ຈົດ​ໝາຍອວຍ​ພອນ​ວັນ​ຊາດ​ທີ2/12ຄົບ​ຮອບ41ປີ

(vovworld) –  ໃນ​ອ​າ​ທິດ​ຜ່ານ​ມາ, ມີ​ຜູ້​ຟັງ, ຜູ້​ອ່ານຫຼາຍ​ຄົນເຊິ່ງ​ແມ່ນຊາວ ຫວຽດ​ນາມ ​ທີ່ເຄີຍ​ຮ່ຳ​ຮຽນ, ຄົ້ນ​ຄ້​ວາ, ປະ​ຕິ​​ບັດ​ງານ​ຢູ່​ລາວ ໄດ້​ຂຽ​ນ ອີ​ແມວ, ໂທ​ລະ​ສັບ​ເຖິງ​ລາຍ​ການ​, ໃນ​ນັ້ນ​ຢາກຝາກ​ຄຳ​ອວຍ​ພອນ​ເຖິງ​ເພື່ອ​ນ​ມິດ​ຂອງ​ຕົນ​ເວົ້າ​ສະ​ເພາະ ແລະ ປະ​ຊາ​ຊົນ ລາວ ເວົ້າ​ລ​ວມ​ ຈະ​ໄດ້ຕ້ອນ​ຮັບ​ວັນ​ຊາດ​ ສ​ປ​ປ ລາວ ທີ 2/12 ຄົບ​ຮອບ 41 ປີ (2/12/1975 2/12/2016) ດ້ວຍ​ຄວາ​ມ​ເບີກ​ບານ​ມ່ວນ​ຊື່ນ. ໃນ​ລາຍ​ການ “ໂອ້​ລົມ​ກັບ​ເພື່ອນ​ລາ​ວ” ມື້ນີ້, ພວກ​ເຮ​ົ​າ​ຂໍ​ແນະ​ນຳ​ເຖິງ​ທ່ານ​ຜູ້​ຟ​ັງ​ເນື້ອ​ໃນ​ຈົດ​ໝາຍ, ອີ​ແມວ​ທ່ານ​ຜູ້​ຟັງ, ຜູ້​ອ່ານ​ໄດ້​ຝາກ​ມາລາຍ​ການ​ໃນ​ອາ​ທິດ​ຜ່ານ​ມາ. 

