ທູດທ່ອງທ່ຽວຫວຽດນາມ ອາຍຸການ 2017-2020 ຢູ່ຕະຫຼາດ ອາເມລິກາ ແລະ ອັງກິດ

(vovworld) - ອາ​ທິດ​ຜ່ານ​ມາ, ພາກ​ພາ​ສາ​ລາວ, ວິ​ທະ​ຍຸ​ກະ​ຈາຍສຽງ ຫວຽດ​ນາມ ໄດ້​ຮັບ​ຈົດ​ໝາຍ, ອີ​ແມວ, ໂທ​ລະ​ສັບ ຫຼາຍ​ສ​ະ​ບັບ​ທີ່​ທ່ານ​ຜູ້​ຟັງ​ລາວ ແລະ ຫວຽດ​ນາມ ຝາ​ກ​ເຖິງ​ລາຍ​ການ. ໃນ​ນັ້ນ, ​ທ່ານ​ຜູ້​ຟັງ​ໄດ້​ມີ​ຄວາມ​ສົນໃຈ​ເຖິງ​​ບັນ​ດາ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ຂອງ ຫວຽດ​ນາມ. ໃນ​ລາຍ​ການ “ໂອ້​ລົມ​ກັບ​ເພື່ອນ​ລາວ” ມື້ນີ້, ພວກ​ຂ້າ​ພະ​ເຈົ້າ​ຄັດ​ສະ​ເໜີ​ເນື້ອ​ໃນ​ຈົດ​ໝາຍ​ທີ່​ທ່ານ​ຜູ້​ຟັງ​ຝາກ​ມາ​ຍັງ​ລາຍ​ການ ແລະ ຕອບ​ບາງ​ຄຳ​ຖາມ​ທີ່​ທ່ານ​ຜູ້​ຟັງ​ມີ​ຄວາມ​ສົນ​ໃຈ.

ທູດທ່ອງທ່ຽວຫວຽດນາມ ອາຍຸການ 2017-2020 ຢູ່ຕະຫຼາດ ອາເມລິກາ ແລະ ອັງກິດ - ảnh 1
ການ​ສະ​ແດງ​ສິ​ລະ​ປະ​ທີ່​ງານ​ບຸນດອກ​ບານ ດ້ຽນ​ບຽນ ປີ 2017


        ເພື່ອນ ວັນ​ດາ​ລາ​ບຸດ, ​ຢູ່ແຂວງ ຜົ້ງ​ສາ​ລີ ໄດ້​ຝາກ​ອີ​ແມວ​​ມາ​ຍັງລາຍ​ການ​ດ້ວຍ​ເນື້ອ​ໃນ​ວ່າ “ແຂວງ ຜົ້ງ​ສາ​ລີ ​ທີ່ຂ້າ​ພະ​ເຈົ້າ​ພວມ​ດຳ​ລົງ​ຊີ​ວິດມີ​ຊາຍ​ແດນ​ຕິດ​ກັບ​ແຂວງ​ດ້ຽນ​ບຽນ​ຂອງ ຫວຽດ​ນາມ. ໃນ​ໄລ​ຍະ​ມໍ່ໆ​ນີ້, ຂ​້າ​ພະ​ເຈົ້າ​ພວມ​ມີ​ເວ​ລາຫ​ວ່າງ​ ແລະ ​ກະ​ວ່າ​ຈະໄປ​ທ່ອງ​ທ່ຽວ​​ຢູ່​ດ້ຽນ​ບຽນ. ຂ້າ​ພະ​ເຈົ້າ​ຂໍ​ໃຫ້​ບັນ​ນາ​ທິ​ການ​ຂອງ ພາກ​ພາ​ສາ​ລາວ VOV ແນ​ະ​ນຳ​ສິ່ງ​ໃດ​ໜຶ່ງ​ກ່ຽວ​ກັບ​ເຂດ​ດິນ​ແດນ​ແຫ່ງນີ້ໃຫ້​ຂ້າ​ພະ​ເຈົ້າ​ໄດ້​ບໍ່? ບັນ​ດາ​ຂໍ້​ມູນ​ຂ່າວ​ທ​ີ່​ພວກເພື່ອນ​​ສະ​ໜອງ​ໃຫ້​ຈະ​ເປັນ​ປະ​ໂຫຍດ​ໃຫ້​ແກ່​ການ​ໄປ​ທ່ອງ​ທ່ຽວ​ຂອງ​ຂ້າ​ພະ​ເຈົ້າ. ຂໍ​ຂອບ​ໃຈ.”

