ຄັດສະເໜີບາງເນື້ອໃນຈົດໝາຍ ແລະ ຕອບບາງຄຳຖາມ ເຊິ່ງທ່ານຜູ້ຟັງ ຜູ້ອ່ານຝາກມາລາຍການ

(VOVWORLD) - ຂອບໃຈລາຍການພາກພາສາລາວ, ລະບົບກະຈາຍສຽງພາກພາສາຕ່າງປະເທດແຫ່ງຊາດ, ວິທະຍຸກະຈາຍສຽງ ຫວຽດນາມ ໄດ້ແນະນຳໃຫ້ພວກຂ້າພະເຈົ້າມີຄວາມເຂົ້າໃຈແຈ້ງກ່ວາ ກ່ຽວກັບບັນດາຄຳຖາມ ເຊິ່ງພວກຂ້າພະເຈົ້າໄດ້ສົ່ງມາຍັງລາຍການ. ຂໍຂອບໃຈ

ໃນອາທິດຜ່ານມາ, ລະບົບກະຈາຍສຽງພາກພາສາຕ່າງປະເທດແຫ່ງຊາດ, ວິທະຍຸກະຈາຍສຽງ ຫວຽດນາມ ສືບຕໍ່ໄດ້ຮັບ ໂທລະສັບ, ອີແມວ, ຈົດໝາຍຫລາຍສະບັບ ຈາກຜູ້ຢຟັງຢູ່ຫລາຍປະເທດໃນໂລກຝາກມາລາຍການຄື: ແອັດສະປາຍ, ອັງກິດ, ຍີ່ປຸ່ນ...ໃນນັ້ນ ຜູ້ຟັງລາວຫລາຍທ່ານ ກໍ່ຄືຜູ້ຟັງ ຫວຽດນາມ ໄດ້ສະແດງຄວາມສົນໃຈເຖິງການເຄື່ອນໄຫວຮ່ວມມືມິດຕະພາບ ຫວຽດນາມ - ລາວ. ໃນລາຍການ “ໂອ້ລົມກັບເພື່ອນລາວ” ມື້ນີ້, ພວກເຮົາຂໍຄັດສະເໜີບາງເນື້ອໃນຈົດໝາຍ ແລະ ຕອບບາງຄຳຖາມ ເຊິ່ງທ່ານຜູ້ຟັງ ຜູ້ອ່ານຝາກມາລາຍການ. ເຊີນທ່ານຕິດຕາມຮັບຟັງ.

ໃນອາທິດຜ່ານມາ, ເພື່ອນ ສຸກສາຄອນ, ເພື່ອນ ສອນໄຊ ໄດ້ສົ່ງອີແມວມາຍັງລາຍການດ້ວຍເນື້ອໃນວ່າ: “ຂອບໃຈລາຍການພາກພາສາລາວ, ລະບົບກະຈາຍສຽງພາກພາສາຕ່າງປະເທດແຫ່ງຊາດ, ວິທະຍຸກະຈາຍສຽງ ຫວຽດນາມ ໄດ້ແນະນຳໃຫ້ພວກຂ້າພະເຈົ້າມີຄວາມເຂົ້າໃຈແຈ້ງກ່ວາ ກ່ຽວກັບບັນດາຄຳຖາມ ເຊິ່ງພວກຂ້າພະເຈົ້າໄດ້ສົ່ງມາຍັງລາຍການ. ຂໍຂອບໃຈ.

ຄັດສະເໜີບາງເນື້ອໃນຈົດໝາຍ ແລະ ຕອບບາງຄຳຖາມ ເຊິ່ງທ່ານຜູ້ຟັງ ຜູ້ອ່ານຝາກມາລາຍການ - ảnh 1 ການເຄື່ອນໄຫວບໍລິຈາກເງິນສະໜັບສະໜູນພໍ່ແມ່ປະຊາຊົນຊາວ ຫວຽດນາມ

        ໃນອີແມວສົ່ງເຖິງລາຍການ, ເພື່ອນ ຫງວຽນວັນນາມ ຢູ່ແຂວງ ດ້ຽນບຽນ ຫວຽດນາມ ແບ່ງປັນວ່າ: “ໂດຍສືບຕໍ່ບັນດາການເຄື່ອນໄຫວສະໜັບສະໜູນພໍ່ແມ່ປະຊາຊົນຖືກຜົນເສຍຫາຍຈາກພະຍຸ, ນ້ຳຖ້ວມ. ໃນອາທິດຜ່ານມາ, ຂ້າພະເຈົ້າໄດ້ຮູ້ວ່າ ສະຖານທູດ ຫວຽດນາມ ປະຈຳ ລາວ ໄດ້ຈັດຕັ້ງບັນດາການເຄື່ອນໄຫວບໍລິຈາກເງິນສະໜັບສະໜູນພໍ່ແມ່ປະຊາຊົນຊາວ ຫວຽດນາມ ທີ່ຖືກຜົນສະທ້ອນຈາກພະຍຸລູກທີ 12. ຫວັງວ່າ ທາງລາຍການຈະແນະນຳໃຫ້ຂ້າພະເຈົ້າເຂົ້າໃຈແຈ້ງກ່ວາ ກ່ຽວກັບການເຄື່ອນໄຫວດັ່ງກ່າວ.”

        ເພື່ອນ ຫງວຽນວັນນາມ ທີ່ຮັກແພງ! 6.782 USD ແມ່ນຈຳນວນເງິນ ຊຶ່ງພໍ່ແມ່ປະຊາຊົນຊາວ ຫວຽດນາມ ອາໄສຢູ່ນະຄອນຫລວງ ວຽງຈັນ (ລາວ), ບັນດາພະນັກງານ, ພາລະກອນສະຖານທູດ ແລະ ບັນດາອົງການຕາງໜ້າຂອງ ຫວຽດນາມ ປະຈຳ ລາວ, ບັນດາວິສາຫະກິດ ຫວຽດນາມ ຮ່ວມມື ແລະ ລົງທຶນຢູ່ ລາວ ໄດ້ບໍລິຈາກ ແລະ ຄິດໄລ່ຮອດວັນທີ 25 ພະຈິກ ເພືີ່ອສະໜັບສະໜູນພໍ່ແມ່ປະຊາຊົນຊາວ ຫວຽດນາມ ຖືກຜົນສະທ້ອນຈາກພະຍຸລູກທີ 12. ນີ້ເປັນຄັ້ງທີ 3 ໃນປີ 2017 ທີ່ສະຖານທູດ ຫວຽດນາມ ປະຈຳ ລາວ ໄດ້ຈັດຕັ້ງການບໍລິຈາກ, ສະແດງຄວາມຮັກແພງກັນ, ແບ່ງປັນ, ອຸ້ມຊູຊ່ວຍເຫລືອເຊິ່ງກັນ ແລະ ກັນ. ການເຄື່ອນໄຫວບໍລິຈາກນີ້ ຈະສືບຕໍ່ດຳເນີນໄປຈົນຮອດວັນທີ 01 ທັນວາ 2017 ຈຶ່ງອັດລົງຢູ່ສຳນັກງານສະຖານທູດ ຫວຽດນາມ ປະຈຳ ລາວ ຢູ່ນະຄອນຫລວງ ວຽງຈັນ.

ສ່ວນໃນອີແມວທີ່ສົ່ງມາລາຍການຂອງເພື່ອນ ອາມິນຕາ ຢູ່ແຂວງ ຈຳປາສັກ ຂຽນວ່າ: “ໃນອາທິດຜ່ານມາ ຍ້ອນຄ້າງຄາກັບວຽກງານ ດັ່ງນັ້ນ ຂ້າພະເຈົ້າບໍ່ໄດ້ຕິດຕາມຂ່າວກ່ຽວກັບການເຄື່ອນໄຫວຮ່ວມມືລະຫວ່າງ ຫວຽດນາມ - ລາວ, ພິເສດແມ່ນການຢ້ຽມຢາມ ລາວ ຂອງບັນດາຄະນະຜູ້ແທນ ຫວຽດນາມ. ຫວັງວ່າ ທາງລາຍການ ຈະສະຫລຸບຫຍໍ້ຊ່ວຍຂ້າພະເຈົ້າມີຄວາມເຂົ້າໃນ ກ່ຽວກັບບັນດາການເຄື່ອນໄຫວພົ້ນເດັ່ນຂອງບັນດາຄະນະຜູ້ແທນ ຫວຽດນາມ ຢູ່ລາວໄດ້ບໍ ”.