ຈົດ​ໝາຍອວຍ​ພອນ​ວັນ​ຊາດ​ທີ2/12ຄົບ​ຮອບ41ປີ - ảnh 1
ທາດຫຼວງ


ເພື່ອນ ເຈີ່ນງອກ​ລອງ, ອະ​ດີດ​ນັກ​ສຶກ​ສາ ຫວຽດ​ນາມ ຢູ່ ລາວ ໄດ້​ຂຽນ​ອີ​ແມວ​​ຝາກ​ມາລາຍ​ການ​ດ້ວຍ​ເນື້ອ​ໃນ​ວ່າ: “ຂ້າ​ພະ​ເຈົ້າ​ໄດ້​ຮຽນ​ຈົບ​ມະ​ຫາ​ວິ​ທະ​ຍາ​ໄລ​ຢູ່ ລາວ ​ມາ​ເປັນ​ເວ​ລາເກືອບ 10 ປີ​ແລ້ວ, ແຕ່​ຍ້ອນ​ລັກ​ສະ​ນະ​ພິ​ເສດ​ຂອງວຽກ​ງານ ດັ່ງ​ນັ້ນ​ບໍ່​ທັນ​ມີ​ໂອ​ກາດ​ກັບ​ຄືນ​​ຢ້ຽມ​ຢາມ ປະ​ເທດ​ລາວ, ບ່ອນ​ທີ່​ຂ້າ​ພະ​ເຈົ້າ​ມີ​ອະ​ນຸ​ສອນຫຼາຍ​ຢ່າງໄດ້​ເທື່ອ. ເຖິງວ່າ, ບໍ່​ທັນ​ມີ​ໂອ​ກາດ​​ກັບ​ຄືນຢ້ຽມ​ຢາມ​​ມະ​ຫາ​ວິ​ທະ​ຍາ​ໄລ​ແຫ່ງ​ຊາດ​ລາວ, ບ່ອນ​ທີ່​ຂ້າ​ພະ​ເຈົ້າ​ຮ​່ຳ​ຮຽນ​ເປັນ​ເວ​ລາ 5 ປີ ກໍ່​ຕາມ, ແຕ່​ຜ່​ານ​ການ​ໂອ້​ລົມ​ກັບ​ໝູ່​ເພື່ອນ​ຂອງ​ຕົນ ແລະ ບັນ​ດາ​ຂ່າວ​ຄາວ​ທາງ​ອີນ​ເຕ​ີ​ເນັດ, ​ຂ້າ​ພະ​ເຈົ້າ​ກໍ່​ເຫັນ​ໄດ້​ການ​ພັດ​ທະ​ນາ​ຂອງ​ໂຮງ​ຮຽນ​ແຫ່ງນີ້. ຢູ່​ທີ່ນີ້ ໄດ້​ບ​ຳ​ລຸງ​ສ້າງ​ນັກ​ຮຽ​ນ, ນັກ​ສຶກ​ສາ ຫວຽດ​ນາມ ຫຼາຍ​ລຸ້ນ​ຄົນ ​ປະ​ກອບ​ສ່ວນ​ຮັດ​ແໜ້ນການ​ພົວ​ພັນ​ລະ​ຫວ່າງ 2 ປະ​ເທດ. ອາ​ທິດ​ຜ່ານ​ມາ, ໃນ​ການ​ຢ້ຽມ​ຢາມ​ສັນ​ທະ​ວະ​ໄມ​ຕີ ສ​ປ​ປ ລາວ ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ ຫງວຽນ​ຟູ໋​ຈ້ອງ, ເພີ່ນ​ໄດ້​ມີ​ການ​ໂອ້​ລົມ​ກັບ​ພະ​ນັກ​ງານ, ຄູ​ອາ​ຈານ, ນັກ​ສຶກ​ສາ​ຢູ່​ທີ່ນີ້, ໃນ​ບົດ​ປາ​ໄສ​ຂອ​ງ​ຕົນ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ໋​ຈ້ອງ ໄດ້​ຕີ​ລາ​ຄາ​ສູງ​ບັນ​ດາ​ຜົນ​ງານ​​ເຊິ່ງ​ຄູ​ອາ​ຈານ ແລະ ນັກ​ສຶ​ກ​ສາ​ຂອງ​ໂຮງ​ຮຽ​ນ ບັນ​ລຸ​ໄດ້​ໃນ​ໄລ​ຍະ​ຜ່ານ​ມາ. ຂ້າ​ພະ​ເຈົ້າ​ມີ​ຄວາມ​ສະ​ເທືອນ​ໃຈ​ທີ່​ສຸດ ຍ້ອນ​ໄດ້​​ຊົມ​ລາຍ​ການ​ຖ່າຍ​ທອ​ດ​ສົດ​ການ​ໂອ້​ລົມ​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ໋​ຈ້ອງ ທາງ​ໂທ​ລະ​ພາບ, ​ຂ້າ​ພະ​ເຈົ້າ​ກໍ່ເຫັນ​ໜ້າ​ເຫັນ​ຕາ​​ບັນ​ດາຄູ​ສອນ​ເກົ່າຫຼາຍ​ຄົນ​ເຄີຍ​ສິດ​ສອນ​ພວກ​ຂ້າ​ພະ​ເຈົ້າ.  ເນື່ອງ​ໃນ​ວັນ​ທີ 2/12, ເຊິ່ງ​ແມ່ນ​ວັນ​ສະ​ຖາ​ປະ​ນາ​ປະ​ເທດ ສ​ປ​ປ ລາວ ຄົບ​ຮອບ 41 ປີ, ຂ້າ​ພະ​ເຈົ້າ​ຂໍ​ອວຍ​ພອນ​ໃຫ້​ພະ​ນັກ​ງານ, ຄູ​ສອນ, ນັກ​ສຶກ​ສາ​ຂອງ ມະ​ຫາ​ວິ​ທະ​ຍາ​ໄລ​ແຫ່ງ​ຊາດ​ລາວ ເວົ້າ​ລວມ ແລະ ບັນ​ດາ​ຄູ​ສອນ, ນັກ​ຮ​ຽນ​ຂອງ​ຄະ​ນະ​ອັກ​ສອນ​ສາດ​ເວົ້າ​ສະ​ເພາະ, ບ່ອນ​ທີ່​ຂ້າ​ພະ​ເຈົ້າ​ເຄີຍ​ຮ່ຳ​ຮຽນ, ຈົ່ງ​ຕ້ອນ​ຮັບ​ວັນ​ຊາດ​ດ້ວຍ​ຄວາມ​ຜາ​ສຸກ, ເບີກ​ບານ​ມ່ວນ​ຊື່ນ. ​ຫວັງ​ວ່າ​ຄູ​ອາ​ຈານ​ມີ​ສຸ​ຂະ​ພາບ​ເຂັ້ມ​ແຂງ, ​ປະ​ສົບ​ຜົນ​ສຳ​ເລັດ​ໃນ​ວຽກ​ງານ​ຂອງ​ຕົນ. ອວຍ​ພອນ​ໃຫ້​ນັກ​ສຶກ​ສາ​ທຸກ​ຄົນ​ໄດ້​ຮັບ​ຜົນ​ດີ​ໃນ​ການ​ຮ່ຳ​ຮຽນ, ເພື່ອ​ປະ​ກອບ​ສ່ວນ​ໃຫ້​ແກ່​ພາ​ລະ​ກິດ​ສ້າງ​ສາ ແລະ ພັດ​ທະ​ນາ​ຂອງ​ປະ​ເທດ​ຕົນ, ພ້ອມ​ທັງ​ອວຍພອນ​ໃຫ້​ປະ​ເທດ ລາວ ນັບ​ມື້​ນັບ​​ໝັ້ນ​ຄົງເຂັ້ມ​ແຂງ, ຮັ່ງ​ມີ, ສວຍ​ງາມ ແລະ ວັດ​ທະ​ນາ​ຖາ​ວອນ​ຕະ​ຫຼອດ​ໄປ.”

