ຄຳອວຍພອນປີໃຫມ່2017ຂອງທ່ານຫງວຽນເທກີ໋,ຜູ້ອຳນວຍການໃຫຍ່ວິທະຍຸກະຈາຍສຽງຫວຽດນາມ

ຄຳອວຍພອນປີໃຫມ່2017ຂອງທ່ານຫງວຽນເທກີ໋,ຜູ້ອຳນວຍການໃຫຍ່ວິທະຍຸກະຈາຍສຽງຫວຽດນາມ - ảnh 1
ທ່ານ​ຫງວຽນ​ເທ​ກີ໋, ຜູ້​ອຳ​ນວຍ​ການ​ໃຫຍ່​ວິ​ທະ​ຍຸ​ກະ​ຈາຍ​ສຽງ​ຫວຽດ​ນາມ

ຮຽນທ່ານ​ຜູ້​ຟັງ​ໃນ​ໂລກ​ ແລະ ພໍ່​ແມ່​ຊາວ​ຫວຽດ​ນາມ​ພວມ​ດຳ​ລົງ​ຊີ​ວິດ ແລະ ເຮັດ​ວຽກ​ຢູ່​ຕ່າງ​ປະ​ເທດທ​ີ່​ຮັກ​ແພງ!

ຈາກ​ຮ່າ​ໂນ້ຍ ນະ​ຄອນ​ຫລວງ​ຂອງ​ປະ​ເທດ ​ສ​ສ​ ຫວຽດ​ນາມ, ຂ້າ​ພະ​ເຈົ້າ​ຂໍ​ສົ່ງ​ເຖິງ​ທ່ານ​ຜູ້​ຟັງ​ສາ​ກົນ ແລະ ພໍ່​ແມ່​ປະ​ຊາ​ຊົນ​ຊາວ​ຫວຽດ​ນາມ ຢູ່ ຕ່າງ​ປະ​ເທດ ​ຄຳ​ອວຍ​ພອນ​ປີ​ໃຫມ່​ 2017 ​ຈົ່ງມີ​ສຸ​ຂະ​ພາບ​ເຂັ້ມ​ແຂງ, ມີ​ຄວ​າມ​ຜາ​ສຸກ, ປະ​ສົບ​ຜົນ​ສຳ​ເລັດ. ອວຍ​ພອນ​ໃຫ້​ມວນ​ມະ​ນຸດ​ໄດ້​ດຳ​ລົງ​ຊີ​ວິດ​ໃນ​ສັນ​ຕິ​ສຸກ, ມິ​ດ​ຕະ​ພາບ, ການ​ຮ່ວມ​ມື ແລະ ພັດ​ທະ​ນາ.

