ຄັດ​ສະ​ເໜີ​ເນື້ອ​ໃນ​ຈົດ​ໝາຍ​ບາ​ງ​ສະ​ບັບ ແລະ ຕອບ​ບາງ​ຄຳ​ຖາມ​ເຊິ່ງ​ທ່ານ​ຜູ້​ຟັງ​ໄດ້​ຝາກ​ມາ​ລາຍ​ການ​ໃນ​ອາ​ທິດ​ຜ່ານ​ມາ

(VOVWORLD) -  ໃນອາທິດຜ່ານມາ, ລາຍການກະຈາຍສຽງພາກພາສາລາວ ໄດ້ຮັບຈົດໝາຍ, ອີແມວຫຼາຍສະບັບຈາກທ່ານຜູ້ຟັງຝາກມາລາຍການ. ໃນຈົດໝາຍ, ນອກຈາກບັນດາຄຳສະແດງຄວາມຮູ້ສຶກເມື່ອຕິດຕາມບັນດາຄໍລຳໃນເວັບໄຊຂອງ VOV5 ແລ້ວນັ້ນ, ການທ່ອງທ່ຽວຍາມໃດກໍແມ່ນຫົວຂໍ້ທີ່ທ່ານຜູ້ຟັງມີຄວາມສົນໃຈຫຼາຍທີ່ສຸດ. ໃນລາຍການ “ໂອ້ລົມກັບເພື່ອນລາວ” ມື້ນີ້, ພວກຂ້າພະເຈົ້າຂໍຄັດສະເໜີເນື້ອໃນຈົດໝາຍບາງສະບັບ ແລະ ຕອບບາງຄຳຖາມເຊິ່ງທ່ານຜູ້ຟັງໄດ້ຝາກມາລາຍການໃນອາທິດຜ່ານມາ.

ທ່ານຜູ້ຟັງທີ່ເຄົາລົບ! ຫວ່າງແລ້ວນີ້, ຫວຽດນາມ ມີຄວາມເປັນກຽດ ຖືກຄັດເລືອກ ເປັນ 1 ໃນ 14 ສະຖານທີ່ທ່ອງທ່ຽວໄດ້ຮັບຄວາມນິຍົມໃນປີ 2019 ຈາກວາລະສານ Forbes ແລະ ເຫດການດັ່ງກ ໄດ້ດຶງດູດຄວາມຢາກຮູ້ຢາກເຫັນ ແລະ ຄວາມສົນໃຈຂອງທ່ານຜູ້ຟັງຫຼາຍຄົນ. ນອກຈາກຄຳສະແດງຄວາມຄິດເຫັນທີ່ວ່າ “ດີໃຈນຳຫວຽດນາມເດີ”, “ປະເທດຫວຽດນາມສວຍງາມແທ້ໆ... ຍັງມີຜູ້ຟັງຫຼາຍຄົນຢາກຮູ້ກ່ຽວກັບມາດຖານການຄັດເລືອກຂອງວາລະສານດັ່ງກ່າວ ແລະ ນັ້ນກໍແມ່ນຄຳຖາມຂອງເພື່ອນ ສຸວັນນີ ຢູ່ແວງວຽງຈັນ ທີ່ໄດ້ຝາກມາລາຍການ.

ຄັດ​ສະ​ເໜີ​ເນື້ອ​ໃນ​ຈົດ​ໝາຍ​ບາ​ງ​ສະ​ບັບ ແລະ ຕອບ​ບາງ​ຄຳ​ຖາມ​ເຊິ່ງ​ທ່ານ​ຜູ້​ຟັງ​ໄດ້​ຝາກ​ມາ​ລາຍ​ການ​ໃນ​ອາ​ທິດ​ຜ່ານ​ມາ - ảnh 1 ໂຮ້ຍອານ - ສະຖານທີ່ທ່ອງທ່ຽວທີ່ລືຊື່

