ຄັດ​ສະ​ເໜີ​ເນື້ອ​ໃນ​ຂໍ້ຄວາມ, ຈົດໝາຍອີ​ແມວບາງສະບັບ ​ແລະ ຕອບ​ບາງ​ຄໍາ​ຖາມ ​ເຊິ່ງ​ທ່ານ​ຜູ້​ຟັງ​ໄດ້​ຝ​າ​ກ​ມາ​ລາຍ​ການ

(VOVWORLD) - ໃນອາທິດຜ່ານມາ, ພະແນກກະຈາຍສຽງບັນດາລາຍການພາກພາສາຕ່າງປະເທດ, ວິທະຍຸກະຈາຍສຽງຫວຽດນາມ ໄດ້ຮັບຈົດໝາຍ, ອີແມວຫຼາຍສະບັບ ແລະ ໂທລະສັບຫຼາຍສາຍຈາກທ່ານຜູ້ຟັງທີ່ມາຈາກ 40 ປະເທດ ແລະ ເຂດແຄວ້ນຄື: ອັງກິດ, ຝລັ່ງ, ແອັດສະປາຍ, ຍີ່ປຸ່ນ, ໄທ, ລາວ... ໃນລາຍການ “ໂອ້ລົມກັບເພື່ອນລາວມື້ນີ້, ພວກຂ້າພະເຈົ້າຂໍຄັດສະເໜີເນື້ອໃນຂໍ້ຄວາມ, ຈົດໝາຍອີແມວບາງສະບັບ ແລະ ຕອບບາງຄໍາຖາມ ເຊິ່ງທ່ານຜູ້ຟັງໄດ້ຝາກມາລາຍການ. 

   ເພື່ອນ ວິໄລວັນ ເຊິ່ງເປັນນັກສຶກສາປີທີ 3 ຂອງສະຖາບັນການປົກຄອງຮ່າໂນ້ຍ ໄດ້ຝາກຈົດໝາຍມາຫາລາຍການດ້ວຍເນື້ອໃນດັ່ງນີ້: ເນື່ອງໃນໂອກາດບຸນປີໃໝ່ລາວ, ນ້ອງຂໍອວຍພອນໃຫ້ບັນດາອ້າຍເອື້ອຍບັນນາທິການລາຍການກະຈາຍສຽງພາກພາສາລາວ ຈົ່ງມີສຸຂະພາບເຂັ້ມແຂງ, ປະສົບຜົນສຳເລັດໃນໜ້າທີ່ການງານ ແລະ ການດຳລົງຊີວິດຂອງຕົນ.

        ກໍເນື່ອງໃນໂອກາດນີ້, ເພື່ອນ ພອນສະຫວັນ ຢູ່ແຂວງຫົວພັນ ກໍໄດ້ໂທລະສັບມາຫາລາຍການ ເພື່ອອວຍພອນປີໃໝ່ບັນດາພາລະກອນ, ບັນນາທິການ VOV ເວົ້າລວມ ແລະ VOV5 ເວົ້າສະເພາະ, ປີໃໝ່ ຈົ່ງປະສົບແຕ່ຄວາມໂຊກດີ, ມີພາລະນາໄມສົມບູນ ເພື່ອໃຫ້ນັບມື້ນັບຈັດທຳບັນດາລາຍກາຍທີ່ມ່ວນໆ ແລະ ມີຄວາມປະທັບໃຈກວ່າ.

        ໃນອາທິດຜ່ານມາ, ເພື່ອນ ໄພມະນີ ພວມຮ່ຳຮຽນຢູ່ມະຫາວິທະຍາໄລສ້າງຄູຮ່າໂນ້ຍ ໄດ້ສົ່ງອີແມວເຖິງລາຍການ ດ້ວຍເນື້ອໃນວ່າ: ອາທິດຜ່ານມາ, ເມື່ອຕິດຕາມລາຍການພາກພາສາກລາວໃນເວັບໄຊ vovworld.vn ຂ້າພະເຈົ້າໄດ້ຮູ້ຈັກເຖິງງານບຸນດອກສະກຸຣະ ຍີ່ປຸ່ນ - ຮ່າໂນ້ຍ ປີ 2019. ຂ້າພະເຈົ້າເຫັນວ່າ ງານບຸນນີ້ ແມ່ນການເຄື່ອນໄຫວທີ່ມີຄວາມໝາຍທີ່ສຸດ. ຂ້າພະເຈົ້າມັກທີ່ສຸດແມ່ນການນຳໃຊ້ບັນດາດອກສະກູຣະ ທີ່ສ້າງເປັນຮູບຈຳລອງບັນດາທັດສະນີຍະພາບທໍາມະຊາດຂອງໂລກ.

