ຄັດສະເໜີເນື້ອໃນຈົດໝາຍ ແລະ ຕອບບາງຄຳຖາມເຊິ່ງທ່ານຜູ້ຟັງຝາກມາລາຍການໃນອາທິດຜ່ານມາ

(VOVWORLD) -ໃນອາທິດຜ່ານມາ, ພະແນກກະຈາຍສຽງບັນດາລາຍການພາກພາສາຕ່າງປະເທດ, ວິທະຍຸກະຈາຍສຽງຫວຽດນາມ ໄດ້ຮັບຈົດໝາຍ, ອີແມວ 258 ສະບັບ ແລະ ໂທລະສັບຫຼາຍສາຍ ຈາກທ່ານຜູ້ຟັງທີ່ມາຈາກ 40 ປະເທດ ແລະ ເຂດແຄ້ວນ.

ເນື່ອງໃນໂອກາດສະເຫຼີມສະຫຼອງວັນສະຖາປະນາສປປ.ລາວ ຄົບຮອບ 43 ປີ (02 ທັນວາ 1975 – 02 ທັນວາ 2018), ມີຜູ້ຟັງຫວຽດນາມ ບາງຄົນໄດ້ໂທລະສັບມາລາຍການພາກພາສາລາວ ເພື່ອສົ່ງຄຳອວຍພອນເນື່ອງໃນໂອກາດວັນສຳຄັນຂອງປະເທດລາວ ອ້າຍນ້ອງ. ແລະຫວັງວ່າ, ລາຍການພາກພາສາລາວ ຈະນັບມື້ນັບມີຂ່າວ/ບົດກ່ຽວກັບການພົວພັນລະຫວ່າງຫວຽດນາມ - ລາວ ໃຫ້ຫຼາຍກວ່າອີກ.

ເພື່ອນສຸພະຈັນ, ຢູ່ແຂວງຈຳປາສັກ ໃຫ້ຮູ້ວ່າ: ອ້າຍເອງມັກອ່ານລາຍການເລື່ອງລາວເຂດບ້ານນາ, ຜ່ານບັນດາບົດຂຽນນັ້ນ ອ້າຍສຸພະຈັນ ເຫັນວ່າ, ມີຊາວຫວຽດນາມ ຫຼາຍຄົນມີຄວາມເກັ່ງກ້າສາມາດໃນການນຳໃຊ້ບັນດາເຕັກໂນໂລຊີເຂົ້າໃນການຜະລິດ, ກໍ່ຄືປັບປຸງເຕັກໂນໂລຊີເພື່ອຊ່ວຍໃຫ້ການຜະລິດໄດ້ຮັບຜົນດີກວ່າ.

ຄັດສະເໜີເນື້ອໃນຈົດໝາຍ ແລະ ຕອບບາງຄຳຖາມເຊິ່ງທ່ານຜູ້ຟັງຝາກມາລາຍການໃນອາທິດຜ່ານມາ - ảnh 1 (ພາບປະກອບ: baomoi)

ໃນອາທິດຜ່ານມາ, ເພື່ອນວົງຄຳ ຢູ່ແຂວງຫົວພັນ ໄດ້ສົ່ງອີແມວມາລາຍການຢາກຮູ້ວ່າ “ວັນບຸນໄມຕີຈິດມິດຕະພາບພິເສດຫວຽດນາມ - ລາວ” ຈະໄດ້ຮັບການຈັດຕັ້ງໃນມື້ໃດ? ແລະ ຢູ່ແຂວງໃດຂອງຫວຽດນາມ?

ເພື່ອນວົງຄຳ ທີ່ຮັກແພງ, ດ້ວຍຄວາມປາດຖະໜາຢາກແນະນຳພາບພົດປະເທດຫວຽດນາມ ແຫ່ງການປ່ຽນແປງໃໝ່ ແລະ ພັດທະນາ, ຜ່ານນັ້ນປັບປຸງການພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງຫວຽດນາມ - ລາວ, ກະຊວງຖະແຫຼງຂ່າວ ແລະ ສື່ສານຫວຽດນາມ ໄດ້ສົມທົບກັບຄະນະກຳມະການປະຊາຊົນແຂວງດ້ຽນບຽນ ຈະຈັດຕັ້ງ “ວັນບຸນໄມຕີຈິດມິດຕະພາບພິເສດຫວຽດນາມ - ລາວ” ຢູ່ນະຄອນ ດ້ຽນບຽນຟູ, ໃນລະຫວ່າງວັນທີ 08 – 09 ທັນວາ. ນີ້ແມ່ນການເຄື່ອນໄຫວວຽກງານຖະແຫຼງຂ່າວການຕ່າງປະເທດ ດ້ວຍບັນດາລາຍການສະແດງສິລະປະ, ງານວາງສະແດງ, ງານຕະຫຼາດນັດທີ່ເປັນເອກະລັກສະເພາະ. ນີ້ກໍ່ເປັນຂີດໝາຍ 56 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດຫວຽດນາມ - ລາວ (1962 - 2018) ແລະ ກໍ່ແມ່ນໂອກາດເພື່ອສະເຫຼີມສະຫຼອງ 41 ປີແຫ່ງວັນ 2 ປະເທດລົງນາມໃນສົນທິສັນຍາມິດຕະພາບ ແລະ ການຮ່ວມມື (1977 - 2018). ໃນ ກິດຈະການປ່ຽນແປງໃໝ່ຂອງແຕ່ລະປະເທດໃນປະຈຸບັນ, ທັງ 2 ປະເທດຫວຽດນາມ ແລະ ລາວ ລ້ວນແຕ່ຍາດໄດ້ບັນດາຜົນງານອັນໃຫຍ່ຫຼວງ, ມີຄວາມໝາຍປະຫວັດສາດທາງດ້ານເສດຖະກິດ, ສັງຄົມ, ການຕ່າງປະເທດ, ເພື່ອຊ່ວຍໃຫ້ການພົວພັນຮ່ວມມືອັນສະໜິດແໜ້ນລະຫວ່າງ 2 ປະເທດນັບມື້ນັບເຂັ້ມແຂງກວ່າ ແລະ ໄດ້ຮັບການເປີດກວ້າງກວ່າໃນທຸກຂົງເຂດ.

ຄັດສະເໜີເນື້ອໃນຈົດໝາຍ ແລະ ຕອບບາງຄຳຖາມເຊິ່ງທ່ານຜູ້ຟັງຝາກມາລາຍການໃນອາທິດຜ່ານມາ - ảnh 2 ໂນນຊາຂຽວສົດງົດງາມຕະຫຼອດປີ

(ພາບອີນເຕີແນັດ)

ເພື່ອນ ຄຳປະສົງ ໄດ້ສົ່ງຂໍ້ຄວາມຜ່ານທາງ Facebook ມາຍັງລາຍການໂດຍໃຫ້ຮູ້ວ່າ “ຄາດວ່າໃນທ້າຍເດືອນທັນວາ ນີ້. ຂ້າພະເຈົ້າຈະມາທ່ຽວຢູ່ຫວຽດນາມ. ຂ້າພະເຈົ້າໄດ້ຮູ້ວ່າ, ແຂວງ ມົກເຈົາ ແມ່ນໜຶ່ງໃນບັນດາສະຖານທີ່ທ່ອງທ່ຽວທີ່ມີຊື່ສຽງຫຼາຍແຫ່ງຢູ່ຫວຽດນາມ. ມາທ່ອງທ່ຽວໃນຄັ້ງນີ້, ຂ້າພະເຈົ້າຢາກຊອກຮູ້ກ່ຽວກັບທຳມະຊາດ, ປະຊາຊົນຢູ່ສະຖານທີ່ທ່ອງທ່ຽວດັ່ງກ່າວ. ສະນັ້ນ, ຄວນໄປທ່ອງທ່ຽວແບບໃດຈຶ່ງເໝາະສົມ?”.

