາມ ເຊິ່ງທ່ານຜູ້ຟັງ ຜູ້ອ່ານຝາກມາລາຍການ. ເຊີນທ່ານຕິດຕາມຮັບຟັງ.

  ໃນອາທິດຜ່ານມາ, ເພື່ອນ ສຸກສາຄອນ, ສຸມາລີ, ສຸກດາວັນ ໄດ້ສົ່ງອີແມວມາຍັງລາຍ ການດ້ວຍເນື້ອໃນວ່າ: “ຂອບໃຈລາຍການພາກພາສາລາວ, ລະບົບກະຈາຍສຽງພາກພາສາຕ່າງປະເທດແຫ່ງຊາດ, ວິທະຍຸກະຈາຍສຽງ ຫວຽດນາມ ໄດ້ແນະນຳໃຫ້ພວກຂ້າພະເຈົ້າຮູ້ຈັກຕື່ມ ກ່ຽວກັບເຂດທ່ອງທ່ຽວ ຈ່າງອານ ຢູ່ແຂວງ ນິງບີງ .

ຄັດສະເໜີບາງເນື້ອໃນຈົດໝາຍ ແລະ ຕອບບາງຄຳຖາມ ເຊິ່ງທ່ານຜູ້ຟັງ ຜູ້ອ່ານຝາກມາລາຍການ.  - ảnh 1 ໃນໜ້າເວັບຂອງ vovworld

        ໃນອີແມວສົ່ງເຖິງລາຍການ, ເພື່ອນ ຈັນດອນ ຢູ່ນະຄອນຫລວງ ວຽງຈັນ ແລະ ເພື່ອນ ປາໂນສອນ ຢູ່ແຂວງ ຜົ້ງສາລີ ຂຽນວ່າ: “ຫວ່າງແລ້ວນີ້ຂ້າພະເຈົ້າໄດ້ອ່ານຫຼາຍບົດຂຽນ ກ່ຽວກັບບັນດາສະຖານທີ່ທ່ອງທ່ຽວຢູ່ບາງປະເທດໃນອາຊຽນ ໃນໜ້າເວັບຂອງ vovworld, ຂ້າພະເຈົ້າເຫັນວ່າ ບັນດາບົດຂຽນເຫຼົ່ານັ້ນ ທັງມ່ວນ ແລະ ມີປະໂຫຍດຫຼາຍ ໃຫ້ແກ່ຜູ້ນິຍົມທ່ອງທ່ຽວ ແລະ ຄົ້ນຫາຄືຂ້າພະເຈົ້າ. ບັນດາບົດຂຽນໄດ້ພັນລະນາຢ່າງຈະແຈ້ງບັນດາສະຖານທີ່ທ່ອງທ່ຽວທີ່ລືຊື່ຂອງຫຼາຍປະເທດ. ເມື່ອອ່ານບົດຂຽນເຫຼົ່ານັ້ນ, ຂ້າພະເຈົ້າກໍ່ຢາກໄປຢ້ຽມຢາມສະຖານທີ່ເຫຼົ່ານັ້ນໃນທັນທີ. ຂໍຂອບໃຈພວກເພື່ອນທີ່ໄດ້ມີບັນດາບົດຂຽນທີ່ມ່ວນໆເພື່ອແນະນຳໃຫ້ແກ່ທ່ານຜູ້ຟັງ.”

        ເພື່ອນ ຈັນດອນ ແລະ ເພື່ອນ ປາໂນສອນ ທີ່ຮັກແພງ! ທາງລາຍການພາກພາສາລາວ ຂໍຂອບໃຈການປະກອບຄຳເຫັນ, ຕິຊົມຢ່າງຕັ້ງໜ້າຂອງທ່ານຜູ້ຟັງທີ່ສະຫງວນໃຫ້ລາຍການ. ພວກຂ້າພະເຈົ້າຈະມານະພະຍາຍາມຈົນສຸດຄວາມສາມາດຂອງຕົນ ເພື່ອໃຫ້ມີບັນດາບົດຂຽນລາຍການທີ່ມ່ວນໆເພື່ອແນະນຳໃຫ້ແກ່ທ່ານຜູ້ຟັງ.

