ຄັດສະເໜີເນື້ອໃນຈົດໝາຍ ແລະ ຕອບບາງຄຳຖາມເຊິ່ງທ່ານຜູ້ຟັງຝາກມາລາຍການໃນອາທິດຜ່ານມາ

(VOVWORLD) -ໃນອາທິດຜ່ານມາ, ພະແນກກະຈາຍສຽງບັນດາລາຍການພາກພາສາຕ່າງປະເທດ, ວິທະຍຸກະຈາຍສຽງຫວຽດນາມ ໄດ້ຮັບຈົດໝາຍ, ອີແມວ 279 ສະບັບ ແລະ ໂທລະສັບຫຼາຍສາຍ ຈາກທ່ານຜູ້ຟັງທີ່ມາຈາກ 46 ປະເທດ ແລະ ເຂດແຄ້ວນ.

ໃນອາທິດຜ່ານມາ, ລາຍການພາກພາສາລາວ, VOV ໄດ້ຮັບໂທລະສັບ, ຂໍ້ຄວາມ ແລະ ຄຳອວຍພອນປີໃໝ່ຜ່ານທາງ Facebook ເຖິງບັນດາອ້າຍເອື້ອຍນ້ອງໃນລາຍການ. ເນື່ອງໃນໂອກາດປີໃໝ່ສາກົນ 2019, ບັນດາທິການ VOV ຂໍອວຍພອນໃຫ້ທ່ານຜູ້ຟັງທຸກໆທ່ານປີໃໝ່ຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກ, ສຳເລັດໜ້າທີ່ວຽກງານຂອງຕົນ. ຫວັງວ່າ, ໃນໄລຍະຈະມາເຖິງ, ພວກຂ້າພະເຈົ້າຈະສືບຕໍ່ໄດ້ຮັບຄຳເຫັນປະກອບຂອງທ່ານຜູ້ຟັງກ່ຽວກັບບັນດາຂ່າວ/ບົດ ທີ່ໄດ້ອອກອາກາດໄປແລ້ວນັ້ນ ກໍຄືໃນແວັບໄຊ vovworld.vn ຫຼື vov5.vn ຫຼາຍກວ່າອີກ. ນອກນັ້ນ, ມີບາງຂ່າວ/ບົດ ກ່ຽວກັບການພົວພັນລະຫວ່າງ ຫວຽດນາມ - ລາວ ຍັງໄດ້ລົງໃນ Facebook ມີຊື່ວ່າ VOV Lao, ນີ້ກໍແມ່ນໜຶ່ງໃນບັນດາຊ່ອງຕິດຕໍ່ພົວພັນລະຫວ່າງບັນນາທິການ ແລະ ທ່ານຜູ້ຟັງ. ພວກຂ້າພະເຈົ້າຫວັງວ່າ ຈະໄດ້ຮັບຄຳເຫັນປະກອບຈາກທ່ານຜູ້ຟັງກ່ຽວກັບລາຍການຫຼາຍກວ່າອີກ.

ຄັດສະເໜີເນື້ອໃນຈົດໝາຍ ແລະ ຕອບບາງຄຳຖາມເຊິ່ງທ່ານຜູ້ຟັງຝາກມາລາຍການໃນອາທິດຜ່ານມາ - ảnh 1 ການເຫຼື້ອມໃສບູຊາພະແມ່ 3 ພະນາງຂອງຊາວຫວຽດນາມ

(ພາບປະກອບອີນເຕີແນັດ)

ໃນອີແມວສົ່ງເຖິງລາຍການ, ເພື່ອນ ສຸກມະລິວົງ ໄດ້ແບ່ງປັນວ່າ: ຂ້າພະເຈົ້າໄດ້ຮັບຊົມກ່ຽວກັບການເຫຼື້ອມໃສບູຊາພະແມ່ 3 ພະນາງຂອງຊາວຫວຽດນາມ ໃນໂອກາດໄປທ່ຽວຢູ່ຫວຽດນາມ, ຂ້າພະເຈົ້າເອງມີຄວາມປະທັບໃຈຕໍ່ວັດທະນະທຳປະເພດນີ້ທີ່ສຸດ. ໃນໄລຍະຜ່ານມາ, ຂ້າພະເຈົ້າໄດ້ຮັບຂ່າວວ່າ ການເຫຼື້ອມໃສບູຊາພະແມ່ຂອງຊາວຫວຽດນາມ ນີ້ໄດ້ຮັບການຮັບຮອງເອົາຈາກ UNESCO ວ່າ ເປັນມໍລະດົກບໍ່ມີຮູບຮ່າງຂອງມວນມະນຸດແມ່ນບໍ່?

