ປີສາມັກຄີມິດຕະພາບ ຫວຽດນາມ - ລາວ 2017

(VOVWORLD) - ໃນອາທິດຜ່ານມາ, ລາຍການພາກພາສາ ລາວ, ລະບົບກະຈາຍສຽງພາກພາສາຕ່າງປະເທດແຫ່ງຊາດ, ວິທະຍຸກະຈາຍສຽງ ຫວຽດນາມ ສືບຕໍ່ໄດ້ຮັບ ໂທລະສັບ, ອີແມວ, ຈົດໝາຍຫລາຍສະບັບ ຈາກທ່ານຜູ້ຟັງທີ່ຝາກມາລາຍການ ດ້ວຍເນື້ອໃນຈັບອົກຈັບໃຈຫລາຍຢ່າງ, ສະແດງຄວາມສົນໃຈຕໍ່ບັນດາການເຄື່ອນໄຫວປີສາມັກຄີມິດຕະພາບ ຫວຽດນາມ - ລາວ 2017

ພິເສດແມ່ນຂົງເຂດວັດທະນະທຳ - ການສຶກສາ. ໃນລາຍການ “ໂອ້ລົມກັບເພື່ອນລາວ” ມື້ນີ້, ພວກເຮົາຂໍຄັດສະເໜີບາງເນື້ອໃນຈົດໝາຍ ແລະ ຕອບບາງຄຳຖາມເຊິ່ງທ່ານຜູ້ຟັງ ຜູ້ອ່ານຝາກມາລາຍການ. ເຊີນທ່ານຕິດຕາມຮັບຟັງ.

ໃນອາທິດຜ່ານມາ, ເພື່ອນ ຣັດທະວົງ, ສຸກມາລີວົງ ສົ່ງອີແມວມາຍັງລາຍການດ້ວຍເນື້ອໃນວ່າ: “ຂອບໃຈລາຍການພາກພາສາລາວ, ລະບົບກະຈາຍສຽງພາກພາສາຕ່າງປະເທດແຫ່ງຊາດ, ວິທະຍຸກະຈາຍສຽງ ຫວຽດນາມ ໄດ້ແນະນຳໃຫ້ພວກຂ້າພະເຈົ້າມີຄວາມເຂົ້າໃຈແຈ້ງກ່ວາ ກ່ຽວກັບບັນດາການເຄື່ອນໄຫວຮ່ວມມືມິດຕະພາບຂ່ຳນັບຮັບຕ້ອນປີສາມັກຄີມິດຕະພາບ ຫວຽດນາມ - ລາວ 2017.

ໃນຈົດໝາຍຝາກມາຍັງລາຍການ, ເພື່ອນ ເບັນ ພິມມະສອນ ແລະ ເພື່ອນ ພັນນີ ຢູ່ນະຄອນຫລວງ ວຽງຈັນ ຂຽນວ່າ: “ຂ້າພະເຈົ້າໄດ້ຮັບຮູ້ວ່າ ວັນທີ 13 ກໍລະກົດ ຈະມາເຖິງ, ທີ່ຫໍວັດທະນະທຳແຫ່ງຊາດ ຢູ່ນະຄອນຫລວງ ວຽງຈັນ, ຈະສະແດງບົດລະຄອນ “ສະຫາຍຫວຽດນາມ” ເພື່ອຂ່ຳນັບຮັບຕ້ອນປີສາມັກຄີມິດຕະພາບ ຫວຽດນາມ - ລາວ 2017.  ດັ່ງນັ້ນ ຂ້າພະເຈົ້າມີຄວາມຫວັງຢາກໃຫ້ລາຍການພາກພາສາລາວ ແນະນຳໃຫ້ຂ້າພະເຈົ້າຮັບຮູ້ຕື່ມອີກ ກ່ຽວກັບບົດລະຄອນດັ່ງກ່າວ. ຂໍຂອບໃຈ”.