        ເພື່ອນ ວັນ​ດາ​ລາ​ບຸດ ທີ່​ຮັກ​ແພງ! ດ້ຽນ​ບຽນ ແມ່ນ​ແຂວງ​ຊາຍ​ແດນ​​​ເຂດພູ​ດອຍ​ຂຶ້ນ​ກັບ​ເຂດ​ຕາ​ເວັນ​ຕົກ​ພາກ​ເໜືອ​ຂອງ ຫວຽດ​ນາມ, ຫ່າງ​ຈາກ​ນະ​ຄອນຫຼວງ ຮ່າ​ໂນ້ຍ ປະ​ມານ 504 ກມ ໄປ​ທາງ​ທິດ​ຕາ​ເວັນ​ຕົກ, ພາກ​ຕາ​ເວັນ​ອອກ ແລະ ຕາ​ເວັນ​ອອກ​ສ່ຽງ​ເໜືອ ​ຕິດກັບ​ແຂວງ ເຊີນ​ລາ, ທິດ​ເໜືອ​ຕິດ​​ກັບ​ແຂວງ ລາຍ​ເຈົາ, ທາງ​ທິດ​ຕາ​ເວັນ​ຕົກ​​ສ່ຽງ​ເໜືອ​ຕິດ​ກັບ​ແຂວງ ຢວນ​ໜານ (ປະ​ເທດ​ຈີນ), ທາງ​ທິດ​ຕາ​ເວັນ​ຕົກ ແລະ ຕາ​ເວັນ​ຕົກ​ສ່ຽງ​ໃຕ້​ຕິດ​ກັບ ສ​ປ​ປ ລາວ. ດ້ຽນ​ບຽນ ແມ່ນ​ແຂວງ​ໜຶ່ງ​ດຽວ ມີ​ເສັ້ນ​ຊາຍ​ແດນ​ຮ່ວມ​ມີ​ລວງ​ຍາ​ວ​ກ່​ວາ 400 ກມ ​ກັບ ປະ​ເທດ ລາວ ແລະ ຈີນ. ແຂວງມີ 10 ອົງ​ການ​ບໍ​ລິ​ການ​ຂັ້ນ​ເມືອງ ດ​້ວຍ 130 ຕາ​ແສງ, ເທດ​ສະ​ບານ (ໃນ​ນັ້ນ​ມີ 29 ຕາ​ແສງ​ຊາຍ​ແດນ), ພົນ​ລະ​ເມືອງ​ມີ​ເກືອບ 550.000 ຄົນ, ລວມ​ມີ 19 ຊົ​ນ​ເຜົ່າ​ອ້າຍ​ນ້ອງ. ໃນ​ເສັ້ນ​ຊາຍ​ແດນ ຫວຽດ​ນາມ - ລາວ, ນອກ​ຈາກ 2 ຄູ່ດ່ານ​ຊາຍ​ແດນ​ແມ່ນ ຫ້ວຍ​​ປວກ ແລະ ໄຕ​ຈາງ ແລ້ວ, ຍັງ​ມີ 3 ​ຄູ່ດ​່ານ​ຊາຍ​ແດນ​ອື່ນ​ກະ​ກຽມ​ຈະ​ໄດ້​ຮັບ​ການ​ເປີດ​ປະ​ຕູ. ​ໃນ​ໄລ​ຍະ​ຈະ​ມາ​ເຖິງ, ໃນ​ເສັ້ນ​ຊາຍ​ແດນ ຫວຽດ​ນາມ - ຈີນ ມີ​ດ່ານ​ຊາຍ​ແດນ ອາ​ປາ​ຈ໋າຍ - ລອງ​ຟູ໋. ດ້ຽນ​ບຽນ ແມ່ນ​ແຂວງ​​ທີ່​ເຕັມ​ໄປ​ດ້ວຍ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ດ້ານ​ການ​ທ່ອງ​ທ່ຽວ, ພິ​ເສດ​ແມ່ນ​ຂົງ​ເຂດ​ວັດ​ທະ​ນະ​ທຳ - ປະ​ຫວັດ​ສາດ. ພົ້ນ​ເດັ່ນ​ກ່​ວາ​ໝູ່​ແມ່ນ​ບັນ​ດາ​ປູ​ຊະ​ນີ​ຍະ​ສະ​ຖານ​ປະ​ຫວັດ​ສາດ​ໄຊ​ຊະ​ນະ ດ້ຽນ​ບຽນ​ຝ​ູ ເຊິ່ງ​ລວມ​ມີ: ກອງ​ບັນ​ຊາ​ການບັ້​ນ​ຮົບ ດ້ຽນ​ບຽນ​ຝູ - ເມື່ອງ​ຟັງ, ບັນ​ດາ​ຖານ​ທີ່​ໝັ້ນ ຮີມ​ລາມ, ບານ​ແກ໋ວ, ດົກ​ເລ​ິບ, ບັນ​ດາ​ນໂນນ​ພູ A1, C1, D1, E1 ແລະ ​ຂອບເຂດ​ໃຈ​ກາງ​ຂອງ​ຖານ​ທີ່​ໝັ້ນ​ຂອງ ຝ​ຣັ່ງ (ເຂດ​ຂຸດ​ຄອງ De Catri). ໄປ​ຄຽງ​ຄູ່​ກັນ​ນັ້ນ​ແມ່ນ​ບັນ​ດາ​ຖຳ​້, ແຫຼ່ງ​ນ້ຳ ແລະ ໜອງ​ນ້ຳໄດ້​ສ້າງເປັນ​ແຫຼ່ງ​ຊັບ​ພະ​ຍາ​ກອນ​ການ​ທ່ອງ​ທ່ຽວ​ທຳ​ມະ​ຊາດທີ່​ອຸ​ດົ​ມ​ສົມ​ບ​ູນ​ຄື: ປ່າ​​ດົງ​ດິບ ເມື່ອງ​ແຍ໋, ບັນ​ດາ​ຖ້ຳ​ຢູ່ ປາ​ເທີມ (ດ້ຽນ​ບຽນ)…ນອກ​ຈາກນັ້ນ, ດ້ຽນ​ບຽນ ຍັງມີ​ຄວາມ​ສາ​ມາ​ດບ​ົ່ມ​ຊ້ອນ​ດ້ານ​ວັດ​ທະ​ນະ​ທຳ​ບໍ່​ມີ​ຮູບ​ຮ່າງ, ດ້ວຍ​ 19 ຊົນ​ເຜົ່າອ້າຍ​ນ້ອງ​ດຳ​ລົງ​ຊີ​ວິ​ດຮ່ວມ​ກັນ, ແຕ່​ລະ​ຊົນ​ເຜົ່າ​ມີ​ສີ​ສັນ​ວັດ​ທະ​ນະ​ທຳ​ສະ​ເພາະ​ໄດ້​ສ້າງ​ເປັນ​​ຫຼາຍ​ຮູບຫຼາຍ​ແບບ​ທີ່​ສຸດ ແລະ ປະ​ຈຸ​ບັນ, ບັນ​ດາ​ຊົນ​ເຜົ່າ​ດັ່ງ​ກ່າວຍັງ​ຄົງ​ຮັກ​ສາ​ບັນ​ດາ​ຮີດ​ຄອງ​ປະ​ເພ​ນີ​ໄວ້​ຢູ່, ສະ​ເພາະ​ແມ່ນ​ຊົນ​ເຜົ່າ​ຜູ້​ໄທ ແລະ ເຜົ່າ​ມົ້ງ… ຫວ່າງ​ມໍ່ໆ​ນີ້, ແຂວງ ດ້ຽນ​ບຽນ ໄດ້​ຈັດ​ຕັ້ງ​ງານ​ບຸນດອກ​ບານ​ເຊິ່ງ​ເລ​ິ່​ມແຕ່​ວັນ​ທີ 11 – 14/3, ເປັນ​ໜ້າ​ເສຍ​ດາຍທີ່​ເພື່ອນ​ໄດ້ພາດ​ໂອ​ກາດ​ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວ​ປະ​ຈຳ​ປີນີ້. ແຕ່​ວ່າ​​ໃຫ້​ເພື່ອນ​ອຸ່ນ​ອ່ຽນ​ໃຈ​ເພາະ​ວ່າ​ໃນປະ​ຈຸ​ບັນ ດອກ​ບານ​ພວມ​ເບັ່ງບານ​ເພື່ອ​ຕ້ອນ​ຮັບ​ເພື່ອນ​ຢູ່.