        ເພື່ອນ ສຸວັນນີ ທີ່ຮັກແພງ! ມາດຖານການຄັດເລືອກຂອງ ວາລະສານ Forbes ແມ່ນ ປະເທດແຫ່ງນັ້ນ ຕ້ອງມີບັນດາການບໍລິການທີ່ຈັບໃຈ, ນຳມາເຊິ່ງບັນດາການຄົ້ນຫາທີ່ແປກໃໝ່ສຳລັບແຂກທ່ອງທ່ຽວ. ໄປຄຽງຄູ່ກັນນັ້ນ, ແຕ່ລະປະເທດທີ່ໄດ້ຮັບການຄັດເລືອກມານັ້ນ ຍັງຕ້ອງມີປະຫວັດສາດຄວາມເປັນມາອັນຍາວນານ ແລະ ມີສິລະປະວັດທະນະທຳທີ່ເລິກເຊິ່ງ ໂດຍສະແດງໃຫ້ເຫັນຜ່ານບັນດາຫໍວາງສະແດງ, ຫໍພິພິທະພັນ... ແລະ ອາຫານການກິນກໍແມ່ນປັດໄຈສຳຄັນທີ່ບໍ່ອາດຂາດໄດ້. ສຳລັບຫວຽດນາມແລ້ວ,  Forbes ຂຽນວ່າ: “ເຝີຫວຽດນາມ ຍາມໃດກໍມີລົດຊາດເຂັ້ມຂຸ້ນ ແລະ ເປັນຕາລອງຊີມ; ສ່ວນວັດວາອາຮາ ກໍມີຫຼາຍຮູບຫຼາຍແບບ, ຍາມໃດກໍນໍາມາເຊິ່ງຄວາມງາມແບບດັ້ງເດີມ ແລະ ງານບຸນຢູ່ຫວຽດນາມກໍມີຄວາມຟົດຟື້ນມ່ວນຊື່ນນໍາອີກ”.

        ເພື່ອນ ດວງບຸດດີ ໄດ້ສົ່ງຂໍ້ຄວາມຜ່ານທາງ ເຟສບຸກ ເຖິງລາຍການ ດ້ວຍເນື້ອໃນດັ່ງຕໍ່ໄປນີ້: ຂ້າພະເຈົ້າຮູ້ຈັກເຄື່ອງດື່ມ ກາເຟໄຂຢ໋າງ ໃນໂອກາດກອງປະຊຸມສຸດຍອດລະຫວ່າງ ອາເມລິກາ - ສປປ.ເກົາຫຼີ ຄັ້ງທີ 2 ທີ່ຖືກຈັດຂຶ້ນຢູ່ຮ່າໂນ້ຍຜ່ານມາ. ຂ້າພະເຈົ້າຢາກຮູ້ກ່ຽວກັບເຄື່ອງດື່ມພິເສດນີ້ທີ່ສຸດ. ຫວັງວ່າບັນດາອ້າຍເອື້ອຍບັນນາທິການລາຍການພາກພາສາລາວ ຈະແນະນຳເຄື່ອງດື່ມຊະນິດນີ້ ໃຫ້ຂ້າພະເຈົ້າຮູ້ແຈ້ງກວ່າ. ຂໍຂອບໃຈ!

        ເພື່ອນ ດວງບຸດດີ ທີ່ຮັກແພງ! ບໍ່ພຽງແຕ່ສະເພາະເພື່ອນເທົ່ານັ້ນ ຫາກຍັງມີຜູ້ຟັງຫຼາຍຄົນທີ່ຢູ່ບັນດາປະເທດອື່ນໆໃນໂລກ ກໍມີຄວາມສົນໃຈເຖິງເຄື່ອງດື່ມຊະນິດນີ້ເຊັ່ນດຽວກັນ. ດັ່ງນັ້ນ, VOV5 ໄດ້ແນນຳກ່ຽວກັບ ກາເຟໄຂ່ຜ່ານພາບສາລະຄະດີ ໃນເວັບໄຊ vov.world.vn. ແລະ ເພື່ອໃຫ້ທ່ານຜູ້ຟັງມີຄວາມເຂົ້າໃຈລາຍລະອຽດກວ່າ, ທາງລາຍການພວກເຮົາກໍໄດ້ຂຽນບົດສາລະຄະດີສະເພາະບົດໜຶ່ງກ່ຽວກັບເຄື່ອງດື່ມພິເສດນີ້. ເຊີນເພື່ອນ ດວງບຸດດີ ພ້ອມດ້ວຍທ່ານຜູ້ຟັງທັງຫຼາຍ ຈົ່ງພ້ອມກັນຕິດຕາມຮັບຟັງບົດຂຽນດັ່ງກ່າວໃນຄໍລຳ ອາຫານຫວຽດນາມ ເຊິ່ງຈະອອກອາກາດໃນມື້ວັນອາທິດ (ວັນທີ 31/03/2019) ຫຼືຕິດຕາມໃນເວັບໄຊ vov.world.vn ຂອງພວກເຮົາກໍ່ໄດ້.