  ເພື່ອນ ເບັນ ພິມມະສອນ ແລະ ເພື່ອນ ພັນນີ ທີ່ຮັກແພງ ! ບົດລະຄອນ “ສະຫາຍ ຫວຽດນາມ” ໂດຍນັກສິລະປິນດີເດັ່ນ ຫົງລະຄອນ ທຸມພາລາ, ກົມສິລະປະສະແດງ, ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ລາວ ເປັນຜູ້ກຳກັບ, ບົດລະຄອນ “ສະຫາຍ ຫວຽດນາມ” ໄດ້ຮັບການກໍ່ສ້າງຈາກເລື່ອງລາວມີແທ້ກ່ຽວກັບອ້າຍທະຫານອາສາສະໝັກ ຫວຽດນາມ ໄດ້ພ້ອມກັບບັນດາເພື່ອນຮ່ວມກົມກອງລາວໃນການສູ້ຮົບ ແລະ ເສຍສະຫຼະຊີວິດຢ່າງພິລາອາດຫານຢູ່ແນວຮົມ ຊຽງຂວາງ ປີ 1972.

ປີສາມັກຄີມິດຕະພາບ ຫວຽດນາມ - ລາວ 2017 - ảnh 1 ບົດລະຄອນ “ສະຫາຍ ຫວຽດນາມ”


ບົດລະຄອນ “ສະຫາຍ ຫວຽດນາມ” ຍາວ 90 ນາທີ, ເນື້ອໃນໄດ້ວາດພາບກ່ຽວກັບຮູບພາບບັນດາອ້າຍທະຫານ ຫວຽດ - ລາວ ໄດ້ຮຽງບ່າຮຽງໄລ່ສູ້ຮົບໃນການຕໍ່ສູ້ຕ້ານຈັກກະພັດ ອາເມລິກາ ກູ້ຊາດ, ໄດ້ຮັບໄຊຊະນະ ແລະ ສ້າງສາປະເທດລາວສວຍສົດງົດງາມ; ສະແດງນ້ຳໃຈຄວາມຮັກຕໍ່ບ້ານເກີດເມືອງນອນປະເທດຊາດຂອງນັກຮົບ, ອາລົມຈິດຄວາມຮັກແພງຕໍ່ຄອບຄົວ, ຄວາມຮັກລະຫວ່າງຄູ່ບ່າວສາວ…ບົດລະຄອນໄດ້ວາດພາບເຖິງຮູບພາບອ້າຍທະຫານອາສາສະໝັກ ຫວຽດນາມ ຕໍ່ສູ້ຢູ່ສະໜາມຮົບ ລາວ ເປັນສັນຍາລັກຂອງເຈດຈຳນົງ, ນ້ຳໃນພິລາອາດຫານ ແລະ ເຕັມໄປດ້ວຍຄວາມຮັກແພງໃນໃຈປະຊາຊົນ ລາວ ບັນດາເຜົ່າ. ບົດລະຄອນໄດ້ນຳໃຊ້ຫລາຍຮູບການສິລະປະດ້ວຍການເຂົ້າຮ່ວມຂອງນັກສະແດງທັງລາວ ແລະ ຫວຽດ ກ່ວາ 100 ຄົນ, ໃນນັ້ນ ມີບັນດານັກ ສະແດງຂອງກອງສິລະປະກອນແຫ່ງຊາດ ລາວ, ກອງກາຍຍະສິນແຫ່ງຊາດ, ກອງສິລະປະກອນຕຸກກະຕາແຫ່ງຊາດ, ກອງຮ້ອງລຳທຳເພງພື້ນເມືອງ, ກອງສິລະປະກອນ ສາຍຂອງ…ເພື່ອນ ເບັນ ພິມມະສອນ, ພັນນີ ແລະ ທ່ານຜູ້ຟັງ ສະຫງວນເວລາຕິດຕາມເດີ.

ໃນຈົດໝາຍຂອງເພື່ອນ ອາມິນຕາ ຢູ່ແຂວງ ສາລະວັນ ຂຽນວ່າ: ຂ້າພະເຈົ້າໄດ້ຮັບຮູ້ວ່າ ໃນຂອບເຂດ "ປີສາມັກຄີມິດຕະພາບ ຫວຽດນາມ - ລາວ 2017", ບັນດາການເຄື່ອນໄຫວຈັບອົກຈັບໃຈໄດ້ຈັດຕັ້ງຢູ່ແຂວງ ເຊີນລາ ຂອງ ຫວຽດນາມ.  ຫວັງວ່າ ບັນນາທິການລາຍການພາກພາສາລາວ ຈະແນະນຳໃຫ້ຂ້າພະເຈົ້າຕື່ມອີກ ກ່ຽວກັບຂໍ້ມູນຂ່າວຂອງບັນດາການເຄື່ອນໄຫວພົບປະແລກປ່ຽນຢູ່ແຂວງ ເຊີນລາ. ຂໍຂອບໃຈ”