ປີ 2016 ຫາກໍ່​ຜ່ານ​ໄປ ດ້ວຍ​ຄວາມ​ເບີກ​ບາ​ນ​ມ່ວ​ນ​ຊື່ນຫລາຍ​ຢ່າງ ແຕ່​​ຍັງ​ມີ ຄວາມ​ເປັນ​ຫ່ວງ ຄວາມ​ມຸ້ງ​ຫວັງ. ສຳ​ລັບ​ຫວຽດ​ນາມ, ປີ 2016 ແມ່ນ​ປີ​ທີ່​ປະ​ເທດ​ຊາດ​ພວກ​ຂ້າ​ພະ​ເຈົ້າ​ໄດ້​ສຸມ​ກຳ​ລັງ​ເຫື່ອ​ແຮງ​ເພື່ອ​ຍູ້​ແຮງ​ກິດ​ຈະ​ການ​ປ່ຽນ​ແປງ​ໃຫມ່, ຈາກ​ດ້ານ​ການ​ເມືອງ​ຕະ​ຫລອດ​ຮອດ​ເສດ​ຖະ​ກິດ, ວັດ​ທະ​ນະ​ທຳ, ສັງ​ຄົມ, ການ​ປ້ອງ​ກັນ​ຊາດ ​ປ້ອງ​ກັນ​ຄວາມ​ສະ​ຫງົບ ແລະ ການ​ຕ່າງ​ປະ​ເທດ. ເສດ​ຖະ​ກິດ​ມະ​ຫາ​ພາກ​ມີ​ຄວາມ​ສະ​ຖຽນ​ລະ​ພາບ, GDP ໄດ້​ເພີ່ມ​ຂຶ້ນ 6,21%, ລາຍ​ຮັບ​ງົບ​ປະ​ມານ​ລື່ນ​ກາຍ​ຄາດ​ໝາຍ​​ທີ່ວາງ​ອອກ, ມີ​ວິ​ສາ​ຫະ​ກິດ 110.000 ແຫ່ງ​ໄດ​້​ຮັບ​ການ​ສ້າງ​ຕັ້ງ​ໃຫມ່, ຊື່ງ​ແມ່ນ​ລະ​ດັບ​ສູງ​ສຸດ​ນັບ​ແຕ່ກ​ອ່ນ​ມາ​ຮອດ​ປະ​ຈຸ​ບັນ, ​ການດຶງ​ດູດ​ເງິນ​ລົງ​ທຶນ​ໂດຍ​ກົງ​ຂອງ​ຕ່າງ​ປະ​ເທດ FDI ບັນ​ລຸ​ເກືອບ 16 ຕື້ USD, ຕ້ອນ​ຮັບ​ນັກ​ທ່ອງ​ທ່ຽວ​ສາ​ກົນ​ກວ່າ 10 ລ້ານ​ເທື່ອ​ຄົນ. ກິດ​ຈະ​ການລົບ​ລ້າງ​ຄວາມ​ອຶດ​ຫິວ​ຫລຸ​ດ​ຜ່ອນ​ຄວາມ​ທຸກ​ຍາກ, ປົກ​ປັກ​ຮັກ​ສາ​ສິ່ງ​ແວດ​ລ້ອມ, ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ​ກໍ່ບັນ​ລຸ​ໝາກ​ຜົນ​ເປັນ​ຫນ​້າ​ຊື່ນ​ຊົມ. ສິດ​ທິ​ມະ​ນຸດ​ສືບ​ຕໍ່​ໄດ້​ຮັບ​ການຢັ້ງ​ຢືນ ແລະ ຖື​ເປັນ​ສຳ​ຄັນ. ກິດ​ຈະ​ການ​ປົກ​ປົກ​ຮັກ​ສາ​ເອ​ກະ​ລາດ, ອະ​ທິ​ປະ​ໄຕ, ຜືນ​ແຜ່ນ​ດິນ​ອັນ​ຄົບ​ຖ້ວນ, ຮັກ​ສາ​ສະ​ພາບ​ແວດ​ລ້ອມ​ສັນ​ຕິ​ພາບ​ເພື່ອ​ການ​ພັດ​ທະ​ນາ​ຂອງ​ປະ​ເທດ​ຊາດ​ໄດ້​ຮັບ​ການ​ຍູ້​ແຮງ.

ຫວຽດ​ນາມ​ ສືບ​ຕໍ່​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ຫລາຍ​ດ້ານ​ກັບ​ຫລາຍ​ປະ​ເທດ, ຫລາ​ຍ​ອົງ​ການ​ຈັດ​ຕັ້ງ​ສ​າ​ກົນ. ບັນ​ດາ​ສັນ​ຍາ​ການ​ຄ້າ​ເສ​ລີ​ກັບ ສະ​ຫະ​ພາບ​ເອີ​ລົບ ( EU), ສະ​ຫະ​ພັ​ນ​ເສດ​ຖະ​ກິດ ອາ​ຊີ ເອີ​ລົບ, ກັບ ສ​ເກົາ​ຫລີ​ໄດ້​ຮັບ​ການ​ລົງ​ນາມ, ຕັ້ງ​ຫນ້າ​ເຂົ້າ​ຮ່ວມ​ການ​ສ້າງ​ປະ​ຊາ​ຄົມ​ກັບ​ບັນ​ດາ​ປະ​ເທດ​ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້​ (ອາ​ຊຽນ), ເພີ່ມ​ທະ​ວີ​ການ​ພົວ​ພັນ​ກັບ​ບັນ​ດາ​ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ​ຄື: ລາວ, ກຳ​ປູ​ເຈຍ, ກັບ​ບັນ​ດາ​ປະ​ເທດ​ໃຫຍ່​ຄື: ຈີນ, ອາ​ເມ​ລິ​ກາ, ລັດ​ເຊຍ, ຍີ່​ປຸ່ນ, ອິນ​ເດຍ..

ສຳ​ລັບ​ການ​ພ​ົວ​ພັນ​ຢ່າງ​ແຫນ້ນ​ແຟ້ນ​​ລະ​ຫວ່າງ​ປະ​ເທດ​ຊາດ ກັບ​ພໍ່​ແມ່​ປະ​ຊາ​ຊົນ​ຫວຽດາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ​ໄດ້​ຮັບ​ການ​ຮັດ​ແຫນ້ນ ແລະ ຖື​ຊາວ​ຫວຽດ​ນາມ​ຢູ່​ຕ່າງ​ປະ​ເທດ​ແມ່ນ​ສ່ວນ​ຫນຶ່ງບໍ່​​ອາດ​ຕັດ​ແຍກ​ອອກ​ຈາກ​ບ້ານ​ປະ​ເທດ​ຫວຽດ​ນາມ​ໄດ້.

