ຄັດສະເໜີບາງເນື້ອໃນຈົດໝາຍ ແລະ ຕອບບາງຄຳຖາມ ເຊິ່ງທ່ານຜູ້ຟັງ ຜູ້ອ່ານຝາກມາລາຍການ

(VOVWORLD) -ພວກຂ້າພະເຈົ້າຂໍສົ່ງຄຳຢື້ຢາມຖາມຂ່າວ ແລະ ແບ່ງເບົາຄວາມເສົ້າສະຫລົດໃຈມາຍັງປະຊາຊົນ ຫວຽດນາມ, ເປັນຕົ້ນແມ່ນອຳນາດການປົກຄອງທ້ອງຖິ່ນ ແລະ ບັນດາຄອບຄົວທີ່ໄດ້ຮັບຜົນສະທ້ອນໂດຍກົງຈາກໄພທຳມະຊາດໃນຄັ້ງນີ້ດ້ວຍ

 ໃນອາທິດຜ່ານມາ, ລາຍການພາກພາສາ ລາວ, ລະບົບກະຈາຍສຽງພາກພາສາຕ່າງປະເທດແຫ່ງຊາດ, ວິທະຍຸກະຈາຍສຽງ ຫວຽດນາມ ສືບຕໍ່ໄດ້ຮັບ ໂທລະສັບ, ອີແມວ, ຈົດໝາຍຫລາຍສະບັບ ຈາກທ່ານຜູ້ຟັງທີ່ຝາກມາລາຍການ ດ້ວຍເນື້ອໃນຈັບອົກຈັບໃຈຫລາຍຢ່າງ, ສະແດງຄວາມສົນໃຈຕໍ່ບັນດາການເຄື່ອນໄຫວຮ່ວມມືມິດຕະພາບລະຫວ່າງ ຫວຽດນາມ - ລາວ. ໃນລາຍການ “ໂອ້ລົມກັບເພື່ອນລາວ” ມື້ນີ້, ພວກເຮົາຂໍຄັດສະເໜີບາງເນື້ອໃນຈົດໝາຍ ແລະ ຕອບບາງຄຳຖາມ ເຊິ່ງທ່ານຜູ້ຟັງ ຜູ້ອ່ານຝາກມາລາຍການ. ເຊີນທ່ານຕິດຕາມຮັບຟັງ.

ຄັດສະເໜີບາງເນື້ອໃນຈົດໝາຍ ແລະ ຕອບບາງຄຳຖາມ ເຊິ່ງທ່ານຜູ້ຟັງ ຜູ້ອ່ານຝາກມາລາຍການ - ảnh 1 ຝົນຕົກແກ່ຍາວ, ນ້ຳແກ່ງ, ນ້ຳຖ້ວມ ແລະ ດິນເຊາະເຈື່ອນເກີດຂຶ້ນຢ່າງຮ້າຍແຮງ

ເພື່ອນ ອານຸສິດ ສີບຸນເຮືອງ, ເພື່ອນ ດວງໃຈ ຢູ່ແຂວງ ຊຽງຂວາງ ໄດ້ສົ່ງຈົດໝາຍມາຍັງລາຍການດ້ວຍເນື້ອໃນວ່າ: “ໂດຍໄດ້ຮັບຂ່າວວ່າ ຝົນຕົກແກ່ຍາວ, ນ້ຳແກ່ງ, ນ້ຳຖ້ວມ ແລະ ດິນເຊາະເຈື່ອນເກີດຂຶ້ນຢ່າງຮ້າຍແຮງ ຢູ່ບັນດາແຂວງຢູ່ຫວຽດນາມຄື: ເຊີນລາ, ອຽນບ໋າຍ, ຮ່ວາບີງ ແລະ ແທງຮ໋ວາ, ພິເສດ ໄດ້ກໍ່ຄວາມເສຍຫາຍດ້ານຊີວິດອີນຊີ ແລະ ຊັບສິນຂອງປະຊາຊົນ ຫວຽດນາມ ອ້າຍນ້ອງ ກໍ່ຄືພື້ນຖານໂຄງລ່າງຢູ່ບັນດາແຂວງ ເຫລົ່ານັ້ນ. ພວກຂ້າພະເຈົ້າຂໍສົ່ງຄຳຢື້ຢາມຖາມຂ່າວ ແລະ ແບ່ງເບົາຄວາມເສົ້າສະຫລົດໃຈມາຍັງປະຊາຊົນ ຫວຽດນາມ, ເປັນຕົ້ນແມ່ນອຳນາດການປົກຄອງທ້ອງຖິ່ນ ແລະ ບັນດາຄອບຄົວທີ່ໄດ້ຮັບຜົນສະທ້ອນໂດຍກົງຈາກໄພທຳມະຊາດໃນຄັ້ງນີ້ດ້ວຍ ພວກຂ້າພະເຈົ້າຫວັງວ່າ ປະຊາຊົນ ຫວຽດນາມ ອ້າຍນ້ອງຈະຜ່ານຜ່າຄວາມຫຍຸ້ງຍາກ ແລະ ກັບຄືນສູ່ຊີວິດເປັນປົກກະຕິໂດຍໄວ ”.