        ລາຍການກະຈາຍສຽງພາກພາສາລາວ ຂໍສະແດງຄວາມຂອບອົກຂອບໃຈມາຍັງທ່ານຜູ້ຟັງທຸກໆທ່ານ ທີ່ໄດ້ສົ່ງຂໍ້ຄວາມ ແລະ ບັນດາຄຳອວຍພອນອັນດີງາມນັ້ນມາຍັງລາຍການ. ເນື່ອງໃນໂອກາດນີ້ ພວກຂ້າພະເຈົ້າຂໍອວຍພອນປີໃໝ່ມາຍັງທ່ານຜູ້ຟັງທຸກຄົນ. ປີໃໝ່ ຈົ່ງມີພາລະນາໄມສົມບູນ, ມີຄວາມສຸກ, ປະສົບຜົນສຳເລັດໃນໜ້າທີ່ການງານ ແລະ ມີແຕ່ຄວາມໂຊກດີເຂົ້າມາໃນຊີວິດ.

        ເພື່ອນ ໄຊສົມພອນ ຢູ່ແຂວງ ຈຳປາສັກ ໄດ້ຝາກຈົດໝາຍເຖິງລາຍການດ້ວຍເນື້ອໃນວ່າ: ຂ້າພະເຈົ້າໄດ້ຮູ້ຂ່າວຈາກເພື່ອນຜູ້ໜຶ່ງວ່າ ໄດ້ມີການພົບເຫັນສິ່ງທີ່ແປກໃໝ່ບາງຢ່າງ ກ່ຽວກັບຖ້ຳເຊີນດອງຢູ່ແຂວງກວາງບິງຂອງຫວຽດນາມ. ຫວັງວ່າ ລາຍການພາກພາສາລາວ ຈະຊ່ວຍແນະນໍາໃຫ້ຂ້າພະເຈົ້າມີຄວາມເຂົ້າໃຈແຈ້ງກວ່າ ກ່ຽວກັບບັນດາຂໍ້ມູນຂ່າວດັ່ງກ່າວ. ຖ້າຫາກວ່າ ຂ້າພະເຈົ້າຢາກໄປຄົ້ນຫາຖ້ຳເຊີນດອງນັ້ນ ຂ້າພະເຈົ້າຕ້ອງ ໄດ້ເຮັດລະບຽບການຫຍັງແດ່? ຂໍຂອບໃຈ.

ຄັດ​ສະ​ເໜີ​ເນື້ອ​ໃນ​ຂໍ້ຄວາມ, ຈົດໝາຍອີ​ແມວບາງສະບັບ ​ແລະ ຕອບ​ບາງ​ຄໍາ​ຖາມ ​ເຊິ່ງ​ທ່ານ​ຜູ້​ຟັງ​ໄດ້​ຝ​າ​ກ​ມາ​ລາຍ​ການ - ảnh 1 ຖ້ຳ ເຊີນດອງ ເປັນຖ້ຳໃຫຍ່ທີ່ສຸດໃນໂລກ (ພາບ: TTXVN)

