ຄັດສະເໜີເນື້ອໃນຈົດໝາຍ ແລະ ຕອບບາງຄຳຖາມເຊິ່ງທ່ານຜູ້ຟັງໄດ້ຝ​າກ​ມາ​ລາຍ​ການ

ຄັດສະເໜີເນື້ອໃນຈົດໝາຍ ແລະ ຕອບບາງຄຳຖາມເຊິ່ງທ່ານຜູ້ຟັງໄດ້ຝ​າກ​ມາ​ລາຍ​ການ - ảnh 1

(vovworld) - ໃນ​ອາ​ທິດ​ຜ່ານ​ມາ, ລາຍ​ການ​ພາກ​ພາ​ສາ​ລາວ, ວິ​ທະ​ຍຸ​ກະ​ຈາຍ​ສຽງ​ຫວຽດ​ນາມ, ໄດ້​ຮັບ​​ໂທ​ລະ​ສັບ, ອີ​ແມວ, ​ຈົດໝາຍຈ​າກ​ຜູ້​ຟັງ​ລາວ ທີ່​ສົ່ງ​ມາລາຍການ​​. ໃນ​ລາຍ​ການ​ໂອ້​ລົມ​ກັບ​ເພື່ອນ​ລາວ ມື້​ນີ້, ພວກ​ເຮົາ​ຂໍ​ຄັດ​ສະ​ເໜີ​ເນື້ອ​ໃນ​ຈົດ​ໝາຍ ແລະ ຕອບ​ບາງ​ຄຳ​ຖາມ​ເຊິ່ງ​ທ່າ​ນ​ຜູ້​ຟັງ​​ໄດ້ຝ​າກ​ມາ​ລາຍ​ການ.

            ໃນ​ອາ​ທິດ​ຜ່ານ​ມາ, ເພື່ອນ ທອນ​ສະ​ໄໝ ຈັນ​ທະ​ນະ​ສິນ, ນັກ​ວິ​ຊາ​ການ​ກາ​ແດງ​ແຂວງ​ຄຳ​ມ່ວນ ໄດ້​ສົ່ງ​ຂໍ້​ຄວາມ​ທາງ Facebook ໃຫ້​ຮູ້​ວ່າ, ​ເພື່ອ​ນ​ໄດ້​ຮັບບັດ​ອວຍ​ພອນ​ປີ​ໃໝ່​ຈາກພາກ​ພາ​ສາ​ລາວ ວິ​ທະ​ຍຸ​ກະ​ການ​ສຽງ​ຫວຽດ​ນາມ (VOV) ແລ້ວ ແລະ ຂໍອວຍ​ພອນ​ໃຫ້​ລາຍ​ການ​ຈົ່ງ​ນັບ​ມື້​ນັບ​ພັດ​ທະ​ນາ. ນອກນັ້ນ, ​ເພື່​ອ​ນ​ຍັງ​ ມອບ​ບັດ​ໄປ​ສະ​ນີຍະ​ບັດ​ສະ​ແຕມ​ຮູບດອກ​ຈຳ​ປາ ທີ່​ເປັນ​ສັນ​ຍາ​ລັກ​ຂອງ​ລາວ​ເຖິງ​ລາຍການອີກ​ດ້ວຍ.

        ​ເພື່ອນ ທອນ​ສະ​ໄໝ ຈັນ​ທະ​ນະ​ສິນ ທີ່​ຮັກ​ແພງ, ລາຍ​ການ​ພາກ​ພາ​ສາ​ລ​າວ VOV ຂໍຂອບ​ໃ​ຈເພື່ອນ​ທີ່​ໄດ້​ແຈ້ງ​ໃຫ້​ຊາບ ກ່ຽວ​ກັບ​ເລື່ອງ​ໄດ້​ຮັບ​ບັດ​ອວຍ​ພອນ​ປີ​ໃໝ່ ເຊິ່ງ​ທາງ​ລາຍ​ການ​ສົ່ງ​ໃຫ້​ເພື່ອ​ນ ແລະ ບັນ​ນາ​ທິ​ການ​ພາກ​ພາ​ສາ​ລາວ ກໍ່ຂໍ​ສະ​ແດງ​ຄວາມ​ຂອບ​ອົກຂອບ​ໃຈ​ເພື່ອນ​ທີ່ໄດ້​ສົ່ງ​ບັດ​ອວຍ​ພອນ​​ທີ່​ມີ​ຄວາມ​ໝາຍ​ຄື​ແນວນັ້ນໃຫ້​ລາຍ​ການ​ຂອງ​ພວກ​ເຮົາ.

