ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບິ່ງມິງ ພົບປະກັບທ່ານນາຍົກລັດຖະມົນຕີລາວ ທອງລຸນ ສີສຸລິດ

(VOVWORLD) -2 ຝ່າຍໄດ້ແຈ້ງໃຫ້ກັນຊາບກ່ຽວກັບສະພາບການພັດທະນາເສດຖະກິດ, ສັງຄົມຂອງແຕ່ລະປະເທດ ແລະ ປຶກສາຫາລືກ່ຽວກັບບັນດາມາດຕະການເພີ່ມທະວີການຮ່ວມມືໃນຫຼາຍຂົງເຂດ

ໃນອາທິດຜ່ານມາ, ພະແນກກະຈາຍສຽງບັນດາລາຍການພາກພາສາ ຕ່າງປະເທດ, ວິທະຍຸກະຈາຍສຽງຫວຽດນາມ ໄດ້ຮັບຈົດໝາຍ, ອີແມວ 252 ສະບັບ ແລະ ໂທລະສັບຫຼາຍສາຍຈາກທ່ານຜູ້ຟັງຈາກກວ່າ 30 ປະເທດ ແລະ ເຂດແຄ້ວນຝາກມາລາຍການ, ໃນນັ້ນພາກພາສາລາວ ໄດ້ຮັບຈົດໝາຍ 12 ສະບັບ.

ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບິ່ງມິງ ພົບປະກັບທ່ານນາຍົກລັດຖະມົນຕີລາວ ທອງລຸນ ສີສຸລິດ - ảnh 1 (ງານປະກວດສຽງເພງອາຊຽນ + 3 ຄັ້ງທີ 2 (ປີ 2019)

ຄາດວ່າຈະຈັດຕັ້ງໃນລະຫວ່າງແຕ່ວັນທີ 26 – 29 ກໍລະກົດ)

ເພື່ອນ ສຸລິວົງ, ຢູ່ແຂວງຫຼວງພະບາງ ໄດ້ສົ່ງອີແມວມາຍັງລາຍການດ້ວຍເນື້ອໃນຢາກຊອກຮູ້ກ່ຽວກັບງານປະກວດສຽງເພງອາຊຽນ + 3 ຄັ້ງທີ 2 (ປີ 2019). ເພື່ອນຢາກຮູ້ວ່າ, ງານປະກວດດັ່ງກ່າວຈະໄດ້ຈັດຂຶ້ນໃນເວລາໃດ ແລະ ມີຈັກປະເທດເຂົ້າຮ່ວມ.

ເພື່ອນສຸລິວົງ ທີ່ຮັກແພງ, ງານປະກວດສຽງເພງອາຊຽນ + 3 ຄັ້ງທີ 2 (ປີ 2019) ໂດຍວິທະຍຸກະຈາຍສຽງຫວຽດນາມ ຈັດຕັ້ງ. ງານປະກວດສຽງເພງອາຊຽນ ຄັ້ງນີ້ ຄາດວ່າຈະຈັດຕັ້ງໃນລະຫວ່າງແຕ່ວັນທີ 26 – 29 ກໍລະກົດ, ຢູ່ຫໍວາງແຜນຜັງ - ຕະຫຼາດນັດ - ວາງສະແດງ ແລະ ວັດທະນະທຳກວາງນິງ (ນະຄອນກວາງນິງ, ແຂວງກວາງນິງ). ນີ້ແມ່ນງານປະກວດສຽງເພງ Pop ທີ່ສະຫງວນໃຫ້ນັກຮ້ອງໜຸ່ມອາຊີບ (ອາຍຸແຕ່ 18 ຫາ 35 ປີ) ຂອງ 10 ປະເທດອາຊຽນ, ດ້ວຍຈຸດປະສົງເພີ່ມທະວີຄວາມເຂົ້າອົກເຂົ້າໃຈ ແລະ ແລກປ່ຽນວັດທະນະທຳລະຫວ່າງຫວຽດນາມ ແລະ ບັນດາປະເທດໃນພາກພື້ນ, ພ້ອມທັງໜູນຊ່ວຍພັດທະນາບັນດານັກຮ້ອງໜຸ່ມທີ່ມີຄວາມເກັ່ງກ້າສາມາດໃນຂົງເຂດດົນຕີ ໃນປະຊາຄົມອາຊຽນ. ຄະນະຈັດຕັ້ງໃຫ້ຮູ້ວ່າ, ມີນັກຮ້ອງ 10 ປະເທດອາຊຽນ ຈະເຂົ້າຮ່ວມຮອບຮອງຊະນະເລີດ ແລະ ຮອບຊິງຊະນະເລີດ ໃນວັນທີ 27 ແລະ 28 ກໍລະກົດ. ບັນດານັກຮ້ອງຖືກເຊີນທີ່ມາຈາກບັນດາປະເທດຈີນ, ສ.ເກົາຫຼີ, ຍີ່ປຸ່ນ ຈະສະແດງໃນຄຳຄືນປະກວດຮອບຊິງຊະນະເລີດ. ງານປະກວດໄດ້ຖ່າຍທອດສົດຜ່ານບັນດາຊ່ອງວິທະຍຸກະຈາຍສຽງ ແລະ ໂທລະພາບຂອງວິທະຍຸກະຈາຍສຽງຫວຽດນາມ ຄື: VTC3, ຊ່ອງໂທລະພາບ Vietnam Journey, VOV3, VOV5 ແລະ ໂປຼແກຼມ VTC Now.

ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບິ່ງມິງ ພົບປະກັບທ່ານນາຍົກລັດຖະມົນຕີລາວ ທອງລຸນ ສີສຸລິດ - ảnh 2 ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບິ່ງມິງ ພົບປະກັບທ່ານນາຍົກລັດຖະມົນຕີລາວ ທອງລຸນ ສີສຸລິດ

(ພາບ: TTXVN)

ເພື່ອນ ທິດາ ກິດຈະເລີນ,  ເພື່ອນ ຈັນແສງ ພິມມະວົງ ແລະ ເພື່ອນ ຄຳມີ ໄດ້ສົ່ງຂໍ້ຄວາມຜ່ານທາງ Facebook ດ້ວຍເນື້ອໃນທີ່ວ່າ: ການເຄື່ອນໄຫວຮ່ວມມື, ແລກປ່ຽນຂໍ້ມູນຂ່າວສານລະຫວ່າງລາວ ແລະ ຫວຽດນາມ ໄດ້ດຳເນີນຢູ່ທົ່ວທຸກແຂວງ, ນະຄອນລະຫວ່າງ 2 ປະເທດ. ນອກຈາກບັນດາຂໍ້ມູນທີ່ໄດ້ເອົາລົງໃນເວັບໄຊພາກພາສາລາວ ແລ້ວ, ທ່ານຜູ້ຟັງຫວັງວ່າ ທາງລາຍການຈະສະເໜີຂ່າວບັນດາການເຄື່ອນໄຫວທີ່ເປັນໜ້າສົນໃຈລະຫວ່າງ 2 ປະເທດໃນອາທິດຜ່ານມາຕື່ມອີກ.

ທ່ານຜູ້ຟັງທີ່ເຄົາລົບ, ເພື່ອຕອບສະໜອງຄວາມຕ້ອງການໄດ້ຮັບຂໍ້ມູນຂ່າວຈາກເພື່ອນຜູ້ຟັງ, ຕໍ່ໄປນີ້, ພວກຂ້າພະເຈົ້າຂໍທົບທວນເນື້ອໃນຂອງບັນດາການເຄື່ອນໄຫວໂດຍຫຍໍ້ລະຫວ່າງຫວຽດນາມ-ລາວໃນອາທິດຜ່ານມາ.

+ ວັນທີ 30 ພຶດສະພາ ຜ່ານມາ, ຢູ່ນອກກອງປະຊຸມອະນາຄົດອາຊີ ຄັ້ງທີ 25 ຢູ່ໂຕກຽວ, ປະເທດຍີ່ປຸ່ນ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບິ່ງມິງ ໄດ້ມີການພົບປະກັບທ່ານນາຍົກລັດຖະມົນຕີລາວ ທອງລຸນ ສີສຸລິດ. ນະທີ່ນີ້, 2 ຝ່າຍໄດ້ແຈ້ງໃຫ້ກັນຊາບກ່ຽວກັບສະພາບການພັດທະນາເສດຖະກິດ, ສັງຄົມຂອງແຕ່ລະປະເທດ ແລະ ປຶກສາຫາລືກ່ຽວກັບບັນດາມາດຕະການເພີ່ມທະວີການຮ່ວມມືໃນຫຼາຍຂົງເຂດ, ຊຸກຍູ້ການຜັນຂະຫຍາຍບັນດາໂຄງການເຊື່ອມຕໍ່ລວມ ແລະ ສ້າງເງື່ອນໄຂໃຫ້ແກ່ການເຄື່ອນໄຫວຂອງບັນດາວິສາຫະກິດຂອງກັນ.

ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບິ່ງມິງ ພົບປະກັບທ່ານນາຍົກລັດຖະມົນຕີລາວ ທອງລຸນ ສີສຸລິດ - ảnh 3 (ທ່ານ ເຈີ່ນວັນຕຸ໊ຍ, ປະທານສູນກາງສະມາຄົມມິດຕະພາບຫວຽດນາມ - ລາວ,

ເຂົ້າຢ້ຽມຂ່ຳນັບທ່ານນາງປະທານສະພາແຫ່ງຊາດລາວ ປານີ ຢາທໍ່ຕູ້)

+ ໃນການຢ້ຽມຢາມ ແລະ ເຮັດວຽກຢູ່ລາວ, ໃນວັນທີ 31 ພຶດສະພາ, ທ່ານ ເຈີ່ນວັນຕຸ໊ຍ, ປະທານສູນກາງສະມາຄົມມິດຕະພາບຫວຽດນາມ - ລາວ, ພ້ອມກັບຄະນະປະຕິບັດງານຫວຽດນາມ ໄດ້ເຂົ້າຢ້ຽມຂ່ຳນັບທ່ານນາງປະທານສະພາແຫ່ງຊາດລາວ ປານີ ຢາທໍ່ຕູ້. ນະທີ່ນີ້, ທ່ານ ເຈີ່ນວັນຕຸ໊ຍ ໄດ້ລາຍງານກັບປະທານສະພາແຫ່ງຊາດລາວ ກ່ຽວກັບໝາກຜົນການພົບປະເຈລະຈາກັບຄະນະສູນກາງສະມາຄົມມິດຕະພາບລາວ - ຫວຽດນາມ ແລະ ຖືວ່າ, ນີ້ແມ່ນແມ່ນໂອກາດເພື່ອໃຫ້ 2 ຝ່າຍມີຄວາມເຂົ້າໃຈກ່ຽວກັບສະພາບການພັດທະນາເສດຖະກິດ, ສັງຄົມຂອງແຕ່ລະປະເທດ, ການແລກປ່ຽນບົດຮຽນໃນການເຄື່ອນໄຫວລະຫວ່າງ 2 ຝ່າຍກວ່າອີກ. ທີ່ການຕ້ອນຮັບ, ທ່ານນາງປະທານສະພາແຫ່ງຊາດລາວ ປານີ ຢາທໍ່ຕູ້ ໃຫ້ຮູ້ວ່າ, ຈະສົມທົບກັບບັນດາອົງການທີ່ມີໜ້າທີ່ຊີ້ນຳບັນດາອົງການ, ຫົວໜ່ວຍຂອງລາວ ຈັດສົ່ງຄະນະຜູ້ແທນມາຫວຽດນາມ ຢ້ຽມຢາມບັນດາແມ່ຫວຽດນາມ ວິລະຊົນ, ບັນດາຄອບຄົວມີຜົວ, ມີລູກເຄີຍເຂົ້າຮ່ວມການຕໍ່ສູ້ ແລະ ເປັນນັກຊ່ຽວຊານຢູ່ລາວ, ເພື່ອສະແດງຄວາມຮູ້ບຸນຄຸນຕໍ່ບັນດາຜູ້ທີ່ໄດ້ເສຍສະຫຼະຊີວິດ ເລືອດເນື້ອໃຫ້ແກ່ພາລະກິດສ້າງສາ ແລະ ປົກປັກຮັກສາປະເທດລາວ.