ຄັດສະເໜີບາງເນື້ອໃນຈົດໝາຍ ແລະ ຕອບບາງຄຳຖາມ ເຊິ່ງທ່ານຜູ້ຟັງ ຜູ້ອ່ານຝາກມາລາຍການ.  - ảnh 2 ການເສັງຊອກຮູ້ກ່ຽວກັບການພົວພັນ ຫວຽດນາມ - ລາວ 

ສ່ວນໃນອີແມວສົ່ງມາຍັງລາຍການຂອງເພື່ອນ ແອັນລີ ຢູ່ແຂວງ ບໍ່ແກ້ວ ຂຽນວ່າ: “ຜ່ານມາ, ຢູ່ນະຄອນຫລວງ ວຽງຈັນ ໄດ້ດຳເນີນການເສັງຊອກຮູ້ກ່ຽວກັບການພົວພັນ ຫວຽດນາມ - ລາວ ທີ່ສະຫງວນໃຫ້ພວກນ້ອງນັກຮຽນໃນເກນອາຍຸແຕ່ 9 18 ປີ ຢູ່ວຽງຈັນ. ສະນັ້ນຜ່ານລາຍການພາກພາສາລາວ ຂ້າພະເຈົ້າຢາກເຂົ້າໃຈແຈ້ງກ່ວາ ກ່ຽວກັບກະຕິກາຂອງການເສັງດັ່ງກ່າວ? ຂໍຂອບໃຈ”.

        ເພື່ອນ ແອັນລີ ທີ່ຮັກເພງ ! ການເສັງຊອກຮູ້ກ່ຽວກັບການພົວພັນ ຫວຽດນາມ - ລາວ ໂດຍຄະນະຊາວໜຸ່ມນະຄອນຫລວງ ວຽງຈັນ (ລາວ) ສົມທົບກັບສະຖານທູດ ຫວຽດນາມ ປະຈຳ ລາວ, ຄະນະຊາວໜຸ່ມນະຄອນ ໂຮ່ຈີມິນ ແລະ ບາງບໍລິສັດຂອງ ຫວຽດນາມ ແລະ ລາວ ຈັດຕັ້ງ.

       ດ້ວຍຫົວຂໍ້ວ່າ “ການຖາມຕອບວິທະຍາສາດກ່ຽວກັບການພົວພັນ ແລະ ການຮ່ວມມືລະຫວ່າງ ຫວຽດນາມ ແລະ ລາວ” ແມ່ນໂອກາດເພື່ອໃຫ້ຊາວໜຸ່ມ, ເຍົາວະຊົນນະຄອນຫລວງ ວຽງຈັນ ຊອກຮູ້ຕື່ມອີກກ່ຽວກັບນ້ຳໃຈສາມັກຄີມິດຕະພາບແບບພິເສດ ແລະ ການພົວພັນຮ່ວມມືຮອບດ້ານ ຫວຽດນາມ - ລາວ, ລາວ - ຫວຽດນາມ. ນີ້ກໍ່ແມ່ນໜຶ່ງໃນບັນດາການເຄື່ອນໄຫວແທດຈິງ ເພື່ອສະເຫຼີມສະຫຼອງປີສາມັກຄີມິດຕະພາບ ຫວຽດນາມ - ລາວ 2017 (55 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ແລະ 40 ປີແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະ ຮ່ວມມື ຫວຽດນາມ - ລາວ). ການເຄື່ອນໄຫວດັ່ງກ່າວ ແມ່ນແນໃສ່ສຶກສາອົບຮົບໃຫ້ຊາວໜຸ່ມ, ເຍົາວະຊົນມີຄວາມເຂົ້າໃຈ ແລະ ເຊື່ອມຊຶມກ່ຽວກັບການພົວພັນລະຫວ່າງ ລາວ ແລະ ຫວຽດນາມ, ແມ່ນການພົວພັນທີ່ມີມາແຕ່ດົນນານ, ຊ່ວຍໃຫ້ເພື່ອນມິດເຂົ້າໃຈຕື່ມອີກ ກ່ຽວກັບການພົວພັນ, ຮ່ວມມືແບບພິເສດລະຫວ່າງ 2 ພັກ, 2 ລັດ ແລະ ປະຊາຊົນ 2 ປະເທດ ຫວຽດນາມ - ລາວ. ນີ້ກໍ່ແມ່ນໂອກາດ ເພື່ອໃຫ້ຊາວໜຸ່ມ, ເຍົາວະຊົນ ລາວ ຝຶກຝົນຫຼໍ່ຫຼອມຄວາມຮູ້, ສູ້ຊົນປະຕິບັດຕາມຈິດໃຈເສຍສະຫຼະຕໍ່ສູ້ພິລະອາດຫານຂອງບັນດາລຸ້ນພໍ່ລຸ້ນອ້າຍ, ປັບປຸງຕົນເອງເພື່ອສ້າງສາ ແລະ ປົກປັກຮັກສາປະເທດຊາດ.