        ເພື່ອນ ໄຊສົມພອນ ທີ່ຮັກແພງ! ວັນທີ 10 ເມສາ ທີ່ຜ່ານມາ, ໃນລາຍການຂ່າວປະຈຳວັນຂອງເວັບໄຊ vovworld.vn ຂອງລາຍການກະຈາຍສຽງພາກພາສາລາວ ໄດ້ລົງຂ່າວບາງຂໍ້ມູນຫຼ້າສຸດກ່ຽວກັບຖ້ຳ ເຊີນດອງ. ເພື່ອນສາມາດເບິ່ງຄືນໃນເວັບໄຊດັ່ງກ່າວໄດ້. ແຕ່່ຕໍ່ໄປນີ້, ພວກຂ້າພະເຈົ້າຂໍແນະນຳບັນດາຂໍ້ມູນຂ່າວຫຼ້າສຸດກ່ຽວກັບຖ້ຳແຫ່ງນີ້. ໄລຍະຜ່ານມາ, ຢູ່ ຮ່າໂນ້ຍ, ຄະນະກຳມະການປະຊາຊົນແຂວງ ກວ໋າງບິ່ງ, ກະຊວງການຕ່າງປະເທດຫວຽດນາມ ໄດ້ສົມທົບກັບ ກຸ່ມນັກຊ່ຽວຊານສັງກັດ ສະຫະສະມາຄົມຖ້ຳ ແຫ່ງລາຊະອານາຈັກ ອັງກິດ ຈັດການຖະແຫຼງຂ່າວ ປະກາດໝາກຜົນການດໍານໍ້າພະຈົນໄພຢູ່ແມ່ນ້ຳລອດພື້ນໃນຖ້ຳ ເຊີນດອງ - ເຊິ່ງເປັນຖ້ຳໃຫຍ່ທີ່ສຸດໃນໂລກ. ນະທີ່ນີ້, ເຂົາເຈົ້້າ ໄດ້ຄົ້ນພົບລະບົບຖໍ້າໃນພື້ນນໍ້າ ດ້ວຍລະດັບຄວາມເລິກແມ່ນ 60 ແມັດ,  ຍິ່ງເລິກລົງໄປເທົ່າໃດຍິ່ງກວ້າງເທົ່ານັ້ນ. ດັ່ງນັ້ນ, ລະດັບຄວາມເລິກຂອງຖໍ້າ ໄດ້ກໍານົດວ່າ ແມ່ນເພີ່ມຂຶ້ນກວ່າ 500 ແມັດ ເຊິ່ງໄລ່ຈາກປາກຖໍ້າລົງໄປ ແລະ ນີ້ຍັງບໍ່ທັນແມ່ນຕົວເລກສຸດທ້າຍເທື່ອ. ຜົນຂອງການສໍາຫຼວດຄັ້ງນີ້ ໄດ້ເປີດໜ້າປະຫວັດສາດໃໝ່ ກ່ຽວກັບລະບົບຖໍ້າໃນພື້ນນໍ້າ ດ້ວຍລະດັບຄວາມເລິກກວ່າ 90 ແມັດ, ພ້ອມທັງເປີດປະຕູໃຫ້ບັນດານັກດໍານໍ້າພະຈົນໄພ ເຂົ້າໄປສໍາຫຼວດລະບົບຖໍ້າທີ່ນອນຢູ່ເລິກໃຕ້ພື້ນດິນຕື່ມອີກ. ຕາມການພິນິດໄສຂອງບັນດານັກຊ່່ຽວຊານດໍານໍ້າຢູ່ຖໍ້າໃນຄັ້ງນີ້ແລ້ວ ລະບົບຖໍ້າຫີນປູນ ຢູ່ຖໍ້າ ຟອງຍາ - ແກ໋ບ່າງ ໄດ້ແບ່ງອອກເປັນ 3 ຊັ້ນ: ຖໍ້າແຫ້ງ, ຖໍ້າມີກະແສນໍ້າໄຫຼ ແລະ ລະບົບຖໍ້າໃນພື້ນນໍ້າມີຄວາມເລິກຫຼາຍກວ່າ 93 ແມັດ. ນີ້ ແມ່ນການຄົ້ນພົບເຫດສັ່ນສະເທືອນ ເຊິ່ງບັນດານັກຊ່ຽວຊານບໍ່ເຄີຍພົບມາກ່ອນ. ດ້ວຍບັນດາການຄົ້ນພົບຫຼ້າສຸດນີ້, ຟອງຍາ - ແກ໋ບາງ ຍັງຄົງແມ່ນສະຖານທີ່ເລິກລັບ ທີ່ສະຫງວນໃຫ້ບັນດານັກດໍານໍ້າພະຈົນໄພໃນໄລຍະຈະມາເຖິງ.