        ນອກ​ຈາກນັ້ນ, ເພື່ອນ​​ສຸດ​ທະ​ສອນ ເຄືອບ​ຄຳ​ວອນ, ​ສະຫະພັນ​ກຳມະບານ​ນະຄອນຫຼວງ​ວຽງ​ຈັນ ກໍ່​ໂທ​ລະ​ສັບຝາກຄຳ​ອວຍ​ພອນ​ປີ​ໃໝ່​ສາກົນເຖິງ​ລາຍ​ການ.

        ທ່ານ​ຜູ​້​ຟັງ​ທີ່​ເຄົາ​ລົບ, ເນື່ອງ​ໃນ​ໂອ​ກາດ​ປີໃໝ່ສາກົນ 2016, ບັນ​ນາ​ທິ​ການ VOV ຂ​ໍ​ອວຍ​ພອນ​ໃຫ້​​ຜູ້​ຟັງ​ທຸກ​ໆ​ທ່ານ ​ປີ​ໃໝ່​ຈົ່ງ​ມີ​ສຸ​ຂະ​ພາບ​ເຂັ້ມ​ແຂງ, ມີ​ຄວາມ​ຜາ​ສຸກ, ​ສຳ​ເລັດ​ໜ້າ​ທີ່​ວຽກ​ງານ​ຂອງ​ຕົນ. ຫວັງ​ວ່າ, ໃນ​ໄລ​ຍະ​ຈະ​ມາ​ເຖິງ, ພວກ​ຂ້າ​ພະ​ເຈົ້າ​ຈະສືບ​ຕໍ່​ໄດ້​ຮັບ​ຄຳ​ເຫັນ​ປະ​ກອບຈາກ​ທ່ານ​ຜູ້​ຟັງ​ກ່ຽວ​ກັບ​ບັນ​ດາ​ຂ່າ​ວ/ບົດ ທາງວິ​ທະ​ຍຸ​ກະ​ຈາຍ​ສຽງ ກໍ​ຄື​ໃນ​ແວັບ​ໄຊ vovworld.vn ຫຼ​ື vov5.vn ຫຼາຍກວ່າ​ອີກ. ນອກນີ້​ລາຍການ​ຍັງ​ແນະນຳ​ບາງ​ຂ່າວ/ບົດກ່ຽວ​ກັບ​ການ​ພົວ​ພັນ​ລະ​ຫວ່າງ ຫວຽດ​ນາມ - ລາວ ທາງ Facebook ທີ່ມີ​ຊື່​ວ່າ VOV Lao ອີກ, ນີ້​ກໍ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ຊ່ອງ​ຕິດ​ຕໍ່​ພົວ​ພັນ​ລະ​ຫວ່າງ​ບັນ​ນາ​ທິ​ການ ແລະ ທ່ານ​ຜ​ູ້​ຟັງ. ດັ່ງ​ນັ້ນຢ່າງ​ລືມ​ປະກອບ​ຄຳ​ເຫັນ​ໃຫ້​ລາຍການ​ພາກ​ພາສາ​ລາວ​ແດ່​ເດີ