        ເພື່ອນ ສຸກມະລິວົງ ທີ່ຮັກແພງ, ການເຫຼື້ອມໃສບູຊາພະແມ່ 3 ພະນາງ ຂອງຊາວຫວຽດນາມ ແມ່ນຮູບການບູຊາພະແມ່ທີ່ມີມາແຕ່ສັດຕະວັດທີ 16. ແຕ່ດົນນານມາແລ້ວ, ຊາວຫວຽດນາມ ໄດ້ມີຈິດສໍານຶກວ່າ ທຸກໆປະກົດການທາງທຳມະຊາດຄື: ໄພແຫ້ງແລ້ງ ຫຼື ໄພນ້ຳຖ້ວມ, ດິນແດນຖືກແຕກແຫ້ງຫລືດິນອຸດົມສົມບູນ, ຕົ້ນໄມ້ໃບຫຍ້າເຕີບໃຫຍ່ຂະຫຍາຍຕົວ, ສັດສາວາສິ່ງອອກແມ່ແຜ່ລູກ ກໍລ້ວນແຕ່ນອນໃນສິດອໍານາດຂອງພະແມ່. ສະນັ້ນ, ຖ້າຫາກໄດ້ຮັບການປົກປ້ອງ, ອຸ້ມຊູຈາກພະແມ່ຄືດັ່ງຜູ້ເປັນແມ່ທາງທໍາມະຊາດນັ້ນ, ຊີວິດຂອງ ມະນຸດຈະໄດ້ຮັບປະກັນກວ່າ. ນີ້ແມ່ນຄໍາສໍານຶກພິເສດຂອງຊາດຫວຽດນາມ ຫາກບໍ່ມີຢູ່ປະເທດໃດ. ນັ້ນກໍແມ່ນຄຸນຄ່າຕົ້ນຕໍ, ພົ້ນເດັ່ນຂອງການເຫຼື້ອມໃສບູຊາພະແມ່. ການເຫຼື້ອມໃສບູຊາພະແມ່ 3 ພະນາງ ຂອງຫວຽດນາມ ໄດ້ນຳມາບັນດາຄຸນຄ່າລະດັບໂລກ ຍ້ອນບັນດາຄຸນຄ່າດ້ານປະຫວັດສາດ ແລະ ສີສັນວັດທະນະທຳຂອງຊາວຫວຽດນາມ. ຜ່ານນີ້ ຊາວຫວຽດນາມ ໄດ້ສະແດງໃຫ້ເຫັນຈິດສໍານຶກຂອງຕົນກ່ຽວກັບປະຫວັດສາດ, ມໍລະດົກວັດທະນະທຳ, ບົດບາດຂອງເພດໄວ ແລະ ສີສັນຊາດ. ການເຫຼື້ອມໃສບູຊາພະແມ່ 3 ພະນາງ ຕອບສະຫນອງໄດ້ຄວາມຕ້ອງການ ແລະ ຄວາມມຸ່ງຫວັງຂອງຊີວິດຈິດໃຈດ້ານວັດທະນະທໍາຂອງຊາວຫວຽດນາມ. ວັນທີ 1/12/2016, ດ້ວຍຄວາມເຫັນດີເຫັນພ້ອມຂອງກອງປະຊຸມ, ຄະນະກຳມະການໄດ້ອອກມະຕິຮັບຮອງເອົາ “ການປະຕິບັດ ເຫຼື້ອມໃສບູຊາພະແມ່ຂອງຊາວ ຫວຽດນາມ” ແມ່ນມໍລະດົກວັດທະນະທຳບໍ່ມີຮູບຮ່າງເປັນຕົວແທນໃຫ້ມວນມະນຸດ” ຢ່າງເປັນທາງການ. ເລື່ອງສຳເນົາເອກະສານ “ການປະຕິບັດ ເຫຼື້ອມໃສບູຊາພະແມ່ຂອງຊາວ ຫວຽດນາມ” ໄດ້ຮັບການ ຮັບຮອງຈາກ UNESCO ວ່າແມ່ນ ມໍລະດົກວັດທະນະທຳບໍ່ມີຮູບຮ່າງເປັນຕົວແທນໃຫ້ມວນມະນຸດນັ້ນ ດ້ານໜຶ່ງໄດ້ປະກອບສ່ວນເພີ່ມທະວີທີ່ຕັ້ງບົດບາດຂອງມໍລະດົກສຳລັບສັງຄົມ, ເຮັດໃຫ້ວັດທະນະທຳ ຫວຽດນາມ ແລະ ຂອງມະນຸດອຸດົມສົມບູນຂຶ້ນຕື່ມ, ອີກດ້ານອື່ນຈະເຮັດໃຫ້ວົງຄະນະຍາດ, ບັນດາຜູ້ປະຕິບັດການເຄື່ອນໄຫວຂອງມໍລະດົກມີຄວາມຮັບຮູ້ຢ່າງເລິກເຊິ່ງຕື່ມອີກກ່ຽວກັບມໍລະດົກຂອງຕົນເພື່ອໃຫ້ເຂົາເຈົ້າມີຄວາມເອກອ້າງທະນົງໃຈ ແລະ ຕັ້ງໜ້າກ່ວາໃນວຽກງານເຂົ້າຮ່ວມ ແລະ ພັດທະນາຄຸນຄ່າຂອງການເຫຼື້ອມໃສບູຊາພະແມ່.

