ຄັດສະເໜີບາງເນື້ອໃນຈົດໝາຍ ແລະ ຕອບບາງຄຳຖາມເຊິ່ງທ່ານຜູ້ຟັງໄດ້ຝາກມາລາຍການ

ໃນ​ອາທິດ​ຜ່ານ​ມາ, ລາຍການພາກ​ພາສາ ລາວ, ລະບົບ​ກະຈາຍສຽງ​ພາກ​ພາສາ​ຕ່າງປະ​ເທດ​ແຫ່ງ​ຊາດ, ວິທະຍຸ​ກະຈາຍສຽງ ຫວຽດນາມ ສືບ​ຕໍ່ໄດ້​ຮັບ​ ໂທລະສັບ, ອີ​ແມວ, ຈົດໝາຍ​ຈາກ​ທ່ານຜູ້​ຟັງທີ່ຝາກ​ມາລາຍການ​ດ້ວຍ​ເນື້ອ​ໃນ​ດູດດຶມ​ຫລາຍ​ຢ່າງ ກ່ຽວ​ກັບ​ການ​ເຄື່ອນ​ໄຫວ​ພົບ​ປະ​​ແລກປ່ຽນມິດຕະພາບ, ການ​ຮ່ວມ​ມື​ວັດທະນະທຳ​, ສິລະ​ປະລະ​ຫວ່າງ 2 ປະ​ເທດ ຫວຽດນາມ - ລາວ, ລາວ - ຫວຽດນາມ. ​ໃນ​ລາຍ​ການ “​ໂອ້​ລົມ​ກັບ​ເພື່ອນ​ລາວ” ມື້​ນີ້, ພວກ​ເຮົາ​ຂໍ​ຄັດ​ສະ​ເໜີ​ບາງເນື້ອ​ໃນ​ຈົດໝາຍ ​ແລະ ຕອບ​ບາງ​ຄຳ​ຖາມ​ເຊິ່ງທ່ານ​ຜູ້​ຟັງ​ໄດ້​ຝາກ​ມາລາ​ຍການ. ​

ເພື່ອນ ວັນ​ລາ​ດາບຸດ ຢູ່​ແຂວງ ​ຜົ້ງ​ສາລີ ​ໄດ້​ສົ່ງອີ​ແມວ​ມາ​ຍັງ​ລາຍການ ດ້ວຍ​ເນື້ອ​ໃນ​ວ່າ: “ຂອບ​ໃຈ​ລາຍການ​ພາກ​ພາສາ​ລາວ, ລະບົບ​ກະຈາຍສຽງ​ພາກພາສາ​ຕ່າງປະ​ເທດ​ແຫ່ງຊາດ, VOV ​ໄດ້​ແນະນຳ​ໃຫ້​ຂ້າພະ​ເຈົ້າ​ບາງ​ຈຸດ​ພົ້ນ​ເດ່ັນ​ກ່ຽວ​ກັບ​ສະຖານ​ທີ່​ທ່ອງ​ທ່ຽວ​ຢູ່​ແຂວງ ດ້ຽນບຽນ, ຫວັງ​ວ່າ ​ໃນ​ການ​​ໄປຢ້ຽມຢາມ​ແຂວງ ດ້ຽນບຽນ ທີ່ຈະ​ມາ​ເຖິງ​ຂອງ​ຂ້າພະ​ເຈົ້າ ​ແລະ ຄອບຄົວ​ຈະ​ມີ​ຄວາມສະດວກ ​ແລະ ​ຈັບ​ອົກ​ຈັບ​ໃຈ”

ຄັດສະເໜີບາງເນື້ອໃນຈົດໝາຍ ແລະ ຕອບບາງຄຳຖາມເຊິ່ງທ່ານຜູ້ຟັງໄດ້ຝາກມາລາຍການ - ảnh 1
ສູນ​ກາງຄະນະ​ຊາວ​ໜຸ່ມ​ກອມ​ມູນິດ ​ໂຮ່ຈີ​ມິນ ​ແລະ ສູນ​ກາງ​ຄະນະ
​ຊາວ​ໜຸ່ມປະຊາຊົນ​ປະຕິວັດ ລາວ ຈະ​ສົມທົບ​ກັນເຄື່ອນ​ໄຫວ​ຫລາຍ​ຢ່າງ
(ພາບ: TTXVN)

