ຄຳອວຍພອນປີໃຫມ່ຂອງທ່ານປະທານປະເທດຫວຽດນາມ

(VOVWORLD) - ຂໍຮຽນພໍ່ແມ່ພີ່ນ້ອງຮ່ວມຊາດ, ເພື່ອນມິດສະຫາຍ ແລະ ນັກຮົບໃນທົ່ວປະເທດ

ຄຳອວຍພອນປີໃຫມ່ຂອງທ່ານປະທານປະເທດຫວຽດນາມ - ảnh 1ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ (ພາບ:TTXVN)

ລະດູບານໃຫມ່ເຕັມໄປດ້ວຍຄວາມເບີກບານມ່ວນຊື່ນ, ຄວາມເຊື່ອໝັ້ນ ແລະ ຄວາມຫວັງ ພວມວຽນມາສູ່ໃນທົ່ວປະເທດຫວຽດນາມ. ໃນຈຸດເວລາທີ່ສັກກະລະບູຊາ ແລະ ມີຄວາມໝາຍນີ້ ຕາງໜ້າໃຫ້ການນຳພັກ, ລັດ  ຂ້າພະເຈົ້າຂໍສົ່ງຄຳອວຍພອນອັນດີງາມທີ່ສຸດ ແລະ ຄວາມຮັກແພງເຖິງພໍ່ແມ່ພີ່ນ້ອງຮ່ວມຊາດ, ເພື່ອນມິດສະຫາຍ ນັກຮົບໃນທົ່ວປະເທດ, ແລະພໍ່ແມ່ພີ່ນ້ອງຊາວຫວຽດນາມ ອາໄສຢູ່ຕ່າງປະເທດ. ຂ້າພະເຈົ້າຂໍອວຍພອນໃຫ້ປະຊາຊົນ ແລະ ເພື່ອນມິດສາກົນທັງຢູ່ 5 ທະວີບໃນໂລກ ຈົ່ງກ້າວເຂົ້າສູ່ປີໃໝ່ແຫ່ງສັນຕິພາບ, ມິດຕະພາບ, ຜາສຸກ ແລະ ວັດທະນາຖາວອນ.

ໃນປີຈໍ 2018 ຜ່ານມາ, ທົ່ວພັກ, ທົ່ວປວງຊົນ ແລະ ທົ່ວກອງທັບ ຫວຽດນາມ ໄດ້ສາມັກຄີເປັນຈິດໜຶ່ງໃຈດຽວ, ມານະພະຍາຍາມຜ່ານຜ່າຄວາມຫຍຸ້ງຍາກບໍ່ແມ່ນຫນ້ອຍ, ບັນລຸຜົນງານສຳຄັນຫລາຍຢ່າງ, ຮອບດ້ານໃນທຸກຂົງເຂດ. ທີ່ຕັ້ງບົດບາດ, ກຳລັງແຮງ, ອິດທິພົນຊື່ສຽງຂອງປະເທດຊາດສືບ ຕໍ່ໄດ້ຮັບການຍົກສູງຂຶ້ນ ແລະ ໄດ້ຮັບການຕີລາຄາສູງຈາກເພື່ອນມິດສາກົນ.

ກ້າວເຂົ້າສູ່ປີໃຫມ່ປີກຸນ2019, ແມ່ນປີທີ່ມີຄວາມໝາຍສຳຄັນຫລາຍຢ່າງໃນການປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ 12 ຂອງພັກຢ່າງມີໄຊ, ແຜນການພັດທະນາເສດຖະກິດສັງຄົມໄລຍະ 5 ປີ ຄືແຕ່ປີ 2016-2020 ແລະ ມຸ່ງໄປເຖິງກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກ. ດ້ວຍຄວາມເຊື່ອໝັ້ນໃຫມ່, ກຳລັງແຮງໃຫມ່, ກຳລັງຫນູນໃຫມ່, ທົ່ວພັກ, ທົ່ວປວງຊົນ ແລະ ທົ່ວກອງທັບ ສືບຕໍ່ສາມັກຄີ, ເປັນເອກະພາບ, ເສີມຂະຫຍາຍບັນດາຜົນງານ, ໝາກຜົນທີ່ບັນລຸໄດ້, ມານະພະຍາຍາມສູ້ຊົນຜ່ານຜ່າທຸກຄວາມຫຍຸ້ງຍາກ, ສິ່ງທ້າທາຍ, ປະຕິບັດບັນດາຄາດໝາຍ, ຫນ້າທີ່ວາງອອກຢ່າງມີໄຊ, ສ້າງສາປະເທດຫວຽດນາມໃຫ້ນັບມື້ນັບຮັ່ງມີ ເຂັ້ມແຂງແລະ ສວຍງາມກວ່າເກົ່າ ຄືດັ່ງຄວາມມຸ່ງມາດປາດຖະຫນາຂອງລຸງໂຮ່.

ຂໍອວຍພອນໃຫ້ຊາວຫວຽດນາມໝົດທຸກຄົນປີໃຫມ່ຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກ ແລະ ປະສົບຜົນສຳເລັດ.

ຕອບກັບ

ຂ່າວ/ບົດ​ອື່ນ