ງານບຸນຊາຂອງສະມາຄົມແມ່ຍິງກະຊວງການຕ່າງປະເທດລາວ ແລະ ຄະນະທູຕານຸທູດ 2016

(vovworld) - ໃນ​ອາ​ທິດ​ຜ່ານ​ມາ, ລະ​ບົບ​ກະ​ຈາຍ​ສຽງ​ພາກ​ພາ​ສາ​ຕ່າງ​ປະ​ເທດ​ແຫ່ງ​ຊາດ, ວິ​ທະ​ຍຸ​ກະ​ຈາຍ​ສຽງ​ຫວຽດ​ນາມ ໄດ້​ຮັບຈົດ​ໝາຍ, ອີ​ແມວ ໂທ​ລະ​ສັບ​ 211 ສະ​ບັບຈາກທ່ານ​ຜູ້​ຝັງຢູ່​ 36 ປະ​ເທດ​ໃນ​ໂລກ. ໃນ​ນັ້ນ​ລາຍ​ກະ​ຈາຍ​ສ​ຽງ​ພາກ​ພາ​ສາ​ລາວ ໄດ້​ຮັບອີ​ແມວ, ໂທ​ລະ​ສັບ 4 ສະ​ບັບຈາກ​ທ່ານ​ຜູ້​ຟັງ​ລາວ. ໃນ​ລາຍ​ການ​ໂອ້​ລົມ​ກັບ​ເພື່ອນ​ລາວ ມື້​ນີ້, ພວກ​ເຮົາ​ຂໍ​ຄັດ​ສະ​ເໜີ​ເນື້ອ​ໃນ​ຈົດ​ໝາຍ ແລະ ຕອບ​ບາງ​ຄຳ​ຖາມ​ເຊິ່ງ​ທ່າ​ນ​ຜູ້​ຟັງ​​ໄດ້ຝ​າກ​ມາ​ລາຍ​ການ.

ງານບຸນຊາຂອງສະມາຄົມແມ່ຍິງກະຊວງການຕ່າງປະເທດລາວ ແລະ ຄະນະທູຕານຸທູດ 2016 - ảnh 1
(ຮ້ານ​ວາງ​ສະ​ແດງຂອງ​ຫວຽດ​ນາມ)

    ເພື່ອນ ຣັດ​ທະ​ວົງ, ຢູ່​ແຂວງ ​ສຽງຂວາງ, ໄດ້​ສົ່ງ​​ອີ​ແມວຫາ​ລາຍການ​​ພາກ​ພາ​ສາ​ລາວ ຢາກ​ຮ​ູ້​ຂ່າ​ວ​ຄາວ​ກ່ຽວ​ກັບ​ງານ​ບຸນ​ຊາ​ຂອງ​ສະ​​ມາ​ຄົມ​ແມ່​ຍິງ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ລາວ ແລະ ຄະ​ນະ​ທູ​ຕ​າ​ນຸ​ທູດ 2016, ເຊິ່ງ​ຖືກ​ດຳ​ເນີນ​ຢູ່​ລາວ ໃນ​ອາ​ທິດ​ຜ່ານ​ມາ.