ໃນ​ຈົດໝາຍ​ຝາກ​ມາລາ​ຍການ, ​ເພື່ອ ປາ​ນຸ​ສອນ ຈິ​ນດາ​ວົງ ຢູ່​ແຂວງ ບໍ​ລິ​ຄຳ​ໄຊ ​ແລະ ​ເພື່ອນ ​ເພັດ​ສະຫວັນ ສົມ​ສະ​ນິດ ຢູ່​ແຂວງ ອັດ​ຕະປື ຂຽນ​ວ່າ: ປີ 2016 ຜ່ານ​ມາ, ສູນ​ກາງ​ຄະນະ​ຊາວ​ໜຸ່ມ​ກອມ​ມູນິດ ​ໂຮ່ຈີ​ມິນ ​ແລະ ສູນ​ກາງ​ຄະນະ​ຊາວ​ໜຸ່ມ​ປະຊາຊົນ​ປະຕິວັດ ລາວ​ໄດ້​ຈັດ​ຕັ້ງ​ການ​ເຄື່ອນ​ໄຫວ​ແທດ​ຈິງຫລາຍ​ຢ່າງ, ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ເຂົ້າ​​ໃນ​ການ​ພັດທະນາ​ນ້ຳ​ໃຈ​ມິດຕະພາບ​ແບບ​ພິ​ເສດ​ຂອງ​ປະຊາຊົນ ​ແລະ ຊາວ​ໜຸ່ມ 2 ປະ​ເທດ.ສະ​ນັ້ນ ​ໃນ​ປີ 2017 ມີ​ບັນດາ​ການ​ເຄື່ອນ​ໄຫວ​ພົ້ນ​ເດັ່ນ​​ໃດ​ແດ່ ?