         ເພື່ອນ ສຸກ​ມະ​ລີ​ວົງ ​ແຂວງ ​ໄຊ​ຍະ​ບຸລີ ​ໄດ້​ສົ່ງ​ຈົດໝາຍ​ຫາ​ລາຍການ​​ໂດຍຖາມ​ວ່າ: ​ໃນ​ລາຍການ​ຊົນນະບົດ​ໃໝ່, ຂ້າພະ​ເຈົ້າ​ໄດ້​ຮັບ​ຟັງ​ກ່ຽວ​ກັບ​ການ​ພັດທະນາ​ບັນດາ​ຂະ​ແໜງອາຊີບ, ທາງ​ຄົມ​ມະ​ນາ​ຄົມ, ວິທີ​ປ່ຽນ​ໃໝ່​ໃນ​ການ​ພັດທະນາ​ກະສິກຳ. ​ແຕ່​ຂ້າພະ​ເຈົ້າ​ຍັງ​ບໍ່​ທັນ​ເຂົ້າ​ໃຈ​​ໄດ້ວ່າ ​​ອີ​ງ​ໃສ່​ມາດຖານ​ໃດ​ເພື່ອ​​ໄດ້​ຮັບ​ການ​ຮັບຮອງ​ວ່າ​ເປັນ​ຕາ​ແສງ​​ບັນລຸ​ມາດຖານ​ ຊົນນະບົດ​ໃໝ່?

       ເພື່ອນ ສຸກ​ມະ​ລີ​ວົງ ທີ່​ຮັກ​ແພງ, ບັນດາ​ມາດຖານ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ພັດທະນາ​ຊົນນະບົດ​ໃໝ່, ​ເຊິ່ງ​​ທ່ານ​ນາຍົກລັດຖະມົນຕີ​ໄດ້​ເຊັນ​ຂໍ້​ຕົກລົງປະກາດ​ໃນ​ເດືອນ 4/2009, ​ໄດ້​ແບ່ງ​ອອກເປັນ 5 ໝວດຄື: ໝວດ​ທີ 1 ​ແມ່ນ​ມາດຖານ​ກ່ຽວ​ກັບ “​ແຜນ​ກຳ​ນົດ ​ແລະ ການປະຕິບັດ​ແຜນກຳນົດ”. ໝວດ​ທີ 2 ​ແມ່ນ “​ໂຄງ​ລ່າງ​ເສດຖະກິດ - ສັງຄົມ” ດ້ວຍ​ບັນດາ​ມາດຖານ​ຄົມມະນາຄົມ, ຊົນລະປະທານ, ​ໄພ​ຟ້າ, ​ໂຮງຮຽນ, ພື້ນຖານ​ດ້ານ​ວັດຖຸ​, ວັດທະນະທຳ, ​ຕະຫຼາດ​ຊົນນະບົດ, ໄປສະນີ, ​ເຮືອນ​ຢູ່​ຂອງ​ປະຊາຊົນ. ໝວດ​ທີ 3 ​ແມ່ນ “​ເສດຖະກິດ ​ແລະ ຈັດ​ຕັ້ງ​ການ​ຜະລິດ”, ​ເຊິ່ງລວມມີ​ມາດຕະຖານ​ດ້ານ​ລາຍ​ຮັບ, ຄອບຄົວ​ທຸກ​ຍາກ, ​ໂຄງ​ປະກອບ​​ແຮງ​ງານ ​ແລະ ຮູບ​ການ​ຈັດ​ຕັ້ງ​ການ​ຜະລິດ. ໝວດ​ທີ 4 ​ແມ່ນ “ວັດທະນະທຳ - ສັງຄົມ - ສິ່ງ​ແວດ​ລ້ອມ” ​ເຊິ່ງລວມມີມາດຖານ​ກ່ຽວ​ກັບການ​ສຶກສາ, ສາທາລະນະ​ສຸກ, ວັດ​ທະ​ນະ​ທຳ ​ແລະ ສິ່ງ​ແວດ​ລ້ອມ. ​ແລະ ມາດຖານ​ສຸດ​ທ້າຍ​ແມ່ນ​ໝວດ​ກ່ຽວ​ກັບ “ລະບົບ​ການ​ເມືອງ” ດ້ວຍ 2 ມາດຖານ: ລະບົບ​ອົງການ​ການ​ເມືອງ​ສັງຄົມ​ໝັ້ນ​​ຄົງເຂັ້ມ​ແຂງ ​ແລະ ຄວາມ​ສະຫງົບປອດ​ໄພ, ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ທາງ​ສັງ​ຄົມ. ມາດຖານ​ແຫ່ງ​ຊາດ​ໄດ້​ກຳນົດ​ບັນດາມາດຖານ​ຢ່າງ​ລະອຽດທີ່​ສຸດ​ໃນ​ຊີວິດ​ສັງຄົມ, ການ​ຜະລິດ, ການ​ດຳລົງ​ຊີວິດ​ຢູ່​ເຂດ​ຊົນນະບົດ. ​ມີ​ບັນດາ​ມາດຖານ​ທີ່​ມີ​ລັກສະນະ​​ເປັນ​ຮູບ​ຮ່າງ​ຄື: ລະບົບ​ຕາໜ່າງ​ໄພ​ຟ້າ, ທາງ​ຄົມມະນາຄົມ,​ໂຮງຮຽນ, ​ສຸກສາລາ, ລາຍ​ຮັບ, ​ເຮືອນ​ຢູ່, ​ແຕ່​ກໍ​ມີ​ບັນດາ​ມາດຖານ​ທີ່ມີ​ລັກສະນະ​ບໍ່​ເປັນ​ຮູບ​ຮ່າງ​ຄື: ອັດຕາສ່ວນ​ສຳ​ເລັດການ​ສຶກສາພາກ​ບັງຄັບ, ຄົນງານ​ໄດ້​ຮັບ​ການ​ບຳ​ລຸງສ້າງ, ການເຂົ້າ​ຮ່ວມບັນດາ​ຮູບ​ການ​​ປະກັນ​ສຸຂະພາບ, ໝູ່ບ້ານບັນລຸ​ມາດຖານ​​​ວັດທະນະທຳ, ສຸ​ສານ​ໄດ້​ຮັບ​ການກໍ່​ສ້າງ​ຕາມ​ແຜນ​ຜັງ...

