ຄັດສະເໜີບາງເນື້ອໃນຈົດໝາຍ ແລະ ຕອບບາງຄຳຖາມເຊິ່ງທ່ານຜູ້ຟັງໄດ້ຝາກມາລາຍການ

(VOVWORLD) - ໃນອາທິດຜ່ານມາ, ພະແນກກະຈາຍສຽງບັນດາລາຍການພາສາຕ່າງປະເທດ, ວິທະຍຸກະຈາຍສຽງ ຫວຽດນາມ ໄດ້ຮັບຈົດໝາຍ, ອີແມວ 260 ສະບັບ ແລະ ໂທລະສັບຫລາຍສາຍຈາກທ່ານຜູ້ຟັງຢູ່ 45 ປະເທດ ແລະ ເຂດແຄ້ວນຄື: ແອັດສະປາຍ, ອັງກິດ, ຍີ່ປຸ່ນ, ກຳປູເຈຍ, ໄທ, ລາວ…

ໃນນັ້ນ, ທ່ານຜູ້ຟັງລາວຫລາຍຄົນໄດ້ສົ່ງອີແມວມາຍັງລາຍການດ້ວຍເນື້ອໃນ ແບ່ງປັນຄວາມຮູ້ສຶກ, ຊອກຮູ້ກ່ຽວກັບບັນດາ Tour ທ່ອງທ່ຽວ ຫວຽດນາມ. ໃນລາຍການ “ໂອ້ລົມກັບເພື່ອນລາວ” ມື້ນີ້, ພວກເຮົາຂໍຄັດສະເໜີບາງເນື້ອໃນຈົດໝາຍ ແລະ ຕອບບາງຄຳຖາມເຊິ່ງທ່ານຜູ້ຟັງໄດ້ຝາກມາລາຍການ. ເຊີນທ່ານຕິດຕາມຮັບຟັງ.

ຄັດສະເໜີບາງເນື້ອໃນຈົດໝາຍ ແລະ ຕອບບາງຄຳຖາມເຊິ່ງທ່ານຜູ້ຟັງໄດ້ຝາກມາລາຍການ - ảnh 1 ຊາປາ (ລາວກາຍ)

ໃນຈົດໝາຍຂອງເພື່ອນ ອາມິນຕາ ຢູ່ແຂວງ ສາລະວັນ ຂຽນວ່າ: ຄາດວ່າຂ້າພະເຈົ້າຈະພາຄອບຄົວໄປຢ້ຽມຢາມ ພັກຜ່ອນບຳລຸງສຸຂະພາບຢູ່ ຫວຽດນາມ, ແຕ່ຂ້າພະເຈົ້າຍັງບໍ່ທັນຮູ້ວ່າຈະເລືອກໄປຢ້ຽມຢາມຢູ່ເຂດພາກໃດ? ຫວັງວ່າທາງລາຍການພາກພາສາລາວ ຈະແນະນຳໃຫ້ຂ້າພະເຈົ້າກ່ຽວກັບຂໍ້ມູນການທ່ອງທ່ຽວຢູ່ບັນດາເຂດພາກ ຫວຽດນາມ ແດ່.

ເພື່ອນ ອາມິນຕາ ທີ່ຮັກແພງ! ຖ້າຫາກເພື່ອນເປັນຄົນມັກການທ່ອງທ່ຽວແບບຄົ້ນຫາຄວາມສວຍງາມຂອງພູຜາປ່າໄມ້ ເພື່ອນອາດຈະໄປທ່ອງທ່ຽວຢູ່ພາກເໜືອ ຫວຽດນາມ ຄື: ບາວີ (ຮ່າໂນ້ຍ), ຕາມດາວ (ຫວີງຟຸກ), ຊາປາ (ລາວກາຍ). ຖ້າຫາກເພື່ອນມັກການທ່ອງທ່ຽວແບບພັກຜ່ອນບຳລຸງສຸຂະພາບ, ເພື່ອນອາດຈະໄປພາກກາງ ຫວຽດນາມ ດ້ວຍບັນດາຫາດຊາຍທະເລຂາວຍາວຢຽດ ທີ່ມີຊື່ສຽງຄື: ທ້ວນອານ (ນະຄອນ ເຫວ້), ທຽນເກີ່ມ (ຮ່າຕິງ), ໝີເຄ (ດ່າໜັງ)…ໄລຍະເວລາເໝາະສົມກັບການພັກຜ່ອນບຳລຸງສຸຂະພາບແມ່ນແຕ່ເດືອນ ພຶດສະພາ ຫາເດືອນ ກັນຍາ. ຖ້າຫາກເພື່ອນຢາກໄປທ່ອງທ່ຽວວັດທະນະທຳ, ຊີວະພາບ, ຄົ້ນຫາເຂດແມ່ນ້ຳລຳເຊ ເພື່ອນອາດຈະໄປຢ້ຽມຢາມພາກໃຕ້ ຫວຽດນາມ ຄື: ເກີນເທີ, ກາເມົາ, ເບີນແຈ…ອາກາດຢູ່ພາກໃຕ້ສະດວກສະບາຍໃນຕະຫລອດປີ, ອຸນຫະພູມປານກາງ 27 ອົງສາ C, ສະນັ້ນເພື່ອນອາດຈະໄປຢ້ຽມຢາມບໍ່ວ່າໃນເວລາໃດກໍ່ໄດ້