ປີສາມັກຄີມິດຕະພາບ ຫວຽດນາມ - ລາວ 2017 - ảnh 2  ທ່ານນາງ ປານີ ຢ່າທໍ່ຕູ ເຮັດວຽກຢູ່ແຂວງ ເຊີນລາ


ເພື່ອນ ອາມິນຕາ ທີ່ຮັກແພງ ! ແຂວງ ເຊີນລາ ໄດ້ມອບໝາຍເປັນເຈົ້າພາບຈັດຕັ້ງບັນດາການເຄື່ອນໄຫວຂອງ "ປີສາມັກຄີມິດຕະພາບ ຫວຽດນາມ - ລາວ 2017", ໃນນັ້ນ ມີບັນດາການເຄື່ອນໄຫວຄື: ພິທີມອບຫຼຽນໄຊຂອງປະທານປະເທດ ຫວຽດນາມ ໃຫ້ການນຳ 15 ແຂວງຂອງ ລາວ; ງານພົບປະແລກປ່ຽນວັດທະນະທຳ, ກິລາ ແລະ ທ່ອງທ່ຽວເຂດຊາຍແດນ ຫວຽດນາມ - ລາວ ຄັ້ງທີ 2; ພິທີເປີດສະຫຼອງເຂດປູຊະນີຍະສະຖານປະຫວັດສາດປະຕິວັດ ຫວຽດນາມ - ລາວ ຢູ່ບ້ານ ລາວໂຄ 1, ຕາແສງ ພຽງຄ່ວາຍ, ເມືອງ ອຽນເຈົາ; ກອງປະຊຸມສຳມະນາ 2 ສະພາແຫ່ງຊາດ ຫວຽດນາມ - ລາວ ກ່ຽວກັບຫົວເລື່ອງ “ບົດຮຽນການປະຕິບັດພາລະບົດບາດຕັດສິນ ແລະ ຕິດຕາມກວດກາກ່ຽວກັບຂົງເຂດທີ່ດິນຂອງສະພາປະຊາຊົນ”.

ປີສາມັກຄີມິດຕະພາບ ຫວຽດນາມ - ລາວ 2017 - ảnh 3  ທ່ານນາງ ປານີ ຢ່າທໍ່ຕູ ເຮັດວຽກຢູ່ແຂວງ ເຊີນລາ


ດັ່ງທີ່ກ່າວມາຂ້າງເທິງແມ່ນເນື້ອໃນຄຳເຫັນ ແລະ ຄຳຖາມຂອງຜູ້ຟັງບາງທ່ານທີ່ຝາກມາລາຍການ ໃນອາທິດຜ່ານມາ. ຖ້າຫາກ ຜູ້ຟັ
ງ, ຜູ້ຊົມທ່ານໃດ ມີຄວາມສົນໃຈຕໍ່ບັນຫາໃດໜຶ່ງ, ກໍ່ສາມາດຝາກຈົດໝາຍມາຍັງລາຍການຂອງພວກເຮົາໄດ້ເລີຍ ໂດຍຈ່າໜ້າຊອງວ່າ: ພາກພາສາລາວ, ວິທະຍຸກະຈາຍສຽງຫວຽດນາມ, ເຮືອນເລກທີ 45 ຖະໜົນ ບ່າຈ້ຽວ, ຮ່າໂນ້ຍ. ຫຼື ໂທລະສັບມາໂດຍກົງກໍ່ໄດ້ ຕາມເບີໂທ 0084.438.256.631 ຫຼື ອີແມວ laovov5@gmail.com. ທ່ານຜູ້ຟັງກໍ່ສາມາດໃຫ້ຄຳຕິຊົມໃນເວັບໄຊ vovworld.vn ຂອງພວກເຮົາ ແລະ ຮັບຟັງລາຍການໂດຍກົງຜ່ານຊອບແວ VOV Media ໃນໂທລະສັບມືຖື ແລະ ອາຍແປັດ.

ຕອບກັບ

ຂ່າວ/ບົດ​ອື່ນ