​ຄັດ​ສະ​ເໜີ​ບາງເນື້ອ​ໃນ​ຈົດໝາຍ ​ແລະ ຕອບ​ບາງ​ຄຳ​ຖາມ​ເຊິ່ງທ່ານ​ຜູ້​ຟັງ​ໄດ້​ຝາກ​ມາລາ​ຍການ

ໃນ​ອາທິດ​ຜ່ານ​ມາ, ລາຍການພາກ​ພາສາ ລາວ, ລະບົບ​ກະຈາຍສຽງ​ພາກ​ພາສາ​ຕ່າງປະ​ເທດ​ແຫ່ງ​ຊາດ, ວິທະຍຸ​ກະຈາຍສຽງ ຫວຽດນາມ ສືບ​ຕໍ່ໄດ້​ຮັບ​ ໂທລະສັບ, ອີ​ແມວ, ຈົດໝາຍ​ຈາກ​ທ່ານຜູ້​ຟັງທີ່ຝາກ​ມາລາຍການ​ດ້ວຍ​ເນື້ອ​ໃນ​ອວຍພອນປີ​ໃໝ່, ບຸນ​ເຕັດ​ປະຈຳ​ຊາດກໍ່​ຄື​ຢາກ​ຊອກ​ຮູ້​ບັນດາ​ງານ​ບຸນທີ່​ເປັນ​ມູນ​ເຊື້ອຂອງ​ຊາວ ຫວຽດນາມ. ​ໃນ​ລາຍ​ການ “​ໂອ້​ລົມ​ກັບ​ເພື່ອນ​ລາວ” ມື້​ນີ້, ພວກ​ເຮົາ​ຂໍ​ຄັດ​ສະ​ເໜີ​ບາງເນື້ອ​ໃນ​ຈົດໝາຍ ​ແລະ ຕອບ​ບາງ​ຄຳ​ຖາມ​ເຊິ່ງທ່ານ​ຜູ້​ຟັງ​ໄດ້​ຝາກ​ມາລາ​ຍການ. ​ເຊີນທ່ານ​ຕິດຕາມ​ຮັບ​ຟັງ.

​ຄັດ​ສະ​ເໜີ​ບາງເນື້ອ​ໃນ​ຈົດໝາຍ ​ແລະ ຕອບ​ບາງ​ຄຳ​ຖາມ​ເຊິ່ງທ່ານ​ຜູ້​ຟັງ​ໄດ້​ຝາກ​ມາລາ​ຍການ - ảnh 1
(ພາບປະກອບ)

ເນື່ອງ​ໃນ​ໂອກາດ​ບຸນ​ປີ​ໃໝ່, ທ່ານ ທອງ​ສະຫວັນ ພົມ​ວິຫານ ​ເອກ​ອັກຄະ​ລັດຖະທູດວິສາມັນ​ຜູ້​ມີ​ອຳນາດ​ເຕັມ​ແຫ່ງ​ສາທາລະນະ​ລັດ ປະຊາ​ທິປະ​ໄຕ ປະຊາຊົນ ລາວ ປະ​ຈ​ຳ ຫວຽດນາມ, ​ເພື່ອນ ​ແກ້ວ​ລາ ທອງ​ປະ​ເສີ​ດ​ ຢູ່​ນະຄອນຫລວງ ວຽງ​ຈັນ, ​ເພື່ອ ອຸດົມ​ໄຊ ຈັນທະ​ວົງ ​ແລະ ​ເພື່ອນ ​​ເວຍ ວິລາ​ນັດ ຢູ່​ແຂວງ​ ​ເຊ​ກອງ ​ໄດ້​ສົ່ງອີ​ແມວ, ບັດ​ອວຍພອນ​ປີ​ໃໝ່​ມາຍັງ​ລາຍການ​, ພິ​ເສດ​ແມ່ນ​ເພື່ອນ ຮ່ວາງ​ວັນ​ເຈື່ອງ ​​ນັກ​ສຶ​ກສາ ຫວຽນ​ດາມ ທີ່​ພວມຮ່ຳຮຽນຢູ່ ລາວ ​ໄດ້​ໂທລະສັບ​ມາລາ​ຍການດ້ວຍ​ຄຳ​ອວຍພອນທີ່​ວ່າ:

“ເນື່ອງ​ໃນ​ໂອກາດ​ບຸນ​ປີ​ໃໝ່, ຂ້າ​ພະ​ເຈົ້າ​ຂໍ​ສົ່ງ​ພອນ​ໄຊ​ອັນ​ປະ​ເສີດ​ມາ​ຍັງບັນ​ດາ​​ພະ​ນັກ​ງານ, ນັກ​ຂ່າວ, ​ບັນນາທິການລະບົບ​ກະຈາຍສຽງ​ພາກ​ພາສາ​ຕ່າງປະ​ເທດ ເວົ້າ​ລວມ ແລະ ລາຍການກະຈາຍສຽງ​ພາກ​ພາສາ​ລາວເວົ້າ​ສະ​ເພາະ, ອວຍ​ພອນ​ໃຫ້​ພວກ​ເພື່ອນ​ມີພະ​ລາ​ນາ​​ໄມສົມບູນ, ມີ​ຄວາມ​ຜາ​ສຸກ, ສຳ​ເລັດ​ໜ້າ​ທີ່​​​ເຊິ່ງໄດ້​ຮັບ​ມອບ​ໝາຍ​ເປັນ​ຢ່າງ​ດີ, ນັບ​ມື້​ນັບມີ​ບັນ​ດາ​ລາຍ​ການ​ມ່ວນໆ, ຈັບ​ອົກ​ຈັບ​ໃຈ ເພື່ອ​ຮັບ​ໃຊ້​ໃຫ້​ທ່ານ​ຜູ້​ຟັງ”

ທ່ານ​ຜູ້​ຟັງ​ທີ່​ເຄົາລົບ, ພວກ​ຂ້າພະ​ເຈົ້າ ​ຂໍ​ຂອບ​ໃຈ​ບັນດາ​ຄຳ​ອວຍພອນ​ປີ​​ໃໝ່​ເຖິງ​ພວກ​ເພື່ອນ​ໄດ້​ສະຫງວນ​ໃຫ້​ແກ່ລາ​ຍການພາກ​ພາສາ​ລາວ. ພວກ​ຂ້າພະ​ເຈົ້າ​ຈະ​ມາ​ນະ​ພະ​ຍາ​ຍາມ​ປະ​ຕິ​ບັດວຽກ​ງາ​ນ​ໃຫ້​ດີກ່ວາ​ເກົ່າ ເພື່ອ​​ມີ​ບັນ​ດາ​ລາຍ​ການ, ຄໍ​ລຳ​ມ່ວນໆ ​ ຕອບ​ສະໜອງ​ຄວາມ​ຕ້ອງການ​ຂອງ​ທ່ານ​ຜູ້​ຟັງທັງ​ພາຍ​ໃນ​ ແລະ ຕ່າງ​ປະ​ເທດ, ພິ​​ເສດ​ແມ່ນ​ທ່ານ​ຜູ້​ຟັງ ລາວ. ພວກ​ຂ້າພະ​ເຈົ້າ​ຂໍ​ອວຍພອນ​ໃຫ້​ພວກ​ເພື່ອນຈົ່ງ​ມີ​ສຸຂະພາບ​ເຂັ້ມ​ແຂງ, ປະສົບ​ຜົນສຳ​ເລັດ​ໃນ​ໜ້າ​ທີ່​ວຽກ​ງານ, ສືບ​ຕໍ່​ປະກອບ​ຄຳ​ຄິດຄຳ​ເຫັນ ​ເພື່ອ​ເຮັດ​ໃຫ້​​ລາຍການພາກ​ພາສາ ລາວ ​ນັບ​ມື້​ນັບ​ມີ​ເນື້ອ​ໃນອຸດົມ​ສົນ​ບູນ, ສ້າງຄວາມດູດ​ດຶ່ມ ​ໃຫ້​ແກ່​ຜູ້​ຟັງ ຜູ້​ອ່ານ​ກ່ວາ ຂໍ​ຂອບ​ໃຈ.

ສ່ວນ​ໃນ​ອີ​ແມວ​ຂອງ​ເພື່ອນ ​ເພັດ​ສະຫວັນ ສົມ​ສະ​ນິດ ຢູ່​ນະຄອນຫລວງ ວຽງ​ຈັນ ຂຽນ​ວ່າ: ຂ້າພະ​ເຈົ້າ​ໄດ້​ຮູ້​ວ່າ ຢູ່ ຫວຽດນາມ, ຍາມຕົ້ນ​ປີ​ແມ່ນ​ໄລຍະ​ເວລາ​ທີ່​ຈັດ​ຫລາຍ​ງານ​ບຸນ​ທີ່​ສຸດ​ ​ແລະ ນີ້ກໍ່​ແມ່ນ​ໂອກາດ​ທີ່ປະຊາຊົນ​ເຂົ້າ​ຮ່ວມ​ງານ​ບຸນ​​ເປັນ​ຈຳນວນຫລວງຫລາຍ. ຂ້າພະ​ເຈົ້າ ຂໍ​ໃຫ້ທາງ​ລາຍການ​ແນ​ະນຳ​​ບາງ​ງານ​ບຸນ​ໃຫຍ່​ຕົ້ນ​ປີ​ຂອງ ຫວຽດນາມ ​ແດ່. ຂໍ​ຂອບ​ໃຈ.