        ບັນດາຄຳຖາມຂອງການເສັງດັ່ງກ່າວ ລ້ວນແຕ່ກ່ຽວຂ້ອງເຖິງບັນດາບັນຫາຄື: ປະຫວັດສາດແຫ່ງການພົວພັນ 2 ປະເທດ, ໄລຍະລຸງໂຮ່ ເຄື່ອນໄຫວປະຕິວັດຢູ່ ລາວ, ວັນ 2 ປະເທດສ້າງຕັ້ງການພົວພັນທາງການທູດ, ວັນເຊັນສົນທິສັນຍາຮ່ວມມືມິດຕະພາບ ຫວຽດນາມ - ລາວ, ບັນດາຄຳຖາມກ່ຽວກັບພູມສາດຄື: ເສັ້ນຊາຍແດນຮ່ວມ, ດ່ານຊາຍແດນຮ່ວມ…ຊອກຮູ້ກ່ຽວກັບວັນຊາດຂອງ ຫວຽດນາມ, ລາວ, ກ່ຽວກັບສາຍພົວພັນ ຫວຽດນາມ - ລາວ ກັບ ບັນດາປະເທດ ອາຊຽນ.

ດັ່ງທີ່ກ່າວມາຂ້າງເທິງແມ່ນເນື້ອໃນຄຳເຫັນ ແລະ ຄຳຖາມຂອງຜູ້ຟັງບາງທ່ານທີ່ຝາກມາລາຍການ ໃນອາທິດທີ່ຜ່ານມາ. ຖ້າຫາກທ່ານຜູ້ຟັງ, ຜູ້ຊົມທ່ານໃດ ມີຄວາມສົນໃຈຕໍ່ບັນຫາໃດໜຶ່ງ, ກໍ່ສາມາດຝາກຈົດໝາຍມາຍັງລາຍການຂອງພວກເຮົາໄດ້ເລີຍ ໂດຍຈ່າໜ້າຊອງວ່າ: ພາກພາສາລາວ, ວິທະຍຸກະຈາຍສຽງຫວຽດນາມ, ເຮືອນເລກທີ 45 ຖະໜົນ ບ່າຈ້ຽວ, ຮ່າໂນ້ຍ. ຫຼື ໂທລະສັບມາໂດຍກົງກໍ່ໄດ້ ຕາມເບີໂທ 0084.243.825.6631 ຫຼື ອີແມວ laovov5@gmail.com. ທ່ານຜູ້ຟັງກໍ່ສາມາດໃຫ້ຄຳຕິຊົມໃນເວັບໄຊ vovworld.vn ຂອງພວກເຮົາ ແລະ ຮັບຟັງລາຍການໂດຍກົງຜ່ານຊອບແວ VOV Media ໃນໂທລະສັບມືຖື ແລະ ອາຍແປັດ.

ຕອບກັບ

ຂ່າວ/ບົດ​ອື່ນ