ຄັດສະເໜີບາງເນື້ອໃນຈົດໝາຍ ແລະ ຕອບບາງຄຳຖາມເຊິ່ງທ່ານຜູ້ຟັງ ຜູ້ອ່ານໄດ້ຝາກມາລາຍການ

(VOVWORLD) -ໃນອາທິດຜ່ານມາ, ລາຍການພາກພາສາ ລາວ, ລະບົບກະຈາຍສຽງພາກພາສາຕ່າງປະເທດແຫ່ງຊາດ, ວິທະຍຸກະຈາຍສຽງ ຫວຽດນາມ ສືບຕໍ່ໄດ້ຮັບ ໂທລະສັບ, ອີແມວ, ຈົດໝາຍຫລາຍສະບັບຈາກທ່ານຜູ້ຟັງທີ່ຝາກມາລາຍການດ້ວຍເນື້ອໃນຈັບອົກຈັບໃຈຫລາຍຢ່າງ, ສະແດງຄວາມສົນໃຈເຖິງການພົວພັນມິດຕະພາບ ຫວຽດນາມ - ລາວ, ລາວ - ຫວຽດນາມ. ພິເສດແມ່ນຂົງເຂດວັດທະນະທຳ - ການສຶກສາ. ໃນລາຍການ “ໂອ້ລົມກັບເພື່ອນລາວ” ມື້ນີ້, ພວກເຮົາຂໍຄັດສະເໜີບາງເນື້ອໃນຈົດໝາຍ ແລະ ຕອບບາງຄຳຖາມເຊິ່ງທ່ານຜູ້ຟັງ ຜູ້ຊົມໄດ້ຝາກມາລາຍການ. ເຊີນທ່ານຕິດຕາມຮັບຟັງ.
ຄັດສະເໜີບາງເນື້ອໃນຈົດໝາຍ ແລະ ຕອບບາງຄຳຖາມເຊິ່ງທ່ານຜູ້ຟັງ ຜູ້ອ່ານໄດ້ຝາກມາລາຍການ - ảnh 1 ສະໂມສອນວັດທະນະທຳ ລາວ - ເຊື່ອມຕໍ່ຄວາມຮັກແພງ


ໃນອາທິດຜ່ານມາ, ເພື່ອນ ຕາແກ້ວ,  ເພື່ອນ ຄຳແບງ ແລະ ເພື່ອນ ວັນທາ ໄດ້ສົ່ງອີແມວມາຍັງລາຍການດ້ວຍເນື້ອໃນວ່າ: “ຂອບໃຈລາຍການພາກພາສາລາວ, ລະບົບກະຈາຍສຽງພາກພາສາຕ່າງປະເທດແຫ່ງຊາດ, VOV ໄດ້ແນະນຳໃຫ້ພວກຂ້າພະເຈົ້າມີຄວາມເຂົ້າໃຈຕື່ມອີກ ກ່ຽວກັບຊີວິດການເປັນຢູ່ ແລະ ພາລະກິດປະຕິວັດປົກປ່ອຍຊາດ ຫວຽດນາມ ຂອງປະທານ ໂຮ່ຈີມິນ”.

ໃນຈົດໝາຍຝາກມາຍັງລາຍການ ເພື່ອນ ເພັດສະຫວັນ ສົມສະນິດ ຢູ່ແຂວງ ບໍລິຄຳໄຊ ແລະ  ເພື່ອນ ເບັນ ພິມມະສອນ ຢູ່ນະຄອນຫລວງ ວຽງຈັນ ຂຽນວ່າ: “ພວກຂ້າພະເຈົ້າຄາດວ່າຈະໄປຮ່ຳຮຽນຢູ່ປະເທດ ຫວຽດນາມ ໃນໄລຍະຈະມາເຖິງ, ໂດຍຜ່ານໂຄງການທຶນການສຶກສາຂອງລັດຖະບານ ຫວຽດນາມ ສະຫງວນໃຫ້ນັກສຶກສາ ລາວ. ສະນັ້ນພວກຂ້າພະເຈົ້າຢາກໃຫ້ລາຍການພາກພາສາ ລາວ ແນະນຳໃຫ້ພວກຂ້າພະເຈົ້າເຂົ້າໃຈຕື່ມອີກກ່ຽວກັບໂຄງການທຶນການສຶກສາປີ 2017 ລະຫວ່າງ 2 ລັດຖະບານ ຫວຽດນາມ ແລະ ລາວ. ຂໍຂອບໃຈ”.