        ພວກເຮົາຂໍຂອບໃຈເພື່ອນ ອານຸສິດ ສີບຸນເຮືອງ, ເພື່ອນ ດວງໃຈ ແລະ ບັນດາເພື່ອນມິດ ລາວ ທີ່ໄດ້ເອົາໃຈໃສ່ຕິດຕາມ, ສົ່ງຄຳຢື້ຢາມຖາມຂ່າວ, ແບ່ງເບົາ, ລະດົມກຳລັງໃຈໃຫ້ພໍ່ແມ່ປະຊາຊົນເຂດປະສົບກັບໄພທຳມະຊາດທີ່ເກີດຂຶ້ນຫວ່າງແລ້ວນີ້ຢູ່ບັນດາແຂວງທາງພາກເໜືອ ຫວຽດນາມ.

ໃນອີແມວສົ່ງເຖິງລາຍການ, ເພື່ອນ ອາມິນຕາ ຢູ່ນະຄອນຫລວງ ວຽງຈັນ ຂຽນວ່າ: “ຂ້າພະເຈົ້າຕິດຕາມຂ່າວຄາວ ແລະ ບົດຂຽນກ່ຽວກັບການພົວພັນ 2 ປະເທດ ຫວຽດນາມ - ລາວເປັນປະຈຳ, ພິເສດແມ່ນບັນດາການເຄື່ອນໄຫວກ່ຽວກັບ “ປີມິດຕະພາບ ຫວຽດນາມ - ລາວ”. ໂດຍໄດ້ຮັບຂ່າວວ່າ ຫວ່າງແລ້ວນີ້ ຢູ່ແຂວງຜົ້ງສາລີ ໄດ້ດຳເນີນພິທີໂຮມຊຸມນຸມມິດຕິງສະເຫຼີມສະຫຼອງປີສາມັກຄີມິດຕະພາບ ຫວຽດນາມ - ລາວ 2017 ຢ່າງສົມກຽດ. ຍ້ອນຄ້າງຄາກັບການໄປປະຕິບັດງານ, ດັ່ງນັ້ນ ຂ້າພະເຈົ້າບໍ່ໄດ້ອັບເດັດເນືື້ອໃນຂອງການເຄື່ອນໄຫວນີ້ ຫວັງວ່າ ທາງລາຍການຈະຊ່ວຍໃຫ້ຂ້າພະເຈົ້າມີຄວາມເຂົ້າໃຈຕື່ມອີກກ່ຽວກັບການເຄື່ອນໄຫວດັ່ງກ່າວ.”

 

ຄັດສະເໜີບາງເນື້ອໃນຈົດໝາຍ ແລະ ຕອບບາງຄຳຖາມ ເຊິ່ງທ່ານຜູ້ຟັງ ຜູ້ອ່ານຝາກມາລາຍການ - ảnh 2ພິທີມອບຫຼຽນໄຊເພື່ອພາລະກິດພັດທະນາ ແລະ ຫຼຽນໄຊມິດຕະພາບໃຫ້ບາງໝູ່ຄະນະ ແລະ ສ່ວນບຸກຄົນບັນດາແຂວງ ເຊີນລາ - ດ້ຽນບຽນ ແລະ ລາຍເຈົາ  


ເພື່ອນ ອາມິນຕາ ທີ່ຮັກແພງ! ວັນທີ 12 ຕຸລາ ຢູ່ແຂວງ ຜົ້ງສາລີ ໄດ້ດຳເນີນພິທີໂຮມຊຸມນຸມມິດຕິງສະເຫຼີມສະຫຼອງປີສາມັກຄີມິດຕະພາບ ຫວຽດນາມ - ລາວ ຢ່າງສົມກຽດ. ພິທີໂຮມຊຸມນຸມມິດຕິງ ເພື່ອແນໃສ່ຫວນຄືນມູນເຊື້ອໃນພາລະກິດຕໍ່ສູ້ຍາດເອົາເອກະລາດໃນເມື່ອກ່ອນ ກໍ່ຄືໃນພາລະກິດສ້າງສາ ແລະ ປົກປັກຮັກສາປະເທດຊາດຄືໃນປະຈຸບັນຂອງ 2 ຊາດ ຫວຽດນາມ ແລະ ລາວ. ພິເສດ ນັບແຕ່ປີ 1986, ເມື່ອ 2 ປະເທດດຳເນີນພາລະກິດປ່ຽນແປງໃໝ່, ການພົວພັນຮ່ວມມືລະຫວ່າງ 2 ປະເທດເວົ້າລວມ, ລະຫວ່າງແຂວງ ຜົ້ງສາລີ ແລະ ບັນດາແຂວງພາກຕາເວັນຕົກສ່ຽງເໜືອຂອງ ຫວຽດນາມ ເວົ້າສະເພາະ ນັບມື້ນັບໄດ້ຮັບການປັບປຸງ ແລະ ພັດທະນາໃນບັນດາຂົງເຂດທີ່ເໝາະສົມກັບສະພາບການໃໝ່.