        ເພື່ອນ ດາວວຽງຄຳ ພວມເຮັດວຽກຢູ່ນະຄອນຫຼວງວຽງຈັນ ໄດ້ສົ່ງຈົດໝາຍເຖິງລາຍການ ດ້ວຍເນື້ອໃນວ່າ: ຫົວພັນ ແມ່ນບ່ອນຝັງສາຍແຫ່ແຜ່ສາຍບືຂອງຂ້າພະເຈົ້າ. ດັ່ງນັ້ນ, ຂ້າພະເຈົ້າດີໃຈຫຼາຍເມື່ອໄດ້ອ່ານຂ່າວກ່ຽວກັບການເປີດລາຍການທ່ອງທ່ຽວ ກວານເຊີນ (ແທັງຮວ໊າ)  - ວຽງໄຊ (ຫົວພັນ) ແລະ ເຫັນວ່າ ຫົວພັນ ນັບມື້ນັບພັດທະນາ ພິເສດແມ່ນການທ່ອງທ່ຽວ - ຂະແໜງອຸດສາຫະກຳປອດຄວັນ.  ບໍ່ພຽງແຕ່ເທົ່ານັ້ນ ຂະແໜງທ່ອງທ່ຽວຍັງແມ່ນຂົວເຊື່ອມຕໍ່ປະກອບສ່ວນເຂົ້າໃນການເພີ່ມພູນຄູນສ້າງສາຍພົວພັນມິດຕະພາບແບບພິເສດ ລະຫວ່າງ ລາວ - ຫວຽດນາມ ໃຫ້ນັບມື້ແໜ້ນແຟ້ນກວ່າ. ເນື່ອງໃນໂອກາດນີ້ ຂ້າພະເຈົ້າຫວັງຢ່າງຍິ່ງວ່າ ບັນດາອ້າຍເອື້ອຍບັນນາທິການພາກພາສາລາວ ຈະແນະນຳໃຫ້ຂ້າພະເຈົ້າກໍຄືເພື່ອນຜູ້ຟັງມີຄວາມເຂົ້າໃຈແຈ້ງກວ່າກ່ຽວກັບບັນດາສະຖານທີ່ທ່ອງທ່ຽວຕ່າງໆຢູ່ກວານເຊີນ. ຂໍຂອບໃຈ!

        ເພື່ອນ ດາວວຽງຄຳ ແລະ ທ່ານຜູ້ຟັງທີ່ຮັກແພງທັງຫຼາຍ! ກວານເຊີນ ແມ່ນເມືອງໜຶ່ງຢູ່ທາງທິດຕາເວັນຕົກຂອງແຂວງແທັງຮວ໋າ ຂອງ ຫວຽດນາມ, ມີການແລກປ່ຽນຄ້າຂາຍກັບລາວຜ່ານດ່ານຊາຍແດນສາກົນ ນາແມ່ວ, ມີພູຜາປ່າໄມ້ທີ່ກວ້າງໃຫຍ່ໄພສານ, ເກາະກ່າຍກັນ ດ້ວຍບັນດາທັດສະນີຍະພາບທີ່ຈັບອົກຈັບໃຈແຂກທ່ອງທ່ຽວຄື: ຖ້ຳບໍກູ໊ງ; ຖໍ້ຳນາງນອນ; ນ້ຳຕົກຕາດບ້ານຍ່າຍ; ນ້ຳຕົກຕາດປາ; ຫ້ວຍນ້ຳອຸ່ນ; ບ້ານງາມ... ແລະ ບັນດາເຂດປູສະນີຍະສະຖານປະຫວັດສາດ-ວັດທະນະທຳຄື: ວິຫານຕືມາຮາຍດ່າວ, ຂົວຝ໋າຫຼໍ່, ຖໍ້າຮ່ອມ...

ຄັດ​ສະ​ເໜີ​ເນື້ອ​ໃນ​ຈົດ​ໝາຍ​ບາ​ງ​ສະ​ບັບ ແລະ ຕອບ​ບາງ​ຄຳ​ຖາມ​ເຊິ່ງ​ທ່ານ​ຜູ້​ຟັງ​ໄດ້​ຝາກ​ມາ​ລາຍ​ການ​ໃນ​ອາ​ທິດ​ຜ່ານ​ມາ - ảnh 2 ງານບຸນເມື່ອງເຊຍ ຢູ່ ເມືອງກວານເຊີນ