        ເພື່ອນ ຄຳປະສົງ ທີ່ຮັກແພງ, ມົກເຈົາ ປຽບເໝືອນ “ດ່າລາດ” ຂອງເຂດ ໄຕບັ໊ກ (ໝາຍເຖິງທິດຕາເວັນຕົກສ່ຽງເໜືອ), ດ້ວຍອາກາດເຢັນສະບາຍຕະຫຼອດປີ, ທິວທັດທຳມະຊາດສວຍງາມ, ບັນດາທົ່ງຫຍ້າ, ໂນນຊາຂຽວສົດງົດງາມຕະຫຼອດປີ. ເຂດທ່ອງທ່ຽວແຫ່ງຊາດ ມົກເຈົາ ລວທມີ 2 ເມືອງ: ມົກເຈົາ ແລະ ເວີນໂຮ່, ເຊິ່ງຫ່າງຈາກນະຄອນຫຼວງຮ່າໂນ້ຍ 200 ກ.ມ. ເຂດທ່ອງທ່ຽວນີ້ມີຫຼາຍຊົນເຜົ່າອ້າຍນ້ອງຮ່ວມດຳລົງຊີວິດຢູ່ຮ່ວມກັນ, ແຕ່ລະຊົນເຜົ່າກໍ່ມີຈຸດວັດທະນະທຳທີ່ເປັນເອກະລັກສະເພາະຂອງໃຜມັນ, ມີຄວາມດູດດຶ່ມສະເພາະ. ມີສີສັນວັດທະນະທຳທາງດ້ານຊຸດອາພອນຫຼາກຫຼາຍ, ສະຖາປັດຕະຍາກຳເຮືອນຢູ່, ການດຳເນີນຊີວິດດ້ານວັດທະນະທຳທີ່ເປັນຫຼາຍຮູບຫຼາຍແບບ, ອາຫານການກິນກໍ່ມີຫຼາຍເຍື່ອງ ນັ້ນແມ່ນບັນດາປັດໄຈດຶງດູດນັກທ່ຽວທ່ຽວທັງຢູ່ພາຍໃນ ແລະ ຕ່າງປະເທດ. ຖ້າຫາກເພື່ອນຢາກຊອກຮູ້ກ່ຽວກັບທິວທັດທຳມະຊາດ, ປະຊາຊົນມົກເຈົາ, ເພື່ອນຄວນເລືອກການທ່ອງທ່ຽວແບບ homestay (ພັກຢູ່ເຮືອນປະຊາຊົນ). ເມື່ອເພື່ອນມາພັກຜ່ອນດຳລົງຊີວິດຢູ່ກັບປະຊາຄົມ, ເພື່ອນບໍ່ພຽງແຕ່ມີກາລະໂອກາດໄດ້ຮັບປະທານບັນດາເຍື່ອງອາຫານຂອງຊົນເຜົ່າ, ແລກປ່ຽນວັດທະນະທຳ, ສິລະປະເທົ່ານັ້ນ, ຫາກຍັງໄດ້ຄົ້ນຫາທິວທັດທຳມະຊາດແບບຫົກເຮື້ອເປົ່າຫວ່າງ, ສວຍງາມ; ໄດ້ຊອກຮູ້ກ່ຽວກັບຮີດຄອງປະເພນີ, ສີສັນວັດທະນະທຳຂອງຊົນເຜົ່າ ແລະ ໄດ້ເຂົ້າຮ່ວມການລະຫຼີ້ນພື້ນເມືອງ, ອາຊີບທີ່ເປັນມູນເຊື້ອ, ເຂົ້າຮ່ວມການເຄື່ອນໄຫວອອກແຮງງານທຳການຜະລິດກັບພໍ່ແມ່ປະຊາຊົນຢູ່ທີ່ນີ້ອີກດ້ວຍ. ຫວັງວ່າ, ຮູບແບບທ່ອງທ່ຽວ homestay ເຊິ່ງທາງລາຍການແນະນຳມານັ້ນຈະຊ່ວຍໃຫ້ເພື່ອນມີເວລາພັກຜ່ອນທີ່ເບີກບານມ່ວນຊື່ນ ແລະ ມີຄວາມໝາຍຢູ່ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