ເນື່ອງໃນໂອກາດນີ້, ຄະນະປະຕິບັດງານສູນກາງສະມາຄົມມິດຕະພາບຫວຽດນາມ - ລາວ ຍັງໄດ້ໄປແຂວງ ເຊກອງ ເຂົ້າຮ່ວມພິທີມອບ - ຮັບເຮືອນມິດຕະພາບຫວຽດນາມ - ລາວ ໃຫ້ແກ່ແມ່ເຖົ້າ ກັນເຈຍ, ເຊິ່ງເປັນແມ່ຄົນລາວ ໄດ້ມີຄຸນງາມຄວາມດີໃນການກູ້ເອົາຊີວິດທະຫານອາສາສະໝັກຫວຽດນາມ ໃນສົງຄາມຕ້ານອາເມລິກາ. ເຮືອນຫຼັງນີ້ມີມູນຄ່າການກໍ່ສ້າງທັງໝົດ 700 ລ້ານດົ່ງ, ໂດຍສູນກາງສະມາຄົມມິດຕະພາບຫວຽດນາມ - ລາວ ປຸກລະດົມບັນດາອົງການສະມາຊິກບໍລິຈາກ.

+ ວັນທີ 30 ພຶດສະພາ ຜ່ານມາ, ທ່ານຮອງລັດຖະມົນຕີກະຊວງສຶກສາ ແລະ ບຳລຸງສ້າງຫວຽດນາມ ຫວຽນວັນຟຸກ, ໄດ້ໄປເຂົ້າຮ່ວມເວທີປາໄສຍົກສູງຄຸນນະພາບການບຳລຸງສ້າງຫວຽດນາມ - ລາວ ແລະ ງານວາງສະແດງສຶກສາມະຫາວິທະຍາໄລຫວຽດນາມ - ລາວ 2019 ຢູ່ນະຄອນຫຼວງວຽງຈັນ, ປະເທດລາວ. ທ່ານຮອງລັດຖະມົນຕີ ຫງວຽນວັນຟຸກ ໄດ້ມີການພົບປະກັບທ່ານນາງລັດຖະມົນຕີກະຊວງສຶກສາ ແລະ ກິລາລາວ. ນະທີ່ນີ້, ທ່ານຮອງລັດຖະມົນຕີ ຫງວຽນວັນຟຸກ ຢືນຢັນວ່າ, ໃນໄລຍະຈະມາເຖິງ, ຝ່າຍຫວຽດນາມ ຈະສືບຕໍ່ເພີ່ມທະວີການໜູນຊ່ວຍ, ຊ່ວຍເຫຼືອລາວ ໃນຂົງເຂດການສຶກສາ ແລະ ບຳລຸງສ້າງ, ບໍ່ພຽງແຕ່ມອບທຶນສຶກສາ, ລົງທຶນດ້ານພື້ນຖານວັດຖຸເທົ່ານັ້ນ, ຫາກສຳຄັນກວ່າແມ່ນໜູນຊ່ວຍຍຸດທະສາດພັດທະນາການສຶກສາຂອງລາວ. ທີ່ການຕ້ອນຮັບ, ທ່ານນາງ ແສງເດືອນ ຫຼ້າຈັນທະບຸນ, ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາລາວ, ປາດຖະໜາວ່າ, ໃນຕໍ່ໜ້າ, ຫວຽດນາມ ຈະສືບຕໍ່ໜູນຊ່ວຍລາວ ໃນການປະຕິບັດ ໜ້າທີ່ເຊິ່ງປະກອບມີ: ກວດກາ ແລະ ຕີລາຄາຄຸນນະພາບ ການສຶກສາ, ບໍາລຸງກໍ່ສ້າງຄູອາຈານ, ການລົງທຶນພື້ນຖານດ້ານວັດຖຸໃນການສຶກສາ...

ຕອບກັບ

ຂ່າວ/ບົດ​ອື່ນ