ຄັດສະເໜີບາງເນື້ອໃນຈົດໝາຍ ແລະ ຕອບບາງຄຳຖາມ ເຊິ່ງທ່ານຜູ້ຟັງ ຜູ້ອ່ານຝາກມາລາຍການ - ảnh 2 ຄະນະຜູ້ແທນຂັ້ນສູງນະຄອນຫລວງ ຮ່າໂນ້ຍ ພົບປະ, ເຈລະຈາກັບຄະນະຜູ້ແທນຂັ້ນສູງນະຄອນຫລວງ ວຽງຈັນ

        ເພື່ອນ ອາມິນຕາ ທີ່ຮັກເພງ! ການພົວພັນຮ່ວມມືລະຫວ່າງ 2 ປະເທດ ຫວຽດນາມ ແລະ ລາວ ນັບມື້ນັບສະໜິດແໜ້ນ ແລະ ໄດ້ຮັບການຍູ້ແຮງຢູ່ທຸກຂັ້ນ. ໃນອາທິດຜ່ານມາ, ມີ 2 ການເຄື່ອນໄຫວພົ້ນເດັ່ນຂອງຄະນະຜູ້ແທນ ຫວຽດນາມ, ນັ້ນແມ່ນການຢ້ຽມຢາມ ລາວ ຂອງຄະນະຜູ້ແທນກະຊວງຍຸຕິທຳ ຫວຽດນາມ ແລະ ຄະນະຜູ້ແທນຂັ້ນສູງນະຄອນຫລວງ ຮ່າໂນ້ຍ. ວັນທີ 27 ພະຈິກ, ທີ່ການຕ້ອນຮັບຄະນະຜູ້ແທນກະຊວງຍຸຕິທຳ ຫວຽດນາມ ໂດຍທ່ານເລແທງລອງ ລັດຖະມົນຕີກະຊວງດັ່ງກ່າວນຳໜ້າຢ້ຽມຢາມ ລາວ ແຕ່ວັນທີ 26 – 28 ພະຈິກ, ທ່ານນາງປະທານສະພາແຫ່ງຊາດ ລາວ ປານີ ຢາທໍ່ຕູ້ ເນັ້ນໜັ້ກວ່າ ການຢ້ຽມຢາມຂອງຄະນະມີຄວາມໝາຍພິເສດ ເມື່ອ 2 ປະເທດ ໄດ້ ແລະ ພວມມີບັນດາການເຄື່ອນໄຫວສະເຫຼີມສະຫຼອງ 55 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ; 40 ປີແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະ ຮ່ວມມື ຫວຽດນາມ - ລາວ ແລະ 35 ປີແຫ່ງວັນການຮ່ວມມືດ້ານຕຸລາການ ຫວຽດນາມ - ລາວ. ທ່ານນາງປະທານສະພາແຫ່ງຊາດ ລາວ ຕີລາຄາສູງການຮ່ວມມືຂອງຂະແໜງຍຸຕິທຳ 2 ປະເທດຢ່າງແທດຈິງ ແລະ ມີປະສິດທິຜົນ, ປະກອບສ່ວນເພີ່ມພູນຄູນສ້າງການພົວພັນມິດຕະພາບທີ່ເປັນມູນເຊື້ອ, ນ້ຳໃຈສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ 2 ພັກ, 2 ລັດ ແລະ ປະຊາຊົນ 2 ປະເທດ ຫວຽດນາມ ແລະ ລາວ. ກ່ອນໜ້ານັ້ນ, ຄະນະຜູ້ແທນກະຊວງຍຸຕິທຳ ຫວຽດນາມ ໄດ້ມີການເຈລະຈາກັບຄະນະຜູ້ແທນກະຊວງຍຸຕິທຳ ລາວ ໂດຍທ່ານລັດຖະມົນຕີ ໄຊສີ ສັນຕິວົງ ນຳໜ້າ. ສິ້ນສຸດການເຈລະຈາ, ລັດຖະມົນຕີ 2 ທ່ານໄດ້ເປັນສັກຂີພິຍານໃນພິທີລົງນາມໂຄງການຮ່ວມມືປີ 2018 ລະຫວ່າງ 2 ກະຊວງຍຸຕິທຳ ຫວຽດນາມ ແລະ ລາວ.

