ງານຕະຫຼາດນັດການຄ້າຫວຽດນາມ - ລາວ 2017

(VOVWORLD) - ໃນອາທິດຜ່ານມາ, ລະບົບກະຈາຍສຽງພາກພາສາຕ່າງປະເທດແຫ່ງຊາດ, ວິທະຍຸກະຈາຍສຽງຫວຽດນາມ ໄດ້ຮັບຈົດໝາຍ, ອີແມວ 179 ສະບັບ ແລະ ໂທລະສັບຫຼາຍສາຍ ຈາກທ່ານຜູ້ຟັງຢູ່ຫຼາຍປະເທດໃນໂລກ. ໃນນັ້ນລາຍການກະຈາຍສຽງພາກພາສາລາວ ໄດ້ຮັບຈົດໝາຍ, ອີແມວຫຼາຍສະບັບ ແລະ ໂທລະສັບ ຈາກທ່ານຜູ້ຟັງລາວ. ໃນລາຍການໂອ້ລົມກັບເພື່ອນລາວ ມື້ນີ້, ພວກເຮົາຂໍຄັດສະເໜີເນື້ອໃນຈົດໝາຍ ແລະ ຕອບບາງຄຳຖາມເຊິ່ງທ່ານຜູ້ຟັງຝາກມາລາຍການໃນອາທິດຜ່ານມາ.
ງານຕະຫຼາດນັດການຄ້າຫວຽດນາມ - ລາວ 2017 - ảnh 1(ການປະຊຸມຂ່າວກ່ຽວກັບງານຕະຫຼາດນັດການຄ້າຫວຽດນາມ - ລາວ 2017)

ໃນອາທິດຜ່ານມາ, ເພື່ອນ ຣັດທະວົງ, ຢູ່ແຂວງຊຽງຂວາງ ໄດ້ສົ່ງອີແມວ ມາຍັງລາຍການໃຫ້ຮູ້ວ່າ: ຂ້າພະເຈົ້າໄດ້ອ່ານຂ່າວ/ບົດໃນເວັບໄຊ vovworld.vn ເປັນປະຈຳ ແລະ ໄດ້ຮູ້ວ່າ ປີມິດຕະພາບຫວຽດນາມ - ລາວ, ລາວ - ຫວຽດນາມ ຈະດຳເນີນການເຄື່ອນໄຫວຫຼາຍຢ່າງ. ໃນນັ້ນມີງານຕະຫຼາດນັດການຄ້າຫວຽດນາມ - ລາວ ເຊິ່ງຈະໄດ້ຈັດຂຶ້ນຢູ່ນະຄອນຫຼວງວຽງຈັນ. ຜ່ານລາຍການພາກພາສາລາວ, ຂ້າພະເຈົ້າຢາກຊອກຮູ້ຂໍ້ມູນຂ່າວກ່ຽວກັບງານຕະຫຼາດນັດຄັ້ງນີ້ຕື່ມອີກ.

        ເພື່ອນ ຣັດທະວົງ, ທີ່ຮັກແພງ, ຕາມຂໍ້ມູນຂ່າວຈາກຄະນະຈັດຕັ້ງໃຫ້ຮູ້ວ່າ: ງານຕະຫຼາດນັດການຄ້າຫວຽດນາມ - ລາວ 2017 ຖືກໄຂຂຶ້ນໃນຕອນບ່າຍວັນທີ 29 ມິຖຸນາ, ຢູ່ສູນການຄ້າລາວ - ໄອເຕັກ, ຢູ່ນະຄອນຫຼວງວຽງຈັນ, ປະເທດລາວ. ການເຄື່ອນໄຫວດັ່ງກ່າວໂດຍກະຊວງປ້ອງກັນປະເທດຫວຽດນາມ ສົມທົບກັບກະຊວງອຸດສາຫະກຳການຄ້າຫວຽດນາມ, ກະຊວງອຸດສາຫະກຳການຄ້າລາວ, ກະຊວງປ້ອງກັນປະເທດລາວ ຈັດຕັ້ງ, ດ້ວຍຫົວຂໍ້ວ່າ "ມິດຕະພາບ, ຮ່ວມມື ແລະ ພັດທະນາ". ງານຕະຫຼາດນັດຄັ້ງນີ້ໂດຍມີການເຂົ້າຮ່ວມຂອງ 120 ຫົວໜ່ວຍ, ວິສາຫະກິດຂອງ 2 ປະເທດຫວຽດນາມ - ລາວ, ດ້ວຍຮ້ານວາງສະແດງສິນຄ້າ 320 ຮ້ານ, ຖືກວາງສະແດງໃນເນື້ອທີ່ປະມານ 6.000 ຕາແມັດ, ລວມມີ: ເຂດວາງສະແດງ, ແນະນຳກ່ຽວກັບສາຍພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງ 2 ປະເທດຫວຽດນາມ - ລາວ, ຮູບພາບກອງທັບປະຊາຊົນຫວຽດນາມ ເຂົ້າຮ່ວມການອອກແຮງງານຜະລິດສ້າງເສດຖະກິດເພື່ອພັດທະນາປະເທດຊາດ ແລະ ເຂດຈັດງານຕະຫຼາດນັດ, ໃນນັ້ນຫວຽດນາມ ເຂົ້າຮ່ວມແມ່ນເກືອບ 90 ຫົວໜ່ວຍ, ວິສາຫະກິດ, ດ້ວຍຮ້ານວາງສະແດງເກືອບ 120 ຮ້ານ. ບັນດາວິສາຫະກິດຫວຽດນາມ ໄດ້ນຳເອົາບັນດາສິນຄ້າທີ່ມີຄຸນນະພາບ, ມີຊື່ສຽງເຂົ້າຮ່ວມຄື: ເຄື່ອງຕ່ຳແຜ່ນຕັດຫຍິບ, ເກີບໜັງ, ຜະລິດຕະພັນກະເສດ, ເຄື່ອງປ່າຂອງດົງ ແລະ ສິນໃນນ້ຳ, ເຄື່ອງສິລະປະຫັດຖະກຳ, ເຄື່ອງໄຟຟ້າ - ເອເລັກໂຕນິກ... ງານຕະຫຼາດນັດການຄ້າຫວຽດນາມ - ລາວ 2017 ຈະອັດລົງໃນວັນທີ 03 ກໍລະກົດ 2017.

