ຄັດສະເໜີເນື້ອໃນຈົດໝາຍ ແລະ ຕອບບາງຄຳຖາມເຊິ່ງທ່ານຜູ້ຟັງຝາກມາລາຍການໃນອາທິດຜ່ານມາ

(VOVWORLD) -ໃນອາທິດຜ່ານມາ, ລະບົບກະຈາຍສຽງພາກພາສາຕ່າງປະເທດແຫ່ງຊາດ, ວິທະຍຸກະຈາຍສຽງຫວຽດນາມ ໄດ້ຮັບຈົດໝາຍ, ອີແມວ 263 ສະບັບ ແລະ ໂທລະສັບຫຼາຍສາຍ ຈາກທ່ານຜູ້ຟັງຢູ່ຫຼາຍປະເທດໃນໂລກ. ໃນນັ້ນລາຍການກະຈາຍສຽງພາກພາສາລາວ ໄດ້ຮັບຈົດໝາຍ, ອີແມວຫຼາຍສະບັບ ແລະ ໂທລະສັບ ຈາກທ່ານຜູ້ຟັງລາວ.
ຄັດສະເໜີເນື້ອໃນຈົດໝາຍ ແລະ ຕອບບາງຄຳຖາມເຊິ່ງທ່ານຜູ້ຟັງຝາກມາລາຍການໃນອາທິດຜ່ານມາ - ảnh 1(ງານປະກວດສຽງເພງອາຊຽນ +3)

ເພື່ອນສຸກມະລີ ທຳມະວົງສາ, ຢູ່ນະຄອນຫຼວງວຽງຈັນ ໄດ້ສົ່ງຂໍ້ຄວາມຜ່ານທາງ Facebook ໃຫ້ຮູ້ວ່າ: ຂ້າພະເຈົ້າໄດ້ເອົາໃຈໃສ່ ແລະ ຕິດຕາມບັນດາຂ່າວຄາວລະຫວ່າງຫວຽດນາມ  ແລະ ລາວ ທີ່ສຸດ. ນອກຈາກບັນດາຂ່າວຄາວລະຫວ່າງ 2 ປະເທດທີ່ໄດ້ອັບແດດ ແລະ ລົງໃນແວັບໄຊ vovworld.vn ພາກພາສາລາວ ແລ້ວ, ພວກເພື່ອນຍັງອັບເດັດບັນດາການເຄື່ອນໄຫວກ່ຽວກັບການສະແດງສິລະປະຂອງ 2 ປະເທດອີກດ້ວຍ. ຫວ່າງມໍ່ໆມານີ້, ຂ້າພະເຈົ້າຍັງໄດ້ຊົມພາບຖ່າຍສາລະຄະດີ ແລະ ວີດີໂອ ກ່ຽວກັບງານປະກວດສຽງເພງອາຊຽນ +3 ໂດຍ VOV ຈັດຕັ້ງທີ່ອັບລົງໃນໜ້າແວັບໄຊ vovworld.vn ພາກພາສາລາວ ນຳອີກ, ໃນນັ້ນມີນັກຮ້ອງລາວ 2 ຄົນໄດ້ເຂົ້າຮ່ວມ. ພາບສາລະຄະດີເຊິ່ງພວກເພື່ອນເອົາລົງໃນແວັບໄຊມີຄວາມລະອຽດລະອໍກ່ຽວກັບນັກຮ້ອງລາວ 2 ຄົນທີ່ເຂົ້າຮ່ວມງານປະກວດຄັ້ງນີ້. ຂ້າພະເຈົ້າມັກຊົມບັນດາພາບຖ່າຍນັ້ນ ແລະ ຫວັງວ່າ, ໃນໄລຍະຈະມາເຖິງ, ບັນນາທິການພາກພາສາລາວ ສືບຕໍ່ມີພາບສາລະຄະດີກ່ຽວກັບການເຄື່ອນໄຫວສະແດງສິລະປະຂອງຄະນະລາວ ທີ່ເຂົົ້າຮ່ວມຢູ່ຫວຽດນາມ ຫຼາຍກວ່າອີກ.

        ໃນຕົ້ນອາທິດນີ້, ລາຍການພາກພາສາລາວ, VOV ໄດ້ຮັບໂທລະສັບຈາກເພື່ອນ ພອນສະຫວັນ ຢູ່ແຂວງ ບໍ່ແກ້ວ; ເພື່ອນ ໄພວອນ ຢູ່ແຂວງ ວຽງຈັນ. ໃນນັ້ນ ເພື່ອນ ພອນສະຫວັນ ແລະ ເພື່ອນ ໄພວອນ ໄດ້ຂອບໃຈທາງລາຍການທີ່ໄດ້ສະໜອງຂໍ້ມູນຂ່າວຫຼາຍຢ່າງທີ່ມີປະໂຫຍດກ່ຽວກັບຂະແໜງກະສິກຳ, ການສົ່ງອອກຂອງຫວຽດນາມ ກໍຄືສະໜອງຂໍ້ມູນຂ່າວກ່ຽວກັບບັນດາເຂດປູຊະນີຍະສະຖານປະຫວັດສາດຢູ່ແຂວງ ກາວບັ່ງ.