        ຕໍ່ຈາກນັ້ນ ວັນທີ 24 ພະຈິກ, ຄະນະຜູ້ແທນຂັ້ນສູງນະຄອນຫລວງ ຮ່າໂນ້ຍ ໂດຍທ່ານ ຮ່ວາງຈູງຫາຍ ເລຂາຄະນະພັກນະຄອນ ຮ່າໂນ້ຍ ນຳໜ້າໄດ້ໄປຢ້ຽມຢາມ ແລະ ເຮັດວຽກຢູ່ນະຄອນຫລວງ ວຽງຈັນ ແຕ່ວັນທີ 24 – 26 ພະຈິກ. ຄະນະໄດ້ມີການພົບປະ, ເຈລະຈາກັບຄະນະຜູ້ແທນຂັ້ນສູງນະຄອນຫລວງ ວຽງຈັນ ໂດຍທ່ານ ສິນລະວົງ ຄຸດໄພທູນ ກຳມະການກົມການເມືອງ, ເລຂາຄະນະພັກ, ເຈົ້າຄອງນະຄອນຫລວງ ວຽງຈັນ ນຳ ໜ້າ. ໃນບັນຍາກາດສາມັກຄີ ແລະ ເປີດອົກເປີດໃຈ, ການນຳ 2 ນະຄອນຫລວງໄດ້ຕີລາຄາໂດຍສັງເຂບໝາກຜົນແຫ່ງການພົວພັນຮ່ວມມືລະຫວ່າງ 2 ນະຄອນຫລວງໃນໄລຍະຜ່ານມາ. ສິ້ນສຸດການເຈລະຈາ, 2 ຝ່າຍບັນລຸໄດ້ຄວາມເຫັນດີເປັນເອກະພາບສູງກ່ຽວກັບທິດທາງຮ່ວມມື ແລະ ພ້ອມກັນລົງນາມໃນບົດບັນທຶກຊ່ວຍຈຳຮ່ວມມືໄລຍະ 2017 – 2020 ເພື່ອເປັນພື້ນຖານໃຫ້ບັນດາການເຄື່ອນໄຫວຮ່ວມມື 2 ຝ່າຍຢ່າງລະອຽດ ໃນຊຸມປີຕໍ່ໄປ. ການນຳນະຄອນຫລວງ 2 ທ່ານໄດ້ຢືນຢັນເຖິງຄວາມ ສະເໝີຕົ້ນສະເໝີປາຍໃນການສືບຕໍ່ຮັກສາ ແລະ ເພີ່ມທະວີການພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ 2 ປະເທດ ຫວຽດນາມ - ລາວ, ເປັນແບບຢ່າງໃຫ້ບັນດາທ້ອງຖິ່ນ 2 ຝ່າຍ.

ດັ່ງທີ່ກ່າວມາຂ້າງທິງ ແມ່ນບາງຂ່າວທີ່ພົ້ນເດັ່ນກ່ຽວກັບບັນດາການຢ້ຽມຢາມ ລາວ ຂອງບັນດາຄະນະຜູ້ແທນ ຫວຽດນາມ, ເພື່ອໃຫ້ມີຄວາມເຂົ້າໃຈແຈ້ງກ່ວາ ກ່ຽວກັບຂໍ້ມູນຂ່າວຂອງບັນດາຄະນະຜູ້ແທນ ລາວ ມາຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ, ເພື່ອນ ອາມິນຕາ ສາມາດເຂົ້າອ່ານໃນເວັບໄຊຂອງລາຍການພວກຂ້າພະເຈົ້າຕາມທີ່ຢູ່ vovworld.vn ຫຼື vov5.vn

ດັ່ງທີ່ກ່າວມາຂ້າງເທິງແມ່ນເນື້ອໃນຄຳເຫັນ ແລະ ຄຳຖາມຂອງຜູ້ຟັງບາງທ່ານທີ່ຝາກມາລາຍການ ໃນອາທິດທີ່ຜ່ານມາ. ຖ້າຫາກທ່ານຜູ້ຟັງ, ຜູ້ຊົມທ່ານໃດ ມີຄວາມສົນໃຈຕໍ່ບັນຫາໃດໜຶ່ງ, ກໍ່ສາມາດຝາກຈົດໝາຍມາຍັງລາຍການຂອງພວກເຮົາໄດ້ເລີຍ ໂດຍຈ່າໜ້າຊອງວ່າ: ພາກພາສາລາວ, ວິທະຍຸກະຈາຍສຽງຫວຽດນາມ, ເຮືອນເລກທີ 45 ຖະໜົນ ບ່າຈ້ຽວ, ຮ່າໂນ້ຍ. ຫຼື ໂທລະສັບມາໂດຍກົງກໍ່ໄດ້ ຕາມເບີໂທ 0084.243.825.6631 ຫຼື ອີແມວ laovov5@gmail.com. ທ່ານຜູ້ຟັງກໍ່ສາມາດໃຫ້ຄຳຕິຊົມໃນເວັບໄຊ vovworld.vn ຂອງພວກເຮົາ ແລະ ຮັບຟັງລາຍການໂດຍກົງຜ່ານຊອັບແວ VOV Media ໃນໂທລະສັບມືຖື ແລະ ໄອແພັດ

ຕອບກັບ

ຂ່າວ/ບົດ​ອື່ນ