ຄັດສະເໜີບາງເນື້ອໃນຈົດໝາຍ ແລະ ຕອບບາງຄຳຖາມເຊິ່ງທ່ານຜູ້ຟັງໄດ້ຝາກມາລາຍການ - ảnh 2ຫາດຊາຍທະເລ ໝີເຄ (ດ່າໜັງ) 

ໃນຈົດໝາຍເພື່ອນ ເພັດສະຫວັນ ສົມສະນິດ ຢູ່ແຂວງ ບໍລິຄຳໄຊ ແລະ  ເພື່ອນ ເບັ້ນ ພິມມະສອນ ຢູ່ນະຄອນຫລວງ ວຽງຈັນ ຝາກມາຍັງລາຍການດ້ວຍເນື້ອໃນວ່າ: “ພວກຂ້າພະເຈົ້າຄາດວ່າຈະໄປຮ່ຳຮຽນຢູ່ປະເທດ ຫວຽດນາມ ໃນໄລຍະຈະມາເຖິງ, ໂດຍຜ່ານໂຄງການທຶນການສຶກສາຂອງລັດຖະບານ ຫວຽດນາມ ສະຫງວນໃຫ້ນັກສຶກສາ ລາວ. ສະນັ້ນ ພວກຂ້າພະເຈົ້າຢາກໃຫ້ລາຍການພາກພາສາ ລາວ ແນະນຳໃຫ້ພວກຂ້າພະເຈົ້າເຂົ້າໃຈຕື່ມອີກກ່ຽວກັບໂຄງການທຶນການສຶກສາປີ 2018 ລະຫວ່າງ 2 ລັດຖະບານ ຫວຽດນາມ ແລະ ລາວ. ຂໍຂອບໃຈ”.

ເພື່ອນ ເພັດສະຫວັນ ສົມສະນິດ ແລະ  ເພື່ອນ ເບັ້ນ ພິມມະສອນ ທີ່ຮັກແພງ! ຕາມຄວາມຮັບຮູ້ຂອງພວກຂ້າພະເຈົ້າແລ້ວ, ລັດຖະບານ 2 ປະເທດ ຫວຽດນາມ ແລະ ລາວ ສືບຕໍ່ເອົາໃຈໃສ່ສະຫງວນບຸລິມະສິດສູງໃຫ້ແກ່ຂົງເຂດການສຶກສາບຳລຸງສ້າງ. ປີ 2018ລັດຖະບານ ຫວຽດນາມ ສະໜອງທຶນການສຶກສາໃຫ້ພະນັກງານ, ນັກຮຽນ ລາວ ມາຮ່ຳຮຽນຢູ່ ຫວຽດນາມ ປະມານ 1.200 ທຶນ; ລັດຖະບານ ລາວ ສະໜອງທຶນການສຶກສາໃຫ້ພະນັກງານ, ນັກຮຽນ ຫວຽດນາມ ໄປຮ່ຳຮຽນຢູ່ ລາວ 60 ທຶນ ຕາມຫຼັກສູດປະລິນຍາຕີ, ປະລິຍາໂທ ແລະ ຝຶກອົບຮົມໄລຍະສັ້ນ. ນອກນັ້ນ ຢູ່ບັນດາທ້ອງຖິ່ນ, ວິສາຫະກິດຂອງ ຫວຽດນາມ ກໍ່ມີບັນດາການໜູນຊ່ວຍ ໃນວຽກງານບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດໃຫ້ແກ່ ລາວ ຕາມຄວາມສາມາດຂອງຕົນ.