        ເພື່ອນ ທອນສະໄໝ ຈະເລີນສຸກ, ຢູ່ແຂວງຊຽງຂວາງ ໄດ້ສົ່ງອີແມວມາລາຍການໂດຍໃຫ້ຮູ້ວ່າ: ຜ່ານມາ, ຂ້າພະເຈົ້າໄດ້ຮັບຂ່າວວ່າ, ຝ່າຍຫວຽດນາມ ໄດ້ຈຳໜ່າຍປື້ມພາບດ້ວຍ 2 ພາສາຫວຽດນາມ - ລາວ ດ້ວຍຫົວຂໍ້ “ການພົວພັນແບບພິເສດຫວຽດນາມ - ລາວ”. ຂ້າພະເຈົ້າຢາກຊອກຮູ້ເນື້ອໃນຂອງປື້ມພາບດັ່ງກ່າວ. ຫວັງວ່າຈະໄດ້ຮັບການຊ່ວຍເຫຼືອຈາກບັນດາອ້າຍເອື້ອຍນ້ອງບັນນາທິການພາກພາສາລາວ.

        ເພື່ອນ ທອນສະໄໝ ຈະເລີນສຸກ ທີ່ຮັກແພງ, ເນື່ອງໃນໂອກາດສະເຫຼີມສະຫຼອງປີສາມັກຄີມິດຕະພາບຫວຽດນາມ - ລາວ, ລາວ - ຫວຽດນາມ 2017, 55 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດຫວຽດນາມ - ລາວ (05 ກັນຍາ 1962 – 05 ກັນຍາ 2017), 40 ປີແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມືຫວຽດນາມ - ລາວ (18 ກໍລະກົດ 1977 – 18 ກໍລະກົດ 2017). ສຳນັກພິມຈຳໜ່າຍຂ່າວສານ (ສຳນັກຂ່າວສານຫວຽດນາມ) ໄດ້ຮຽບຮຽງ, ຈຳໜ່າຍປື້ມພາບດ້ວຍ 2 ພາສາຫວຽດນາມ - ລາວ ດ້ວຍຫົວຂໍ້ “ການພົວພັນແບບພິເສດຫວຽດນາມ - ລາວ”. ປື້ມເຫຼັ້ມນີ້ມີເກືອບ 300 ໜ້າ, ໄດ້ສະສົມກວ່າ 400 ພາບຖ່າຍເອກະສານທີ່ລ້ຳຄ່າ ແລະ ໄດ້ຮັບການຄັດເລືອກຈາກແຫຼ່ງຂ່າວຕ່າງໆ, ປື້ມເຫຼັ້ມນີ້ໄດ້ແບ່ງເປັນ 3 ພາກຕົ້ນຕໍຄື:

        ພາກທີ 1: “ມູນເຊື້ອສາມັກຄີຕໍ່ສູ້ຍາດເອົາເອກະລາດ, ເລີພາບຫວຽດນາມ - ລາວ” (1930 - 1962): ບັນດາພາບຖ່າຍໃນພາກທີໜຶ່ງໄດ້ສ່ອງແສງໃຫ້ເຫັນໄລຍະຕໍ່ສູ້ເພື່ອປົດປ່ອຍຊາດ, ຍາດເອົາເອກະລາດ, 2 ປະເທດໄດ້ມີການສົມທົບກັນ, ຊ່ວຍເຫຼືອເຊິ່ງກັນ ແລະ ກັນຢ່າງຈິງໃຈ, ເຕັມໄປດ້ວຍນ້ຳໃຈຖານອ້າຍນ້ອງ “ແບ່ງທຸກແບ່ງສຸກ”. ບໍ່ຮູ້ວ່າຊາວລາວ ແລະ ຫວຽດນາມ ນັບລ້ານຄົນ ຕ້ອງເສຍສະຫຼະເລືອດເນື້ອບໍ່ຈັກວ່າເທົ່າໃດເພື່ອເອກະລາດ, ເສລີພາບ, ເພື່ອນ້ຳໃຈມິດພາບ, ຄວາມສາມັກຄີຕ່ໍສູ້ຫວຽດນາມ - ລາວ. ຮ່ວມສຳພັນສູ້ຮົບ, ການພົວພັນແບບພິເສດຫວຽດນາມ - ລາວ ແມ່ນຄວາມເອກອ້າງທະນົງໃຈໃນອາລົມຈິດ ແລະ ດວງໃຈຂອງປະຊາຊົນ 2 ປະເທດຕະຫຼອດໄປ.