        ເພື່ອນ ສຸກມາລີວົງ ຢູ່ແຂວງ ໄຊຍະບູລີ, ໄດ້ສົ່ງອີແມວມາລາຍການພາກພາສາລາວຖາມວ່າ: ຂ້າພະເຈົ້າໄດ້ຍິນວ່າ, ສູນວັດທະນະທຳຫວຽດນາມ ປະຈຳລາວ ໄດ້ຈັດເຫດການຫຼາຍຢ່າງເພື່ອຂ່ຳນັບຮັບຕ້ອນບັນດາວັນບຸນໃຫຍ່ຂອງ 2 ປະເທດ. ຂ້າພະເຈົ້າຢາກຮູ້ວ່າ, ໃນໄລຍະຜ່ານມາ, ສູນວັດທະນະທຳດັ່ງກ່າວໄດ້ຈັດບັນດາເຫດການວັດທະນະທຳໃດແດ່?

        ເພື່ອນ ສຸກມາລີວົງ ທີ່ຮັກແພງ, ຕາມຂໍ້ມູນຂ່າວຈາກສູນວັດທະນະທຳຫວຽດນາມ ປະຈຳລາວ ໃຫ້ຮູ້ວ່າ: ເພື່ອແນໃສ່ຜັນຂະຫຍາຍບັນດາວຽກງານສະເຫຼີມສະຫຼອງ “ປີມິດຕະພາບຫວຽດນາມ - ລາວ 2017” ແລະ 2 ເຫດການສຳຄັນແມ່ນສະເຫຼີມສະຫຼອງ 55 ປີແຫ່ງວັນສ້າງສາຍພົວພັນທາງການທູດ ແລະ 40 ປີແຫ່ງວັນເຊັນສົນທິສັນຍາມິດຕະພາບ, ຮ່ວມມືຫວຽດນາມ - ລາວ, ສູນວັດທະນະທຳໄດ້ສົມທົບກັບບັນດາອົງການທີ່ກ່ຽວຂ້ອງຂອງ 2 ປະເທດຈັດຕັ້ງການເຄື່ອນໄຫວຕ່າງໆ, ລະອຽດຄື: ງານວາງສະແດງພາບແຕ້ມຂອງບັນດານັກຈິດຕະກອນຫວຽດນາມ ແລະ ລາວ ເຊິ່ງຖືກດຳເນີນໃນວັນທີ 12 ມິຖຸນາ ຜ່ານມາ ຢູສູນວັດທະນະທຳຫວຽດນາມ ປະຈຳລາວ; ສ້າງແຜນຮ່າງ, ເປັນເສນາທິການໃຫ້ບັນດາຫົວໜ່ວຍທີ່ມີໜ້າທີ່ຈັດຕັ້ງການແຕ່ງບົດເພງສັນລະເສີນຍ້ອງຍໍສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງຫວຽດນາມ - ລາວ. ການປຸກລະດົມການແຕ່ງບົດເພງໄດ້ຮັບການປະຕິບັດນັບແຕ່ທ້າຍປີ 2016 ແລະ ໄດ້ຮັບບົດເພງນັບຮ້ອຍໆບົດ, ໃນນັ້ນມີສິບບົດເພງໄດ້ຮັບການຄັດເລືອກເພື່ອສະເໜີຕໍ່ມະຫາຊົນໃນປີນີ້. ພ້ອມກັນນັ້ນ, ສູນວັດທະນະທຳກໍ່ໄດ້ສົມທົບກັບກົມຮ່ວມມືສາກົນຂອງກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ 2 ປະເທດ ແລະ ບາງຫົວໜ່ວຍທີ່ກ່ຽວຂ້ອງຈັດຕັ້ງການພິມຈຳໜ່າຍປື້ມໂຄສະນາກ່ຽວກັບປະເທດຊາດ, ມະນຸດ, ວັດທະນະທຳສິລະປະ ແລະ ການທ່ອງທ່ຽວຂອງ 2 ປະເທດ ດ້ວຍພາສາຫວຽດ, ລາວ ແລະ ອັງກິດ; ຈັດຕັ້ງສັບປະດາວັດທະນະທຳພ້ອມກັນຢູ່ທັງ 2 ປະເທດ ລວມມີບັນດາການເຄື່ອນໄຫວວາງສະແດງຮູບພາບກ່ຽວກັບຫວຽດນາມ, ສະແດງສິລະປະຢູ່ນະຄອນຫຼວງວຽງຈັນ ແລະ ບາງແຂວງຂອງລາວ, ສົ່ງເສີມໂຄສະນາການທ່ອງທ່ຽວ... ໃນໄລຍະຈະມາເຖິງ, ສູນວັດທຳນະທຳກໍ່ຈະສົມທົບກັບກົມສື່ມວນຊົນ, ກະຊວງຖະແຫຼງຂ່າວ - ສື່ສານ ຈັດງານວາງສະແດງກ່ຽວກັບການພົວພັນທາງການທູດຫວຽດນາມ - ລາວ, ຮູບພາບຫວຽດນາມ, ປະເທດຊາດ ແລະ ຊາວຫວຽດນາມ ຜ່ານສື່ມວນຊົນ, ເຊິ່ງຄາດວ່າຈະດຳເນີນໃນຕົ້ນເດືອນກໍລະກົດຢູ່ນະຄອນຫຼວງວຽງຈັນ.

        ເພື່ອນວິລາວັນ ບຸດດາຄຳ ໄດ້ສົ່ງອີແມວມາລາຍການໃຫ້ຮູ້ວ່າ: ໃນລາຍການໂອ້ລົມກັບເພື່ອນລາວທີ່ອອກອາກາດໃນວັນທີ 22 ມິຖຸນາຜ່ານມາ, ຂ້າພະເຈົ້າໄດ້ຮັບຄຳຕອບຈາກພາກພາສາລາວ ກ່ຽວກັບຄຳຖາມທີ່ຂ້າພະເຈົ້າຝາກເຖິງລາຍການທີ່ຢາກຊອກຮູ້ກ່ຽວກັບບັນດາສະຖານທີ່ທ່ອງທ່ຽວທາງພາກໃຕ້ຂອງຫວຽດນາມ. ໃນລາຍການນັ້ນ, ພວກເພື່ອນໄດ້ສະໜອງຂໍ້ມູນຂ່າວຫຼາຍຢ່າງທີ່ມີປະໂຫຍດກ່ຽວກັບສະຖານທີ່ທ່ອງທ່ຽວທາງພາກໃຕ້ໃຫ້ຂ້າພະເຈົ້າ. ໃນໄລຍະຈະມາເຖິງ, ຂ້າພະເຈົ້າຈະຍາດເວລາເພື່ອຈະໄປຢ້ຽມຢາມສະຖານທີ່ທ່ອງທ່ຽວບາງແຫ່ງເຊິ່ງພວກເພື່ອນໄດ້ແນະນຳ. ຂ້າພະເຈົ້າຂໍຂອບໃຈນຳທາງລາຍການ.

ດັ່ງທີ່ກ່າວມາຂ້າງເທິງແມ່ນເນື້ອໃນຄຳເຫັນຂອງທ່ານຜູ້ຟັງທີ່ຝາກມາລາຍການໃນອາທິດຜ່ານມາ, ຫວັງວ່າ ທ່ານຜູ້ຟັງຈະສືບຕໍ່ຝາກຈົດໝາຍ, ອີແມວ ຫຼື ໂທລະສັບມາຫາລາຍການ ເພື່ອປະກອບຄຳເຫັນຊ່ວຍລາຍການຂອງພວກເຮົາໃຫ້ນັບມື້ນັບດີກວ່າເກົ່າ.

ຕອບກັບ

ຂ່າວ/ບົດ​ອື່ນ