ເພື່ອນ ປາ​ນຸ​ສອນ ຈິ​ນດາ​ວົງ ​ແລະ ​ເພື່ອນ ​ເພັດ​ສະຫວັນ ສົມ​ສະ​ນິດ ທີ່​ຮັກ​ແພງ​ໃນປີ 2017 ​ແມ່ນ​ປີ​ທີ່​ມີ​ຄວາມ​ໝາຍ​ສຳຄັນພິ​ເສດ​ທີ່ສຸດ, ​ໃນ​ຂະນະ​ທີ່ ພັກ, ລັດ ​ແລະ ປະຊາຊົນ 2 ປະ​ເທດ​ພວມ​ແຂ່ງ​ຂັນກັນ, ຈັດ​ຕັ້ງ​ການ​ເຄື່ອນ​ໄຫວ​ຫລາຍ​ຢ່າງ ​ເພື່ອ​ສະ​ເຫຼີ​ມສະຫຼອງ 40 ປີ​ແຫ່ງ​ວັນ​ເຊັນ​ສົນທິສັນຍາ​ມິດຕະພາບ ​ແລະ ການ​ຮ່ວມ​ມື ຫວຽດນາມ - ລາວ ​ແລະ 55 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ ​ແລະ. ສູນ​ກາງຄະນະ​ຊາວ​ໜຸ່ມ​ກອມ​ມູນິດ ​ໂຮ່ຈີ​ມິນ ​ແລະ ສູນ​ກາງ​ຄະນະ​ຊາວ​ໜຸ່ມປະຊາຊົນ​ປະຕິວັດ ລາວ ຈະ​ສົມທົບ​ກັນ​ຜັນ​ຂະຫຍາຍ​ການ​ເຄື່ອນ​ໄຫວ​ຫລາຍ​ຢ່າງ ​ເພື່ອ​ຂ່ຳນັບ​ຮັບ​ຕ້ອນ​ປີ​ສາມັກຄີ​ມິດຕະພາບ ຫວຽດນາມ - ລາວ 2017. 2 ຝ່າຍ​ສືບ​ຕໍ່​ໂຄສະນາ, ສຶກສາ​ອົບຮົມໃຫ້​ຊາວ​ໜຸ່ມ, ​ເຍົາວະ​ຊົນ 2 ປະ​ເທດ​ກ່ຽວ​ກັບ​ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ລະຫວ່າງ​ 2 ປະ​ເທດ ຫວຽດນາມ - ລາວ. ສູນ​ກາງ​ຄະນະ​ຊາວ​ໜຸ່ມ​ກອມ​ມູນິດ ​ໂຮ່ຈີ​ມິນ ສື​ບຕໍ່​ສົມທົບ​ກັບ​ສູນ​ກາງ​ຄະ​ນະ​ຊາວ​ໜຸ່ມ​ປະຊາຊົນ​ປະຕິວັດ ລາວ ຈັດ​ຕັ້ງ​ບັນດາ​ຊຸດ​ບຳລຸງ​ກ່ຽວ​ກັບ​ວຽກ​ງານ​ຊາວ​ໜຸ່ມ​ໃຫ້​ແກ່​ພະນັກ​ງານ​ຄະນະ​ຊາວ​ໜຸ່ມ ລາວ. ​ໃນ​ປີ 2017 2 ຝ່າຍ​ຈະ​ສືບຕໍ່​ຈັດ​ຕັ້ງ​ລາຍການ​ພົບ​ປະ​ນັກ​ທຸລະ​ກິດ​ໜຸ່ມ ຫວຽດນາມ - ລາວ ຢູ່ ລາວ ​ເພື່ອ​ນຳ​ການ​ເຄື່ອນ​ໄຫວ​ນີ້ ກ້າວ​ເຂົ້າ​ສູ່​ລວງ​ເລິກ ​ແລະ ມີ​ປະສິດທິ​ຜົນ​ແທດ​ຈິງ​ກ່ວາ​ອີກ. ຄຽງ​ຂ້າງ​ນັ້ນ ຈະ​ຍູ້​ແຮງ​ການ​ເຄື່ອນ​ໄຫວ​ພົບ​ປະ​ແລກປ່ຽນ​ມິດຕະພາບ​ລະຫວ່າງ​ບັນດາ​​ຊາວ​ໜຸ່ມຂັ້ນ​ກະຊວງ 2 ປະ​ເທດ ​ເພື່ອ​ແລກປ່ຽນ​ບົດຮຽນ​ກ່ຽວ​ກັບ​ວຽກ​ງານຊາວ​ໜຸມ ​ແລະ ຂະ​ບວນການ​ຊາວ​ໜຸ່ມ, ອະນຸຊົນ, ກໍ່​ຄື​ຈັດ​ຕັ້ງ​ບັນດາ​ການ​ເຄື່ອນ​​ໄຫວ​ອາສາ​ສະໝັກ ​ເພື່ອສະຫວັດດີ​ການ​ສັງຄົມ​ຢູ່ ລາວ. ປີ 2017 2 ຝ່າຍ​ຈະ​ລົງ​ນາມ​ໃນ​ຂໍ້​ຕົກລົງ​ຮ່ວມ​ມື​ໄລຍະ 2017 – 2022, ​ໃນ​ນັ້ນ ຈະ​ສຸມ​ໃສ່​ເຂົ້າ​ໃນ​ບັນດາ​ເນື້ອ​​ໃນ​ລະອຽດ, ​ແທດ​ຈິງ ​ເພື່ອ​ແນ​ໃສ່​ຍົກ​ສູງ​ປະສິດທິ​ຜົນ​ແຫ່ງ​ການ​ຮ່ວມ​ມື​ລະຫວ່າງ​ຄະ​ນະ​ຊາວ​ໜຸ່ມ 2 ປະ​ເທດ ຫວຽດນາມ - ລາວ. 

ຄັດສະເໜີບາງເນື້ອໃນຈົດໝາຍ ແລະ ຕອບບາງຄຳຖາມເຊິ່ງທ່ານຜູ້ຟັງໄດ້ຝາກມາລາຍການ - ảnh 2
ການ​ປະ​ກວດສຽງ​ເພງ ຫວຽດນາມ - ອາ​ຊຽນ 2017 ຮອບ​ຊິງ​ຊະນະ​ເລີດ