ໃນ​ອາ​ທິ​ດ, ເພື່ອ​ນ ຕະ​ທູ​ຮ່າ, ເຈີ່ນ​ຫາຍ​ບີ່ງ, ແອງ​ຄາງ ​ອະ​ດິດນັກ​ສຶກ​ສາ​ເຄີ​ຍ​​ຢູ່​ລາວ ແລະ ປະ​ຈຸ​ບັນ​ພວມປະ​ຕິ​ບັດ​ວຽກ​ງານ​​ທີ່​ກ່ຽວ​​ຂ້ອງ​ເຖິງ​ລາວ ກໍ່​ໄດ້​ຝາກ​ຄຳ​ອວຍ​ພອນ​ວັນ​ຊາດ 2/12 ເຖິງ​ບັນ​ນາ​ທິ​ການ​ພາກ​ພາ​ສາ​ລາວ, VOV ໃນ​ນັ້ນ​ເພື່ອນ ຕະ​ທູ​ຮ່າ ໄດ້​ຂຽນ​ວ່າ: “ຂ້າ​ພະ​ເຈົ້າ​ໄດ້​ຈື່​ວ່າ, ຄາ​ວ​ຍັງ​ຮຽນ​ຢູ່​ລາວ, ເມື່ອ​ໃກ້​ຈະ​ຮອດ​ວັນຊາດ​ທີ 2/12, ຢູ່​ຖະ​ໜົນ​ສາຍ​ຕ່າງໆ ກໍ່​ຄື​ຢູ່​ບັນ​ດາ​ສຳ​ນັກ​ງານ​ຂອງ​ລັດ ເຄີຍ​ມີ​ປ້າຍ​ຄຳ​ຂວັນ​ທີ່​ວ່າ “ນ້ຳ​ໃຈ​ທີ 2 ທັນ​ວາ​ໝັ້ນ​ຍືງ”. ຄະ​ນະນັກ​ສຶກ​ສາ ຫວຽດ​ນາມ ກໍ່​ເ​ຄີຍ​ກະ​ກຽມ​ບັນ​ດາ​ລາຍ​ການ​ສະ​ແດງ​ສິ​ລະ​ປະ ເພື່ອ​ສະ​ແດງ​ໃນ​ຄ່ຳ​ຄືນ​ສະ​ເຫຼີມ​ສະຫຼອງວັນ​ຊາດ​ໂດຍ​ທາງ​ໂຮງ​ຮຽນ​ຈັດ​ຕັ້ງ. ຜ່ານ​ຄື້ນ​ຂອງ​ VOV, ພາກ​ພາ​ສາ​ລາວ, ຂ້າ​ພະ​ເຈົ້າ​ຂໍ​ອວຍ​ພອນ​ໃຫ້​ປະ​ຊາ​ຊົນ​ລາວ ບັນ​ດາ​ເຜົ່າ​ຈົ່ງ​ໄດ້​ຕ້ອນ​ຮັບ​ວັນ​ຊາດ​ດ້ວຍ​ຄວາມ​ປອດ​ໄພ, ເບີກ​ບານ​ມ່ວນ​ຊື່ນ ແລະ ອວ​ຍ​ພອນ​ໃຫ້​ປະ​ເທດ​ລ້າງ​ຊ້າງ​ນັບ​ມື້​ນັບ​ຮັ່ງ​ມີ, ສວຍ​ງາມ​ກ່​ວາ​ອີກ. “ນ້ຳ​ໃຈ​ທີ 2 ທັນ​ວາ​ໝັ້ນ​ຍືງ”.”