ມາເຖິງປະຈຸບັນ, ຈຳນວນນັກສຶກສາ ລາວ ທີ່ພວມຮ່ຳຮຽນຢູ່ ຫວຽດນາມ ມີປະມານ 14.000 ຄົນ (ທຶນຕາມສັນຍາແມ່ນ 3.075 ຄົນ, ທຶນຕາມການຮ່ວມມືລະຫວ່າງບັນດາກະຊວງ, ຂະແໜງການ, ທ້ອງຖິ່ນແມ່ນ 4.395 ຄົນ; ທຶນອຸປະຖຳຂອງບັນດາອົງການຈັດຕັ້ງສາກົນແມ່ນ 24 ຄົນ; ວິສາຫະກິດ 30 ຄົນ ແລະ ທຶນສ່ວນຕົວ 4.663 ຄົນ). ເລື່ອງຄັດເລືອກເອົານັກສຶກສາມາຮຽນໃນສົກຮຽນໃໝ່ ພວມໄດ້ຮັບການສົມທົບກັນຜັນຂະຫຍາຍຈາກຂະແໜງການສຶກສາ 2 ປະເທດ. ວຽກງານບຳລຸງສ້າງຖັນແຖວພະນັກງານ ແລະ ແຫຼ່ງຊັບພະຍາກອນມະນຸດໃຫ້ ລາວ ນັບມື້ນັບໄດ້ຮັບການເພີ່ມທະວີກ່ຽວກັບປະລິມານ, ປັບປຸງດ້ານຄຸນນະພາບ ດ້ວຍບັນດາວິທີ ແລະ ຮູບການບຳລຸງສ້າງຫລາຍຮູບຫລາຍແບບ, ອຸດົມສົມບູນ, ຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການປ່ຽນໃໝ່ຂອງ ລາວ; ບັນດາຮາກຖານບຳລຸງສ້າງນັກສຶກສາ ລາວ ຢູ່ ຫວຽດນາມ ໄດ້ຮັບຄວາມເອົາໃຈໃສ່ລົງທຶນ, ຍົກລະດັບ ແລະ ຄຸນນະພາບການຮ່ຳຮຽນຂອງນັກສຶກສາ ລາວ ຕາມສັນຍາມີການຫັນປ່ຽນເປັນຢ່າງດີ. ດັ່ງທີ່ກ່າວມາຂ້າງເທິງ ແມ່ນຂໍ້ມູນຂ່າວບາງຢ່າງ ຫວັງວ່າ ມັນຈະຊ່ວຍໃຫ້ພວກເພື່ອນສ່ວນໃດສ່ວນໜຶ່ງໃນການໄປຮ່ຳຮຽນຢູ່ ຫວຽດນາມ.

ດັ່ງທີ່ກ່າວມາຂ້າງເທິງແມ່ນເນື້ອໃນຄຳເຫັນ ແລະ ຄຳຖາມຂອງຜູ້ຟັງບາງທ່ານທີ່ຝາກມາລາຍການ ໃນອາທິດຜ່ານມາ. ຖ້າຫາກຜູ້ຟັງ, ຜູ້ອ່ານທ່ານໃດ ມີຄວາມສົນໃຈຕໍ່ບັນຫາໃດໜຶ່ງ, ກໍ່ສາມາດຝາກຈົດໝາຍມາຍັງລາຍການຂອງພວກເຮົາໄດ້ເລີຍ ໂດຍຈ່າໜ້າຊອງວ່າ: ພາກພາສາລາວ, ວິທະຍຸກະຈາຍສຽງຫວຽດນາມ, ເຮືອນເລກທີ 45 ຖະໜົນ ບ່າຈ້ຽວ, ຮ່າໂນ້ຍ. ຫຼື ໂທລະສັບມາໂດຍກົງກໍ່ໄດ້ ຕາມເບີໂທ 0084.243.825.6631 ຫຼື ອີແມວ laovov5@gmail.com. ທ່ານຜູ້ຟັງກໍ່ສາມາດ Comment ໃນເວັບໄຊ vovworld.vn ຂອງພວກເຮົາ.

ຕອບກັບ

ຂ່າວ/ບົດ​ອື່ນ