ສ່ວນ​ໃນ​ອີ​ແມວ​ຂອງ​ເພື່ອນ ​​ຫງວຽນ​ຮ່ວາຍ​ນາມ ​​ເຊິ່ງ​ແມ່ນ​ຊາວ ຫວຽດນາມ ອາ​ໄສ​ຢູ່​ນະຄອນຫລວງ ວຽງ​ຈັນ ດ້ວຍ​ເນື້ອ​ໃນ​ວ່າ: “ຜ່ານ​ມາ ຢູ່​ນະຄອນຫລວງ ວຽງ​ຈັນ ​​ໄດ້ດຳເນີນການ​ປະ​ກວດສຽງ​ເພງ ຫວຽດນາມ - ອາ​ຊຽນ 2017 ຮອບ​ຊິງ​ຊະນະ​ເລີດ. ຍ້ອນຄ້າງຄາກັບ​ວຽກ​ງານ ດັ່ງ​ນັ້ນ ຂ້າພະ​ເຈົ້າ​ບໍ່​ໄດ້​​ໄປ​ຊົມ, ສະ​ນັ້ນ ຂໍ​ໃຫ້​ພວກ​ອ້າຍ​ເອື້ອຍ​ລາຍການ​ພາກ​ພາສາ ລາວ ຊ່ວຍ​ໃຫ້ຂ້າພະ​ເຈົ້າ​ຮູ້​ຕື່ມ​ອີກກ່ຽວ​ກັບ​ໝາກຜົນ​ຂອງ​ການປະ​ກວດ​ດັ່ງກ່າວ”.

ເພື່ອນ ​​​​ຫງວຽນ​ຮ່ວາຍ​ນາມ ທີ່​ຮັກ​ແພງ ! ​ການ​ປະ​ກວດ​ສຽງ​ເພງ ຫວຽດນາມ - ​ອາ​ຊຽນ 2017 ​ໄດ້​ຈັດ​ຕັ້ງ​ເພື່ອ​ແນ​ໃສ່​ປຸກລະດົມ​ຂະ​ບວນການ​ວັດທະນະທຳ, ສິລະ​ປະ​ຂອງ​ຊາວ ຫວຽດນາມ ຢູ່​ພາຍ​ໃນ ​ແລະ ຕ່າງປະ​ເທດ, ສ້າງ​ຄວາມ​ສາມັກຄີ, ການຮ່ວມ​ມື​ລະຫວ່າງ​ຊາວ ຫວຽດນາມ ຢູ່​ບັນດາ​ປະ​ເທດ ອາ​ຊຽນ. ພາຍ​ຫລັງ​ຮອບຄັດ​ເລືອກຄະນະ​ຈັດ​ຕັ້ງ​​ເລືອກ​​ເຟັ້ນ​​ເອົານັກ​ຮ້ອງ​​ສຽງ​ດີ​ທີ່​ສຸດ​16 ຄົນເຂົ້າ​ຮ່ວມ​ຮອບ​ຊິງ​ຊະນະ​ເລີດ, ​ໃນ​ນັ້ນ ມີນັກຮ້ອງ​ໄທ 7 ຄົນ, ລາ​ວ 4 ຄົນ ​ແລະ ຫວຽດນາມ 5 ຄົນ.

ທີ່​ຮອບ​ຊິງ​ຊະນະ​ເລີດ, ນັກ​ຮ້ອງ 16 ຄົນ​ໄດ້​ສະ​ແດງ​ຫລາຍ​ລາຍການ​ເພງ ທີ່​ເຂັ້ມ​ຂົ້ນ​ໄປ​ດ້ວຍ​ວັດທະນະທຳ​ຂອງ​ຊາດ, ສະ​ແດງ​ໃຫ້​ເຫັນ​ນ້ຳ​ໃຈ​ຮັກ​​ບ້ານ​ເກີດ​ເມືອງ​ນອນ. ສິ້ນ​ສຸດ​ການ​ປະ​ກວດ ຄະນະ​ຈັດ​ຕັ້ງ​ໄດ້​ມອບ​ລາງວັນ​ທີ 1 ​ໃຫ້​​ແກ່ນັກ​ຮ້ອງ ​ໄທ; ສອງ​ລາງວັນ​ທີ 2 ​​ແມ່ນ​ໄດ້​ແກ່​ນັກ​ຮ້ອງ​ ຫວຽດນາມ ​ແລະ ນັກ​ຮ້ອງ ​ໄທ; ສາມ​ລາງວັນ​ທີ 3 ​ແມ່ນ​ໄດ້​ແກ່​ນັກ​ຮ້ອງ ຫວຽດນາມ 2 ຄົນ​ ແລະ ນັກ​ຮ້ອງ ລາວ 1 ຄົນ​; ສ່ວນ​ນັກ​ຮ້ອງ​ທີ່​ຍັງເຫຼືອ 10 ຄົນ​​ແມ່​ນ​ໄດ້​ລາງວັນ​ຊົມ​ເຊີຍ.