        ເພື່ອນ ຣັດ​ທະ​ວົງ ທີ່​ຮັກ​ແພງ, ວັນ​ທີ 11/11 ຜ່ານ​ມາ, ຢູ່​ນະ​ຄອນ​ຫຼວງວຽງ​ຈ​ັນ, ປະ​ເທດ​ລາວ ໄດ້​ດຳ​ເນີນ​ງານ​ບຸນຊາ​ຂອງ​ສະ​ຫະ​ພັນ​ແມ່​ຍິງກະ​ຊວງ​ການ​ຕ່າງ​ປະ​ເທດ​ລາວ ແລະ ຄະ​ນະ​ທູ​ຕ​າ​ນຸ​ທູດ 2016. ນີ້​ແມ່ນ​ງານ​​ບຸນຊາ​ປະ​ຈຳ​ປີ​ຂອງ​ສະ​ຫະ​ພັນ​ທີ່​ສະ​ຫງວນ​ໃຫ່​ແມ່​ຍິງຄະ​ນະ​ທູ​ຕ​າ​ນຸ​ທູດ ແລະ ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ສາ​ກົນ ຢູ່​ນະ​ຄອນ​ຫຼວງວຽງ​ຈັນ. ເຂົ້າ​ຮ່ວມ​ງານ​ບຸນຊາ ມີ​ຜູ້​ແທນ​ເຊິ່ງ​ແມ່ນ​ພັນ​ລະ​ຍາ​ບັນ​ດາ​ພະ​ນັກ​ງາ​ນ​ການ​ທູດ, ພະ​ນັກ​ງານ​ຍິງ​​ກະ​ຊວງ​ການ​ຕ່າງ​ປະ​ເທດ​ລາວ ແລະ ບັນ​ດາ​ປະ​ເທດ, ພະ​ນັກ​ງານ​ຍິງ​ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ​ຂອງ​ລາວ 400 ຄົນ. ຄະ​ນະ​ຈັດ​ຕັ້ງ​ໃຫ້​ຮູ້​ວ່າ, ງານ​ບຸນຊາ​ປະ​ຈຳ​ປີ​ໃນ​ຄັ້ງ​ນີ້ ແມ່ນ​ໂອ​ກາດ​ເພື່ອ​ໃຫ້​ບັນ​ດາ​ພະ​ນັກ​ງານ​ການ​ທູດ​ຍິງ​​ຫ​ວ​ຽດ​ນ​າມ ແລະ ຕ່າງ​ປະ​ເທດ​ມີ​ໂອ​ກາດ​ພົບ​ປະ​ແລກ​ປ່ຽນ​ທຳ​ຄວາມ​ຊິນ​ເຄີຍ ແລະ ແລກ​ປ່ຽນ​ຂໍ້​ມູນ​ຂ່າວ​ເຊິ່ງ​ກັນ ແລະ ກັນ. ສະ​ຖານ​ທ​ູ​ດ​ຫວຽດ​ນາມ ປະ​ຈຳ​ລາວ ເຂົ້າ​ຮ່ວມ​ງານ​ບຸນຊາ​ປີນີ້ ດ້ວຍ​​ຮ້ານ​ວາງ​ສະ​ແດງ 2 ຮ້ານ ທີ່​ວາງ​ສະ​ແດງ​ບັນ​ດາ​ເຄື່ອງ​ສິ​ລະ​ປະ​ຫັດ​ຖະ​ກຳ, ຂໍ້​ມ​ູນ​ຂ່າວ​ສານດ​້ານ​ການ​ທ່ອງ​ທ່ຽວ ແລະ ອາ​ຫານ​ການ​ກິນ ດ້ວຍ​ບັນ​ດາ​ອາ​ຫານ​ທີ່​ເປັນ​ມູນ​ເຊື້ອ​ຂອງ​ຫວຽດ​ນາມ ຄື: ແນ​ມ​ຈືນ, ເຂົ້າ​ໜົມ​ໝາກ​​ຖ​ົ່​ວ​ຂຽວ, ​ເຂົ້າ​ໜົມ​ພື້ນ​ເມືອງ​ຊະ​ນິດ​ຕ່າງໆ… ບັນ​ດາ​ພະ​ນັກ​ງານ​ການ​ທູດ​ຍິງ​ຫວຽດ​ນາມ ຖື​ວ່າ, ນີ້​ແມ່ນ​ໂອ​ກາດ​ເພື່ອ​ປະ​ຕິ​ບັດ ແລະ ຍູ​້​ແຮງວຽກ​ງານ​ພົວ​ພັນ​ຕ່າງ​ປະ​ເທດ​ດ້ານ​ວັດ​ທະ​ນະ​ທຳ, ໂຄ​ສະ​ນາ​ວັດ​ທະ​ນະ​ທຳ​ຫວຽດ​ນາ​ມ. ພ້ອມ​ທັງ, ສ້າງ​ຄວາມ​​ເຂົ້າ​ໃ​ຈ​ເຊິ່ງ​ກັນ ແລະ ກັນ​ກ່ຽວ​ກັບ​ບັນ​ດາ​ຈຸດ​ວັດ​ທະ​ນະ​ທຳ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ຂອງ​ຫວຽດ​ນາມ ເຖິງ​ເພື່ອ​ນມິດ​ສາ​ກົນ ກໍ​ຄື​ຮັດ​ແໜ້​ນ​ການ​ພົວ​ພັນ​ລະ​ຫວ່າງ​ສະ​ຖານ​ທູດ​ຫວຽດ​ນາມ, ສູນ​ວັດ​ທະ​ນະ​ທຳ​ຫວຽດ​ນາມ ປະ​ຈຳ​ລາວ ກັບ​ປະ​ເທດ​ລາວ ແລະ ຄະ​ນະ​ທູ​ຕາ​ນຸ​ທູດ. ໃນ​ຂອບ​ເຂດ​ງານບຸນ​ຊາ​ປະ​ຈຳ​ປີ 2016, ນອກ​ຈາກ​ບັນ​ດາ​ຮ້ານ​ວາງ​ສະ​ແດງ​ສິນ​ຄ້າ, ວັດ​ທະ​ນະ​ທຳ​ການ​ກິນ​ຂອງ​ບັນ​ດາ​ປະ​ເທດ​ແລ້ວ, ຍັງ​ມີ​​ລາຍການ​ສະ​ແດງ​ສິ​ລະ​ປະ​ຂອງ​ບັນ​ດາ​ພະ​ນັກ​ງານ​ຍິງ​ກະ​ຊວງ​ການ​ຕ​່າງ​ປະ​ເທດ​ລາວ ແລະ ​ຂອງສະ​ຖານ​ທູດ​​ປະ​ເທດຕ່າງໆ​ໃນ​ບໍ​ລິ​ເວັນ​ນະ​ຄອນ​ຫຼວງວຽງ​ຈັນ ອ​ີກດ​້ວຍ.

        ເພື່ອນ ພ​ູ​ຄຳ ຢູ່​ແຂວງ ວຽງ​ຈັນ ໄດ້​ໂທ​ລະ​ສັບ​ມາ​ລາຍ​ການ​​ໂດຍໃຫ້​ຮູ້​ວ່າ: ​ອາ​ທິດ​ຜ່ານ​ມາ, ໃນ​ລາຍ​ການ​ຊົນ​ນະ​ບົດ​ໃໝ່ ​ກະ​ຈາຍ​ສຽງ​ພາກ​ພາ​ສາ​ລາວ ໄດ້​ແນະ​ນຳ​ບົດກ່ຽວ​ກັບ​ການ​ພັດ​ທະ​ນາ​ກາ​ເຟ​ແບບ​ຍືນ​ຍົງຢູ່​ແຂວງ​ດັກ​ລັກ. ຍ້ອນ​ຂ້າງ​ຄາ​ກັບ​ວຽກ​ງານ, ສະ​ນັ້ນ​ຂ້າ​ພະ​ເຈົ້າ​ບໍ່​ໄດ້​ຮັ​ບ​ຟັງ​ບົດ​ຂຽນ, ຜ່ານ​ລາຍ​ການ, ຂ້າ​ພະ​ເຈົ້າ​ຢາກ​ຮັບ​ຟັງ​ຄືນ​ບາງ​ຂໍ້​ມູນ​ຕົ້ນ​ຕໍ່​ກ່ຽວ​ກັບ​ຮູບ​ແບບ​ປູກ​​ກາ​ເຟ​ແບບ​ຍືນ​ຍົງ, ກໍ​ຄື​ປະ​ສິດ​ທິ​ຜົນ​ຂອງ​ຮູບ​ແບບ​ປູກ​​ກາ​ເຟແບບ​ຍືນ​ຍົງ​ນີ້.