ຈົດ​ໝາຍອວຍ​ພອນ​ວັນ​ຊາດ​ທີ2/12ຄົບ​ຮອບ41ປີ - ảnh 2
ພາບ​ປະ​ກອບ

ເພື່ອນ​ເພັດ​ມະ​ນີ​ວອນ, ແຂວງ​ຄຳ​ມ່ວນ ໄດ້​ຂຽນ​ອີ​ແມວມາ​ຍັງ​ລາຍ​ການ​​ໂດຍ​ມີ​ເນື້ອ​ໃນ​ວ່າ: “ມີ​ເພື່ອນ ຫວຽດ​ນາມ​ ຄົນ​ໜຶ່ງ​ໄດ້​ຝາກ​ຂອງ​ຂວັນ​ໃຫ້​ຄອບ​ຄົວ​ຂ້າ​ພະ​ເຈົ້າ, ນັ້ນ​ແມ່ນ​ໝາກ​ກ້ຽງ ​ດ້ວຍ​ເຄື່ອງໝາຍວ່າ “Cam Vinh” (ໝາກ​ກ້ຽງ ວີງ), ຂ້າ​ພະ​ເຈົ້າ​ໄດ້​ຮູ້​ວ່ານີ້​ແມ່ນ​ໝາກ​ໄມ້​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ຂອງ​ແຂວງ ເງາະ​ອານ. ຂ້າ​ພະ​ເຈົ້າ​ຢາກ​ຮູ້​ວ່າ, ນອກ​ຈາກ ໝາກ​ກ້ຽງ​ວີງ, ຢູ່ ຫວຽດ​ນາມ ຍັງ​ມີ​ໝາກ​ກ້ຽງ​ຢູ່​ບ່ອນ​ໃດທີ່​ມີ​ຊື່​ສຽງ​ຄື​ໝາກ​ກ້ຽງ​ວີງ​​ອີກບໍ່?”