        ພາກທີ 2: “ສ້າງຕັ້ງການພົວພັນທາງການທູດຫວຽດນາມ - ລາວ, ປັບປຸງພັນທະມິດສາມັກຄີສູ້ຮົບ” (1962 - 1975): ບັນດາພາບຖ່າຍໄດ້ສ່ອງແສງໃຫ້ເຫັນໄລຍະພາຍຫຼັງ 2 ປະເທດຍາດໄດ້ໄຊຊະນະອັນສະຫງ່າລາສີເມື່ອປີ 1975, ການພົວພັນມິດຕະພາບແບບພິເສດລະຫວ່າງຫວຽດນາມ - ລາວ ໄດ້ກ້າວເຂົ້າສູ່ທົດສະຫວັດໃໝ່, ທົດສະຫວັດແຫ່ງສັນຕິພາບ, ເອກະລາດ, ພ້ອມກັນຮຽງບ່າຮຽງໄຫຼ່ເພື່ອປົກປັກຮັກສາ ແລະ ສ້າງສາປະເທດຊາດ. ໂດຍຮັບຮູ້ໄດ້ກ່ຽວກັບຄວາມໝາຍ ແລະ ຄວາມສຳຄັນຂອງການພົວພັນແບບພິເສດຫວຽດນາມ - ລາວ, ລັດຖະບານ 2 ປະເທດໄດ້ລົງນາມໃນສັນຍາມິດຕະພາບ ແລະ ຮ່ວມມືເມື່ອວັນທີ 07 ກໍລະກົດ 1977, ເພື່ອແນໃສ່ນຳການພົວພັນລະຫວ່າງ 2 ປະເທດໃຫ້ພັດທະນາຢ່າງຮອບດ້ານ ແລະ ກ້າວເຂົ້າສູ່ລວງເລິກ; ກາຍເປັນພື້ນຖານດ້ານການເມືອງ, ກົດໝາຍທີ່ສຳຄັນ, ຮັບໃຊ້ໃຫ້ພາລະກິດສ້າງສາ ແລະ ປົກປັກຮັກສາເອກະລາດ, ອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນຂອງແຕ່ລະປະເທດ…

        ພາກທີ 3: “ການພົວພັນແບບພິເສດ, ການຮ່ວມມືຮອບດ້ານຫວຽດນາມ - ລາວ” (1976 - 2017): ແມ່ນບັນດາພາບຖ່າຍກ່ຽວກັບການຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນ, ວັດທະນະທຳ, ວິທະຍາສາດ - ເຕັກນິກລະຫວ່າງ 2 ປະເທດ, ເຊິ່ງໄດ້ຮັບຜົນງານຫຼາຍຢ່າງ. ປະຈຸບັນ, 2 ປະເທດພວມຍູ້ແຮງວິວັດແຫ່ງການປ່ຽນແປງໃໝ່, ເປັນເຈົ້າການ, ຕັ້ງໜ້າເຊື່ອມໂຍງເຂົ້າກັບສາກົນ, ປະຊາຊົນ 2 ປະເທດພວມຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຂອງພັກ ຢູ່ແຕ່ລະປະເທດ, ພ້ອມກັນສູ້ຊົນສ້າງສາ ແລະ ພັດທະນາປະເທດຫວຽດນາມ ແລະ ປະເທດລາວ ໃຫ້ຮັ່ງມີເຂັ້ມແຂງ, ປະຊາຊົນ 2 ປະເທດມີຊີວິດອີ່ມໜຳສຳລານສົມບູນພູນສຸກ ແລະ ມີຄວາມເສລີພາບ.

ດັ່ງທີ່ກ່າວມາຂ້າງເທິງແມ່ນເນື້ອໃນຄຳເຫັນຂອງທ່ານຜູ້ຟັງທີ່ຝາກມາລາຍການໃນອາທິດຜ່ານມາ, ຫວັງວ່າ ທ່ານຜູ້ຟັງຈະສືບຕໍ່ຝາກຈົດໝາຍ, ອີແມວ ຫຼື ໂທລະສັບມາຫາລາຍການ ເພື່ອປະກອບຄຳເຫັນຊ່ວຍລາຍການຂອງພວກເຮົາໃຫ້ນັບມື້ນັບດີກວ່າເກົ່າ.


ຕອບກັບ

ຂ່າວ/ບົດ​ອື່ນ