        ເພື່ອນ ພ​ູ​ຄຳ ທີ່​ຮັກ​ແພງ, ໃນ​ອາ​ທິດ​ຜ່ານ​ມາ, ລາຍ​ການ​ກະ​ຈາຍ​ສຽງ​ພາກ​ພາ​ສາ​ລາວ ​ໄດ້​​ແນະ​ນຳ​ບົດ​ຂຽນ​ “​ການ​ພັດ​ທະ​ນາ​ເຂດ​ປູກ​ກາ​ເຟ​ແບບ​ຍືນ​ຍົງຢູ່​ແຂວງ​ດັກ​ລັກ”. ໃນ​ນັ້ນ, ມາ​ດ​ຕະ​ການ​ແກ້​ໄຂ​ເຊິ່ງ​ແຂວງ ດັກ​ລັກ ຍົກ​ອອກ​ມາ​ແມ່ນ​ສ້າງ​ຕັ້ງ​ບັນ​ດາ​ສະ​ໂມ​ສອນ​ຜະ​ລິດ​ກາ​ເຟ​ແບບຍ​ືນ​ຍົງ, ຈາກນັ້ນ, ບັນ​ດາ​ຄອບ​ຄົວ​​ຊາວ​ກະ​ສິ​ກອນປູກ​ຕົ້​ນກາ​ເຟ​ຈະ​ເຂົ້າ​ຮ່ວມ. ປະ​ຈຸ​ບັນ, ​ໃນທົ່ວ​ເມືອງ Cu M’gar, ແຂວງ​ດັກ​ລັກ ໄດ້ສ້າງ​ຕັ້ງ​ສະ​ຫະ​ກອນ, ໜ່ວຍ​ຮ່ວມ​​ງານ, ສະ​ໂມ​ສອນ​ຜະ​ລິດ​ກາ​ເຟ​ແບບ​ຍືນ​ຍົງ​ກ່​ວາ 30 ແຫ່ງ. ເມື່ອ​ເຂົ້າ​ຮ່ວມ​ບັນ​ດາ​ສະ​ຫະ​ກອນ, ສະ​ໂມ​ສ​ອນ​ຜະ​ລິດ​ກາ​ເຟ​ແບບ​ຍືນ​ຍົງ, ຜູ້​ປູກ​ກາ​ເຟ​ໄດ້​ແບ່ງ​ປັນ, ອັບ​ເດດ​ຂໍ້​ມູນ​ຂ່າວ​ກ່ຽວ​ກັບ​​ອາ​ກາດ​ຂອງ​ລະ​ດູ​ການ, ສະ​ພາບ​ໂລກ​​ພະ​ຍາດ​​ຕໍ່​ຕົ້ນ​ກາ​ເຟ. ​ສິ່ງສຳ​ຄັນ​ກ່​ວາ​​ຂຶ້ນ​ແມ່ນ​ຮູບ​ແບບນີ້​ໄດ້​​ຮັບ​ການເຊື່ອມ​ຕໍ່​ລະ​ຫວ່າງ​ຊາວ​ກະ​ສິ​ກອນ, ຜູ້​ຄຸ້ມ​ຄອງ, ນັກ​ວິ​ທະ​ຍາ​ສາດ​ກັບ ວິ​ສາ​ຫະ​ກິດ​ໃນ​ການ​ສົມ​ທົບ​ກັນ​ຜະ​ລິດ​ກາ​ເຟ​ຕາມ​ທິດ​ຍືນ​ຍົງ​​​ສຳ​ເລັດຜົນ. ແບ​ບ​ຢ່າງ​ດີ​ເດັ່ນ​ກ່ຽວ​ກັບ​ການ​ປູກ​ຕົ້​ນ​ກາ​ເຟ​ຢູ່​ທີ່ນີ້​ຄື ຄອບ​ຄົວ​ຂອງທ່ານ ໂງວັນ​ບີ່ງ, ຢູ່​ເທດ​ສະ​ບາ​ນ ກວາງ​ຟູ໋, ເມືອງ Cu M’gar ມີ​ເນື້ອ​ທີ່​ດິນ ປູກ​ກາ​ເຟ​ເປັນ​ສິນ​ຄ້າ 1,8 ເຮັກ​ຕາ. ກ​່ອນນີ້, ຄ​ອບ​ຄົວ​ຂອງ​ທ່ານ​ໄດ້​ຜະ​ລິດ​ຕາມ​ປະ​ສົມ​ການ ດັ່ງ​ນັ້ນ​ສະ​ມັດ​ຕະ​ພາບບໍ່​ສູງ, ​ພຽງ​ແຕ່ເກັບ​ກ່ຽວ​​ເມັດ​ກາ​ເຟໄດ້ 2,5 ​​ໂຕນ/ເຮັກ​ຕາເທົ່າ​ນັ້ນ. ນັບ​ແຕ່​ເມື່ອ​ເຂົ້າ​ຮ່ວມ​ສະ​ໂມ​ສອ​ນ​ພັດ​ທະ​ນາ​ກາ​ເຟແບບ​ຍືນ​ຍົງ, ໄດ້​ຮັບ​ການ​ແນະ​ນຳ​ຂັ້ນ​ຕອນ​​ເຮັດ​ກະ​ເສດ​ສຸມ​, ​​ນັບ​ແຕ່​ການ​ບົວ​ລະ​ບັດ, ຫົດ​ນ້ຳ, ​ການ​ຂ້າສັດ​ຕູ​ພືດ, ​ການໃສ່​ຟຸ່ນ​ໃຫ້​ເໝາະ​ສົມຈາກ​ພະ​ນັກ​ງານ​ເຕັກ​ນິກ ດັ່ງ​ນັ້ນ​ສະ​ມັດ​ຕະ​ພາບ​​ເມັດ​ກາ​ເຟຍາມ​ໃດ​ກໍ່​ບັນ​ລຸ​ແຕ່ 4 – 5 ໂຕນ/ເຮັກ​ຕາ. ພິ​ເສດ, ໃນ​ລະ​ດູ​ແລ້ງ, ຄອບ​ຄົວ​ຂອງ​ທ່ານບໍ່​ຕ້ອງ​ຫົດ​ນ້ຳ​ແບບ​ຟຸມ​ເຟື​ອຍ​ໃຫ້​ຕົ້ນ​ກາ​ເຟ​ຕື່ມ​ອີກ ຫາກ​ສາ​ມາດ​ຫລຸດປະ​ລິມ​ານ​ນ້ຳ​ຫົດຈາກ 600 – 700 ​ລິດ/ຕົ້ນ/ເທື່ອ ລົງ 350 – 400​ ລິດ/ຕົ້ນ/ເທື່ອ ເທົ່າ​ນັ້ນ ແຕ່​ຕົ້ນ​ກາ​ເຟ ຍັງຮັບ​ປະ​ກັນ​ຂະ​ຫຍາຍ​ຕົວ​ໄດ້ດີ​ຢ​ູ່.

 ດັ່ງ​ທີ່​ກ່າວ​ມາ​ຂ້າງ​ເຖິງ​ແມ່ນ​ເນື້ອ​ໃນ​ຄຳ​ເຫັນຂອງ​ທ່ານ​ຜູ້ຟັງ​ບາງ​ທ່ານ​ທີ່ຝາກ​ມາລາ​ຍການ​ໃນ​ອາທິດ​ຜ່ານ​ມາ, ຫວັງ​ວ່າ ທ່ານ​ຜູ້​ຝັງ​ຈະ​ສືບ​ຕໍ່​​ຝາກ​ຈົດໝາຍ, ອີ​ແມວ ຫຼື ​ໂທລະສັບມາ​ຫາ​ລາຍການ ເພື່ອ​ປະກອບ​ຄຳ​ເຫັນ​ຊ່ວຍ​ລາຍການ​ຂອງ​ພວກ​ເຮົາ​​ໃຫ້ນັບ​ມື​້​ນັບ​ດີ​ກວ່າ​​ເກົ່າ. ພວກ​ເພື່ອນ​ສາ​ມາດ​ຝາກຈົດໝາຍ​ມາ​ຍັງ​ລາຍການ​ໂດຍ​ຈ່າ​ໜ້າຊອງ​ວ່າ: ພາກ​ພາສາ​ລາວ, ວິທະຍຸ​ກະຈາຍສຽງ​ຫວຽດນາມ, ​ເຮືອນ​ເລກທີ 45 ​ຖະໜົນ ບ່າ​ຈ້ຽວ, ຮ່າ​ໂນ້ຍ.

ຂ່າວ/ບົດ​ອື່ນ