        ເນື່ອງໃນໂອກາດນີ້, ຜູ້ຕາງໜ້າການນຳແຂວງ ຜົ້ງສາລີ ໄດ້ມອບຫຼຽນໄຊເພື່ອພາລະກິດພັດທະນາ ແລະ ຫຼຽນໄຊມິດຕະພາບໃຫ້ບາງໝູ່ຄະນະ ແລະ ສ່ວນບຸກຄົນບັນດາແຂວງ ເຊີນລາ - ດ້ຽນບຽນ ແລະ ລາຍເຈົາ ຂອງຫວຽດນາມ ເຊິ່ງມີບັນດາຜົນງານດີເດັ່ນໃນການປະກອບສ່ວນໃຫ້ການພົວພັນ ຫວຽດນາມ - ລາວ.

ສ່ວນໃນອີແມວສົ່ງມາຍັງລາຍການຂອງເພື່ອນ ເບັນ ພິມມະສອນ ຢູ່ແຂວງ ຈຳປາສັກ ຂຽນວ່າ: “ຂ້າພະເຈົ້າສົນໃຈທີ່ສຸດເຖິງບັນດາການເຄື່ອນໄຫວຂອງຊາວໜຸ່ມ ອາຊຽນ, ພິເສດ ແມ່ນໃນໄລຍະຈະມາເຖິງ ຈະດຳເນີນໂຄງການ “ກຳປັ່ນຊາວໜຸ່ມ ອາຊຽນ - ຍີ່ປຸ່ນ” ໂດຍຜ່ານທາງລາຍການ, ຂ້າພະເຈົ້າຢາກເຂົ້າໃຈແຈ້ງກ່ວາ ກ່ຽວກັບໂຄງການ “ກຳປັ່ນຊາວໜຸ່ມ ອາຊຽນ - ຍີ່ປຸ່ນ 2017” ຂໍຂອບໃຈ”.


ຄັດສະເໜີບາງເນື້ອໃນຈົດໝາຍ ແລະ ຕອບບາງຄຳຖາມ ເຊິ່ງທ່ານຜູ້ຟັງ ຜູ້ອ່ານຝາກມາລາຍການ - ảnh 3 ລາຍການສະແດງສິລະປະຂອງຊາວໜຸ່ມເດີນທະເລ ລາວ

ເພື່ອນ ເບັນ ພິມມະສອນ ທີ່ຮັກເພງ! ໂຄງການ ກຳປັ່ນຊາວໜຸ່ມ ອາຊຽນ - ຍີ່ປຸ່ນ (SSEAYP) ປີ 2017 ຈະດຳເນີນແຕ່ວັນທີ 24 ຕຸລາ - ວັນທີ 12 ທັນວາ ປີ2017 ຢູ່ ຍີ່ປຸ່ນ, ກຳປູເຈຍ, ໄທ, ອິນໂດເນເຊຍ ແລະ ມາເລເຊຍ. ຈຸດປະສົງຂອງໂຄງການ ແມ່ນເພື່ອແນໃສ່ເພີ່ມທະວີນ້ຳໃຈມິດຕະພາບ ແລະ ຄວາມເຂົ້າອົກເຂົ້າໃຈເຊິ່ງກັນ ແລະ ກັນລະຫວ່າງຊາວໜຸ່ມ ຍີ່ປຸນ ແລະ ຊາວໜຸ່ມບັນດາປະເທດ ອາຊຽນ. ພິເສດແມ່ນສຳລັບເພື່ອນໜຸ່ມແຕ່ລະຄົນ ນີ້ແມ່ນໂອກາດອັນລ້ຳຄ່າ ເພື່ອຊອກຮູ້, ຢ້ຽມຢາມບັນດາພື້ນຖານວັດທະນະທຳທີ່ແຕກຕ່າງກັນໃນພາກພື້ນ.