        ສ່ວນກ່ຽວກັບເລື່ອງເພື່ອນຢາກເຂົ້າຮ່ວມການພະຈົນໄພຢູ່ຖໍ້າແຫ່ງນີ້, ເພື່ອນສາມາດເຂົ້າໄປໃນເວັບໄຊ oxalis.com.vn. ໃນເວັບໄຊນີ້ ຈະມີບັນດາຂັ້ນຕອນແນະນໍາການລົງທະບຽບທີ່ລະອຽດພໍສົມຄວນ ດ້ວຍທັງພາສາຫວຽດ ແລະ ພາສາ ອັງກິດ. ເພາະສະນັ້ນ, ເພື່ອນສາມາດລົງທະບຽນໄດ້ຢ່າງງ່າຍດາຍ. ນອກຈາກນັ້ນ, ພວກຂ້າພະເຈົ້າ ກໍຂໍແນະນໍາໂດຍສັງເຂດບັນດາສິ່ງທີ່ເພື່ອນຄວນກະກຽມ ເມື່ອໄປທ່ອງທ່ຽວຢູ່ຖໍ້າ ເຊີນດອງ. ນັ້ນແມ່ນ ນອກຈາກບັນດາເຄື່ອງນຸ່ງເຄື່ອງໃຊ້ສ່ວນຕົວທີ່ຈໍາເປັນແລ້ວ ເພື່ອນຕ້ອງກະກຽມທາງດ້ານພະລາກໍາລັງຕື່ມອີກ. ການຄົ້ນຫາຖໍ້າເຊີນດອງ ແມ່ນການເດີນທາງທີ່ມີຄວາມສ່ຽງພໍສົມຄວນ, ດັ່ງນັ້ນ ເພື່ອໃຫ້ການທ່ອງທ່ຽວຢູ່ຖໍ້າ ເຊີນດອງ ມີຄວາມດູດດື່ມ ແລະ ຈັບອົກຈັບໃຈນັ້ນ ເພື່ອນຄວນປະຕິບັດຕາມບັນດາຂໍ້ກໍານົດກ່ຽວກັບກໍາລັງແຮງຂອງຮ່າງກາຍ ຢ່າງເຂັ້ມງວດ ໂດຍຜ່ານການແນະນໍາຂອງນັກຊ່ຽວຊານ. ກ່ອນທີ່ຈະເລີ່ມການເດີນທາງໄປຄົ້ນຫາຖໍ້າເຊີນດອງ, ບັນດານັກຊ່ຽວຊານດ້ານສາທາລະນະສຸກ ຈະກວດສຸຂະພາບຂອງເພື່ອນ, ເພື່ອນຄວນຕອບຕາມຄວາມຈິງ ເພື່ອຮັບປະກັນຄວາມປອດໄພໃຫ້ແກ່ການຄົ້ນຫາຂອງຕົນ. ນອກຈາກນັ້ນ, ກ່່ອນທີ່ຈະໄປທ່ອງທ່ຽວຄົ້ນຫາຖໍ້າເຊີນດອງ ເພື່ອນຄວນຝຶກຍ່າງປະມານ 10 km/ວັນ ແລະ ສາມາດຂ້າມພູໜ້ອຍສຸດແມ່ນໜ່ວຍໜຶ່ງ ດ້ວຍຄວາມສູງປະມານ 200 – 300 ແມັດ ເວລາການແອບຍ່າງນີ້ ແມ່ນແຕ່ 3  - 6 ເດືອນ ກ່ອນທີ່ຈະມີການໄປຄົ້ນຫາຖໍ້າດັ່ງກ່າວ. ຫວັງວ່າ ບັນດາຂໍ້ມູນຂ່າວດັ່ງກ່າວ ຈະເປັນປະໂຫຍດສໍາລັບເພື່ອນ.

  ດັ່ງທີ່ກ່າວມາຂ້າງເທິງແມ່ນເນື້ອໃນບາງຈົດໝາຍ ແລະ ຄຳຕອບ ຄຳຖາມຂອງຜູ້ຟັງບາງທ່ານ ທີ່ຝາກມາລາຍການ ໃນອາທິດທີ່ຜ່ານມາ. ຖ້າຫາກທ່ານຜູ້ຟັງ, ຜູ້ອ່ານທ່ານໃດ ມີຄວາມສົນໃຈຕໍ່ບັນຫາໃດໜຶ່ງ, ກໍ່ສາມາດຝາກຈົດໝາຍມາຍັງລາຍການ ຂອງພວກເຮົາ ໄດ້ເລີຍ ໂດຍຈ່າໜ້າຊອງວ່າ: ພາກພາສາລາວ, ວິທະຍຸກະຈາຍສຽງ ຫວຽດນາມ, ເຮືອນເລກທີ 45 ຖະໜົນ ບ່າຈ້ຽວ, ຮ່າໂນ້ຍ. ຫຼື ໂທລະສັບມາໂດຍກົງກໍ່ໄດ້ ຕາມເບີໂທ 0084.243.825.6631 ຫຼື ອີແມວ laovov5@gmail.com. ທ່ານຜູ້ຟັງກໍ່ສາມາດໃຫ້ ຄຳຕິຊົມໃນເວັບໄຊ vovworld.vn ຂອງພວກເຮົາ.

ຕອບກັບ

ຂ່າວ/ບົດ​ອື່ນ