ດ້ວຍ​ຖາ​ນະ​ແມ່ນ​ອົງ​ການ​ສື່ມວນ​ຊົນ​ແຖວ​ຫນ້າ​ຂອງ​ລັດ​ຖະ​ບານ ແລະ ປະ​ຊາ​ຊົນ​ຫວຽດ​ນາມ, ວິ​ທະ​ຍຸ​ກະ​ຈາຍ​ສຽງ​ຫວຽດ​ນາມ, ພິ​ເສດ​ແມ່ນ​ລະ​ບົບ​​ລາຍ​ການ​ກະ​ຈາຍ​ສຽງພ​າກ​ພາ​ສາ​ຕ່າງ​ປະ​ເທດ VOV5, ຍາມ​ໃດ​ກໍ​ມີ​ຄວາມ​ເອກ​ອ້າງ​ທະ​ນົງ​ໃຈ ແມ່ນ​ຂົວ​ຕໍ່​ ໝັ້ນ​ຄົງ​ລະ​ຫວ່າງ​ຫວຽດ​ນາມ ແລະ ໂລກ, ລະ​ຫວ່າງ​ປະ​ເທດ​ຊາດ ແລະ ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ.

ວິ​ທະ​ຍຸ​ກະ​ຈາຍ​ສຽງ​ຫວຽດ​ນາມ ຂໍ​ຂອບ​ອົກ​ຂອບ​ໃຈ​ທ່ານ​ຜູ້​ຟັງ​ສາ​ກົນ, ພໍ່​ແມ່​ປະ​ຊາ​ຊົນ​ຊາວ​ຫວຽດ​ນາມ ຢູ່​ຕ່າງ​ປະ​ເທດ ໃນ​ຫລາຍ​ປີ​ຜ່ານ​ມາ​ໄດ້​ສະ​ຫນິດ​ຕິດ​ພັນ​ກັບ​ວິ​ທະ​ຍຸ​ກະ​ຈາຍ​ສຽງ​ຫວຽດ​ນາມ, ກັບ​ບັນ​ດາ​ລາຍ​ການ​ກະ​ຈາຍ​ສຽງຂອງວິ​ທະ​ຍຸ, ປະ​ກອບ​ຄຳ​ເຫັນ​ເພື່ອ​ໃຫ້​ວິ​ທະ​ຍຸ​ກະ​ຈາຍ​ສຽງ​ຫວຽດ​ນາມ ຍົກ​ສູງ​ຄຸນ​ນະ​ພາບ, ເນື້ອ​ໃນລາຍ​ການ, ຮູບ​ການ, ຂອບ​ເຂດ​ອອກ​ອາ​ກາດ ຢ່າງບໍ່​ຢຸດຢັ້ງ.

ດ້ວຍ​ຄວາມ​ຮັ​ກ​ແພງ ແລະ ຄວາມ​ເຊື່ອ​ໝັ້ນ ຈາກ​ທ່ານ​ຜູ້​ຟັງ ແລະ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ​ ຍາມ​ໃດ​ກໍ​ແມ່ນ​ແຫລ່ງ​ລະ​ດົມ​ກຳ​ລັງ​ໃຈ​ອັນ​ໃຫຍ່​ຫລວງ​ເພື່ອ​ໃຫ້​ພວກ​ຂ້າ​ພະ​ເຈົ້າ​ສູ້​ຊົນ​ສ້າງວິ​ທະ​ຍຸ​ກະ​ຈາຍ​ສຽງ​ຫວຽດ​ນາມ​ໃຫ້​ດີ​ຂຶ້ນ ເພື່ອ​ເປັນ​ເພື່ອນ​ສະ​ຫນິດ​ສະ​ຫນົມ​, ມີ​ຄວາມ​ເຊື່ອ​ໝັ້ນຂອງ​ທ່ານ​ຜູ້​ຟັງ.

​ເນື່ອງ​ໃນ​ໂອ​ກາດ​ປີ​ໃຫມ່ 2017, ຂ້າ​ພະ​ເຈົ້າ​ຂໍອວຍ​ພອນ​ໃຫ້​ທ່ານ​ຜູ້​ຟັງ ມີ​ໂຊກ​ມີ​ໄຊ, ມ​ີ​ຄວາ​ມ​ຜາ​ສຸກ ແລະ ປະ​ສົບ​ຜົນ​ສຳ​ເລັດ.

ຕອບກັບ

ຂ່າວ/ບົດ​ອື່ນ