ທູດທ່ອງທ່ຽວຫວຽດນາມ ອາຍຸການ 2017-2020 ຢູ່ຕະຫຼາດ ອາເມລິກາ ແລະ ອັງກິດ - ảnh 2
ທ່ານ Jordan Vogt – Roberts ​ທູດ​ທ່ອງ​ທ່ຽວ​ຫວຽດ​ນາມ

        ໃນ​ອາ​ທິດ, ເພື່ອນ ຄຳ​ເບັ່ງ ອິນ​ທະ​ວົງ​ສາ, ແຂວງ ວຽງ​ຈັນ ໄດ້​ໂທ​ລະ​ສັບ​ເຖິງ​ລາຍ​ການ​ໂດຍ​ໃຫ້​ຮູ້​ວ່າ: “ຂ້າ​ພະ​ເຈົ້າ​ຫາກໍ່​ໄດ້​ໄປ​ຊົມ​ຟິມ​ຮູບ​ເງົາ “ກົງ - ເກາະ​ກະ​ໂຫຼກ​ຫົວ” ແລະ ໄດ້​ອ່ານ​ຂ່າວ​ໃນ​ແວບ​ໄຊ vovworld.vn ​ແລ້ວມີຫຼາ​ຍ​ພາບ​ໃນ​ຟິມ​ຮູບ​ເງົາ​ດັ່ງ​ກ່າວ​ໄດ້​ຖ່າຍ​ທຳ​ຢູ່ ຫວຽດ​ນາມ. ຂ້າ​ພະ​ເຈົ້າ​ຢາກ​ໄດ້​ຮູ້​ຂໍ​້​ມູນ​ຂ່າວ​ຕື່ມ​ອີກ​ກ່ຽວ​ກັບ​ບັນ​ດາ​ສະ​ຖານ​ທີ່ນັ້ນຢູ່ ຫວຽດ​ນາມ ໄດ້​ບໍ່?”