ເພື່ອນຄຳພັນ ວິໄລຈິດ, ຢູ່ແຂວງ ຈຳປາສັກ ໄດ້ສົ່ງອີແມວ ມາລາຍການໂດຍໃຫ້ຮູ້ວ່າ: ໃນໄລຍະຈະມາເຖິງ, ຂ້າພະເຈົ້າຈະໄປທ່ອງທ່ຽວຢູ່ຮ່າໂນ້ຍ. ນີ້ເປັນຄັ້ງທຳອິດທີ່ຂ້າພະເຈົ້າມາທ່ອງທ່ຽວຮ່າໂນ້ຍ ຂ້າພະເຈົ້າຍັງບໍ່ຮູ້ບັນດາສະຖານທີ່ທ່ອງທ່ຽວເຊິ່ງແຂກທ່ອງທ່ຽວທັງຢູ່ພາຍໃນ ແລະ ຕ່າງປະເທດ ມັກໄປຢ້ຽມຢາມ. ສະນັ້ນ, ຂໍໃຫ້ທາງລາຍການແນະນຳບັນດາສະຖານທີ່ທ່ອງທ່ຽວຢູ່ນະຄອນຮ່າໂນ້ຍໃຫ້ແດ່ ເພື່ອສ້າງຄວາມສະດວກໃຫ້ຂ້າພະເຈົ້າໃນການຢ້ຽມຢາມຄັ້ງນີ້. ຂໍຂອບໃຈ.

ເພື່ອນຄຳພັນ ວິໄລຈິດ ທີ່ຮັກແພງ, ຮ່າໂນ້ຍ ມີສະຖານທີ່ທ່ອງທ່ຽວຫຼາຍແຫ່ງ ເຊິ່ງເປັນທີ່ຮູ້ຈັກຂອງນັກທ່ອງທ່ຽວທັງຢູ່ພາຍໃນ ແລະ ຕ່າງປະເທດຫຼາຍຄົນ. ມີແຂກທ່ອງທ່ຽວຫຼາຍຄົນຢາກຊອກຮູ້ຂໍ້ມູນກ່ອນທີ່ມາທ່ອງທ່ຽວຢູ່ຮ່າໂນ້ຍ. ເພື່ອສ້າງຄວາມສະດວກໃຫ້ເພື່ອນໃນການມາຢ້ຽມຢາມຮ່າໂນ້ຍ ໃນໄລຍະຈະມາເຖິງ, ພວກເຮົາຂໍແນະນຳສະຖານທີ່ທ່ອງທ່ຽວບາງແຫ່ງຢູ່ໃຈກາງນະຄອນຮ່າໂນ້ຍ ແລະ ເຂດອ້ອມແອ້ມທີ່ເພື່ອນຄວນໄປຢ້ຽມຢາມ ແລະ ຄົ້ນຫານັ້ນແມ່ນ: ໜອງຮ່ວາງກ໊ຽມ ແລະ ວິຫານຫງອກເຊີນ, ໂຮງລະຄອນໃຫຍ່ຮ່າໂນ້ຍ, ສຸສານປະທານໂຮ່ຈີມິນ, ເຂດປູຊະນີຍະສະຖານຄຸກ ຫວາລໍ່, ວັນມ໋ຽວກ໋ວກຕີຢາມ ເຊິ່ງແມ່ນມະຫາວິທະຍາໄລແຫ່ງທໍາອິດຂອງຫວຽດນາມ, ວັດເສົ້າດຽວ, ພະລາດຊະວັງທັງລອງ. ນອກນັ້ນ, ເພື່ອນອາດຈະໄປຢ້ຽມຢາມຫໍພິພິດຕະພັນຊົນເຜົ່າວິທະຍາຫວຽດນາມ (ຫ່າງຈາກໃຈກາງນະຄອນຮ່າໂນ້ຍ ປະມານ 8 ກ.ມ), ບ້ານແພໄໝ ຫວ້ານຟຸກ (ທີ່ຫ່າງຈາກໃຈກາງນະຄອນຮ່າໂນ້ຍ 10 ກມ), ກຳແພງ ໂກລວາ ແລະ ວິຫານບູຊາ ອານເຍືອງເວືອງ (ຫ່າງຈາກໃຈກາງນະຄອນຮ່າໂນ້ຍ 17 ກມ), ບ້ານບູຮານ ເດື່ອງເລີມ (ຫ່າງຈາກໃຈກາງນະຄອນຫຼວງຮ່າໂນ້ຍປະມານ 50 ກມ)... ເພື່ອນຄຳພັນ ວິໄລຈິດ ທີ່ຮັກແພງ, ນັ້ນແມ່ນບັນດາສະຖານທີ່ທ່ອງທ່ຽວຢູ່ຮ່າໂນ້ຍ ເຊິ່ງພວກເຮົາໄດ້ແນະນຳໃຫ້ເພື່ອນ, ຫວັງວ່າການທ່ອງທ່ຽວຮ່າໂນ້ຍ ຂອງເພື່ອນໃນໄລຍະຈະມາເຖິງຈະເຕັມໄປດ້ວຍຄວາມປະທັບໃຈ.

ຕອບກັບ

ຂ່າວ/ບົດ​ອື່ນ