​ຄັດ​ສະ​ເໜີ​ບາງເນື້ອ​ໃນ​ຈົດໝາຍ ​ແລະ ຕອບ​ບາງ​ຄຳ​ຖາມ​ເຊິ່ງທ່ານ​ຜູ້​ຟັງ​ໄດ້​ຝາກ​ມາລາ​ຍການ - ảnh 2
(ພາບປະກອບ)

    ເພື່ອນ ​ເພັດ​ສະຫວັນ ສົມ​ສະ​ນິດ ທີ່​ຮັກ​ແພງ, ກ່ອນ​ອື່ນ​ໝົດ ພວກ​ເຮົາ​ຂໍ​ຂອບ​ໃຈ​ເພື່ອ​ນທີ່​ໄດ້​ສົ່ງອີ​ແມວ​ມາ​ຍັງ​ລາຍການ. ສ່ວນ​ບັນດາ​ງານ​ບຸນ​ທີ່​ເພື່ອນ​ສົນ​ໃຈ​ນັ້ນ ຢູ່ ຫວຽດນາມ ​ໃນ​ປະຈຸ​ບັນມີ​​ກ່ວາ 8900 ງານ​ບຸນ ​ໃນ​ນັ້ນ​ມີ​ກ່ວາ 7000 ງານ​ບຸນພື້ນ​ເມືອງ. ບັນດາ​ງານ​ບຸນ​ນີ້ ພໍ່​ພຽງ​ແຕ່​ປະກອບສ່ວນອະນຸລັກ​ຮັກສາ ​ແລະ ​ເສີມ​ຂະຫຍາຍ​ວັດທະນະທຳ​ທີ່​ເປັນ​ມູນ​ເຊື້ອ ​​ເທົ່າ​ນັ້ນ ຫາກ​ຍັງແມ່ນຊັບ​ສົບ​ບັດດ້ານວັດທະນະທຳບໍ່​ມີ​ຮູບ​ຮ່າງ​ຊອງ​ຊາວ ຫວຽດນາມ ອີ​ກ ດ້ວຍ. ​ໃນ​ບັນດາ​ງານ​ບຸນ​ໃຫຍ່​ທີ່​ຈັດ​ຕັ້ງ​ພາຍຫລັງ​ບຸນປີ​ໃໝ່​ປະຈຳ​ຊາດ ​ແລະ ມີ​ປະຊາຊົນ​​ເຂົ້າ​ຮ່ວມ​ເປັນຈຳ​ນວນຫລວງຫລາຍ​ ນັ້ນ​ມີ: ງານ​ບຸນ ຕີກດຽນ (ໝາຍ​ຄວາມ​ວ່າ ລົງ​ທົ່ງ​ໄຖ​ນາ) ດ້ອຍ​ເຊີນ ຢູ່​ເມືອງ ຢຸຍຕຽນ ​ແຂວງ ຮ່າ​ນາມ ​ແມ່ນ​ງານ​ບຸນທີ່ມີ​ມາ​ແຕ່​ສັດຕະວັດ​ທີ 10 ດ້ວຍຄວາມ​ໝາຍ​ແມ່ນ​ສົ່ງ​ເສີມ​ກະສິກຳ, ​ນີ້ແມ່ນ​ການ​ເຄື່ອນ​ໄຫວ​ກັບ​ຄືນ​ສູ່​ກົກ​ເຄົ້າ​ເຫງົ້າກໍ; ງານ​ບຸນ ວັດ​ເຮືອງ ຢູ່​ຕາ​ແສງ ​ເຮືອງ​ເຊີນ ​ເມືອງ ໝີ​ດຶກ ຮ່າ​ໂນ້ຍ ນີ້​ແມ່ນ​ງານ​ບຸນ​ທີ່ສ້າງ​ຄວາມ​ສົນ​ໃຈ​ຈາກ​ປະຊາຊົນ​​ໃນທົ່ວ​ປະ​ເທດຫລາຍ​ສຸດ ທັງ​ແມ່ນ​ງານ​ບຸນ​ທີ່​ຖືກ​ຈັດ​ຕັ້ງ​ເປັນ​ເວລາ​ຍາວ​ທີ່​ສຸດ​ໃນ​ປະ​ເທດ ​ເຊິ່ງ​ເລີ່​ມ​ແຕ່​ເດືອນ 1 - ​ເດືອນ 3 (​ໄລ່​ຕາມ​ຈັນທະ​ປະຕິ​ທິນ) ງານ​ບຸນ​ໂນນ ດົ໋ງດາ ຖືກ​ຈັດ​ຕັ້ງ​ເພື່ອສະ​ແດງ​ຄວາມ​ຮູ້​ບຸນຄຸນ ຂອງ​ວິລະ​ຊົ​ນຊາວນາ ຫວຽດນາມ ກວາງ​ຈູງ ຜູ້​ທີ່​ໄດ້​ບັນຊາ​ປະຊາຊົນ​ຕີ​ເອົາ​ຊະນະ​ເສິກ​ຕ່າງດ້າວ​ເມື່ອ​ປີ 1789; ງານ​ບຸນ ຢອງ​ຟູ​ດົ໋ງ ​ແມ່ນ​ງານ​ບຸນ ​ເພື່ອອາ​ໄລ​ຫາ ຄຸນງາມ​ຄວາມ​ດີ​ຂອງ ຟູ​ດົງ​ທຽນ​ເວື​ອງ (​ແທ໋ງຢອງ) ຖືກ​ຈັດ​ຂຶ້ນ​ປະຈຳ​ປີ​ຢູ່​ຕາ​ແສງ ຟູ​ດົງ ​ເມືອງ ຢາ​ເລີມ ຮ່າ​ໂນ້ຍ ຊຶ່ງ​ແມ່ນ​ແຫ່ງກຳ​ເນີ​ດວິລະ​ຊົນ​​ແຫ່ງເທບ​ນິຍາຍ “ຢອງ”. ນອກ​ນັ້ນ​ຍັງ​ມີ​ບາງ​ງານ​ບຸນ​ໃຫຍ່​ຄື: ງານ​ບຸນ ອຽນ​ຕື ຢູ່​ແຂວງ ກວາງ​ນີງ, ງານ​ບຸນ ລິ​ມ ຢູ່​ແຂວງ ບັກ​ນີງ, ງານ​ບຸນ ກົນ​ເຊີນ ຢູ່​ແຂວງ ຫາຍ​​ເຢືອງ, ງານ​ບຸນ ວິຫານ​ເຈີ່ນ ຢູ່​ແຂວງ ນາມ​ດິງ, ງານ​ບຸນ ວັດ​ແກ້ວ ຢູ່​ແຂວງ ທ໋າຍບີ​ງ ​ແລະ ຍັງ​ມີ​ຫລາຍ​ງານ​ບຸນ​ອື່ນໆອີກ…