ເພື່ອນ ເພັດສະຫວັນ ສົມສະນິດ ແລະ  ເພື່ອນ ເບັນ ພິມມະສອນ ທີ່ຮັກແພງ! ຕາມຄວາມຮັບຮູ້ຂອງພວກຂ້າພະເຈົ້າແລ້ວ, ລັດຖະບານ 2 ປະເທດ ຫວຽດນາມ ແລະ ລາວ ສືບຕໍ່ເອົາໃຈໃສ່ສະຫງວນບຸລິມະສິດສູງໃຫ້ແກ່ຂົງເຂດການສຶກສາບຳລຸງສ້າງ. ປີ 2017 ລັດຖະບານ ຫວຽດນາມ ສະໜອງທຶນການສຶກສາໃຫ້ພະນັກງານ, ນັກຮຽນ ລາວ ມາຮ່ຳຮຽນຢູ່ ຫວຽດນາມ ກ່ວາ 1.000 ທຶນ; ລັດຖະບານ ລາວ ສະໜອງທຶນການສຶກສາໃຫ້ພະນັກງານ, ນັກຮຽນ ຫວຽດນາມ ໄປຮ່ຳຮຽນຢູ່ ລາວ 60 ທຶນ ຕາມຫຼັກສູດປະລິຍາຕີ, ປະລິຍາໂທ ແລະ ຝຶກອົບຮົມໄລຍະສັ້ນ. ນອກນັ້ນ ຢູ່ບັນດາທ້ອງຖິ່ນ, ວິສາຫະກິດຂອງ ຫວຽດນາມ ຍັງມີບັນດາການໜູນຊ່ວຍດ້ວຍແຫຼ່ງກຳລັງຂອງຕົນ ໃນວຽກງານກໍ່ສ້າງແຫຼ່ງຊັບພະຍາກອນມະນຸດໃຫ້ແກ່ ລາວ.

ມາເຖິງປະຈຸບັນ, ຈຳນວນນັກສຶກສາ ລາວ ພວມຮ່ຳຮຽນຢູ່ ຫວຽດນາມ ປະມານ 14.000 ຄົນ (ທຶນຕາມສັນຍາແມ່ນ 3.075 ຄົນ, ທຶນຕາມການຮ່ວມມືລະຫວ່າງບັນດາກະຊວງ, ຂະແໜງການ, ທ້ອງຖິ່ນແມ່ນ 4.395 ຄົນ; ທຶນອຸປະຖຳຂອງບັນດາອົງການຈັດຕັ້ງສາກົນແມ່ນ 24 ຄົນ; ວິສາຫະກິດ 30 ຄົນ ແລະ ທຶນສ່ວນຕົວ 4.663 ຄົນ). ເລື່ອງຄັດເລືອກ ນັກສຶກສາໃຫ້ສົກຮຽນ 2017 ພວມໄດ້ຮັບການສົມທົບກັນຜັນຂະຫຍາຍຈາກ 2 ຂະແໜງການສຶກສາ 2 ປະເທດ. ວຽກງານກໍ່ສ້າງຖັນແຖວພະນັກງານ ແລະ ແຫຼ່ງຊັບພະຍາກອນມະນຸດໃຫ້ ລາວ ນັບມື້ນັບໄດ້ຮັບການເພີ່ມທະວີກ່ຽວກັບຈຳນວນ, ປັບປຸງດ້ານຄຸນນະພາບ ດ້ວຍບັນດາວິທີ ແລະ ຮູບການກໍ່ສ້າງຫລາຍຮູບຫລາຍແບບ, ອຸດົມສົມບູນ, ຕອບສະໜອງຄວາມຮຽກຮ້ອງຕ້ອງການປ່ຽນໃໝ່ຂອງ ລາວ; ບັນດາຮາກຖານກໍ່ສ້າງນັກສຶກສາ ລາວ ຢູ່ ຫວຽດນາມ ໄດ້ຮັບຄວາມເອົາໃຈໃສ່ເຖິງການລົງທຶນ, ຍົກລະດັບ. ຄຸນນະພາບການຮ່ຳຮຽນຂອງນັກສຶກສາ ລາວ ຕາມສັນຍາມີການຫັນປ່ຽນເປັນຢ່າງດີ.