        ເຂົ້າຮ່ວມໂຄງການດັ່ງກ່າວ, ບັນດາຜູ້ແທນຈະມີໂອກາດພ້ອມກັນດຳເນີນຊີວິດ, ກິນຢູ່, ພັກເຊົາ ແລະ ທຳການພົວພັນແລກປ່ຽນໃນກ່ຳປັ່ນ, ຢ້ຽມຢາມບັນດາປະເທດ ອາຊຽນ ແລະ ຍີ່ປຸ່ນ. ໃນໄລຍະເວລາ ທີ່ກ່ຳປັ່ນເດີນທາງອອກຈາກປະເທດນີ້ ໄປຍັງປະເທດອື່ນ, ບັນດາຜູ້ແທນຈະເຂົ້າຮ່ວມການປຶກສາຫາລືຕາມກຸ່ມ ກ່ຽວກັບບັນຫາຫົວຂໍ້ ເຊິ່ງຊາວໜຸ່ມພາກພື້ນມີຄວາມສົນໃຈ; ຈັດຕັ້ງບັນດາການເຄື່ອນໄຫວພົວພັນແລກປ່ຽນກຸ່ມສາມັກຄີ; ຈັດຕັ້ງບັນດາສະໂມສອນແນະນຳກ່ຽວກັບວັດທະນະທຳ, ການດຳເນີນຊີວິດເປັນເອກະລັກສະເພາະຂອງປະເທດຊາດ. ນອກນັ້ນ, ຢູ່ບັນດາປະເທດ ທີ່ກ່ຳປັ່ນແວ່ຢາມ, ບັນດາຜູ້ແທນຈະເຂົ້າຢ້ຽມຂ່ຳນັບການນຳລັດຖະບານຢູ່ປະເທດປະຈຳຖິ່ນ, ພົວພັນແລກປ່ຽນກັບຊາວໜຸ່ມທ້ອງຖິ່ນ, ໄປທັດສະນະສຶກສາບັນດາອົງການສຳນັກງານ, ໂຮງຈັກ ໂຮງງານ, ຢ້ຽມຢາມບັນດາທັດສະນີຍະພາບ, ເຂົ້າຮ່ວມການກິນຢູ່ກັບປະຊາຊົນ.  

ຄັດສະເໜີບາງເນື້ອໃນຈົດໝາຍ ແລະ ຕອບບາງຄຳຖາມ ເຊິ່ງທ່ານຜູ້ຟັງ ຜູ້ອ່ານຝາກມາລາຍການ - ảnh 4  ລາຍການສະແດງສິລະປະຂອງຊາວໜຸ່ມເດີນທະເລ ລາວ
ຄັດສະເໜີບາງເນື້ອໃນຈົດໝາຍ ແລະ ຕອບບາງຄຳຖາມ ເຊິ່ງທ່ານຜູ້ຟັງ ຜູ້ອ່ານຝາກມາລາຍການ - ảnh 5

ດັ່ງທີ່ກ່າວມາຂ້າງເທິງແມ່ນເນື້ອໃນຄຳເຫັນ ແລະ ຄຳຖາມຂອງຜູ້ຟັງບາງທ່ານທີ່ຝາກມາລາຍການ ໃນອາທິດທີ່ຜ່ານມາ. ຖ້າຫາກທ່ານຜູ້ຟັງ, ຜູ້ຊົມທ່ານໃດ ມີຄວາມສົນໃຈຕໍ່ບັນຫາໃດໜຶ່ງ, ກໍ່ສາມາດຝາກຈົດໝາຍມາຍັງລາຍການຂອງພວກເຮົາໄດ້ເລີຍ ໂດຍຈ່າໜ້າຊອງວ່າ: ພາກພາສາລາວ, ວິທະຍຸກະຈາຍສຽງຫວຽດນາມ, ເຮືອນເລກທີ 45 ຖະໜົນ ບ່າຈ້ຽວ, ຮ່າໂນ້ຍ. ຫຼື ໂທລະສັບມາໂດຍກົງກໍ່ໄດ້ ຕາມເບີໂທ 0084.243.825.6631 ຫຼື ອີແມວ laovov5@gmail.com. ທ່ານຜູ້ຟັງກໍ່ສາມາດໃຫ້ຄຳຕິຊົມໃນເວັບໄຊ vovworld.vn ຂອງພວກເຮົາ ແລະ ຮັບຟັງລາຍການໂດຍກົງຜ່ານຊອບແວ VOV Media ໃນໂທລະສັບມືຖື ແລະ ອາຍແປັດ.

ຕອບກັບ

ຂ່າວ/ບົດ​ອື່ນ