      ດັ່ງ​ທີ່​ກ່າວ​ມາ​ຂ້າງ​ເຖິງ​ນັ້ນແມ່ນ​ເນື້ອ​ໃນຄຳ​​ຖາມຂອງ​​ຜູ້ຟັງ​ບາງ​ທ່ານ​ທີ່ຝາກ​ມາລາ​ຍການ​ໃນ​ອາທິດ​ຜ່ານ​ມາ, ຫວັງ​ວ່າ ທ່ານ​ຜູ້​ຟັງ​ຈະ​ສືບ​ຕໍ່​​ຝາກ​ຈົດໝາຍ, ອີ​ແມວ ຫຼື ​ໂທລະສັບມາ​ຫາ​ລາຍການເພື່ອ​ປະກອບ​ຄຳ​ເຫັນ​ຊ່ວຍ​ລາຍການ​ຂອງ​ພວກ​ເຮົາ​​ໃຫ້ນັບ​ມື້​ນັບ​ດີ​ກວ່າ​​ເກົ່າ. ພວກ​ເພື່ອນ​ສາ​ມາດ​ຝາກຈົດໝາຍ​ມາ​ຍັງ​ລາຍການ​ໂດຍ​ຈ່າໜ້າຊອງ​ວ່າ: ພາກ​ພາສາ​ລາວ, ວິທະຍຸ​ກະຈາຍສຽງ​ຫວຽດນາມ, ​ເຮືອນ​ເລກທີ 45 ​ຖະໜົນ ບ່າ​ຈ້ຽວ, ຮ່າ​ໂນ້ຍ. ຫຼືໂທລະສັບ​ໂດຍ​ກົງ​​ກໍ່​ໄດ້​ຕາມ​ເບີ​ໂທ 0084​.43.8256631 ຫຼື ສົ່ງອີ​ແມວດ້ວຍ​ລະຫັດ laovov5@gmail.com. ຂໍ​​​ອວຍພອນ​ໃຫ້​ທ່ານ​ຈົ່ງ​ມີ​ສຸຂະພາບ​ເຂັ້ມ​ແຂງ ​ແລະ ມີ​ຄວາມ​ຜາ​ສຸກ.

ຂ່າວ/ບົດ​ອື່ນ