        ເມື່ອແຂກທ່ອງທ່ຽວມາຢາມກວານເຊີນ ຈະມີໂອກາດໄດ້ຄົ້ນຫາ ແລະ ຊອກຮູ້ກ່ຽວກັບວັດທະນະທຳ, ຮີດຄອງປະເພນີຂອງພໍ່ແມ່ປະຊາຊົນ 4 ຊົນເຜົ່າອ້າຍນ້ອງທີ່ດຳລົງຊີວິດຮ່ວມກັນຄື ຜູ້ໄທ, ເມື່ອງ, ກິງ ແລະ ມົ້ງ. ແຕ່ລະຊົນເຜົ່າກໍມີຮີດຄອງປະເພນີ, ວິຖີຊີວິດ, ພາສາ, ເຄື່ອງນຸ່ງຂອງຖື ແລະ ອາຫານທີ່ແຕກຕ່າງກັນ ແລະ ເປັນເອກະລັກສະເພາະຂອງເຜົ່າຕົນ. ກວານເຊີນ ຍັງຮັກສາສິລະປະວັນນະຄະດີພື້ນເມືອງຫຼາຍຮູບຫຼາຍແບບໄວ້ໄດ້ຄື: ຂັບຜູ້ໄທ, ຂັບກ່ອມ, ເຕັ້ນສາບ, ຕໍາເຂົ້າ. ນອກຈາກນັ້ນ ຍັງມີໝູ່ບ້ານອາຊີບຫັດຖະກຳທີ່ເປັນເອກະລັກຄື:  ຕ່ຳຫູກທໍໄໝຫຍິບປັກຖັກແສ່ວ, ຈັກສານ, ຕົ້ມເຫຼົ້າສາລີ, ເຮັດຢາສະໝຸນໄພ; ບັນດາງານຕະຫຼາດນັດ, ງານບຸນທີ່ເປັນເອກະລັກຄື: ງານບຸນເມື່ອງເຊຍ, ບຸນເຂົ້າໃໝ່ ແລະ ບັນດາເຍື່ອງອາຫານທີ່ເປັນເອກະລັກຂອງເຂດພູຜາປ່າໄມ້ທາງທິດຕາເວັນຕົກຂອງແທັງຮວ໊າຄື ເຂົ້າຫຼາມ, ເຂົ້າໜຽວ 5 ສີ, ຊີ້ນຄວາຍຢ້າງ, ແກງອວຍ, ປີ້ງປາຫ້ວຍ, ເຫຼົ້າເຂົ້າໜຽວ...

        ນອກຈາກບັນດາລາຍການທ່ອງທ່ຽວຢູ່ພາຍໃນເມືອງ ກວານເຊີນ ແລະ ເມືອງວຽງໄຊແລ້ວ, ບັນດາບໍລິສັດທ່ອງທ່ຽວ ຍັງເປີດກວ້າງຂອບເຂດ ແລະ ຮ່ວມສຳພັນກັບບັນດາສະຖານທີ່ທ່ອງທ່ຽວທີ່ລືຊື່ອື່ນໆໃນແຂວງແທັງຮວ໊າຄື ພູຫຼວງ, ຫາດຊາຍແຄມທະເລເຊິ່ມເຊີນ... ແລະ ບັນດາແຂວງໃກ້ຄຽງຄື ນິງບິ່ງ, ຮວ່າບິ່ງ, ເຊີນລາ... ແລະ ນັບທັງ ຮ່າໂນ້ຍ ຕື່ມອີກ.  ດ້ວຍບັນດາສະຖານທີ່ທ່ອງທ່ຽວຈັບອົກຈັບໃຈທີ່ໄດ້ກ່າວມານັ້ນ, ຫວັງວ່າ ເພື່ອນ ດາວວຽງຄຳ ແລະ ທ່ານຜູ້ຟັງ ຈະເລືອກເອົາລາຍການທ່ອງທ່ຽວໃດໜຶ່ງ ແລະ ເຂົ້າຮ່ວມການຄົ້ນຫາທີ່ມີຄວາມໝາຍນີ້ແດ່ເດີ.

ດັ່ງທີ່ກ່າວມາຂ້າງເທິງແມ່ນເນື້ອໃນຈົດໝາຍ ແລະການຕອບບາງຄຳຖາມຂອງຜູ້ຟັງ, ຜູ້ອ່ານບາງທ່ານ ທີ່ຝາກມາລາຍການ ໃນອາທິດທີ່ຜ່ານມາ. ຖ້າຫາກທ່ານຜູ້ຟັງ, ຜູ້ອ່ານທ່ານໃດ ມີຄວາມສົນໃຈຕໍ່ບັນຫາໃດໜຶ່ງ, ກໍ່ສາມາດຝາກຈົດໝາຍມາຍັງລາຍການ ຂອງພວກເຮົາ ໄດ້ເລີຍ ໂດຍຈ່າໜ້າຊອງວ່າ: ພາກພາສາລາວ, ວິທະຍຸກະຈາຍສຽງ ຫວຽດນາມ, ເຮືອນເລກທີ 45 ຖະໜົນ ບ່າຈ້ຽວ, ຮ່າໂນ້ຍ. ຫຼື ໂທລະສັບມາໂດຍກົງກໍ່ໄດ້ ຕາມເບີໂທ 0084.243.825.6631 ຫຼື ອີແມວ laovov5@gmail.com. ທ່ານຜູ້ຟັງກໍ່ສາມາດໃຫ້ ຄຳຕິຊົມໃນເວັບໄຊ vovworld.vn ຂອງພວກເຮົາ.

ຕອບກັບ

ຂ່າວ/ບົດ​ອື່ນ