        ເພື່ອນ ຄຳ​ເບັ່ງ ອິນ​ທະ​ວົງ​ສາ ທີີ່​ຮັກ​ແພງ, ພວກ​ຂ້າ​ພະ​ເຈົ້າ​ມີ​ຄວາມ​ເອກ​ອ້າງ​ທະ​ນົງ​ໃຈທີ່​ສ​ຸດ​ຍ້​ອນ​ບັນ​ດາ​ທິວ​ທັດ​ທຳ​ມະ​ຊາດ​ຂອງ ຫວຽດ​ນາມ ໄດ້​ຮັບ​ການ​ຖ່າຍ​ທຳ​ໃນ​ຟິມ​ຮູບ​ເງົາ​ຂອງ Hollywood ແລະ ​ດຶງ​ດູ​ດ​ໄດ້​ຄວາມ​ສົນ​ໃຈ​ຂອງ​ມະ​ຫາ​ຊົນ. ​ໃນ​ຟິ​ມ​ຮູບ​ເງົາ​ມີ​ສະ​ຖານ​ທີ່​​ທຳ​ເຊິ່ງ​ໄດ້​ຖ່າຍ​ທຳຢູ່ ຮ້າ​ລ​ອງ, ນິງ​ບິ່ງ (ພາກ​ເໜືອ) ແລະ ກວາ​ງ​ບີ່ງ (ພາກ​ກາງ) ​ຂອງຫວຽດ​ນາມ ກວມເຖິງ 70%. ພິ​ເສດ, ໃນ​ເຂດ​​ທັດ​ສະ​ນີ​ຍະ​ພາບທ່ອ​ງ​ທ່ຽວ ຈ່າງ​ອານ (ແຂວງ ນິງ​ບິ່ງ) ມີ​ສ​ະ​ຖານ​ທີ່​ທ່ອງ​ທ່ຽວ​ເຊິ່ງ​ແມ່ນ​ເຂດ​ຖ່າຍ​ທຳ​ຟິມ​ຮູບ​ເງົາ​ດັ່ງ​ກ່າວ. ຜູ້​ກຳ​ກັ​ບ​ການ​ສະ​ແດງຂອງ​ຟິມ​ຮູບ​ເງົາ, ທ່ານ Jordan Vogt – Roberts ກໍ່​ໄດ້​ຮັບ​ເຊີນ​ເປັນ​ທູດ​ທ່ອງ​ທ່ຽວ​ຫວຽດ​ນາມ ອາ​ຍຸ​ການ 2017-2020 ຢູ່​ຕະຫຼາດ ອາ​ເມ​ລິ​ກາ ແລະ ອັງ​ກິດ. ຕາມ​ຂໍ້​ຕົກ​ລົງ​ຂອງ​ລັດ​ຖະ​ມົນ​ຕີ​ກະ​ຊວງວັດ​ທະ​ນະ​ທຳກິ​ລາ ແລະ ທ່ອງ​ທ່ຽວ​ແລ້ວ, ທ່ານ Jordan Vogt – Roberts ​ທູດ​ທ່ອງ​ທ່ຽວ​ຫວຽດ​ນາມ ຄາດ​ວ່າ ຈະ​ເຂົ້າ​ຮ່ວມ​ບັນ​ດາ​ການ​ເຄື່ອນ​ໄຫວ​ໂຄ​ສະ​ນາ, ສົ່ງ​ເສີມ​ການ​ທ່ອງ​ທ່ຽວ​ຫວຽດ​ນາມ​ໂດຍ​ຜ່ານ​ບັນ​ດາ​ການ​ເຄື່ອ​ນໄຫວສື່ມວນຊົນ, ສິ​ລະ​ປະ ແລະ ບັນ​ດາ​ການ​ເຄື່ອນ​ໄຫວ​ອື່ນໆ​. 

ດັ່ງ​ທີ່ກ່າວ​ມາ​ຂ້າງ​ເທິງ​ແມ່ນ​ເນື້ອ​ໃນ​ຈົດ​ໝາຍ ​ແລະ ຄຳ​ຖາມຂອງ​​ຜູ້ຟັງ​ບາງ​ທ່ານ​ທີ່ຝາກ​ມາລາ​ຍການ​ ໃນ​ອາທິດ​ຜ່ານ​ມາ. ຖ້າຫາກ ​​ຜູ້​ຟັງ, ຜູ້​ອ່ານ​ທ່ານ​ໃດ​ ມີ​ຄວາມສົນ​ໃຈຕໍ່ບັນຫາ​ໃດ​ໜຶ່ງ, ກໍ່ສາ​ມາດ​ຝາກຈົດໝາຍ​ມາ​ຍັງ​ລາຍການ​ຂອງພວກ​ເຮົາ​ໄດ້​ເລີຍ ໂດຍ​ຈ່າໜ້າຊອງ​ວ່າ: ພາກ​ພາສາ​ລາວ, ວິທະຍຸ​ກະຈາຍສຽງ​ຫວຽດນາມ, ​ເຮືອນ​ເລກທີ 45 ​ຖະໜົນ ບ່າ​ຈ້ຽວ, ຮ່າ​ໂນ້ຍ. ຫຼື ໂທລະສັບ​ມາໂດຍ​ກົງ​​ກໍ່​ໄດ້​ ຕາມ​ເບີ​ໂທ 0084​.438.256.631 ຫຼື ອີແມວ laovov5@gmail.com. ທ່ານ​ຜູ້​ຟັງ​ກໍ່ສາມາດ Comment ​ໃນ​ເວັບ​ໄຊ vovworld.vn ຂອງ​ພວກ​ເຮົາ.


ຂ່າວ/ບົດ​ອື່ນ