ດັ່ງ​ທີ່ກ່າວ​ມາ​ຂ້າງ​ເທິງ​ແມ່ນ​ເນື້ອ​ໃນຄຳ​ເຫັນແລະ ຄຳ​ຖາມຂອງ​​ຜູ້ຟັງ​ບາງ​ທ່ານ​ທີ່ຝາກ​ມາລາ​ຍການ​ ໃນ​ອາທິດ​ຜ່ານ​ມາ. ຖ້າຫາກ ​​ຜູ້​ຟັງ, ຜູ້​ອ່ານ​ທ່ານ​ໃດ​ ມີ​ຄວາມສົນ​ໃຈຕໍ່ບັນຫາ​ໃດ​ໜຶ່ງ, ກໍ່ສາ​ມາດ​ຝາກຈົດໝາຍ​ມາ​ຍັງ​ລາຍການ​ຂອງພວກ​ເຮົາ​ໄດ້​ເລີຍ ໂດຍ​ຈ່າໜ້າຊອງ​ວ່າ: ພາກ​ພາສາ​ລາວ, ວິທະຍຸ​ກະຈາຍສຽງ​ຫວຽດນາມ, ເຮືອນ​ເລກທີ 45 ຖະໜົນ ບ່າ​ຈ້ຽວ, ຮ່າ​ໂນ້ຍ. ຫຼື ໂທລະສັບ​ມາໂດຍ​ກົງ​​ກໍ່​ໄດ້​ ຕາມ​ເບີ​ໂທ 0084​.438.256.631 ຫຼື ອີແມວ laovov5@gmail.com. ທ່ານ​ຜູ້​ຟັງ​ກໍ່ສາມາດ Comment ​ໃນ​ເວັບ​ໄຊ vovworld.vn ຂອງ​ພວກ​ເຮົາ.

ຕອບກັບ

ຂ່າວ/ບົດ​ອື່ນ