ເພື່ອ​ນ​ ເພັດ​ມະ​ນີ​ວອນ ທີ່​ຮັກ​ແພງ, ນອກ​ຈາກ ໝາກ​ກ້ຽງ ວີງ ທີ່​ປູກ​ຢູ່​ທາງ​ທິດ​ຕາ​ເວັນ​ຕົກ​ຂອງ​ແຂວງ ເງາະ​ອານ ແລ້ວ, ຍັງ​ມີ​ໝາກ​ກ້ຽງ​ທີ່​ມີ​ເຄື່ອງ​ໝາຍຫຼາຍ​ຊະ​ນິດ​ອື່ນໆ​ຄື: ໝາກ​ກ້ຽງ​ ກາວ​ຟອງ, ແຂວງ ຮ່​ວາ​ບີ່ງ, ໝາກ​ກ້ຽງ ແຂວງ ຮ່າ​ຢາງ ແລະ ໝາກ​ກ້ຽງ​ຊ່​ວານ ທາງ​ທິດ​ຕາ​ເວັນ​ຕົກ​ພາກ​ໃຕ້​ອີກ. ຖ້າ​ມີ​ໂອ​ກາດ ເຊີນ​ເພື່ອນ​​ຊິມ​ເບິ່ງ​ລົດ​ຊາດ​ຂອງ​ໝາກ​ກ້ຽງຫຼາຍ​​ຊະ​ນິດນີ້​ເນາະ. ນອກ​ຈາກນັ້ນ, ໃນ​​ຄໍ​ລຳ “ຊົນ​ນະ​ບົດ​ໃໝ່” ຂອງ​ພວກ​ເຮົາ​ກໍ່​ມີຫຼາຍ​ບົດ​ຂຽນ​ກ່ຽວ​ກັບ​ບັນ​ດາ​ຜະ​ລິດ​ຕະ​ພັນ​ກະ​ເສດ​ທີ່​ໂດ່ງ​ດັງ​ຂອງ​ເຂດ​ພາກ​ຕ່າງໆ​ຢູ່ ຫວຽດ​ນາມ, ເພື່ອນ ເພັດ​ມະ​ນີ​ວອນ ແລ​ະ ບັນ​ດາ​ຜູ້​ຟັງ, ຜູ້​ອ່ານ​ສົນ​ໃຈ​ສາ​ມາດ​ອ່ານ​ບັນ​ດາ​ບົດ​ຂຽນໃນ​ແວບ​ໄຊ vovworld.vn ຂອງ​ພວກ​ຂ້າ​ພະ​ເຈົ້າ​ແດ່​ເດີ.

ດັ່ງ​ທີ່​ກ່າວ​ມາ​ຂ້າງ​ເຖິງ​ແມ່ນ​ເນື້ອ​ໃນ​ຄຳ​ເຫັນຂອງ​ທ່ານ​ຜູ້ຟັງ​ບາງ​ທ່ານ​ທີ່ຝາກ​ມາລາ​ຍການ​ໃນ​ອາທິດ​ຜ່ານ​ມາ, ຫວັງ​ວ່າ ທ່ານ​ຜູ້​ຝັງ​ຈະ​ສືບ​ຕໍ່​​ຝາກ​ຈົດໝາຍ, ອີ​ແມວ ຫຼື ​ໂທລະສັບມາ​ຫາ​ລາຍການ ເພື່ອ​ປະກອບ​ຄຳ​ເຫັນ​ຊ່ວຍ​ລາຍການ​ຂອງ​ພວກ​ເຮົາ​​ໃຫ້ນັບ​ມື​້​ນັບ​ດີ​ກວ່າ​​ເກົ່າ. ພວກ​ເພື່ອນ​ສາ​ມາດ​ຝາກຈົດໝາຍ​ມາ​ຍັງ​ລາຍການ​ໂດຍ​ຈ່າ​ໜ້າຊອງ​ວ່າ: ພາກ​ພາສາ​ລາວ, ວິທະຍຸ​ກະຈາຍສຽງ​ຫວຽດນາມ, ​ເຮືອນ​ເລກທີ 45 ​ຖະໜົນ ບ່າ​ຈ້ຽວ, ຮ່າ​ໂນ້ຍ. ຫຼືໂທລະສັບ​ມາໂດຍ​ກົງ​​ກໍ່​ໄດ້​ຕາມ​ເບີ​ໂທ 0084​.43.8256631 ຫຼື ອີ​ແມວ laovov5@gmail.com.


ຕອບກັບ

ຂ່າວ/ບົດ​ອື່ນ