ນັກ​ຮ້ອງ​​ທັງໝົດດັ່ງ​ກ່າວ ຈະ​ມີ​ໂອກາດ​ເຂົ້າ​ຮ່ວມ​ການປະ​ກວດ​ສຽງ​ເພງ ຫວຽດນາມ ທົ່ວ​ໂລກ, ຄາດ​ຄະ​ເນ​ວ່າ ຈະ​ດຳ​ເນີນ​ໃນ​ທ້າຍ​ປີ 2017 ຢູ່​ປະ​ເທດ ​ເຊັກ​ໂກ. ຜົນສຳ​ເລັດ​ຂອງ​ການປະ​ກວດ​ສຽງ​ເພງ ຫວຽດນາມ - ອາ​ຊຽນ 2017 ​ໄດ້​ປະກອບສ່ວນ​ຍົກ​ສູງ​ຊີວິດ​ທາງ​ດ້ານ​ຈິດ​ໃຈ​ຂອງ​ປະຊາ​ຄົມ​ຊາວ ຫວຽດນາມ ອາ​ໄສ​ຢູ່ຕ່າງປະ​ເທດ, ສ້າງ​ຄວາມ​ສາມັກຄີ, ການ​ຮ່ວມ​ມື​ທີ່ສະໜິດ​ຕິດ​ພັນ​ຂອງ​ຊາວ ຫວຽດນາມ ​ໃນ​ພາກ​ພື້ນ ອາ​ຊຽນ ​ແລະ ລະດົມ​ກຳລັງ​ໃຈ​ພໍ່​ແມ່​ປະຊາຊົນ​ຊາວ ຫວຽດນາມ ອ່ວາຍ​ໜ້າ​ເມືອຫາ​ບ້ານ​ເກີດ​ເມືອງ​ນອນ, ປະ​ເທດ​ຊາດ.

ດັ່ງ​ທີ່ກ່າວ​ມາ​ຂ້າງ​ເທິງ​ແມ່ນ​ເນື້ອ​ໃນຄຳ​ເຫັນ ​ແລະ ຄຳ​ຖາມຂອງ​​ຜູ້ຟັງ​ບາງ​ທ່ານ​ທີ່ຝາກ​ມາລາ​ຍການ​ ໃນ​ອາທິດ​ຜ່ານ​ມາ. ຖ້າຫາກ ​​ຜູ້​ຟັງ, ຜູ້​ອ່ານ​ທ່ານ​ໃດ​ ມີ​ຄວາມສົນ​ໃຈຕໍ່ບັນຫາ​ໃດ​ໜຶ່ງ, ກໍ່ສາ​ມາດ​ຝາກຈົດໝາຍ​ມາ​ຍັງ​ລາຍການ​ຂອງພວກ​ເຮົາ​ໄດ້​ເລີຍ ໂດຍ​ຈ່າໜ້າຊອງ​ວ່າ: ພາກ​ພາສາ​ລາວ, ວິທະຍຸ​ກະຈາຍສຽງ​ຫວຽດນາມ, ​ເຮືອນ​ເລກທີ 45 ​ຖະໜົນ ບ່າ​ຈ້ຽວ, ຮ່າ​ໂນ້ຍ. ຫຼື ໂທລະສັບ​ມາໂດຍ​ກົງ​​ກໍ່​ໄດ້​ ຕາມ​ເບີ​ໂທ 0084​.438.256.631 ຫຼື ອີແມວ laovov5@gmail.com. ທ່ານ​ຜູ້​ຟັງ​ກໍ່ສາມາດ Comment ​ໃນ​ເວັບ​ໄຊ vovworld.vn ຂອງ​ພວກ​ເຮົາ.




ຕອບກັບ

ຂ່າວ/ບົດ​ອື່ນ