ໃນຈົດໝາຍຂອງເພື່ອນ ອາມິນຕາ ຢູ່ແຂວງ ສາລະວັນ ຂຽນວ່າ: ຫວ່າງແລ້ວນີ້ ຂ້າພະເຈົ້າໄດ້ຊົມລາຍການຊາຍຄາອາຊຽນ ໃນເວັບໄຊ vov5.vn ໂດຍແນະນຳກ່ຽວກັບ “ສະໂມສອນວັດທະນະທຳ ລາວ - ເຊື່ອມຕໍ່ຄວາມຮັກແພງ”. ຂ້າພະເຈົ້າມີຄວາມປະທັບໃຈທີ່ສຸດ ກ່ຽວກັບສະໂມສອນວັດທະນະທຳ ລາວ ຂອງສະຖາບັນພົວພັນຕ່າງປະເທດ, ໄດ້ຊ່ວຍໃຫ້ບັນດາສະມາຊິກໃນສະໂມສອນມີຄວາມເຂົ້າໃຈກັນກ່ວາ, ສະໜິດຕິດພັນກັນກ່ວາ. ສະໂມສອນ ບໍ່ພຽງແຕ່ຊ່ວຍໃຫ້ນັກສຶກສາ ຫວຽດນາມ ເຂົ້າໃຈກ່ຽວກັບວັດທະນະທຳ ລາວ ເທົ່ານັ້ນ ຫາກຍັງຊ່ວຍໃຫ້ບັນດານັກສຶກສາ ລາວ ດຳເນີນຊີວິດໃນສະໂມສອນຝຶກຝົນຫຼໍ່ຫຼອມພາສາ ຫວຽດນາມ ຂອງຕົນຕື່ມອີກ. ຂ້າພະເຈົ້າເຫັນວ່າ ສະໂມສອນມີປະໂຫຍດ ແລະ ມີປະສິດທິຜົນທີ່ສຸດ.

ຄັດສະເໜີບາງເນື້ອໃນຈົດໝາຍ ແລະ ຕອບບາງຄຳຖາມເຊິ່ງທ່ານຜູ້ຟັງ ຜູ້ອ່ານໄດ້ຝາກມາລາຍການ - ảnh 2 ສະໂມສອນວັດທະນະທຳ ລາວ - ເຊື່ອມຕໍ່ຄວາມຮັກແພງ

ດັ່ງທີ່ກ່າວມາຂ້າງເທິງແມ່ນເນື້ອໃນຄຳເຫັນ ແລະ ຄຳຖາມຂອງຜູ້ຟັງບາງທ່ານທີ່ຝາກມາລາຍການ ໃນອາທິດຜ່ານມາ. ຖ້າຫາກ ຜູ້ຟັງ, ຜູ້ຊົມທ່ານໃດ ມີຄວາມສົນໃຈຕໍ່ບັນຫາໃດໜຶ່ງ, ກໍ່ສາມາດຝາກຈົດໝາຍມາຍັງລາຍການຂອງພວກເຮົາໄດ້ເລີຍ ໂດຍຈ່າໜ້າຊອງວ່າ: ພາກພາສາລາວ, ວິທະຍຸກະຈາຍສຽງຫວຽດນາມ, ເຮືອນເລກທີ 45 ຖະໜົນ ບ່າຈ້ຽວ, ຮ່າໂນ້ຍ. ຫຼື ໂທລະສັບມາໂດຍກົງກໍ່ໄດ້ ຕາມເບີໂທ 0084.438.256.631 ຫຼື ອີແມວ laovov5@gmail.com. ທ່ານຜູ້ຟັງກໍ່ສາມາດໃຫ້ຄຳຕິຊົມໃນເວັບໄຊ vovworld.vn ຂອງພວກເຮົາ ແລະ ຮັບຟັງລາຍການໂດຍກົງຜ່ານຊອບແວ VOV Media ໃນໂທລະສັບມືຖື ແລະ ອາຍແປັດ.

ຕອບກັບ

ຂ່າວ/ບົດ​ອື່ນ